ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 7, 2011 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເຄີຍບໍ່... ນັ່ງອົມຍີ້ມໃນເວລາທີ່ຄິດຮອດພາບຂອງ '' ຄວາມຮັກຄັ້ງແລກ" ທີ່ບໍ່ວ່າເວລາຈະຜ່ານມານານແສນນານເທົ່າໃດ ກໍລືມບໍ່ລົງ ແລະ ບໍ່ວ່າຈະຂົບລົງດ້ວຍຮອຍຍີ້ມ ຫຼື ນ້ຳຕາ ກໍ່ບໍ່ສາມາດ Delete ອອກໄປຈາກໃຈໄດ້ເລີຍ.

ຫຼືເປັນເພາະວ່າ '' ຄວາມຮັກຄັ້ງແລກ" ແມ່ນຄວາມຮູ້ສຶກ ທີ່ເຮັດໃຫ້ເຮົາຫົວຍີ້ມ ມີຄວາມສຸກ ຮ້ອງໄຫ້ ( ບໍ່ໄດ້ໄຫ້ລ້າໆ ມີຮ້ອງພ້ອມ ) ເສຍໃຈ ໄປພ້ອມໆກັນ ( ໃກ້ຈະເປັນບ້າຍ້ອນ...) ທີ່ສຳຄັນມັນແມ່ນຄວາມຮູ້ສຶກແປກໃໝ່ທີ່ເກີດຂື້ນກັບຫົວໃຈ ເຮັດໃຫ້ຫົວໃຈເຕັ້ນແຮງ ຫັ່ວໄຫວ ເຝົ້າລໍຄອຍ...

ເຊື່ອວ່າອາດມີຫຼາຍໆຄົນ ເມື່ອໃຫຍ່ຂື້ນມາ ເມື່ອມີປະສົບການຫຼາຍຂື້ນ ຮຽນຮູ້ສີ່ງໃໝ່ໆ ຫຼາຍກ່ວາເກົ່າ ກໍ່ຢາກກັບໄປແກ້ໄຂ '' ຄວາມຮັກຄັ້ງແລກ" ໃຫ້ດີກ່ວາເກົ່າ.

ເປັນຍ້ອນຫຍັງ ? ກໍຍ້ອນມັນແມ່ນ '' ຄວາມຮັກຄັ້ງແລກ" ຈະເຮັດຫຍັງ ກໍຄາດຫວັງໄປໝົດ...

ຂົນກາຍເປັນສະນວນໃຫ້ຄວາມຮັກນັ້ນ '' ຈົບລົງ'' ແລະເມື່ອຜິດຫວັງ ກໍເຈັບຝັງເລິກໃນໃຈ ເພາະບ”ໄດ້ເຜື່ອພື້ນທີ່ໃນໃຈໃຫ້ກັບ '' ຄວາມຜຶດຫັວງ'' ທີ່ເຮົາບໍ່ເຄີຍພົບມາກ່ອນ ຂົນເກັບຮູ້ສືກໄວ້ໃນຄວາມຊົງຈຳແບບບໍ່ມີມື້ລຶມ.

ຈົ່ງຢ່າລືມເວລາທຳໃຈຂອງຄົນເຮົາມັນຕ່າງກັນ ທາງທີ່ດີເຮົາຄວນປ່ອຍໃຫ້ '' ຄວາມຮັກຄັ້ງແລກ" ຄືຄວາມຊົງຈຳດີໆ ທີ່ຫວນຄີດຫາຂື້ນມາເທື່ອໃດ ແລ້ວປະກາຍຄວາມສຸກຈະໄລ່ຕາມມາສະເໝີ ແຕ່ຢ່ານຳເອົາໄປທຳຮ້າຍໃຫ້ກັບ ''ຄວາມຮັກຄັ້ງໃໝ່.

 ຫັ້ນແນ່! ກຳລັງລັກຄິດຮອດ ''ຄວາມຮັກຄັ້ງແລກ'' ຢູ່ແມ່ນບໍ່? 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 6, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

ນີ້ແມ່ນເລື່ອງຈີງທີ່ເກີດຂື້ນກັບເດັກນ້ອຍເກີດໃໝ່ເກືອບໝົດທຸກຄົນ ເພາະມັນແມ່ນຄວາມຮອບຄອບຂອງທຳມະຊາດ ທຳມະຊາດຮູ້ດີວ່າເດັກນ້ອຍເກີດໃໝ່ສ່ວນຫຼາຍແມ່ນດື່ມນ້ຳນົມແມ່ ສະນັ້ນ ຕ້ອງບໍ່ມີແຂ້ວເກີດພ້ອມກັບເດັກ ດ້ວຍສາເຫດ 2 ຢ່າງດັ່ງນີ້:

ປະການທຳອິດ ເມື່ອບໍ່ມີແຂ້ວ ມີແຕ່ໃຊ້ເຫືອກເທົ່ານັ້ນ ກັດນົມແມ່ໃນເວລາດື່ມນົມ ຈະບໍ່ເຈັບຫຼາຍຕືກັບຕອນຖືກແຂ້ວກັດ.

ປະການທີສຸດທ້າຍ ຖ້າຫາກລູກກັດນົມແມ່ຕະຫຼອດໃນເວລາດື່ມນົມ ແມ່ຈະເຈັບ ແລະ ແມ່ອາດຈະບໍ່ໃຫ້ລູກດື່ມນົມອີກ.

ແຕ່ມີບາງກໍລະນີ ທີ່ເດັກນ້ອຍເກີດມາພ້ອມກັບແຂ້ວກະຕ່າຍ ຢ່າງໜ້ອຍ 1 - 2 ເຫຼັ້ມ ໂດຍກໍລະນີນີ້ ຂະເກີດຂື້ນປະມານ 1 ຄົນ / 2.000 ຄົນ.

ແຕ່ກໍເປັນເລື່ອງທີ່ແປກ ເພາະຄົນດັງໃນໂລກ ເຊັ່ນ: ຈູເລຍ ລີຊາສ, ຫັນນີໂບສ, ຊາກເລີມານ, ນະໂປລຽນ, ມູດສະລີນີ ແລະ ຮິດເລີ ເກີດອອກຈາກທ້ອງແມ່ພ້ອມກັບແຂ້ວ ທີ່ໄດ້ຮັບການພັດທະນາແຕ່ຢູ່ໃນທ້ອງ 1 ເຫຼັ້ມ.

ຈື່ງມີຄຳຖາມວ່າ ແມ່ຂອງພວກເຂົາຕ້ອງເຈັບປວດທຸກຄັ້ງ ທີ່ລູກດູດນົມ ຈື່ງເປັນສາເຫດໃຫ້ເກີດການຕອບສະໜອງຄວາມຕ້ອງການຂອງລູກໃນທາງລົບ ເຖິງຂັ້ນປະຕິເສດທີ່ຈະໃຫ້ນົມລູກ ຫຼື ຄວາມຮັກ ຄວາມອົບອຸ່ນ ຫຼື ບໍ່? ສົ່ງຜົນໃຫ້ລູກຊົດເຊີຍສີ່ງທີ່ຂາດຫາຍໄປໃນໄວເດັກ ໂດຍການສະແຫວງຫາອຳນາດໃນການເປັນຜູ້ນຳໂລກໃນເວລາຕໍ່ມາ

ຄີດແບບຕະຫຼົກ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 5, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ການລວກເສັ້ນສະປາເກັດຕີ້ ຈະວ່າງ່າຍ ກໍບໍ່ງ່າຍ ຍາກກໍບໍ່ຍາກ ເພາະບາງຄັ້ງລວກບໍ່ພໍດີ ເສັ້ນອາດຈະແຂງ ຫຼື ອາດຈະເລາະ ເຊີ່ງຈະເຮັດໃຫ້ເສັ້ນສະປາເກັດຕີ້ບໍ່ແຊບ. ການຈະລວກເສັ້ນສະປາເກັດຕີ້ໃຫ້ແຊບ ແມ່ນຕ້ອງເລີ່ມຈາກການໃສ່ເກືອລົງໄປໃນນຳລວກເສັ້ນເລັກນ້ອຍ, ເມື່ອນ້ຳົດແລ້ວຈື່ງເອົາເສັ້ນສະປາເກັດຕີ້ລົງຕົ້ມຈົນເສັ້ນອ່ອນໂຕລົງ ແລ້ວຕັກອອກໄປແຊ່ໃສ່ນ້ຳເຢັນທັນທີ ເມື່ອເສັ້ນສະປາເກັດຕີ້ເຢັນແລ້ວ ຈື່ງຕັກຂື້ນໃຫ້ສະເດັດນ້ຳ ຕໍ່ມາແມ່ນນ້ຳມັນຢອດລົງໃສ່ນ້ອຍໜື່ງແລ້ວຄົນ ສຸດທ້າຍກໍ່ເອົາໄປປຸງລົດຊາດໄດ້ຕາມໃຈ....