ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 3, 2008 | ມີ 7 ຄຳເຫັນ ແລະ 0 trackback(s)
ວັນຄູກໍ່ໃກ້ຈະມາຣອດແລ້ວມີໃຜແດ່່ຈະໄປມອບຂອງຂວັນວັນຄູກັບນາງ. ວ່າແລ້ວກໍ່ມື້ອື່ນຕ້ອງໄປຊອກຊື້ຂອງຂວັນວັນຄູໃຫ້ນອ້ງຊາຍແລ້ວບໍ່ຣູ້ວ່າຊິໍື້ຫັຍງດີເນາະ...ນາຍຄູຂອງນ້ອງຊາຍມິຕັ້ງ 7 ຄົນເປັນຜູ້ຍິ່ງໝົດ...ຣື..ຣື..ງານນິີ້ກະເປົ່າແຣງແທ້ໆ..ຣາຣາເວົ້າມ່ວນເວົ້າຫົວຊື່ໆເດີຈັກຊິຊື້ຫຍັງມື້ອື່ນຄືຊິໄດ້ວາງແຜ່ນຢ່າງໃຫຍ່...( ວາງແຜ່ນກໍ່ການຣັກ..ອືອື..love love..techerເດີ..ຢ່າເຂົ້າໃຈຖືກ..ອຸ້ຍຢ່າເຂົ້າໃຈຜິດ...ແລ້ວວັນຈັນຈະມາສະເລີຍວ່າຊື່ຫຍັງ...
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 22, 2008 | ມີ 10 ຄຳເຫັນ ແລະ 0 trackback(s)
ມື້ວານຂ້ອຍພານ້ອງສາວແລະໝູ່ໄປຫຼີ້ນວັດຢູ່ໃນເມື່ອງ..ແຜນການວາງໄວ້ແມ່ນຈະໄປວັດສີສະເກດກ່ອນແລ້ວໄປວັດຫໍພະແກ້ວແລ້ວຕົບທ້າຍດ້ວຍສູດລົດນຳ້ຢູ່ສີເມື່ອງແລ້ວກໍ່ໄປນັ່ງຫຼີ້ນຢູ່ປະຕູໄຊ. ບາດໄປແທ້ມາລະໄປສວາຍໂພດເຂົ້າໄຫວ້ພະຢູ່ສີສະເກດໄດ້10ນາທີ່ເພີ່ນກໍ່ປິດບໍ່ໃຫ້ເຂົ້າອີກເລີຍບໍ່ໄດ້ເຂົ້າວັດຫໍພະແກ້ວຊຳ້..ກະວ່າກິນເຂົ້າສວາຍແລ້ວຈະມາ ແຕ່ຕອນຊອກຫາເຂົ້າຍ່າງໄກໂພດເລີຍບໍ່ມີໃຜຢາກຍ່າງກັບມາຫໍພະແກ້ວອີກກໍ່ເລີຍແວະວັດໃກ້ໆແລ້ວກໍ່ໄປວັດສີເມືອງພໍດີຫຼານສາວຄົນນ້ອຍຂອງເຈົ້າຊີວິດໄທມາເລີຍໄດ້ນັ່ງຖ້າເພີນໄຫວ້ພະແລ້ວຈິ່ງໄດ້ສູດລົດນຳ້
ໄດ້ເຫັນໂຕແທ້ກໍ່ມື້ວານນີ້ແຫຼະ ໂຕກໍ່ນ້ອຍໆໜ້າໃສໆດີ...ຕືນມາຕອນເຊົ້າມື້ນີ້ທຸກຄົນເັຈບໂຕປວດຂາເປັນໄຂ້ໝົດຈົ່ມເວົ້າໃຫ້ຂ້ອຍວ່າພາຍ່າງຕາກ ແດດຫຼາຍໂພດເທື່ອໜ້າບໍ່ຍ່າງໄປອີກຈະເອົາລົດໄປເອົາ..ເຣເຣ ຂ້ອຍເລີຍໄດ້ຂໍໂທດທຸກຄົນທມີ່ເປັນໂຕຕົ້ນຄິດພາເຂົາຍ່າງເລາະຊົມເມື່ອງ..ສຸດທ້າຍປະຕູໄຊບໍ່ໄດ້ໄປຊຳ້ທຸກຄົນເມື່ອຍໄປບໍ່ໄຫວ..ເຫຼືອແຕ່ຂ້ອຍທີ່ບໍ່ເປັນຫຍັງ..ເຣເຣ.. ເຈົາຂອງຄວາມຄິດຖືກເທດຊຳ້..
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 17, 2008 | ມີ 9 ຄຳເຫັນ ແລະ 0 trackback(s)
ມື້ວານນີຕອນແລງໝາສີນຳ້ຕານຂອງຂ້ອຍມັນເກີດລູກຕັ້ງ7ໂຕພຸ້ນນະຈັກແມ່ມັນຊິລ້ຽງລູກແນວໃດແມ່ມັນໂຕນ້ອຍໆໜຶ່ງ. ພໍຕືນເຊົ້າມາວ່າຊິໄປເບິ່ງໝາ, ແຕ່ຈັ່ງໃດຝົນຕົກແຣງນຳ້ກໍ່ເລີຍຖ້ວມເຣືອນໝາໄດ້ຍິນແຕ່ສຽງໝານ້ອຍຣ້ອງຂ້ອຍກະເລີຍຕ້ອງຍ້າຍໆໝາໃຫ້ໄປນອນຢູ່ໜ້າເຣືອນ
ມື້ເຊົ້າໄປສົ່ງນອ້ງສາວບໍ່ເຫັນຣອດທາງມັນຢູ່ໃສນຳ້ຖ້ວມໝົດຂີີ່ລົດຕົກຂຸມສະຊາຍເລີຍ...ຣາ..ຣາຂື້ນຕົ້ນເລື່ອງໝານ້ອຍຈົບດວ້ຍເລື່ອງຂອງຄົນ