ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ຄົນຂີ້ຕົວະ
ສ້າງເມື່ອ ກ.ລ.. 14, 2010 52 ຄົນໂຫວດ, 50 ຄຳເຫັນ, ອ່ານ 978 ເທື່ອ
ສົມມຸດວ່າເຈົ້າກັບຜູ້ຊາຍຄົນໜື່ງລົມກັນມາດົນແຕ່ບໍ່ຮູ້ຖານະທີ່ເປັນຢູ່ວ່າເປັນຫຍັງກັນແທ້ຫັ້ນນະ(ເຈົ້າເປັນຄົນຈີບລາວຢູ່)
ແລ້ວເຈົ້າເຄີຍຖາມລາວວ່າລາວເຄີຍມີແຟນບໍ່?
ລາວຕອບວ່າບໍ່ເຄີຍມີເຄີຍມີແຕ່ກິ໋ກແຕ່ດຽວນີ້ບໍ່ມີແລ້ວ ເຈົ້າກໍ່ເຊື່ອລາວໂດຍທີ່ບໍ່ຕິດໃຈຫຍັງແລະກະເຊື່ອສະເໜີວ່າລາວຄົງຈະບໍ່ຕົວະຫຍັງເຈົ້າ
ລົມກັນມາດົນເຕີບແລ້ວມີມື້ໜື່ງ ເຈົ້າໄດ້ໄປເຫັນລາວຂຽນຫຍັງຈັກເລື່ອງໜື່ງທີ່ກ່ຽວກັບວ່າລາວມີແຟນແລ້ວ ເຖິງແມ່ນວ່າຕອນນີ້ເຂົ້າເຈົ້າອາດຈະເລີກກັນໄປແລ້ວກະຕາມ(ແຕ່ບາງທີກໍ່ຍັງບໍ່ເລີກກະເປັນໄປໄດ້)
ເຊິ່ງເຫັນແນວນັ້ນເຈົ້າກໍ່ເສຍຄວາມຮູ້ສືກຫຼາຍທີ່ລາວຕົວະເຈົ້າທັ້ງທີ່ຖ້າລາວບອກວ່າເຄີຍມີແລ້ວກະບໍ່ເປັນຫຍັງນ່າແຕ່ຈຳເປັນຫຍັງຕ້ອງຕົວະກັນ
ເລີຍຢາກຖາມຄວາມຄິດເຫັນວ່າຜູ້ຊາຍຄົນນີ້ຄິດຫຍັງຢູ່ກັນແທ້ແລ້ວເຈົ້າຈະເຮັດແນວໃດຕໍ່ໄປລະຫວ່າງເຈົ້າກັບລາວ...