ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 28, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

ເພງ : ໃຜມີໃຈຮັກແທ້

ປະພັນໂດຍ : ອາຈາຣຍ໌ ສ.ແສງສິຣິວັນ

ຂັບຮ້ອງໂດຍ​ : ທ່ານ ຄຳເຕີມ ຊານຸບານ

 

    I. ໃຜມີຫົວໃຈ     ຊື່ຕຣົງຮັກແທ້    

     ໃຜຮັກແນ່ວແນ່     ບອກມາເຖີດໜາ

          ຈະເອົາຫົວໃຈໄປຝາກ      ຈະເອົາຄວາມຮັກແລະຊີວາ

ມອບແດ່ຂວັນຕາ       ຜູ້ມີຮັກດຽວ

 

  II. ຣຶທັຍອ້າຍເຄີຍ       ຂື່ນຂົມຊ້ຳຊອກ

ດ້ວຍຮັກລວງຫຼອກ     ຈາກຍິງໃຈລ້ຽວ

          ບາດແຜຫົວໃຈຍັງຢູ່       ຢາກມີຍອດຊູ້ຜູ້ໃຈດຽວ

ຮັກແທ້ໝັ້ນໜຽວ       ເພື່ອປົວຫົວໃຈ

 

R. ຈຶ່ງ..ຮ້ອງເພງນີ້ຊອກຫາ     ແມ້ນຍິງໃດເມຕຕາ

ສົ່ງຍິ້ມມາ           ໜ້ອຍດຽວກໍໄດ້

             ຈະຝັນເຖິງນາງ           ຈະຮັກແຕ່ນາງຜູ້ດຽວເລື້ອ້ຍໄປ

ເຖິງຢູ່ຂອບຟ້າແດນໃດ     ໃກ້ຫຼືໄກຈະໄປສືບຫາ.....

 

III. ຍາກຈົນກໍຕາມ     ບໍ່ງາມຊ່າງເຖີດ

ຮັກນ້ອງຈົ່ງເກີດ     ຈາກໃຈເຖີດໜາ

ຢ່າຝືນຫົວໃຈເພື່ອຫຼອກ     ເມື່ອບອກວ່າຮັກຢ່າລືມ

ຮັກແລ້ວຢ່າພາ      ອຸຣາອ້າຍຕຣົມ..

 

http://www.youtube.com/watch?v=FGIRDcDIgHo  <<< ຕົ້ນຕຳຣັບຈາກ ຄຳເຕີມ ຊານຸບານ

www.youtube.com/watch <<< ເວີຊັ່ນຂອງ ອູ່ແກ້ວ ໄຊຍະວົງ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 7, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

ກັບມາອີກແລ້ວກັບຜູູ້ຊາຍສຽງຫວານສະທ້ານຊວງ ຕ້ອມ ເຣນໂບວ໌..

ຫຼັງຈາກທີ່ ຕ້ອມ ໄດ້ອອກອັລບັ້ມເພງລາວຄັ້ງທຳອິດໃນປີ 2007 ແລະ ຜົນປະກົດວ່າການຕອບຮັບຈາກແຟນເພງທັງນອກ ແລະ ໃນປະເທດລາວດີເກີນຄາດ..

ເຊິ່ງມາເຖິງວັນນີ້ເປັນເວລາກວ່າ 4 ປິ ຕ້ອມ ເຣນໂບວ໌ ໄດ້ກັບມາພ້ອມກັບຜົນງານເພງລາວຊຸດທີ 2..

ໃນອັລບັ້ມທີ່ມີຊື່ວ່າ ເພງລາວໂດຍ ຕ້ອມ 2 (Pheng Lao Doy Tom 2) ເຊິ່ງອັລບັ້ມນີ້ກໍ່ໄດ້ນຳອັມຕະເພງລາວ ຈາກຫຼາຍຯນັກປະພັນຊັ້ນຄູຂອງວົງການເພງລາວຫຼາຍຄົນເຊັ່ນ:

ອ. ສ.ແສງສິຣິວັນ

ອ. ວໍຣະເດດ ດິດທະວົງ

ອ. ເຈົ້າຄຳຜາຍ ກຸລວຸທ໌

ແລະ ບັນດານັກປະພັນຜູ້ອື່ນຯ ເຊິ່ງ ຕ້ອມ ກໍໄດ້ນຳບົດເພງທີ່ບັນດາອາຈານເຫຼົ່ານີ້ປະພັນໄວ້ ມາຂັບຮ້ອງໃນອັລບັ້ມຊຸດທຳອິດແລ້ວ..

ເຊິ່ງກັບມາຄັ້ງນີ້ ຕ້ອມ ເຣນໂບວ໌ ໄດ້ນຳບົດເພງມ່ວນຯມາໃຫ້ຮັບຟັງທັງໝົດ 12 ເພງເຊັ່ນ:

ຍັງຄິດເຖິງ

ລຳສີທັນດອນ

ຫ່າງກາຍໃຈເຫງົາ

ຄົນຮັກຄົນສຸດທ້າຍ

ລີເຊ່

ກັບມາຮັກກັນໃໝ່ເຖີດທີ່ຮັກ

ໂປຣດອຸ່ນອົກອ້າຍດ້ວຍຈູບຮັກ

ຝາກຮັກກັບສຽງເພງ

ນ້ອງຄືທຸກສິ່ງ

ໃຜມີໃຈຮັກແທ້

ສື່ຮັກຈາກສາຍຕາ

ເຊື້ອດອກບົວ

ຖ້້າໃຜຢາກລອງຟັງເພງມື້ນີ້ເຮົາກໍມີລິງຄ໌ມາໃຫ້ໄດ້ຮັບຟັງກັນ..

www.youtube.com/watch ເພງ ໂປຣດອຸ່ນອົກອ້າຍດ້ວຍຈູບຮັກ..

www.youtube.com/watch ເພງ ລີເຊ່

www.youtube.com/watch Promote Video

www.voanews.com/lao/news/Music-Tom-Rainbow-118901909.html ຣາຍການສຽງເພງຈາກແດນໄກ ຂອງ VOA

ສຳລັບອັລບັ້ມນີ້ມີຈັດຈຳໜ່າຍທີ່ ສະຫະຣັຖອາເມຣິກາ ແລະ ແຄນນາດາ..

ສ່ວນປະເທດລາວເຮົານັ້ນຫວັງວ່າຈະມີໃນມໍ່ຯນີ້ເດີ້ ອ້າຍຫຼັກແກ້ວ!!

 

 www.tom-rainbow.com

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 8, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

ເຫັນພຽງສາຍຄາ

ປະພັນໂດຍ : ສີລາວົງ

ຮ້ອງໂດຍ : ສີລາວົງ

              1.. ອ້າຍຄົງບ້າ..                     ບ່າມເສຍແລ້ວ      

      ຢາກເຫັນນ້ອງແກ້ວ           ບໍ່ແລ້ວບໍ່ເຫຼົ່າ

      ຫົວໃຈອ້າຍຮ້ອນ..             ຮ້ອນດັ່ງໄຟເຜົາ

                  ທັ້ງຯທີ່ເຮົາ                       ເຫັນກັນເກືອບທຸກວັນ

2.. ອ້າຍຢາກເຫັນ                   ຈົນທົນບໍ່ໄຫວ

      ຢາກເຫັນດວງໃຈ              ຈຶ່ງໄດ້ບາກມາ

      ເຫັນພຽງ..ເຄຫາ                ອ້າຍກໍສຸກສັນ

             ທຸກຯຄືນວັນ                      ໄຝ່ຝັນຢາກເຫັນນ້ອງນາງ

       H.. ຍາມຣາຕຣີ..                      ມີແສງສະວ່າງສ່ອງມາ

      ງາມໜັກໜາ                       ສີຟ້າຫ້ອງນ້ອງຂອງນາງ

ເຈົ້າຂອງ..ຫ້ອງນອນ           ຄົງຈະອ້າງວ້າງ

          ຈຶ່ງຄວນຄາງ                       ຮ້ອງເພງໂສກຯອອກມາ

3.. ຫາກວັນໃດ                          ອ້າຍບໍ່ໄດ້ເຫັນ

     ສຸດແສນຣຳເຄັນ                   ຫົວໃຈຈຽນບ້າ

     ເຖິງນອນ..                            ອ້າຍນີ້ກໍ່ບໍ່ຫຼັບລາ

     ເພາະຢາກເຫັນໜ້າ                ແກ້ວຕາຂວັນໃຈຜູ້ດຽວ


                                H (ຊ້ຳ) 3 (ຊ້ຳ)

www.youtube.com/watch

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 11, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

ເພງ : ພຽງນ້ອງຈາກ

ເນື້ອຮ້ອງ ທຳນອງ : ສ. ແສງສິຣິວັນ

 

#1..  ພຽງນ້້ອງຈາກລາ    ນ້ຳຕາຂ້າຕົກ

ສຸດຊ້ຳຣະກັມໃນອົກ    ດັ່ງໄຟນະຣົກເຜົາໃຈ  

ເຫັນໜ້າ..ທຸກວັນ    ນ້ອງກໍຈາກໄປ

ສູ່ຖິ່ນແຄວ້ນອັນແສນໄກ    ຂ້ານີ້ອາລັຍອາວອນ


#2..  ຍິນສຽງອ່ອນຫວານ    ນ້ອງນັ້ນເອີ້ນສັ່ງ   

ວ່ານ້ອງຂໍລາໄກຫ່າງ    ຂ້າສຸດອ້າງວ້າງເພຍອ່ອນ

ນ້ອງຈົ່ງ..ໂຊດີ    ເຖີດໜາງາມງອນ

ຈາກໄປແລ້ວຢ່າລືມຂ້າກ່ອນ    ຈົ່ງສັງວອນວ່າຂ້າຫ່ວງໄຍ


#H..  ໂປຣດຄິດ..    ເມຕຕາຂ້ານີ້ໜ້ອຍໜຶ່ງ

ຈົ່ງມອງໃຈຂ້າໃຫ້ຊຶ້ງ    ວ່າຫຼົງຄະນຶງພຽງ

ຄິດຢາກບອກ    ວ່າຮັກກໍເກງໃຈ

ເກັບຄວາມລັບຊ່ອນເອົາໄວ້    ດ້ວຍຂ້າອາຍ..ຂ້າອາຍ


3#..  ສິ້ນສຽງສັ່ງລາ    ນ້ອງຂ້າກໍຫ່າງ

ສູ່ທ້ອງນະພາແສນກວ້າງ    ຂ້າແລມອງຄ້າງ..ນ້ອຍໃຈ

ກົ້ມໜ້າ..    ນ້ຳຕາຂ້າລິນຕົກໃນ   

ໝົດທາງແລ້ວທີ່ຂ້າຈະໄດ້    ເປີດຫົວໃຈວ່າຮັກແກ້ວຕາ

v

v

v


#H..  ໂປຣດຄິດ..    ເມຕຕາຂ້ານີ້ໜ້ອຍໜຶ່ງ

ຈົ່ງມອງໃຈຂ້າໃຫ້ຊຶ້ງ    ວ່າຫຼົງຄະນຶງພຽງ

ຄິດຢາກບອກ    ວ່າຮັກກໍເກງໃຈ

ເກັບຄວາມລັບຊ່ອນເອົາໄວ້    ດ້ວຍຂ້າອາຍ..ຂ້າອາຍ


#3..  ສິ້ນສຽງສັ່ງລາ    ນ້ອງຂ້າກໍຫ່າງ

ສູ່ທ້ອງນະພາແສນກວ້າງ    ຂ້າແລມອງຄ້າງ..ນ້ອຍໃຈ

ກົ້ມໜ້າ..    ນ້ຳຕາຂ້າລິນຕົກໃນ   

ໝົດທາງແລ້ວທີ່ຂ້າຈະໄດ້    ເປີດຫົວໃຈວ່າຮັກແກ້ວຕາ

 

ກົ້ມໜ້າ..    ນ້ຳຕາຂ້າລິນຕົກໃນ   

ໝົດທາງແລ້ວທີ່ຂ້າຈະໄດ້    ເປີດຫົວໃຈວ່າຮັກແກ້ວຕາ


--ຈົບ--