ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 22, 2014 | ມີ 1 ຄຳເຫັນ ແລະ 0 trackback(s)

    ເນື້ອງອກມົດລູກ

ແມ່ນເນື້ອງອກທີ່ເກີດຂື້ນໃນຕົວມົດລູກ ເຊິ່ງເປັນເນື້ອທີ່ປົ່ງອອກມາ ປພເພດທຳມະດາ ບໍ່ແມ່ນມະເຮັງ, ສ່ວນຫຼາຍແມ່ນເກີດກັບແມ່ຍິງໄວຈະເລີນພັນ ອາດຈະພົບເຫັນຢູ່ບ່ອນໃດ ບ່ອນໜື່ງ ຂອງມົດລູກ, ຈະມີຂະໜາດທີ່ຕ່າງກັນໄປ ເຊິ່ງອາດຈະເປັນກ້ອນດຽວ ຫຼື ຫຼາຍກ້ອນ ບາງຊະນິດອາດຈະໃຫຍ່ໄວ ແລະ ບາງຊະນິດອາດຈະໃຫຍ່ຊ້າ.

  •    ຖ້າແມ່ນເນື້ອງງອກກ້ອນນ້ອຍ ຄົນເຈັບຈະບໍ່ມີອາການຜິດປົກກະຕິໃດໆ ແລະ ອາດຈະພົບໂດຍບັງເອີນ  ເມື່ອເວລາໄປກວດສຸຂະພາບ ຫຼື ປຶກສານາຍໝໍດ້ວບບັນຫາອື່ນ ແລະ ກໍບໍ່ຈຳເປັນທີ່ຈະຕ້ອງຮັກສາ.
  •    ຖ້າແມ່ນເນື້ອງອກທີ່ມີຂະໜາດໃຫຍ່ ຄົນເຈັບຈະມີອາການຜິດປົກກະຕິ ເຊັ່ນ: ເຈັບທ້ອງ, ເລຶອດອອກ, ລະບົບປັດສະວະອັກເສບຊ່ຳເຮື້ອ. ກໍລະນີນີ້ ຄວນໄດ້ຮັບການປີ່ນປົວຮັກສາ ໂດຍວິທີກິນຢາ ຫຼື ວິທີຜ່າຕັດອອກ ຫຼື ອາດຈະໃສ່ທັງສອງວິທີ.

ຊື່ພາສາລາວ : ເນື້ອງອກມົດລູກ

ຊື່ພາສາອັງກິດ : Uterine fibroids, Myoma Uteri, Fibromyomas, Leiomyomas

       ( ຕິດຕາມຕອນຕໍ່ໄປ )

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 3, 2014 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

             ເມື່ອຊາວອິນເດຍບູຮານແຫງນເບີ່ງປ່າ ພວກເຂົາສາມາດ ບອກໄດ້ວ່າ ໃບໄມ້ໃບໃດ ກຳລັງຈະຫຼົ່ນອອກຈາກຕົ້ນ; ຍ້ອນໃບໄມ້ເປັນສີເຫຼື່ອງ, ສີສົ້ມ ຫຼື ສີນ້ຳຕານ.

     ຍ້ອນເຫດນີ້ເອງ ໃນປະເທດອິນເດຍ ສີເຫຼືອງ ຈີ່ງເປັນສີຂອງເນກຂຳມະ (ເນກຂັມມະ = ສັນຍາລັກຂອງການອອກບວດ ). ຜ້າຄຸມຂອງພຣະສົງ ແລະ ພິກຂຸນີ  ຈື່ງເປັນສີເຫຼືອງ ເພື່ອວ່າພວກເຂົາຈະສາມາດປະພຶດຕົນ ເປັນສີ່ງເຕືອນໃຈຢູ່ເລື້ອງໆ ກ່ຽວກັບ ຄວາມສຳຄັນ ຂອງການບໍ່ຍຶດໝັ້ນ ຖືໝັ້ນ, ການປ່ອຍວາງ ແລະ ການເສຍສະຫຼະ

 

 

ຂຽນໂດຍ : Ven.S.Dhammika

ແປໂດຍ : ພຣະ ໄຊຍະເດດ ວົງໂສພາ

ບັນນາທິການພາສາລາວໂດຍ : ດຣ. ທອງຄຳ ອ່ອນມະນີສອນ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 23, 2014 | ມີ 1 ຄຳເຫັນ ແລະ 0 trackback(s)

ປະຈຸບັນ ກາເຝ ທີ່ນິຍົມປູກໃນໂລກ ແມ່ນມີ 02 ສາຍພັນ:

 

ພັນ ໂລບັສຕ້າ ROBUSTA ແລະ ພັນ ອາລາບິກ້າ ARABICA

  • ພັນ ROBUSTA ເປັນກາເຝ ທີ່ມີຕົ້ນກຳເນີດ ທີ່ ຄອງໂກ້ ທະວີບ ອາຟຣິກາ. ແມ່ນກາເຝ ທີ່ປູກງ່າຍ ຕາຍຍາກ ຍ້ອນວ່າ ມີຄວາມຕ້ານທານສູງ ແຕ່ເມັດກາເຝ ມີຄຸນະພາບຕ່ຳກວ່າ ARABICA ແລະ ຄວາມຫອມມີໜ້ອຍ ເຊີ່ງເຮັດໃຫ້ມີລາຄາບໍ່ສູງ ພ້ອມກັນນັ້ນ ROBUSTA ຍັງມີສານ ຄາເຝອິນ ສູງກວ່າ ARABICA 01 ເທົ່າ.

 

  • ພັນ ອາລາບິກ້າ ARABICA ເປັນກາເຝ່ທີ່ມີ ຕົ້ນກຳເນີດ ທີ່ປະເທດ ເອທິໂອເປຍ. ສ່ວນຫຼາຍແມ່ນນິຍົມປູກ ໃນປະເທດ ອິນໂດເນເຊຍ, ອາຟຣິກາຕາເວັນອອກ ແລະ ອາຟຣິກາໃຕ້. ARABICA ແມ່ນມີລົດຊາດ ລະມຸນລະໄມ, ຊຸ່ມຄໍ ແລະ ມີກິ່ນ ທີ່ຫອມຫວນ. ກາເຝ ສາຍພັນ ນີ້ຕ້ອງປູກຕາມພູສຸງ ສະເລ່ຍ 3.000-5.000 ຟຣຸດ ຄວາມສູງຈາກໜ້ານ້ຳທະເລ. ຖ້າຫາກປູກໃນພືນທີ່ທີຕ່ຳກວ່ານີ້ ແມ່ນຈະໄດ້ຮັບປະລິມານນ້ຳຝົນບໍ່ພຽງພໍ ກໍຈະສົ່ງຜົນໃຫ້ ຜົນຜະລິດມີຄຸນະພາບຕ່ຳ.
ຂຽນເມື່ອ ຂຽນເມື່ອ: ພ.ພ.. 22, 2014 | ມີ 3 ຄຳເຫັນ ແລະ 0 trackback(s)

              ລາຍຮັບງົບປະມານແຫ່ງລັດ ປະກອບດ້ວຍ ລາຍຮັບປົກກະຕິ ແລະ ລາຍຮັບຈາກຊັບສິນຂອງລັດ

  1. ລາຍຮັບປົກກະຕິ ແມ່ນລາຍຮັບທີ່ໄດ້ຈາກ:
  • ພາສີ, ສ່ວຍສາອາກອນ ແລະ ຄ່າທຳນຽມທຸກປະເພດ
  • ຄ່າທຳນຽມຂອງການບໍລິການ ຂອງອົງການບໍລິຫານ - ວິຊາການຂອງລັດ
  • ທຸກການປັບໃໝ ແລະ ການຂາຍຊັບ ຫຼື ສິນຄ້າທີ່ຖືກຍຶດ ແລະ ຮິບ
  • ລາຍໄດ້ຈາກການໃຫ້ເຊົ່າທີ່ດິນ, ເຮືອນ ແລະ ຊັບອື່ນໆຂອງລັດ
  • ລາຍໄດ້ຈາກາກເກັບດອກເບ້ຍ ແລະ ຄ່າບໍລິການເງິນກູ້, ຈາກສ່ວນແບ່ງປັນຜົນກຳໄລນຳວິສະຫະກິດຂອງລັດ ຫຼື ນຳບໍລິສັດທີ່ລັດໄດ້ຮ່ວມທຶນ
  • ລາຍຮັບຈາກການປະກອບສ່ວນຂອງປະຊາຊົນ, ຈາການຊ່ວຍເຫຼືອຂອງຕ່າງປະເທດ ໂດຍບໍ່ມີຜົນທົດແທນຄືນ
  • ລາຍຮັບອື່ນໆ

     2.  ລາຍຮັບຈາກຊັຍສິນຂອງລັດ ແມ່ນລາຍຮັບທີ່ໄດ້ມາຈາກ:

         .  ການທົດແທນຕົ້ນທຶນເງິນກູ້ ແລະ ຊັບອື່ນໆ

         .  ການຂາຍຊັບ, ທຶນ ແລະ ຮຸ້ນຂອງລັດ

 

 

( ຄັດຈາກ ກົດໝາຍວ່າດ້ວຍງົບປະມານແຫ່ງລັດ ເລກທີ 05/94/ສພຊ , 18/07/1994