ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 22, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ໝາກໄມ້ຕ່າງໆທີ່ສາມາດາໃດ້ຕາມຮົ້ວສວນກໍ່ສາມາດຊ່ວຍໃຫ້ຜິວພັນຂອງທ່ານງາມໄດ້ເຊັ່ນ:

ໝາກແຕງສົດ: ເອົາມາຊອຍແລ້ວເອົາໃປປັ້ນໃນເຄື່ອງບົດຈົນລະອຽດແລ້ວຕອງເອົາແຕ່ນ້ຳ ຫຼັງຈາກນັ້ນນຳເອົານ້ຳໝາກແຕງທີ່ຕອງນັ້ນມາທາໜ້າແລະຄໍປະໄວ້ປະມານ 5 ນາທີແລ້ວໄຊ້ເຈ້ຍອານາໄມ ສະອາດຊັບໃຫ້ແຫ້ງຫຼືຈະປ່ອຍໃຫ້ແຫ້ງໃປເອງກໍ່ໄດ້ນອກຈາກນັ້ນນ້ຳໝາກແຕງທີ່ຄັ້ນຍັງໄຊ້ທາຜິວຕາມແຂນຂາກໍ່ໄດ້ຈະຊ່ວຍໃຫ້ຜິວພັນອ່ອນນຸ້ມ.

ໝາກມ່ວງສຸກ: ປອກເປືອກອອກບີບຫຼືບົດໃຫ້ລະອຽດຈາກນັ້ນນຳມາພອກໜ້າປະໄວ້ປະມານ15-20 ນາທີແລ້ວລ້າງອອກໃຫ້ສະອາດຜິວໜ້າຈະສົດໃສນຸ້ມນວນ.

ນ້ຳໝາກນາວປະສົມນ້ຳເຜິ້ງ: ນ້ຳໝາກນາວປະມານ1ບ່ວງແກງແລະນ້ຳເຜິ້ງປະມານ3ບ່ວງແກງຄົນໃຫ້ເຂົ້າກັນທາໃຫ້ທົ່ວໃບໜ້າປະໄວ້ 5-10 ນາທີແລ້ວລ້າງອອກດ້ວຍນ້ຳອຸ່ນຫຼັງຈາກນັ້ນຈຶ່ງລ້າງນ້ຳເຢັນ ຈະຊ່ວຍເຮັດໃຫ້ຜິວນຸ້ມນຽນສົດໃສແລ້ວຍັງຊ່ວຍຫຼຸດຄວາມມັນເທິງໃບໜ້າອີກ

ໝາກກ້ຽງນ້ອຍ: ຊອຍເປັນປ່ຽງບາງໆຕາມລວງຂວາງຈາກນັ້ນນຳເອົາມາວາງໃສ່ໃຫ້ທົ່ວໃບໜ້າປະໃວ້ 5-10 ນາທີຈຶ່ງລ້າງດ້ວຍນ້ຳສະອາດຈະເຮັດໃຫ້ຜິວພັນສົດໃສ

Delicious Digg Fark Twitter