ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 17, 2010 | ມີ 29 ຄຳເຫັນ ແລະ 0 trackback(s)

  ເມື່ອກ່ອນ ມີໂຄສະນາໃຫ້ອະນາໄມຊ່ອງຄອດໃຫ້ສະອາດ ແຕ່ມາດຽວນີ້

ເພີ່ນກັບບອກວ່າ ຖ້າມັນສະອາດຫຼາຍ ກໍບໍ່ດີຄືກັນ ວ່າຊັ້ນ.

ເພີ່ນເວົ້າວ່າ ຢູ່ບໍລິເວນຊ່ອງຄອດນັ້ນມີເຊື້ອແບັກທີເຣຍຢູ່ຫຼາຍຊະນິດ

ແຕ່ກໍມີປະມານ 15 ຊະນິດທີ່ເປັນປະໂຫຍດ ຖ້າໄປຂ້າໂຕທີ່ມີປະໂຫຍດ

ມັນກໍຍອມບໍ່ດີ ວ່າຊັ້ນໄດ໋.

ຕາມທຳມະຊາດແລ້ວຜູ້ຍິງກໍຍັງຕ້ອງຮັກສາຄວາມສະອາດບໍລິເວນ

ພາຍນອກຊ່ອງຄອດຢ່າງຖືກຕ້ອງ ບໍ່ຄວນໃຫ້ມັນເສຍຄວາມສົມດູນ

ຫຼື ເວົ້າງ່າຍໆກໍຄື ບໍ່ໃຫ້ຄວາມສະອາດນັ້ນທຳລາຍ ຈຸລິນຊີ ແລກໂຕແບຊິວລັດສ

ທີ່ຊ່ວຍປ້ອງກັນການຕິດເຊື້ອ ແລະ ຢັບຢັ້ງການເຕີບໃຫຍ່ຂອງຈຸລິນຊີຮ້າຍ.

ການກັບຈັດສິງສົກກະປົກ ຕ້ອງບໍ່ທຳລາຍຈຸລິນຊີໂຕດີ .

ດັ່ງນັ້ນ ການໃຊ້ຜະລິດຕະພັນທຳຄວາມສະອາດຈຸດລັບນີ້

ຖ້າໃຊ້ສະບູປະສົມນ້ຳຫອມນັ້ນ ບໍ່ຈຳເປັນຕ້ອງໃຊ້ຫຼາຍຄັ້ງ

ແລະ ບໍ່ຈຳເປັນຕ້ອງໃຫ້ມັນເຂົ້າໄປເລິກໂພດ.

ເຮົາສາມາດໃຊ້ນ້ຳສະອາດລ້າງຊ່ອງຄອດກໍໄດ້ ແຕ່ບໍ່ຄວນຊີດນ້ຳແຮງໆ

ເຂົ້າຊ່ອງຄອດ ຫຼື ລ້າງເລິກເຂົ້າຂ້າງໃນຫັ້ນນະ ເພາະອາດເຮັດໃຫ້ເກີດການອັກເສບຫຼືຕິດເຊື່ອໄດ້.

ສຳລັບຂົນຢູ່ບໍລິເວນແຄມຖ້ຳນັ້ນກະບໍ່ຄວນແຖຫຼືຫຼົກຖິ້ມ ເພາະວ່າມັນສາມາດຊ່ວຍປ້ອງກັນຝຸ່ນ

ບໍ່ໃຫ້ເຂົ້າໄປໃນຊ່ອງຄອດໄດ້. ຖ້າຂີ້ຝຸ່ນເຂົ້າໄປໄດ້ ມັນກໍ່ອາດເຮັດໃຫ້ຈຸລິນຊີຮ້າຍເຂົ້າໄປນຳ.

ນອກນັ້ນ ຍັງບໍ່ຄວນນຸ່ງໂສ້ງຊ້ອນໃນຄັບເກີນໄປ ເພາະຈະພາໃຫ້ເກີດຄວາມຊື້ນ ແລະ ພາໃຫ້ຕິດເຊື່ອ.

ຄວນປ່ຽນໂສ້ງຊອນໃນຢູ່ເລື່ອຍໆ ເພາະຖ້າຫາກບໍ່ປ່ຽນ ດົນໆໄປອາດມີບັນຫາເຊື້ອລາຕາມມາ.

ສ່ວນເລື່ອງຂອງກິ່ນຈາກຊ່ອງຄອດທີ່ເໝັນຢ່າງຮຸນແຮງນັ້ນຖືເປັນເລື່ອງປົກກະຕິ ໂດຍກິ່ນຈະເປັນແນວໃດນັ້ນ

ຂື້ນກັບອາຫານທີ່ກິນ ແລະ ສານເຄມີໃນຮ່າງກາຍ. ນອກນັ້ນ ກິ່ນເໝັນຍັງເກີດຈາກ ປະຈຳເດືອນ ຫຼື ຈາກເຫື່ອທີ່ອອກຫຼາຍ.

ຢ່າງໃດກໍຕາມທຸກໆ 3 ເດືອນ ທ່ານຍິງຄວນໃຊ້ແວ່ນແຍງເບິ່ງອະໄວຍະວະເພດຂອງຕົນ ເພື່ອສັງເກດເບິ່ງຄວາມຜິດປົກກະຕິຂອງຂະໜາດ

ຫຼືສີ. ຖ້າຫາກມີລັກສະນະປ່ຽນໄປຈາກປົກກະຕິຄວນປືກສາເພດ.

 

 

ແຫຼ່ງຂໍ່ມູນ:ວາລະສານອັບເດດທີ່ແປມາຈາກໜັງສືພິມເດລິນິວ ຂອງໄທ

Delicious Digg Fark Twitter