ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 3, 2009 | ມີ 39 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ໂດຍສ່ວນຕົວແລ້ວ..ຂ້າພະເຈົ້ານັບຖື ທ່ານ ອະພິສິດ ເປັນດັ່ງແບບຢ່າງໃນການດຳລົງຊີວິດ..ເພາະທ່ານເປັນຄົນທີ່ມີຄວາມຮູ້ຄວາມສາມາດ..ແຕ່ສິ່ງນັ້ນກໍ່ທຽບບໍ່ໄດ້ກັບການທີ່ທ່ານເປັນຄົນທີ່ມີ ຄວາມຊື່ສັດ ສຸຈະຣິດ..ສິ່ງນີ້ເປັນສິ່ງທີ່ດີ..ແຕ່ຄົນສ່ວນຫຼາຍບໍ່ຄ່ອຍປະຕິບັດ..ເນື່ອງໃນມື້ທີ່ຂ້າພະເຈົ້າຂຽນໄດອາຣີ່ນີ້ຂຶ້ນຊຶ່ງກົງກັບວັນເກີດຂອງ ທ່ານອະພິສິດ ຄົບຮອບ 45ປີ ພໍດີ..ເລີຍໄດ້ນຳປະຫວັດຫຍໍ້ຂອງທ່ານມາໂພສໃຫ້ອ່ານກັນ..

ເລີ່ມຈາກປະຫວັດສ່ວນຕົວ..

ທ່ານ ອະພິສິດ ເກີດເມື່ອວັນທີ 3 ສິງຫາ 1964 ທີ່ ເມືອງ ນິວຄາສເຊິ່ລ ປະເທດ ອັງກິດ

ເປັນບຸດຂອງ ທ່ານ ສາດສະດາຈານ ນາຍແພດ ອັດຖະສິດ ເວດຊາຊີວະ ແລະ ທ່ານ ສາດສະດາຈານ ນາຍແພດຍິງ ສົດໃສ ເວດຊາຊີວະ..

ໄດ້ສົມຣົດກັບ ທ່ານ ຜູ້ຊ່ວຍສາດສະດາຂານ ດຣ. ພິມເພັນ ເວດຊາຊີວະ..

ມີທາຍາດດ້ວຍກັນ 2ຄົນ..ຄື..ນາງສາວ ປຣາງ ເວດຊາຊີວະ ແລະ ທ້າວ ປັນນະສິດ ເວດຊາຊີວະ..

alt

ປະຫວັດການສຶກສາ..

ລະດັບອະນຸບານແລະປະຖົມ..ໂຮງຮຽນ ສາທິດຈຸລາລົງກອນ

ລະດັບປະຖົມແລະມັດຖະຍົມ..ໂຮງຮຽນ ອີຕັນ (ອັງກິດ)

ລະດັບປະຣິນຍາຕີ..ສາຂາ ປັດຊະຍາ ການເມືອງ ແລະ ເສດຖະສາດ ມະຫາວິທະຍາໄລ ອ໊ອກຟອດ (ກຽດນິຍົມອັນດັບ1)

ລະດັບປະຣິນຍາຕີ..ສາຂານິຕິສາດ ມະຫາວິທະຍາໄລ ຣາມຄຳແຫງ..

ລະດັບປະຣິນຍາໂທ..ສາຂາ ເສດຖະສາດ ມະຫາວິທະຍາໄລ ອ໊ອກຟອດ..

ປະຫວັດທາງດ້ານການເມືອງ..

ໃນປີ 1992 ທ່ານອະພິສິດ ລົງສະໝັກສະມາຊິກສະພາຜູ້ແທນຣາຊະດອນ ໃນ ເຂດ 6 ກຸງເທບມະຫານະຄອນ ແລະໄດ້ຊະນະການເລືອກຕັ້ງ..

ໃນປີ 1992-1994 ໃນສະໄໝລັດຖະບານທ່ານຊວນ1 ດຳລົງຕຳແໜ່ງ ໂຄສົກປະຈຳສຳນັກນາຍົກລັດຖະມົນຕີ..

ໃນປີ 1997-2001 ໃນສະໄໝລັດຖະບານທ່ານຊວນ2 ດຳລົງຕຳແໜ່ງ ລັດຖະມົນຕີປະຈຳສຳນັກນາຍົກລັດຖະມົນຕີ..

ໃນປີ 2005-ປະຈຸບັນ ດຳລົງຕຳແໜ່ງ ຫົວໜ້າພັກ ປະຊາທິປັດ..

ໃນປີ 2005-2006 ດຳລົງຈຳແໜ່ງ ຜູ້ນຳຝ່າຍຄ້ານ..

ໃນວັນທີ 17 ທັນວາ 2008 ຫາ ປະຈຸບັນ ດຳລົງຕຳແໜ່ງ ນາຍົກລັດຖະມົນຕີ ຄົນທີ່27 ຂອງປະເທດໄທ..

alt

ຜົນງານທີ່ຂ້າພະເຈົ້າຮຸ້ສຶກປະທັບໃຈຂອງທ່ານ ຄືການຂວ້ຳບາດການເລືອກຕັ້ງປີ2006 ເປັນເຫດໃຫ້ພັກໄທຣັກໄທ ຕ້ອງໃຊ້ການຊື້ຈ້າງພັກນ້ອຍ ມາລົງແຂ່ງຂັນ ເພື່ອຫຼີກເວັ້ນກົດສຽງ20% ເຮັດໃຫ້ສານລັດຖະທຳມະນູນຕັດສິນຍຸບພັກໄທຣັກໄທ ໃນປີ 2007..ຖືວ່າເປັນການສະແດງໃຫ້ເຫັນວິໄສທັດ ແລະ ຄວາມກ້າຕັດສິນໃຈຂອງທ່ານ..

ທ່ານອະພິສິດ ໃນປະຈຸບັນຖືໄດ້ວ່າເປັນນາຍົກທີ່ຕົກໃນພາວະຍາກລຳບາກທີ່ສຸດໃນປະຫວັດສາດຂອງປະເທດຂອງທ່ານ..ດ້ວຍປັນຫາພາຍໃນ ແລະທີ່ສຳຄັນ ບັນຫາພາວະເສດຖະກິດຂອງໂລກທີ່ທຸກປະເທດຕ້ອງຜະເຊີນ..

ຫວັງວ່າການນຳປະຫວັດຂອງທ່ານອະພິສິດມາໃຫ້ອ່ານ..ຈະຊ່ວຍສ້າງແຮງບັນດານໃຈໃຫ້ແກ່ໝູ່ເພື່ອນທຸກຄົນໄດ້..ເພາະວ່າເລື່ອງຂອງຄວາມຊື່ສັດ ສຸຈະຣິດ ຈະສາມາດລົບລ້າງປັນຫາຄໍຣັປຊັ່ນໃຫ້ສູນພັນໄປໄດ້..ແລະມີພຽງວິທີດຽວເທົ່ານັ້ນ..ຂໍຝາກໄວ້..

 

ຂໍ້ມູນຈາກ www.abhisit.org

abhisitvejjajia.hi5.com

 

 

Delicious Digg Fark Twitter