ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 16, 2012 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 ຂອງຂວັນແດ່ການປ່ອຍວາງ ປົດເປືອງພັນທະນາການແຫ່ງຈິດ

ເລື່ອງລາວຕ່າງໆໃນໂລກນີ້ລ້ວນແຕ່ບໍ່ແນ່ນອນ ສິ່ງດຽວທີ່ແນ່ນອນທີ່ສຸດແມ່ນຄວາມຕາຍ ທີ່ຍ່ອມເກີດຂື້ນເປັນທຳມະດາ ບໍ່ຊ້າກໍໄວ ບໍ່ມີໃຜສາມາດຫຼີກລ້ຽງ ຫຼື ປ່ຽນແປງໄດ້

ຄົນເຮົາເມື່ອເກີດມາແລ້ວລ້ວນຕ້ອງຕາຍ ຕ້ອງພັກພາກຈາກຂອງອັນເປັນທີ່ຮັກ ບໍ່ວ່າຈະເປັນຊື່ສຽງ ເງິນທອງ ຊັບສົມບັດ ຫຼື ຄົນທີ່ເຮົາຮັກຫຼາຍເທົ່າໃດກໍຕາມ ຍ່ອມຕ້ອງຈາກກັນຢູ່ດີ ຄ້າຍກັບວ່າການຄົບກັນ ບໍ່ວ່າຈະເປັນພໍ່ແມ່ ພີ່ນ້ອງ ຫຼື ຄົນຮັກ ກໍຄ້າຍກັບການຄົບກັນເພື່ອລໍຖ້າວັນລາຈາກກັນ ບໍ່ຈາກກັນເປັນ ກໍ່ຍ່ອມຈາກກັນຕາຍເປັນທຳມະດາ

ຂໍພຽງເຂົ້າໃຈ...ຄວາມເປັນທຳມະດາ ແລະ ຄວາມແນ່ນອນຂອງຄວາມຕາຍ ເຈົ້າກໍຈະເຂົ້າໃຈເຖິງເວລາປັດຈະບັນອັນມີຄ່າ ເຂົ້າໃຈເຖິງສິ່ງທີ່ຄວນເຮັດທີ່ສຸດ ຂະນະທີ່ຍັງມີລົມຫາຍໃຈຢູ່... ທັ້ງກັບໂຕເຈົ້າເອງ ແລະ ຄົນທີ່ເຈົ້າຮັກ

ໃນປະຈຸບັນອາຍຸໄຂສະເລ່ບຂອງຄົນເຮົາປະມານ 76 ປີ ຫາກຄິດເປັນອາທິດແລ້ວມີປະມານ 3,975 ອາທິດ ແລະ ເຮົາຍັງໝົດເວລາໄປກັບການນອນເຖິງ 1,317 ອາທິດ ເຫຼືອເວລາທີ່ຈະໃຊ້ຊິວິດອີກພຽງ 2,635 ອາທິດ

ສົມມຸດວ່າຄົນທີ່ເຈົ້າຮັກ ອາຍຸ 68​ ປີ ຫາກທຽບໃສ່ອາຍຸໄຂສະເລ່ຍຂອງຄົນທັ້ງໂລກ ເຈົ້າຈະເຫຼືອເວລາໃຊ້ຊິວິດຢູ່ນຳກັນກັບເຂົາອີກປະມານ 277 ອາທິດ ເທົ່ານັ້ນເອງ

ເວລາທີ່ຈະເວົ້າລົມກັນ ເວລາທີ່ຈະດູແລກັນ ເຫຼືອອີກພຽງນ້ອຍນິດ... ຖ້າຫາກວ່າເຈົ້າສາມາດເບິ່ງເຫັນໂຕເລກອາຍຸໄຂຢູ່ເທິງຫົວຂອງຄົນທີ່ເຈົ້າຮັກໄດ້ ແລະ ທຸກໆເຊົ້າວັນອາທິດທີ່ເຈົ້າຕື່ນຂື້ນມາ ພ້ອມກັບເບິງເຫັນໂຕເລກຢູ່ເທິງຫົວຂອງຄົນທີ່ເຈົ້າຮັກ ຫຼຸດລົງໄປ ອາທິດລະ 1 ....ອາທິດລະ 1...

ລອງຖາມໂຕເຈົ້າເອງເບິ່ງວ່າ ຈະເຫຼືອອີກຈັກເທື່ອທີ່ເຈົ້າໄດ້ເຮັດຫຍັງເພື່ອພວກເຂົາ ຈະເຫຼືອອີກຈັກເທື່ອທີ່ເຈົ້າຈະໄດ້ພາພວກເຂົາໄປທ່ຽວ ຈະເຫຼືອອີກຈັກເທື່ອທີ່ຈະໄດ້ກິນເຂົ້າພ້ອມກັນ ....................... ຢຸດເຢີ້ນມື້ ເຢີ້ນວັນ ແລ້ວມາຖະໜອມເວລາໃນປັດຈຸບັນ ດີກວ່າບໍ່

ຫຼື ຫາກວ່າຄົນທີ່ເຈົ້າຮັກອາຍຸຍັງບໍ່ຫຼາຍ ແຕ່ຊິວິດເປັນຂອງບໍ່ທ່ຽງ ຍ່ອມສາມາດພົບຄວາມຕາຍໄດ້ທຸກເມື່ອ ມີເກີດ ຍ່ອມມີດັບ ...... ທຽນທີ່ໄຕ້ຂື້ນແລ້ວ ຍ່ອມລໍຖ້າວັນດັບລົງສະເໝີ ບໍ່ມື້ໃດກໍມື້ໜຶ່ງ

ເຈົ້າແນ່ໃຈ ຫຼື ວ່າທຽນຂອງພວກເຂົາຈະຍັງຍາວພໍ ທີ່ເຈົ້າຈະເຢີ້ນມື້ ເຢີ້ນວັນໄດ້....ໃນການເຮັດສິ່ງດີໆ ຫຼື ສະແດງຄວາມຮັກຕໍ່ພວກເຂົາ.... ແລະ ຫາກວ່າເຈົ້າເປັນອີກຄົນໜຶ່ງ ທີ່ບໍ່ແນ່ໃຈ 100% ວ່າການເຮັດບຸນອຸທິດສ່ວນບຸນ ຖວາຍເຂົ້າປາອາຫານ ຄົນທີ່ລ່ວງລັບໄປແລ້ວຈະໄດ້ຮັບແທ້ ຫຼື ບໍ່

ມາເລີ່ມເຮັດດີ ກ້າທີ່ຈະບອກຮັກ ສະແດງຄວາມຄິດຮອດ ຫວ່ງໃຍຕໍ່ພວກເຂົາ ຊື້໋ຂອງຕ້ອນຂອງຝາກມາໃຫ້ ຕັ້ງແຕ່ຕອນທີ່ພວກເຂົາຍັງມີຊິວິດຢູ່ດີກວ່າ.....

ໃນດ້ານຂອງໂຕເຈົ້າເອງ... ຫາກທຸກໆວັນອາທິດ ຕອນທີ່ສ່ອງເບິ່ງແວ່ນລ້າງໜ້າຖູແຂ້ວ ເຈົ້າເບິ່ງເຫັນໂຕເລກອາຍຸໄຂຂອງໂຕເອງ ຫຼຸດລົງອາທິດລະ 1 .... ເຈົ້າຈະໃຊ້ຊິວິດທີ່ເຫຼືອຕໍ່ໄປແນວໃດ

ຈົ້າຈະເຮັດທຸກຢ່າງເພື່ອຊື່ສຽງເງິນທອງ ທີ່ເມື່ອຕາຍໄປກໍເອົາໄປນຳບໍ່ໄດ້ ເຢີ້ນມື້ເຢີ້ນວັນ ໃນການເຮັດຫຼາຍຢ່າງທີ່ຄວນເຮັດ ຜິດຖຽງກັນໃນເລື່ອງເລັກໆນ້ອຍໆ ຢາກເອົາຊະນະກັນ ແລະ ກັນ ເພື່ອຜິດຖືກທີ່ບໍ່ມີຈິງ ເພາະວ່າຜິດຖືກຂອງແຕ່ລະຄົນບໍ່ຄືກັນ ຫຼື ເຈົາຈະໃຊ້ເວລາໃນປັດຈຸບັນ ເຮັດໃນສິ່ງທີ່ຄິດວ່າຄຸ້ມຄ່າທີ່ສຸດ 

ລອງຖາມໂຕເອງເບິ່ງ...

ຖາມດ້ວຍສະຕິທີ່ເຂົ້າໃຈທຳມະຊາດ...

ຢ່າຫຼົງໄປກັບທຸກສິ່ງ ໂດຍລືມທຳມະຊາດແຫ່ງຄວາມເປັນຈິງ

ເພາະສັບພະສິ່ງທັ້ງຫຼາຍມີຄວາມເສື່ອມເປັນທີ່ຕັ້ງ ຈຶ່ງບໍ່ສາມາດຍຶດໝັ້ນຖືໝັ້ນໄດ້ ຍ້ອນວ່າມັນຍຶດບໍ່ໄດ້ແຕ່ຄົນເຮົາກໍຍັງຢາກໄປຍຶດ ຄົນເຮົາຈຶ່ງເປັນ...ທຸກ

ເລືອກເອົາ ວ່າຈະໃຊ້ຊິວິດທີ່ເຫຼືອຢູ່ແນວໃດ... ເພາະ ຊິວິດນີ້ສັ້ນຫຼາຍ