ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 18, 2010 | ມີ 14 ຄຳເຫັນ ແລະ 0 trackback(s)

 ອຸນຫະພູມທີ່ສູງຂື້ນເຮັດໃຫ້ຕ້ອງຮັບພາລະໜັກ ເຖິງແມ່ນວ່າເຮົາຈະນັ່ງຢູ່ລ້າໆ

ຫົວໃຈກໍຍັງເຕັ້ນໄວຂື້ນ ເສັ້ນເລືອດຂະຫຍາຍຕົວເພື່ອຮັບເອົາອາກາດຮ້ອນ

ຄວາມດັດເລືອດກໍຫຼູດລົງຕ່ຳ.ດັ່ງນັ້ນ ຮ່າງກາຍຂອງພວກເຮົາຈື່ງເຫຼືອພະລັງງານໜ້ອຍລົງ

ຫາກຄິດຈະອອກກຳລັງກາຍໃນລະດູທີ່ມີອຸນຫະພູມສູງຫຼາຍກວ່າ25ອົງສາກໍຄວນຮູ້ຈັກຫຼົກໆຄື


ດື່ມນ້ຳໃຫ້ຫຼາຍ

   ການອອກກຳລັງກາຍຕອນເຊົ້າຫຼືແລງ ກ່ອນອອກກຳລັງງກາຍຄວນດື່ມນ້ຳເຄິງລີດ ແລະ ລະຫວ່າງນັ້ນ

ກໍຄວນດື່ມນ້ຳອີກເຄິ່ງລີດທຸກຊົ່ວໂມງ ເພາະຖ້າຫາກຮ່າງກາຍຂາດນ້ຳຈະເຮັດໃຫ້ປວດຫົວ

ຄວນດື່ມນ້ຳແຮ່ຫຼືນ້ຳໝາກໄມ້ຈະເປັນການດີທີ່ສຸດ.


ກິນອາຫານບໍ່ພໍ


   ເພື່ອບໍ່ໃຫ້ຮ່າງກາຍເຮັດວຽກໜັກແລະບໍ່ໃຫ້ເລືອດໄປລ້ຽງທີ່ກະເພາະອາຫານຫຼາຍເກີນໄປ

ຄວນກິນອາຫານໃຫ້ພໍດີ ໃນມື້ທີ່ອາກາດຮ້ອນໆ.


ຂີ່ລົດຖີບຫຼືລອຍນ້ຳ


   ກິລາທີ່ເໝາະສົມທີ່ສຸດໃນລະດູຮ້ອນກໍ່ຄື ຂີ່ລົດຖີບແລະລອຍນ້ຳ ເພາະຈະຊ່ວຍໃຫ້ປັບຄວາມຮ້ອນໄດ້ດີທີ່ສຸດ

ສ່ວນການຂີ່ລົດຖີບຈະຊ່ວຍໃຫ້ຮ່າງກາຍໄດ້ຮັບລົມເຢັນໆ ຫຼື ເວລາຕອນກາງເວັນ ຫາກໄດ້ໄປຢ່າງຫຼິ້ນຕາມປ່າກໍຈະດີ

ນອກຈາກນີ້ເສື້ອຜ້າທີ່ນຸ້ງຄວນເປັນສີອ່ອນໆ ເພື່ອດູດຄວາມຮ້ອນ ແລະ ລະບາຍອາກາດໄດ້ດີ ຫາກຫຼິ້ນກິລາກາງແຈ້ງກໍ່ຄວນທາຄຣີມກັນແດດ

ແລະ ໃສ່ແວ່ນກັນແດດພ້ອມ.

ມະຫາຊົນ

Delicious Digg Fark Twitter