ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 10, 2012 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ໃກ້ເຖິ່ງ 14 ກພ  ແລ້ວຂ້າພະເຈົ້າມີເລື່ອງ ຄວາມຮັກ ໃນອາດີດ ມາເລົ່າສູ່ຟັງ

     ເມື່ອກອ່ນ, ຂ້ອຍເຄີຍຮັກກັບສາວ ຊື່ວ່າ (ອ) ຊື່ງເຮົາທັງສອງຮັກກັນຕັ້ງແຕ່ຕອນຮຽນຢູ່ ມໍ ປາຍ ແຕ່ກ່ອນກະຮັກກັນແບບ ພາສາໜຸ່ມສາວຂື້ນໃໝ່ນັ້ນລະ, ແຕ່ສຸດທ້າຍເຮົາກະຮັກເຂົົາຢ່າງຈິງຈັງ ແລະ ເຂົາກະບອກວ່າເຂົາຮັກແທ້,ຈະບໍ່ມີວັນທີ່ຈະປ່ຽນເປັນອື່ນ. ແຕ່ດ້ວຍເງື່ອນໄຂ ແລະ ການເວລາ ເນາະ, ເຮົາທັງສອງກະໄດ້ຈາກກັນ ເພາະໜ້າທີວຽກງານ. ຈະເວົ້າແລ້ວເວລາ ໃກ້ສິດກັນໜ້ອຍກວ່າ ເວລາໄກກັນ, ແຕ່ຂ້ອຍກະບໍ່ເຄີຍວ່າຈະລືມ ແລະ ຍັງຮັກຢູ່ຄືເກົ່າ ເຮົາທັງສອງກະພົວພັນກັນທາງໂທລະສັບຢູ່ສະເໝີ,ເຂົາກະສັນຍາວ່າຈະຖ້າຂ້ອຍຮຽນຈົບ,ກະບໍ່ໝາຍເຖິ່ງວ່າບໍ່ໄດ້ພົບກັນຈັກເທື່ອດອກ, ເວລາປິດເທີມ ເຮົາກະມີເວລາໃຫ້ກັນຢູ່.

            ທີ່ແລກຂ້ອຍກະຄິດວ່າຮັກແບບຢູ່ຫ່າງຯຯກັນແບບນີ້ກະດີຄືກັນຈະບໍ່ໄດ້ມີບັນຫາກັນຫຼາຍແລະຈະບໍ່ເບື່ອກັນໄວກ່ອນທີ່ຈະແຕ່ງງານກັນ,ຂ້ອຍກະເຊື່ອວ່າຮັກແທ້ມີຢູ່ກັບເຮົາສອງຄົນ,  ຜ່ານເວລາ 5-6ປີ ກ່ອນ,ກໍສົ່ງກຳລັງໃຈໃຫ້ກັນຕະລອດມາ.ເປັນວ່າດຽວນີ້ຂ້ອຍກະຮຽນຢູ່ໄກແດ່ປີ1ຈະພົບກັນ 2ຄັ້ງ,ແຕ່ເຂົາກະວ່າບໍ່ເປັນຫຍັງເຂົາຖ້າໄດ້ຂ້ອຍຍິ່ງມີຄວາມຫວັງແລະລໍຄອຍວັນທີ່ຮຽນຈົບ ເພື່ອຈະໄດ້ຢູ່ກັບເຂົາ ທົດ ແທນວັນ ທີ່ຫ່າງໄກ.

      ແຕ່ພໍຂ້ອຍຮຽນປີ4ບັນຫາເລີ່ມມີຂື້ນ,ໂດຍທີ່ຂ້ອຍບໍ່ເຄີຍຮູ້ ແລະ ເຂົາກະບໍ່ເຄືຍບອກ,ວ່າເຂົາປຽ່ນໃຈມີແຟນຄົນໃໝ່ແລ້ວ,ໂທຫາກະບໍ່ໄດ້,ບໍ່ຄ່ອຍສິຮັບສາຍ,ຄາວຽກ.....100.ເຫດຜົນ.ສຸດທ້າຍເຂົາ ກໍ່ປຽ່ນເບີຂ້ອຍກະຕິດຕໍ່ຫາເຂົາບໍ່ໄດ້ອີກ,ກະພໍເດົ່າໄດ້ວ່າເຂົາປຽ່ນໄປແລ້ວລະ,ຊ້ວງນີ້ຂ້້ອຍຄືກັບຄົນບ້າຯບໍຯນີ້ແຫຼະຄືເຮັດຫຍັງບໍ່ຖືກ,ຂ້ອຍເສຍໃຈແບບເວົ້າບໍ່ອອກ ເສຍໃຈເພາະເຂົາບໍ່ ບອກລາ,ເສຍໃຈທີ່ ເຂົາບໍ່ບອກຄວາມຈິງ,ຄົນເຄີຍຮັກກັນຕັ້ງຫຼາຍປີຢູ່ຯກະມິດໄປດື້ຯຯແບບນີ້,ເຮັດໃຫ້ຂ້ອຍບໍ່ຮູ້ເຫດຜົນວ່າເປັນເພາະຫຍັງ;

      1ປີຫຼັງມາ,ຈິ່ງໄດ້ພົບລາວອີກດ້ວຍຄວາມບັງເອີນຄືໄປງານແຕ່ງງານໝູ່,ລາວເປັນຝ່າຍເຫັນເຮົາ ກ່ອນ,ລາວກະເຂົ້າ ມາຕຸບຈອກແລະແນະນຳຜົວເຂົາໃຫ້ຮູ້ຈັກ,ອາການຂ້ອຍຕອນນີ້ຢ່າງບອກບໍ່ຖືກເລີຍ ກະໄດ້ແຕ່ແນມໜ້າໜ້ອຍນື່ງແລະໃຫ້ຄວາມຍິນດີກັບເຂົາເທົ່ານັ້ນ....ຈາກນັ້ນຂ້ອຍກະນັ່ງຍົກເບຍໄປກັບໝູ່ເປັນການປອບໃຈຕົວ.

                                                                                                  ນີ້ລະເນາະເພິ່ນວ່າ  "ຮັກແທ້ ແພ້ໃກ້ສິດ"

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່