ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 31, 2018 | ມີ 2 ຄຳເຫັນ ແລະ 0 trackback(s)

ໃນມື້ນີ້ ໄດ້ຫວນກັບມາແວ່ເບິ່ງພັນລາວອີກເທືອ 1 ໃນຮອບຂອງປີ. ການທີເຮົາໄດ້ມານັກອ່ານແຕ່ລະເຫດການທີ່ເກີດຂຶ້ນຕ່າງໆ ບໍ່ວ່າຈະເປັນເລື່ອງຂອງຄົນອື່ນກະດີ, ເລື່ອງຂອງເຮົາເອງກະດີ ມັນໄດ້ເຮັດໃຫ້ເຮົາຮູ້ວ່າ ໃນຊ່ວງເວລານັ້ນ ໃນແຕ່ລະເຫດການນັ້ນໆ ຄວາມຮູ້ສຶກນຶກຄິດຂອງໂຕເຮົາເອງເປັນແນວໃດ, ເປັນຄົນແບບໃດ. ໃນເມື່ອກ່ອນເຮົາອາດຈະເຊື່ອໝັ້ນໃຈສິ່ງໆໜຶ່ງ ແລະ ຢືດຕິເອົາຄົນໆນັ້ນມາເປັນມາດຖານໃນການດຳລົງຊີວິດຂອງເຮົາມາຕະຫຼອດ ເຖິ່ງແມ່ນວ່າຄອບຄົວເຮົາຈະບໍ່ຄົບ, ບໍ່ສົມບູນແບບຄືຄອບຄົວຄົນໆອື່ນເຂົາມີກັນ ແຕ່ເຮົາກໍ່ຍັງເຊື່ອໝັ້ນວ່າທຸກໆຢ່າງລ້ວນແຕ່ມີເຫດມີຜົນໃນໂຕຂອງມັນ ເຊື່ອວ່າທຸກຢ່າງຈະດີຂຶ້ນຖ້າເຮົາຕັ້ງໃຈຮຽນ, ຕັ້ງໃຈຟັງຄຳສອນຂອງພີ່ນ້ອງ, ຕັ້ງໃຈເປັນຄົນຮູ້, ເປັນຄົນທີ່ດີຕໍ່ຄອບຄົວ ແລະ ສັງຄົມ ແລ້ວທຸກສິ່ງທຸກຢ່າງຈະເຮັດໃຫ້ເຮົາມີຊິວິດທີ່ດີຂຶ້ນ. ຈາກເດັກນ້ອຍທີຕ້ອງພຽນຂະຫຍັນເສັງເອົາທີ 1 ໃຫ້ໄດ້ຕັ້ງແຕ່ຮູ້ຄວາມ ຮຽນມາຈົນຈົບມໍ 6 ແລະ ກ້າວມາເປັນນັກສຶກສາທີ່ຈະຕ້ອງຮຽນແລ້ວຮຽນອີກຮຽນຈັ່ງໃດ໋ກໍ່ຮູ້ສຶກວ່າຍັງບໍ່ພໍ ຕອນເຊົ້າກໍ່ຮຽນຄະນະໜຶ່ງ, ຕອນແລງຮຽນອີກສະຖາບັນໜຶ່ງ, ເສົາທິດຮຽນພາສາເຊົ້າຮອດແລງ. ຈາກປີ 1 ກ້າວມາ ປີ 2, ຈາກຕ້ອງມີຄົນຄ່ອຍປຸກໃຫ້ລຸກໄປຮຽນກັບຕ້ອງໄດ້ລຸກຂຶ້ນເອງ, ຈາກເຄີຍຂໍເງິນ ແລະ ມີຄົນໃຫ້ຄ່າໄປຮຽນຄ່ານໍ້າມຸນໍ້າມັນ ກັບບໍ່ຂໍ ແລະ ປະຫຍັດເອົາເອງ, ຈາກທີ່ຕ້ອງມີຄົນຄ່ອຍຖາມມື້ນີ້ໄປຮຽນມາເປັນຈັ່ງໃດມື້ນີ້ກິນເຂົ້າກັບຫຍັງ ກໍຕ້ອງໄດ້ຫາເຂົ້າກິນເອງ ເນື່ອງຈາກວ່າຕ້ອງຢູ່ກັບພີ່ນ້ອງ. ຈາກປີ 2 ກ້າວມາ ປີ 3 ຈາກທີ່ຕ້ອງໄປຮຽນທຸກຄາບທຸກມື້ກໍ່ເລີ່ມຄ່ອຍໆຖອຍລົງມາ, ຈາກທີ່ຕ້ອງໄປຮຽນຕອນເຊົ້າ ກັບກາຍເປັນວ່າມື້ຕື່ນແດ່ບໍ່ຕື່ນແດ່, ຈາກທີ່ຕ້ອງໄປຮຽນວັນເສົາວັນທິດກໍ່ຈະມີມື້ໄປແດ່ບໍ່ໄປແດ່, ຈາກທີ່ຈະຕ້ອງໄປຫັ້ນໄປນີ້ກັບຄອບຄົວພີ່ນ້ອງ ກໍກາຍເປັນວ່າໄປແດ່ບໍ່ໄປແດ່ ເນື່ອງຈາກບໍ່ຄ່ອຍມີໃຜສົນໃຜວົນນຳ. ຈາກຈົບປີ 3 ກ້າວເຂົ້າສູ່ໄວເຮັດວຽກ ຈາກທີ ເຄີຍຮຽນ 3 ບ່ອນ ແຕ່ໃບປະກາດກັບໄດ້ມາພຽງຊັ້ນສູງ ແລະ ການດ໊ອບຮຽນທັງ 2 ບ່ອນຮຽນໄວ້ ແລ້ວເລັ່ງໃສ່ກັບການເຮັດວຽກໃໝ່ ພ້ອມໆກັບການຮຽນເຊື່ອມຕໍ່ປະລິນຍາ. ການໄດ້ກາຍເປັນຄົນເຮັດວຽກໃນໄວທີ່ທຸກຄົນເຂົ້າໃຈວ່າໃຫຍ່ແລ້ວພຽງພໍທີ່ຈະໄດ້ເປັນຄົນທີ່ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານໃດໜຶ່ງໄດ້ ທຸກສິ່ງທຸກຢາກເລີ່ມມາລົງທີ່ການເຮັດວຽກ ຈະຕ້ອງເຮັດໃຫ້ລ້ອນໜ້າທີ່, ຈະຕ້ອງມານັ່ງແກ້ໄຂບັນຫາທີ່ເຮົາເຮັດຜິດພາດໄປ ແລະ ຈະຕ້ອງມານັ່ງຟັງຄວາມກົດດັນຈາກທຸກໆຄົນທຸກໆດ້ານ, ຕ້ອງມານັ່ງມິດຟັງຜູ້ນັ້ນເວົ້າໃຫ້ຜູ້ນີ້ໆເວົ້າໃຫ້ຜູ້ນັ້ນ ແລະ ທຸກສິ່ງທຸກຢາກເໜືອສິ່ງໃດອື່ນທັງໝົດທີ່ອົດທົນມາຕະຫຼອດນັ້ນຄື ເງິນເດືອນເດືອນທຳອິດ!!!!!!

.

.

.

.

ອຸຕ໊ະ!!! ພັກກ່ອນຫົວໜ້າມາlaugh #20181031 #bshs09