ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 27, 2012 | ມີ 16 ຄຳເຫັນ ແລະ 0 trackback(s)

 ອາຈານຄົນໜຶ່ງ ເລີ່ມຕົ້ນການສົນທະນາໃນຫ້ອງຮຽນໂດຍການຈົກເງິນໃບ 100 000 ກີບ....

 

ອອກມາໃຫ້ນັກສຶກສາເບິ່ງ ແລ້ວຖາມວ່າ "ມີໃຜຢາກໄດ້ບໍ່" ທຸກຄົນຍົກມືຂື້ນ...

 

ອາຈານຍ່ອງເງິນໃບນັ້ນ "ຈົນຍໍເປັນກ້ອນ" ແລ້ວຖາມອີກວ່າ "ມີໃຜຍັງຢາກໄດ້ເງິນນີ້ອີກບໍ່" ...ທຸກຄົນຍັງຍົກມືຂື້ນຄືເກົ່າ...

 

ອາຈານຖາມຕໍ່ອີກວ່າ "ຖ້າສົມມຸດວ່າ ເງິນໃບນີ້ຕົກຢູ່ພື້ນ ແລ້ວມີຄົນມາຢຽບຈົນເປຶ້ອນເປິ ຍັງຈະມີໃຜຢາກໄດ້ອີກບໍ່"

 

...ນັກສຶກສາທຸກຄົນ ກໍ່ຍັງຕອບວ່າຢາກໄດ້....

 

ອາຈານຈຶ່ງກ່າວສະຫຼຸບວ່າ...

 

"ນັ້ນແມ່ນສິ່ງມີຄ່າ" ທີ່ພວກເຈົ້າໄດ້ຮຽນມື້ນີ້!... ບໍ່ວ່າເຈົ້າຈະເຮັດຫຍັງກັບເງິນໃບນີ້ ມັນກໍ່ຈະຍັງມີລາຄາ 100 000 ກີບ ຢູ່ສະເໝີ... ຊິວິດຄົນເຮົາກໍ່ເຊັ່ນດຽວກັນ

 

ບາງຄັ້ງເຮົາອາດຈະຖືກຖິ້ມ ຖືກໃຜຫຼາຍໆຄົນຊ້ຳເຕີມ, ຢຽບຢ້ຳ, ຢ້ຳຢີ ຈົນຢັບເຢີນ....

ເພາະຄວາມຜິດພາດໃນການກ້າວເດີນຂອງຊິວິດ ຈົນເຮັດໃຫ້ເກີດຄວາມຮູ້ສຶກວ່າໂຕເອງ "ໄຮ້ຄ່າ"

 

ແຕ່ ຮູ້ບໍ່?.... ບໍ່ວ່າຈະເກີດຍັງຂື້ນ ເຈົ້າຍັງມີ "ຄຸນຄ່າຂອງຄວາມເປັນຄົນ"

ບໍ່ວ່າເຈົ້າຈະ ສະອາດອ່ຽມ ຫຼື ເປິເປື້ອນ "ຕົວເຮົາຍັງມີຄ່າທີ່ສຸດສະເໝີ" ຈື່ໄວ້ !!

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 16, 2012 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 ຂອງຂວັນແດ່ການປ່ອຍວາງ ປົດເປືອງພັນທະນາການແຫ່ງຈິດ

ເລື່ອງລາວຕ່າງໆໃນໂລກນີ້ລ້ວນແຕ່ບໍ່ແນ່ນອນ ສິ່ງດຽວທີ່ແນ່ນອນທີ່ສຸດແມ່ນຄວາມຕາຍ ທີ່ຍ່ອມເກີດຂື້ນເປັນທຳມະດາ ບໍ່ຊ້າກໍໄວ ບໍ່ມີໃຜສາມາດຫຼີກລ້ຽງ ຫຼື ປ່ຽນແປງໄດ້

ຄົນເຮົາເມື່ອເກີດມາແລ້ວລ້ວນຕ້ອງຕາຍ ຕ້ອງພັກພາກຈາກຂອງອັນເປັນທີ່ຮັກ ບໍ່ວ່າຈະເປັນຊື່ສຽງ ເງິນທອງ ຊັບສົມບັດ ຫຼື ຄົນທີ່ເຮົາຮັກຫຼາຍເທົ່າໃດກໍຕາມ ຍ່ອມຕ້ອງຈາກກັນຢູ່ດີ ຄ້າຍກັບວ່າການຄົບກັນ ບໍ່ວ່າຈະເປັນພໍ່ແມ່ ພີ່ນ້ອງ ຫຼື ຄົນຮັກ ກໍຄ້າຍກັບການຄົບກັນເພື່ອລໍຖ້າວັນລາຈາກກັນ ບໍ່ຈາກກັນເປັນ ກໍ່ຍ່ອມຈາກກັນຕາຍເປັນທຳມະດາ

ຂໍພຽງເຂົ້າໃຈ...ຄວາມເປັນທຳມະດາ ແລະ ຄວາມແນ່ນອນຂອງຄວາມຕາຍ ເຈົ້າກໍຈະເຂົ້າໃຈເຖິງເວລາປັດຈະບັນອັນມີຄ່າ ເຂົ້າໃຈເຖິງສິ່ງທີ່ຄວນເຮັດທີ່ສຸດ ຂະນະທີ່ຍັງມີລົມຫາຍໃຈຢູ່... ທັ້ງກັບໂຕເຈົ້າເອງ ແລະ ຄົນທີ່ເຈົ້າຮັກ

ໃນປະຈຸບັນອາຍຸໄຂສະເລ່ບຂອງຄົນເຮົາປະມານ 76 ປີ ຫາກຄິດເປັນອາທິດແລ້ວມີປະມານ 3,975 ອາທິດ ແລະ ເຮົາຍັງໝົດເວລາໄປກັບການນອນເຖິງ 1,317 ອາທິດ ເຫຼືອເວລາທີ່ຈະໃຊ້ຊິວິດອີກພຽງ 2,635 ອາທິດ

ສົມມຸດວ່າຄົນທີ່ເຈົ້າຮັກ ອາຍຸ 68​ ປີ ຫາກທຽບໃສ່ອາຍຸໄຂສະເລ່ຍຂອງຄົນທັ້ງໂລກ ເຈົ້າຈະເຫຼືອເວລາໃຊ້ຊິວິດຢູ່ນຳກັນກັບເຂົາອີກປະມານ 277 ອາທິດ ເທົ່ານັ້ນເອງ

ເວລາທີ່ຈະເວົ້າລົມກັນ ເວລາທີ່ຈະດູແລກັນ ເຫຼືອອີກພຽງນ້ອຍນິດ... ຖ້າຫາກວ່າເຈົ້າສາມາດເບິ່ງເຫັນໂຕເລກອາຍຸໄຂຢູ່ເທິງຫົວຂອງຄົນທີ່ເຈົ້າຮັກໄດ້ ແລະ ທຸກໆເຊົ້າວັນອາທິດທີ່ເຈົ້າຕື່ນຂື້ນມາ ພ້ອມກັບເບິງເຫັນໂຕເລກຢູ່ເທິງຫົວຂອງຄົນທີ່ເຈົ້າຮັກ ຫຼຸດລົງໄປ ອາທິດລະ 1 ....ອາທິດລະ 1...

ລອງຖາມໂຕເຈົ້າເອງເບິ່ງວ່າ ຈະເຫຼືອອີກຈັກເທື່ອທີ່ເຈົ້າໄດ້ເຮັດຫຍັງເພື່ອພວກເຂົາ ຈະເຫຼືອອີກຈັກເທື່ອທີ່ເຈົ້າຈະໄດ້ພາພວກເຂົາໄປທ່ຽວ ຈະເຫຼືອອີກຈັກເທື່ອທີ່ຈະໄດ້ກິນເຂົ້າພ້ອມກັນ ....................... ຢຸດເຢີ້ນມື້ ເຢີ້ນວັນ ແລ້ວມາຖະໜອມເວລາໃນປັດຈຸບັນ ດີກວ່າບໍ່

ຫຼື ຫາກວ່າຄົນທີ່ເຈົ້າຮັກອາຍຸຍັງບໍ່ຫຼາຍ ແຕ່ຊິວິດເປັນຂອງບໍ່ທ່ຽງ ຍ່ອມສາມາດພົບຄວາມຕາຍໄດ້ທຸກເມື່ອ ມີເກີດ ຍ່ອມມີດັບ ...... ທຽນທີ່ໄຕ້ຂື້ນແລ້ວ ຍ່ອມລໍຖ້າວັນດັບລົງສະເໝີ ບໍ່ມື້ໃດກໍມື້ໜຶ່ງ

ເຈົ້າແນ່ໃຈ ຫຼື ວ່າທຽນຂອງພວກເຂົາຈະຍັງຍາວພໍ ທີ່ເຈົ້າຈະເຢີ້ນມື້ ເຢີ້ນວັນໄດ້....ໃນການເຮັດສິ່ງດີໆ ຫຼື ສະແດງຄວາມຮັກຕໍ່ພວກເຂົາ.... ແລະ ຫາກວ່າເຈົ້າເປັນອີກຄົນໜຶ່ງ ທີ່ບໍ່ແນ່ໃຈ 100% ວ່າການເຮັດບຸນອຸທິດສ່ວນບຸນ ຖວາຍເຂົ້າປາອາຫານ ຄົນທີ່ລ່ວງລັບໄປແລ້ວຈະໄດ້ຮັບແທ້ ຫຼື ບໍ່

ມາເລີ່ມເຮັດດີ ກ້າທີ່ຈະບອກຮັກ ສະແດງຄວາມຄິດຮອດ ຫວ່ງໃຍຕໍ່ພວກເຂົາ ຊື້໋ຂອງຕ້ອນຂອງຝາກມາໃຫ້ ຕັ້ງແຕ່ຕອນທີ່ພວກເຂົາຍັງມີຊິວິດຢູ່ດີກວ່າ.....

ໃນດ້ານຂອງໂຕເຈົ້າເອງ... ຫາກທຸກໆວັນອາທິດ ຕອນທີ່ສ່ອງເບິ່ງແວ່ນລ້າງໜ້າຖູແຂ້ວ ເຈົ້າເບິ່ງເຫັນໂຕເລກອາຍຸໄຂຂອງໂຕເອງ ຫຼຸດລົງອາທິດລະ 1 .... ເຈົ້າຈະໃຊ້ຊິວິດທີ່ເຫຼືອຕໍ່ໄປແນວໃດ

ຈົ້າຈະເຮັດທຸກຢ່າງເພື່ອຊື່ສຽງເງິນທອງ ທີ່ເມື່ອຕາຍໄປກໍເອົາໄປນຳບໍ່ໄດ້ ເຢີ້ນມື້ເຢີ້ນວັນ ໃນການເຮັດຫຼາຍຢ່າງທີ່ຄວນເຮັດ ຜິດຖຽງກັນໃນເລື່ອງເລັກໆນ້ອຍໆ ຢາກເອົາຊະນະກັນ ແລະ ກັນ ເພື່ອຜິດຖືກທີ່ບໍ່ມີຈິງ ເພາະວ່າຜິດຖືກຂອງແຕ່ລະຄົນບໍ່ຄືກັນ ຫຼື ເຈົາຈະໃຊ້ເວລາໃນປັດຈຸບັນ ເຮັດໃນສິ່ງທີ່ຄິດວ່າຄຸ້ມຄ່າທີ່ສຸດ 

ລອງຖາມໂຕເອງເບິ່ງ...

ຖາມດ້ວຍສະຕິທີ່ເຂົ້າໃຈທຳມະຊາດ...

ຢ່າຫຼົງໄປກັບທຸກສິ່ງ ໂດຍລືມທຳມະຊາດແຫ່ງຄວາມເປັນຈິງ

ເພາະສັບພະສິ່ງທັ້ງຫຼາຍມີຄວາມເສື່ອມເປັນທີ່ຕັ້ງ ຈຶ່ງບໍ່ສາມາດຍຶດໝັ້ນຖືໝັ້ນໄດ້ ຍ້ອນວ່າມັນຍຶດບໍ່ໄດ້ແຕ່ຄົນເຮົາກໍຍັງຢາກໄປຍຶດ ຄົນເຮົາຈຶ່ງເປັນ...ທຸກ

ເລືອກເອົາ ວ່າຈະໃຊ້ຊິວິດທີ່ເຫຼືອຢູ່ແນວໃດ... ເພາະ ຊິວິດນີ້ສັ້ນຫຼາຍ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 15, 2012 | ມີ 26 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

 ເຈົ້າເປັນຄົນແບບໃດ ຢູ່ນຳແລ້ວສະບາຍໃຈ ຫຼື ບໍ່ເຫັນໜ້າຍັງຈະດີກວ່າ

ວີທີຫຼີ້ນ: ນັບຄະແນນຢູ່ທ້າຍຂໍ້ທີ່ເລືອກແລ້ວ ຫຼັງຈາກນັ້ນລວມຄະແນນ ແລ້ວປຽບທຽບຄຳຕອບ

1. ເຫັນຄົນທີ່ບໍ່ສະໜິດກັນຢູ່ໃນລິບ ເຈົ້າຈະ

ຍິ້ມແບບສຸພາບ ແລະ ທັກທາຍ(2)

ຊື້ງເບິ່ງປະຕູ ບໍ່ເວົ້າຫຍັງ ເຮັດໂຕກົມກືນໄປຫັບລິບ(1)

ຊວນລົມ (3)

2. ເຈົ້າຕັ້ງໃຈຟັງບັນຫາຊິວິດຂອງໝູ່ ຫຼື ບໍ່

ທຸກມື້(3)

ບໍ່ເຄີຍເລີຍ(1)

ດົນໆເທື່ອໜຶ່ງ(2)

3. ເຈົ້າກຳລັງຟ້າວຢູ່ ແຕ່ພັດມີຄົມມາຂໍໃຫ້ຕອບແບບສອບຖາມ

ຟ້າວຢ່າງໜີໄປໄກໆ(1)

ເຮັດໜ້າບໍ່ພໍໃຈ ແຕ່ກະຍອມຕອບ(3)

ບອກຢ່າງສຸພາບວ່າ ກຳລັງຟ້າວ(2)

4. ມີຄົນມາຖາມທາງເຈົ້າດຸບໍ່

ເກືອບຈະບໍ່ມີ(1)

ຕະຫຼອດເວລາ ປານວ່າໜ້າຂ້ອຍຄືປ້າຍບອກທາງ!!(3)

ມີບາງຄັ້ງ ດີໃຈທີ່ໄດ້ຊ່ວຍ(2)

5. ສົມມຸດວ່າປ້າຍຫອຍຄໍເປັນທີ່ນິຍົມ ເຈົ້າຈະເລືອກຫອຍຄຳວ່າ

ກະລຸນາເຄາະປະຕູກ່ອນ(2)

ຢາກມີເລື່ອງກະມາທັກໄດ້(1)

ວ່າງຕະຫຼອດ 24 ຊົ່ວໂມງ(3)

6. ຫຼັງຈາກຄົບຜູ້ບ່າວໃຜໄດ້ໄລຍະໜຶ່ງ ລາວຈະມັກເວົ້າວ່າ

ທຳອີດຂ້ອຍຢ້ານເຈົ້າຫຼາຍ(1)

ຄືຮູ້ຈັກກັນມາເປັນປີໆ ເລີຍເນາະ(3)

ຂ້ອຍຢາກຮູ້ຈັກເຈົ້າຫຼາຍກວ່ານີ້(2)

ລວມຄະເນນແລ້ວອ່ານ

9-6 ຄະແນນ ໃຈປານນ້ຳກ້ອນ

ເຈົ້າບໍ່ຄ່ອຍຈະມີນ້ຳໃຈ ຄວາມເຢັນຊາອາດເຮັດໃຫ້ເຈົ້າເບິາງຄືວ່າເທ້ ຄົນທົ່ວໄປຍາກທີ່ຈະເຂົ້າເຖິງໂຕເຈົ້າ ພຶດຕິກຳເຫຼົ່ານີ້ອາດບໍ່ໄດ້ເກີດມາຈາກຄວາມຍິ່ງ ແຕ່ເຈົ້າກຳລັງດູຖູກຕົວເອງຢູ່ ເຈົ້າກັງວົນວ່າຄົນອື່ນຈະຍອມຮັບໂຕຕົນທີ່ແທ້ຈິງຂອງເຈົ້າບໍ່ໄດ້ ເລີຍສ້າງກຳແພງໃຫ້ໂຕເອງ ລອງຍີ້ມໃຫ້ຄົນແປກໜ້າແນ່ ຊິວິດອາດດີຂື້ນ

14-10 ຄະແນນ ສາຍລົມອຸ່ນໆ

ເຈົ້າສະແດງຄວາມສົນໃຈ ດ້ວຍຄວາມຈິງໃຈຕໍ່ສີ່ງທີ່ຄົນອື່ນເວົ້າ ແຕ່ຈະບໍ່ຍອມໃຫ້ໃຜມາຊີ້ນຳທາງເລືອກຂອງໂຕເອງເດັດຂາດ ເຈົ້າມີຄວາມໝັ້ນໃຈຫຼາຍ ແລະ ຄົນອ້ອມຂ້າງກໍມັກສິ່ງທີ່ເຈົ້າເປັນ ແມ້ແຕ່ຄົນແປກໜ້າຍັງຍິ້ມໃຫ້ເຈົ້າເປັນບາງຄັ້ງຄາວ ເພາະເຈົ້າມີຄວາມອົບອຸ່ນ ໝູ່ເພື່ອນທຸກຄົນຮັກເຈົ້າເພາະວ່າເຈົ້າມີຄຳແນະນຳທີ່ດີ ສະເໝີີ 

18-15  ຄະແນນ ຮ້ອນແຮງຈົນມອດໄໝ້

ເຈົ້າເປີດຮັບຄົນອື່ນຫຼາຍເກີນໄປ ຈົນບາງຄັ້ງພວກເຂົາກໍເອົາປຽບເຈົ້າ ໄດ້ເວລາແລ້ວທີ່ຕ້ອງລຽງລຳດັບຄວາມສຳຄັນຂອງຄົນອ້ອມຂ້າງເຈົ້າໃໝ່ ບໍ່ຈຳເປັນຕ້ອງເອົາໃຈໝົດທຸກຄົນ ແລະ ທີ່ແນ່ນອນແມ່ນ ເຈົ້າບໍ່ສາມາດເຮັດໃຫ້ທຸກຄົນມີຄວາມສຸກໄດ້

ອັນໃດບໍ່ຖືກກໍຂໍໂທດຂໍອະໄພ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 14, 2012 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 ວາເລນທາຍໃກ້ເຂົ້າມາ......ເຈົ້າກຳລັງຄິດຮອດໃຜ ຖ້າເວົ້າຄຳວ່າ"ຮັກ" ເຈົ້າຄິດວ່າເຈົ້າ "ຮັກ" ໃຜ ວາເລນທາຍນີ້ພິເສດແນ່ໜ້ອຍໜຶ່ງ ເພາະສິ່ງທີ່ເຈົ້າອ່ານຢູ່ ອາດເຮັດໃຫ້ເຈົ້າຄິດຫຍັງໄດ້ຫຼາຍກວ່າຄຳວ່າ  "ຮັກ" ແລະ ອາດປ່ຽນເຈົ້າໃຫ້ເປັນຄົນໃໝ່ຂື້ນມາ

ຄົນທຳອິດທີ່ເຈົ້າຄິດຮອດ...ແມ່ນໃຜ ບໍ່ສຳຄັນ ແຕ່ຫຼັງຈາກທີ່ອ່ານບົດຄວາມນີ້ຈົບໃຫ້ຄິດໃໝ່ອີກຄັ້ງ

ຄົນທຳອິດ......ຄົນໃນຄອບຄົວ

ຮົາບໍ່ຢາກຈຳກັດຄວາມແຕ່ຄຳວ່າ "ແມ່" ແຕ່ຄອບຄົວແມ່ນສ່ວນທີ່ສຳຄັນໜຶ່ງໃນຊິວິດເຈົ້າ ບໍ່ວ່າທີ່ຜ່ານມາເຈົ້າຈະຮູ້ສຶກແນວໃດກັບຄອບຄົວເຈົ້າ ຕໍ່ໄປນີ້ໃຫ້ເຈົ້າຄິດວ່າ ບໍ່ວ່າຫຍັງຈະເກີດຂື້ນຄົນໃນຄອບຄົວຈະຮັກ ແລະ ຫວ່ງໃຍເຈົ້າສະເໝີ ຄົນໃນຄອບຄົວຈະຮັກເຮົາໂດຍບໍ່ມີເງື່ອນໄຂ ຫຼື ອາດຈະມີເງື່ອນໄຂດຽວແມ່ນ "ໃຫ້ເຮົາດູແລຕົວເອງໃຫ້ດີ" ສິ່ງທີ່ເຈົ້າຈະສາມາດຕອບແທນຄອບຄົວໄດ້ ເລີ່ມຈາກ ວາເລນທາຍນີ້ ມອບສິ່ງດີໆໃຫ້ຄອບຄົວ ບໍ່ວ່າຈະເປັນດ້ວຍຄຳເວົ້າ ການກະທຳ ຫຼື ການໃຫ້ສິ່ງຂອງແທນຄຳວ່າ "ຮັກ"

ຄົນທີ່ສອງ......ຕົວເຈົ້າເອງ

ມີຄົນເວົ້າວ່າ ຫາກເຈົ້າບໍ່ຮູ້ຮັກໂຕເອງ....ເຈົ້າກໍບໍ່ສາມາດຮັກຄົນອື່ນໄດ້ຢ່າງທີ່ຄວນເປັນ ການທີ່ເຈົ້າຮູ້ຈັກຮັກໂຕເອງ ເຮັດໃຫ້ເຈົ້າຮູ້ຈັກ, ເຂົ້າໃຈໂຕເອງ ແລະ ເຮັດໃຫ້ເຈົ້າມີຄວາມສຸກກັບສິ່ງທີ່ເຈົ້າເຮັດ ແຕ່ຫາກວ່າຕອນນີ້ເຈົ້າຄິດວ່າ ການຮັກຄົນອື່ນໆທີ່ນອກເໜືອຈາກຄົນໃນຄອບຄົວ ຫຼາຍກວ່າໂຕເຈົ້າເອງ ຈົ່ງຄິດໃໝ່ ຈົ່ງຮັກໂຕເອງຫຼາຍກວ່າຄົນອື່ນໂດຍທີ່ບໍ່ເຫັນແກ່ໂຕ ການຮັກໂຕເອງ ແມ່ນການເຮັດສິ່ງດີໆໃຫ້ແກ່ໂຕເອງ ຊື່ນຊົມໂຕເອງ ບົນພື້ນຖານຄວາມເປັນຈິງ

ຄົນສຸດທ້າຍ....ຜູ້ມີພະຄຸນ

ອາດບໍ່ແມ່ນຄົນໃນຄອບຄົວ ແຕາໃຜກໍຕາມທີ່ເຮັດເຈົ້າມາຈົນຮອດທຸກມື້ນີ້ ຈົ່ງລະນຶກໄວ້ວ່າ ເຈົ້າໄດ້ຮັບສິ່ງດີໆເຫຼົ່ານີ້ມາເພື່ອເຮັດສິ່ງດີໆຕໍ່ໆໄປ ອາດແມ່ນ ຄູບາອາຈານ ໝູ່ເພື່ອນ ໃຜກໍຕາມທີ່ເຮັດໃຫ້ເຈົ້າມີຄວາມສູກ ເຈົ້າຄວນຕອບແທນພວກເຂົາ ບໍ່ແມ່ນແຕ່ທົດແທນບຸນຄຸນ ແຕ່ເປັນການສະແດງນ້ຳໃຈ ຂອງໂຕເອງທີ່ມີຕໍ່ຜູ້ອື່ນ ແລະ ຈະເຮັດໃຫ້ເຈົ້າມີຄວາມສຸກເພີ່ມຂື້ນ

ບໍ່ຕ້ອງສົງໃສວ່າເປັນຫຍັງຈຶ່ງບໍ່ເວົ້າເຖິງ "ແຟນຫຼືຄົນຮັກ" ເພາະຄົນໆນັ້ນອາດຈະສຸກກັບເຮົາ ແຕ່ຈະທຸກກັນເຮົາ ຫຼື ບໍ່ ນັ້ນ ບໍ່ສາມາດຄາດການຫຍັງໄດ້ເລີຍ ແລະຄົນໆນັ້ນຈະທຸກກັບເຮົາດົນປານໃດ ແຕ່ຖ້າຫາກວ່າຍາມເຮົາທຸກ ຄົນໆນັ້ນກໍຍັງຢູ່ຄຽງຂ້າງເຮົາ ຄົນນັ້ນກໍຈະຢູ່ໃນຂໍ້ "ຜູ້ພະຄຸນ"

ວາເລນທາຍບໍ່ແມ່ນວັດທະນະທຳຂອງເຮົາ ແຕ່ຖ້າເຮົານຳມາປັບໃຊ້ ເຮົາກໍຈະໄດ້ປະໂຫຍດຈາກວັນນີ້ ແລະ ເມື່ອເຈົ້າອ່ານມາຮອດນີ້ ຄົນທຳອິດທີ່ເຈົ້າຄິດຮອດແມ່ນໃຜ?

ຂຽນເມື່ອ ຂຽນເມື່ອ: ມ.ກ.. 27, 2012 | ມີ 22 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 ຄວາມຫຶງຫວງກຳລັງທຳລາຍຂິວິດຮັກຂອງເຈົ້າ ຫຼື ບໍ່? ເຈົ້າກຳລັງຫຶງທຸກຄົນທີ່ເຂົ້າມາໃນຊິວິດແຟນເຈົ້າທີ່ເຂົ້າມາກ່ອນເຈົ້າ ຫຼື ບໍ່? ຫຼື ເຈົ້າມີບັນຫາໜັກຫຼາຍ ກ່ຽວກັບການໃຫ້ຄວາມໄວ້ໃຈແຟນເຈົ້າ ເພາະເຈົາເຄີຍຖືກນອກໃຈມາກ່ອນໃນອາດີດ ເຮົາມີຄຳແນະນຳໃຫ້ ຖ້າຄວາມຫຶງຫວງກຳລັງຈະເຮັດໃຫ້ອານາຄົດຮັກຂອງເຈົ້າສັ່ນຄອນ

ເປັນຫຍັງຕ້ອງຫຶງ

ລອງຖາມໂຕເຈົ້າເອງວ່າເປັນຫຍັງເຈົ້າຕ້ອງເລືອກເຮັດໂຕແບບນີ້ ເຮົາທຸກຄົນຕ່າງມີວິທີຂອງຕົນເອງ ແລະ ມັນເປັນວິທີການຂອງເຈົ້າທີ່ຈະຫຶງຫວງ ກ່າວຫາ ຈັບຕາ ແລະ ຕິດຕາມແຟນເຈົ້າທຸກບາດຍ່າງ ຫຼືບໍ່ ເປັນຫຍັງເຈົ້າຈຶ່ງເຮັດແບບນັ້ນ?

ມັນເປັນເພາະເຈົ້າເຄີຍມີປະຫວັດເຄີຍຖືກນອກໃຈ ຫຼື ບໍ, ເຈົ້າກຳລັງທົດສອບຄູ່ຮັກຂອງເຈົ້າຈົນຜົນສຸດທ້າຍລາວຮັບບໍ່ໄດ້ ຫຼື ບໍ່, ຖ້າເຈົ້າຢ້ານບາງຄົນຈະນອກໃຈເຈົ້າ ອາດເປັນເຈົ້າເອງທີ່ພັກດັນໃຫ້ລາວໄປເຖິງຈຸດນັ້ນເອງ ເມື່ອມີໃຜບາງຄົນເຮັດໃຫ້ລາວຫັນເຫໄປສົນໃຈໄດ້ ລອງນຶກພາບວ່າມີໃຜບາງຄົນປະຕິບັດຕໍ່ຄູ່ຮັກຂອງເຈົ້າດ້ວຍຄວາມເຄົາລົບ ບໍ່ທ້າທາຍກຽດຂອງເຂົາທຸກນາທີທຸກຊົ່ວໂມງ ແຕ່ຍອມຮັບທີ່ຈະຢູ່ດ້ວຍກັນຢ່າງສະຫງົບ ແລະ ກົມໃຈ ສິ່ງເຫຼົ່ານີ້ເປັນສິ່ງທີ່ສຳຄັນຫຼາຍທີ່ສຸດຂອງຊິວິດຄູ່ຮັກ ເຈົ້າຕ້ອງຖາມຕົວເອງວ່າ ເຈົ້າຕ້ອງຮັບຜິດຊອບຕໍ່ຄວາມສຳພັນກ່ອນໜ້ານີ້ທີ່ເຈົ້າຖືກນອກໃຈ ຫຼື ບໍ່ ເຈົ້າຂັບໄລ່ຄູ່ຮັກກ່ອນໜ້ານີ້ດ້ວຍຄວາມຫຶງຂອງເຈົ້າ ຫຼືບໍ່

ຄວາມຫຶງຫວງທີ່ແທ້ຈິງ

ຄວາມຈິງແລ້ວ ຄວາມຫຶງບໍ່ແມ່ນພຽງແຕ່ເປັນຄວາມຫວງໃນສິ່ງທີ່ຄິດວ່າເຮົາເປົນເຈົ້າຂອງ ແຕ່ມັນຄືການພາງຕົວຂອງຄວາມກະຫາຍຕໍ່ອຳນາດ ແລະ ການຄວບຄຸມຜູ້ອື່ນ ຄົນຂີ້ຫຶງເປັນພວກຜະເດັດການ ມັກຄວບຄຸມຄົນອື່ນ ບັງຄັບຄູ່ເຂັນ ແລະ ບໍ່ອ່ອນໄຫວຈາກຜົນກະທົບຂອງການທຳທີ່ມີຕໍ່ຄູ່ຂອງຕົ້ນເອງ ເຈົ້າກຳລັງສ້າງອຳນາດຈາກພຶດຕິກຳເຫຼົ່ານີ້ ຫຼື ບໍ່

ລອງປ່ຽນມາເຄົາລົບຄູ່ຂອງເຈົ້າ ແລະ ເຮັດສິ່ງທີ່ຕ່າງອອກໄປ ເຈົ້າຈະມີອຳນາດຫຼາຍກວ່າໃນຄວາມຮັກ ຄວາມນັບຖື ແລະ ສະເໜ່ດຶງດູດໃຈ ຫຼາຍກວ່າການຄວບຄຸມ ຈົ່ງຈື່ໄວ້ວ່າເຈົ້າບໍ່ສາມາດເຮັດໃຫ້ລາວກັບບ້ານ ແຕ່ເຈົ້າສາມາດເຮັດໃຫ້ເຂົາຢາກກັບບ້ານໄດ້

ຄຳແນະນຳສຳລັບຄູ່ຮັກຂອງຄົນຂີ້ຫຶງ

ຖ້າແຟນຂອງເຈົ້າເປັນຄົນຂີ້ຫຶງ ສິ່ງທີ່ເປັນໄປໄດ້ແມ່ນ ຕົວເຈົ້ານັ້ນເອງທີ່ສົ່ງເສີມໃຫ້ລາວມີພຶດຕິກຳຂີ້ຫຶງຂອງເຂົາເຈົ້າ ການທີ່ເຈົ້າປ່ອຍ ຫຼື ຍອມຮັບການຄວບຄຸມຈາກລາວ ເປັນການໃຫ້ຄວາມໝັ້ນໃຈພວກເຂົາທີ່ຈະເຮັດແບບນັ້ນໄປເລື້ອຍໆ ທຸກຄັ້ງທີ່ເຈົ້າຮັບໂທລະສັບເພື່ອທີ່ຈະລາຍງານວ່າເຈົ້າຢູ່ໃສ່ຢ່າງບໍ່ສີ້ນສຸດ ພວກເຂົາກໍຈະໂທຫາເຈົ້າເລື້ອຍໆ ລອງປ່ຽນມາເຮັດແນວນີ້ ຖ້າລາວໂທຫາເຈົ້າ 10 ເທື່ອເພື່ອທີ່ຈະກວດສອບເຈົ້າ ຮັບໂທລະສັບຄັ້ງດຽວເພື່ອບອກຂໍ້ມູນໃຫ້ລາວຮູ້ ຈາກນັ້ນກໍປິດໂທລະສັບຊະ ເພື່ອຢຸດການພັກດັນພຶດຕິກຳຂອງພວກເຂົາໃຫ້ໜັກຂື້ນ

ທີ່ສຳຄັນອີກຢ່າງຄື ເຈົ້າຄວນເຮັດໂຕເປີດເຜີຍແບບໜັງສືທີ່ອ່ານໄດ້ງ່າຍ ຄົນທີ່ບໍ່ມີຫຍັງຕ້ອງເຊື່ອງຊ້ອນ ສະແດງຄວາມຈິງໃຈຕໍ່ຄູ່ຮັກຂອງເຈົ້າພໍທີ່ຈະປ່ອຍໃຫ້ລາວຮູ້ວ່າ ເຈົ້າຢູ່ໃສ ເມື່ອໃດຈະກັບ ແລະ ກຳລັງເຮັດຫຍັງຢູ່ ແລະ ໃຫ້ຢຸດພຽງເທົ່ານັ້ນ

ຂອບໃຈ: Lisa

ຂຽນເມື່ອ ຂຽນເມື່ອ: ມ.ກ.. 26, 2012 | ມີ 22 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 ເມື່ອເວົ້າເຖິງການສະກົດຈິດ ເຮົາອາດຈະນຶກເຖິງພາບທີ່ມີຄົນສະກົດຈິດຄົນອື່ນໃຫ້ເຮັດຕາມຄວາມຕ້ອງການໂດຍໃຊ້ລູກຕຸ້ມແຂວນແກວ່ງໄປແກວ່ງມາ ແລ້ວເວົ້າວ່າ "ຕອນນີ້ເຈົາຮູ້ສຶກຢາກນອນຫຼາຍ"

ໃນຄວາມເປັນຈິງ ການສະກົດຈິດບໍ່ໄດ້ກ່ຽວຂ້ອງ ກັນການເຮັດໃຫ້ງ່ວງນອນ ແຕ່ແມ່ນການຜ່ອນຄາຍຈິດໃຈ ໃນຊ່ວງທີ່ເຮົາຢູ່ໃນສະພາວະເຄິ່ງຫຼັບເຄິ່ງຕື່ນ. ເຮົາສາມາດເຂົ້າສູ່ ສະພາວະສະກົດຈິດໄດ້ທຸກມື້ ເຊັ່ນວ່າ ທຸກຄັ້ງທີ່ເບິ່ງໜັງ ຫຼື ອ່ານໜັງສື ເຮົາຈະເກີດອາລົມຮ່ອມນຳ ທັ້ງໆທີ່ຮູ້ວ່ານັ້ນບໍ່ແມ່ນຄວາມຈິງ

ຂະບວນການສະກົດຈິດເກີດຂື້ນໄດ້ຈັງໃດ? ຄວາມເຊື່ອເລື່ອງການສະກົດຈິດຕາມຫຼັກວິທະຍາສາດເກີດຂື້ນໃນຊ່ວງສັດຕະວັດທີ່ 18 ໂດຍເຊື່ອວ່າມັນເປັນອຳນາດພະລັງລຶກລັບ ທີ່ສົ່ງຜ່ານຈາກຜູ້ຖືກສະກົດຈິດ. ປະຈຸບັນເຮົາເຊື່ອວ່າ ການສະກົດຈິດແມ່ນ ການທີ່ເຮົາຍອມລະຖິ້ມຈິດສຳນຶກຂອງເຮົາເອງ ແລະ ປ່ອຍໃຫ້ຈິດໃຕ້ສຳນຶກເຮັດວຽກແທນ.

ໂດຍປົກະຕິແລ້ວ ຈິດໃຕ້ສຳນຶກຈະຄວບຄຸມການຕອບສະໜອງຂອງຮ່າງກາຍທີ່ເປັນອັດຕະໂນມັດ ເຊັ່ນ: ການຫາຍໃຈ, ການເຕັ້ນຂອງຫົວໃຈ ແລະ ອື່ນໆ ລວມທັງຄວາມຄິດ, ອາລົມ, ຄວາມຊົງຈຳ ແລະ ຄວາມຮູ້ສຶກຂອງເຈົ້າກໍເຊື່ອມຕໍ່ເຂົ້າກັບຈິດໃຕ້ສຳນຶກເຊັ່ນກັນ ດ້ວຍເຫດນີ້ເອງທີ່ເຮັດໃຫ້ການໄດ້ກິ່ນສາມາດກະຕຸ້ນອາລົມ ແລະ ຄວາມຈຳໄດ້.

ເມື່ອເຈົ້າຫຼັບ ເຈົ້າສາມາດເຂົ້າເຖິງຈິດໃຕ້ສຳນຶກທາງການຝັນ (ຊ່ວງເວລາທີ່ບໍ່ຮູ້ສຶກຕົວ) ເຊັ່ນດຽວກັບການຖືກສະກົດຈິດ ເມື່ອຢູ່ໃຮນສະພາວະທີ່ບໍ່ຮູ້ສຶກຕົວ ນັກສະກົດຈິດຈະສາມາດຕິດຕໍ່ໂດຍກົງກັບຈິດໃຕ້ສຳນຶກໄດ້ຜ່ານທາງກົນໄກ ບາງຄົນຢູ່ໃນພາວະຖືກສະກົດຈິດແບບຜ່ອນຄາຍສາມາດເຂົ້າເຖິງຄວາມຊົງຈຳ ແລະ ປະສົບການທີ່ໂດຍປົກະຕິແລ້ວຖືກກັ່ນກອງ ຫຼື ຖືກສະກັດກັ້ນໂດຍຈິດໃຕ້ສຳນຶກ.

ພື້ນຖານການສະກົດຈິດມີ 4 ຢ່າງ:

1 ຈຶ້້ງເບິ່ງບ່ອນໃດບ່ອນໜຶ່ງ : ຜູ້ຖືກສະກົດຈິດຈະຕ້ອງຈຶ້ງເບິ່ງຈຸດໃດຈຸດໜຶ່ງ ຫຼື ວັດຖຸ ເພື່ອສີ່ງອື່ນໆອອກຈາກຄວາມສົນໃຈ

2 ການຄວບຄຸມທີ່ແຂງແກ່ນ : ວິທີ່ນີ້ຈະເປັນຂັ້ນຕອນລວບລັດບົນພື້ນຖານທີ່ວ່າຜູ້ຖືກືສະກົດຈິດຍອມແພ້ໃນການຄວບຄຸທີມີອຳນາດເໜືອກ່ວາ ຈະໄດ້ຜົນດີຫຼາຍໃນການສະກົດຈິດຂັ້ນສູງ ເພື່ອກະຕຸ້ນໃຫ້ພວກເຂົາເຊື່ອ ແລະ ປະຕິບັດຕາມ

3 ສູນເສຍຄວາມສົມດູນ : ເປັນການເຮັດໃຫ້ຮ່າງກາຍ ແລະ ຈິດໃຈສູນເສຍຄວາມສົມດູນ ເຊັ່ນ ການແກວ່ງເດັກນ້ອຍໄປມາຈະເຮັດໃຫ້ເດັກນ້ອຍຮູ້ສຶກຜ່ອນຄາຍ ຫຼື ການຂັດຈັງວະທາງອາລົມ ເຊິ່ງນັກເທດບາງຄົນນຳມາໃຊ້ໃນການດຶງດູດຄວາມສົມດູນ ເພື່ອໃຫ້ຄົນເຫຼົ່ານັ້ນຕົກຢູ່ໃນສະພາວະ ພະວັງ

4 ຜ່ອນຄາຍ : ຂໍ້ນິເປັນຂັ້ນຕອນທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດ ຜູ້ຖືກສະກົດຈິດໄດ້ຮັບຄຳແນະນຳໃຫ້ເຮັດໂຕຜ່ອນຄາຍຫຼາຍຂື້ນເລື້ອຍໆ ຄວບຄູ່ກັບການສ້າງຈິດຕະນາການຕາມຄຳແນະນຳຂອງນັກສະກົດຈິດດ້ວຍສຽງທີ່ນຸ່ມ ແລະ ເບົາ

ຂັ້ນຕອນເຫຼົ້ານີ້ໃຊ້ໄດ້ຜົນກັບທີ່ເຊື່ອວ່າຕົວເອງສາມາດຖືກສະກົດຈິດໄດ້ພ້ອມທັງຮູ້ສຶກສະບາຍໆ ຜ່ອນຄາຍ ແລະ ເຕັມໃຈໃຫ້ຄວາມຮ່ວມມືໃນການສະກົດຈິດ 

ຂອບໃຈ : krabork.com