ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 26, 2012 | ມີ 22 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 ເມື່ອເວົ້າເຖິງການສະກົດຈິດ ເຮົາອາດຈະນຶກເຖິງພາບທີ່ມີຄົນສະກົດຈິດຄົນອື່ນໃຫ້ເຮັດຕາມຄວາມຕ້ອງການໂດຍໃຊ້ລູກຕຸ້ມແຂວນແກວ່ງໄປແກວ່ງມາ ແລ້ວເວົ້າວ່າ "ຕອນນີ້ເຈົາຮູ້ສຶກຢາກນອນຫຼາຍ"

ໃນຄວາມເປັນຈິງ ການສະກົດຈິດບໍ່ໄດ້ກ່ຽວຂ້ອງ ກັນການເຮັດໃຫ້ງ່ວງນອນ ແຕ່ແມ່ນການຜ່ອນຄາຍຈິດໃຈ ໃນຊ່ວງທີ່ເຮົາຢູ່ໃນສະພາວະເຄິ່ງຫຼັບເຄິ່ງຕື່ນ. ເຮົາສາມາດເຂົ້າສູ່ ສະພາວະສະກົດຈິດໄດ້ທຸກມື້ ເຊັ່ນວ່າ ທຸກຄັ້ງທີ່ເບິ່ງໜັງ ຫຼື ອ່ານໜັງສື ເຮົາຈະເກີດອາລົມຮ່ອມນຳ ທັ້ງໆທີ່ຮູ້ວ່ານັ້ນບໍ່ແມ່ນຄວາມຈິງ

ຂະບວນການສະກົດຈິດເກີດຂື້ນໄດ້ຈັງໃດ? ຄວາມເຊື່ອເລື່ອງການສະກົດຈິດຕາມຫຼັກວິທະຍາສາດເກີດຂື້ນໃນຊ່ວງສັດຕະວັດທີ່ 18 ໂດຍເຊື່ອວ່າມັນເປັນອຳນາດພະລັງລຶກລັບ ທີ່ສົ່ງຜ່ານຈາກຜູ້ຖືກສະກົດຈິດ. ປະຈຸບັນເຮົາເຊື່ອວ່າ ການສະກົດຈິດແມ່ນ ການທີ່ເຮົາຍອມລະຖິ້ມຈິດສຳນຶກຂອງເຮົາເອງ ແລະ ປ່ອຍໃຫ້ຈິດໃຕ້ສຳນຶກເຮັດວຽກແທນ.

ໂດຍປົກະຕິແລ້ວ ຈິດໃຕ້ສຳນຶກຈະຄວບຄຸມການຕອບສະໜອງຂອງຮ່າງກາຍທີ່ເປັນອັດຕະໂນມັດ ເຊັ່ນ: ການຫາຍໃຈ, ການເຕັ້ນຂອງຫົວໃຈ ແລະ ອື່ນໆ ລວມທັງຄວາມຄິດ, ອາລົມ, ຄວາມຊົງຈຳ ແລະ ຄວາມຮູ້ສຶກຂອງເຈົ້າກໍເຊື່ອມຕໍ່ເຂົ້າກັບຈິດໃຕ້ສຳນຶກເຊັ່ນກັນ ດ້ວຍເຫດນີ້ເອງທີ່ເຮັດໃຫ້ການໄດ້ກິ່ນສາມາດກະຕຸ້ນອາລົມ ແລະ ຄວາມຈຳໄດ້.

ເມື່ອເຈົ້າຫຼັບ ເຈົ້າສາມາດເຂົ້າເຖິງຈິດໃຕ້ສຳນຶກທາງການຝັນ (ຊ່ວງເວລາທີ່ບໍ່ຮູ້ສຶກຕົວ) ເຊັ່ນດຽວກັບການຖືກສະກົດຈິດ ເມື່ອຢູ່ໃຮນສະພາວະທີ່ບໍ່ຮູ້ສຶກຕົວ ນັກສະກົດຈິດຈະສາມາດຕິດຕໍ່ໂດຍກົງກັບຈິດໃຕ້ສຳນຶກໄດ້ຜ່ານທາງກົນໄກ ບາງຄົນຢູ່ໃນພາວະຖືກສະກົດຈິດແບບຜ່ອນຄາຍສາມາດເຂົ້າເຖິງຄວາມຊົງຈຳ ແລະ ປະສົບການທີ່ໂດຍປົກະຕິແລ້ວຖືກກັ່ນກອງ ຫຼື ຖືກສະກັດກັ້ນໂດຍຈິດໃຕ້ສຳນຶກ.

ພື້ນຖານການສະກົດຈິດມີ 4 ຢ່າງ:

1 ຈຶ້້ງເບິ່ງບ່ອນໃດບ່ອນໜຶ່ງ : ຜູ້ຖືກສະກົດຈິດຈະຕ້ອງຈຶ້ງເບິ່ງຈຸດໃດຈຸດໜຶ່ງ ຫຼື ວັດຖຸ ເພື່ອສີ່ງອື່ນໆອອກຈາກຄວາມສົນໃຈ

2 ການຄວບຄຸມທີ່ແຂງແກ່ນ : ວິທີ່ນີ້ຈະເປັນຂັ້ນຕອນລວບລັດບົນພື້ນຖານທີ່ວ່າຜູ້ຖືກືສະກົດຈິດຍອມແພ້ໃນການຄວບຄຸທີມີອຳນາດເໜືອກ່ວາ ຈະໄດ້ຜົນດີຫຼາຍໃນການສະກົດຈິດຂັ້ນສູງ ເພື່ອກະຕຸ້ນໃຫ້ພວກເຂົາເຊື່ອ ແລະ ປະຕິບັດຕາມ

3 ສູນເສຍຄວາມສົມດູນ : ເປັນການເຮັດໃຫ້ຮ່າງກາຍ ແລະ ຈິດໃຈສູນເສຍຄວາມສົມດູນ ເຊັ່ນ ການແກວ່ງເດັກນ້ອຍໄປມາຈະເຮັດໃຫ້ເດັກນ້ອຍຮູ້ສຶກຜ່ອນຄາຍ ຫຼື ການຂັດຈັງວະທາງອາລົມ ເຊິ່ງນັກເທດບາງຄົນນຳມາໃຊ້ໃນການດຶງດູດຄວາມສົມດູນ ເພື່ອໃຫ້ຄົນເຫຼົ່ານັ້ນຕົກຢູ່ໃນສະພາວະ ພະວັງ

4 ຜ່ອນຄາຍ : ຂໍ້ນິເປັນຂັ້ນຕອນທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດ ຜູ້ຖືກສະກົດຈິດໄດ້ຮັບຄຳແນະນຳໃຫ້ເຮັດໂຕຜ່ອນຄາຍຫຼາຍຂື້ນເລື້ອຍໆ ຄວບຄູ່ກັບການສ້າງຈິດຕະນາການຕາມຄຳແນະນຳຂອງນັກສະກົດຈິດດ້ວຍສຽງທີ່ນຸ່ມ ແລະ ເບົາ

ຂັ້ນຕອນເຫຼົ້ານີ້ໃຊ້ໄດ້ຜົນກັບທີ່ເຊື່ອວ່າຕົວເອງສາມາດຖືກສະກົດຈິດໄດ້ພ້ອມທັງຮູ້ສຶກສະບາຍໆ ຜ່ອນຄາຍ ແລະ ເຕັມໃຈໃຫ້ຄວາມຮ່ວມມືໃນການສະກົດຈິດ 

ຂອບໃຈ : krabork.com