ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 3, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

ຄຸນປະໂຫຍດຂອງພືດພື້ນບ້ານລາວເຮົາເອງ

ຮາກມັນຕົ້ນເຄືອ ( Radix purariae)

ມັນຕົ້ນເຄືອເປັນພືດປະເພດເຄືອກ້ຽວ, ເປັນດອກໃນລະດູຮ້ອນ ຫົວຂອງມັນຕົ້ນເຄືອປະກອບມີທາດແປ້ງມະນີ 15%  ແລະຍັງມີພວກ Flavonoiside

ຫົວມັນຕົ້ນເປັນຢາພື້ນເມືອງປົວໄຂ້ຮ້ອນ ປວດຫົວ ແກ້ກະຫາຍນ້ຳ ປົວພະຍາດກ່ຽວກັບເສັ້ນເລືອດ ມັນຍັງຊ່ວຍເພີ່ມທະວີການໃຊ້ Oxygen ເຮັດໃຫ້

ຫົວໃຈແຂງແຮງແລະດອກຂອງມັນຕົ້ນເຄືອເປັນຢາແກ້ເມົາເຫຼົ້າ

ພາກສ່ວນໃຊ້ແມ່ນ ຫົວທີ່ເກັບກູ້ໄລຍະເດືອນ 10 ຫາ ເດືອນ 4 ລ້າງສະອາດ ປອກເປືອກ ແລ້ວຕັດເປັນທ່ອນຍາວ 10 ຫາ 15 ຊມ ອົບດ້ວຍຄັວນມາດແລ້ວຕາກແຫ້ງ

ວິທິປຸ່ງແຕ່ງ ຮໍຫົວມັນທີ່ປອກແລ້ວປະສົມນ້ຳ ຄັ້ນແລ້ວຕອງຜ່ານເຂິງ ເພຶອເອົາເສດຂີ້ເຫຍືອຖິ້ມ ປະໃຫ້ນອນ ແລ້ວເທນ້ຳໃສຖິ້ມ ເອົາສ່ວນທີ່ເຫຼຶອໄປອົບແຫ້ງຫລືຕາກແດດໄວ້ແລ້ວເກັບໄວ້ໃນໂຖແກ້ວທີ່ສະອາດ :)