ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 28, 2012 | ມີ 13 ຄຳເຫັນ ແລະ 0 trackback(s)

               ສຳລັບຜູ້ທີ່ຕ້ອງການ ໝາກແອບເປີ້ນ ທີ່ມີສີເປັນຕາແຊບ ບໍ່ດຳຊ້ຳ ຄືກັນກັບຕອນປອກໃໝ່ ນັ້ນມີວິທີດັ່ງນີ້:

  •    ວິທີທຳອິດ.

             ໃຫ້ປອກໝາກແອບເປີ້ນແຊ່ນ້ຳເກືອ ,           ເກຶອ 1 ບ່ວງກາເຝ ແລະ ນ້ຳ 1 ລິດ.

  • ວິທີທີ່ສອງ

          ໃຫ້ປອກໝາກແອບເປີ້ນແຊ່ນ້ຳໝາກນາວ,          ນ້ຳໝາກນາວ 1 ບ່ວງກາເຝ ແລະ ນ້ຳ 1 ລິດ.

             ຫຼັງຈາກນັ້ນ ເອົາໝາກແອບເປີ້ນ ທີ່ບອກ ຈາກ ວິທີໜື່ງໃນ ສອງທີ່ບອກກ່ອນໜ້ານີ້  ໄປລ້າງນຳອີກເທື່ອໜື່ງ ຈົນສະເດັດນ້ຳ ສຸດທ້າຍແມ່ນເອົາໃສ່ກ້ອງ ຫຼື ກັບ ແຊ່ເຢັນໄວ້.

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 21, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ເມັດຊາຍເກີດມາຈາກໃສ?


                 ເມັດຊາຍໃນທະເລ ແມ່ນມາຈາກກ້ອນຫີນໃນທະເລຊາ ຍ້ອນວ່າໃນທະເລຊາຍມີລັກສະນະພິເສດທາງດ້ານອຸ່ນຫະພູມ ເພາະຈະມີການປ່ຽນແປງຂອງອຸນຫະພູມ ນຕອນກາງເວັນອາກາດຈະຮ້ອນຫຼາຍ ແລະ ໃນຕອນກາງຄືນອາກາດຈະເຢັນທີ່ສຸດ


              ດັ່ງນັ້ນ ໃນຕອນກາງເວັນກ້ອນຫີນຈະຂະຫຍາຍຕົວ ສ່ວນຕອນກາງຄືນຈະຫົດຕົວ ຈະເປັນແບບນີ້ທຸກໆມື້ ຈື່ງເຮັດໃຫ້ກ້ອນຫີນມີການແຍກຕົວເປັນຕອນນ້ອຍໆ ຈົນກາຍເປັນເມັດດິນຊາຍ ແລະ ໃນທີ່ສຸດກໍ່ຈະກາຍເປັນດິນ


ຂອບໃຈ.
 ຈາກປື້ມ ທໍລະນີສາດ ປະເທດ ຝັ່ຣງ