ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 24, 2010 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ທັງສາມພາກບໍ່ໄດ້ຕັ້ງໃຈຂຽນສ້າງພາບຕິດລົບໃຫ້ແມ່ຍິງ

ແຕ່ສະແດງໃຫ້ເຫັນອີກມູນໜຶ່ງທີ່ກ້ວາງອອກໄປ

 

                                 ຊົ່ວ​ທີ 3 ( ຄົນ​ທີ່​ເປັນ​ເຈົ້າ​ຂອງ )
 
       ​​​ຂ້ອຍ​ເປັນ​ຄົນ​ໜຶ່ງ​ທີ່​ເຊື່ອ​ໃນ​ເລື່ອງ​ຂອງ​ເນຶ້ອຄູ່ ​ແຕ່​ບາງ​ເທື່ອ​​ຂ້ອຍ​ອາດເຊຶ່ອ​ແບບ​ນັ້ນ
ຫຼາຍ​ຈົນ​ເກິ​ນ​ໄປ ຂ້ອຍ​ຈຶ່ງ​ເສຍ​ຄົນ​ທີ່​ຂ້ອຍ​ຮັກ​ໃຫ້​ຄົນ​ອື່ນ​ໄປ​ຕະຫຼອດ​ມາ ຂ້ອຍ​ເຊື່ອ​ສະ​ເໝີ​
ວ່າ​ສິ່ງ​ໃດທີ່​ມັນ​​ເປັນ​ຂອງ​ຂອງ​ເຮົາ​ຫາກ​ມັນ​ຜ່ານ​ເຂົາ​ມາ​ແລ້ວ​ຫາຍ​ໄປ​ມັນ​ກໍ່​ຈະ​ກັບ​ຄືນມາ ​ແຕ່​ຂ້ອຍ​ຄິດ​
ວ່າ​ຕອນ​ນີ້​ຂ້ອຍ​ບໍ່​ຈໍາ​ເປັນ​ອີກ​ແລ້ວ​ທີ່​ຈະ​ຍອມປ່ອຍ​ໃຫ້​ສິ່ງ​ທີ່​ຂ້ອຍ​ຄິດ​ວ່າ​ມັນ​ເປັນ​ຂອງ​ຂ້ອຍ​ລຸດມື
ຈາກ​ໄປໄສອີກ………………………
           ຂ້ອຍ​ເປັນ​ຜູ້ຍິງ​ຄົນ​ໜຶ່ງ​ທີ່​ໃຊ້​ຊີວິດ​ປົກກະຕິ​ເຮັດ​ວຽກ​ຫ້ອງການ​ຕາມ​ທີ່​ພໍ່​ແມ່​ຢາກ
​ໃຫ້​ເຮັດ​(ສາວ​ທະນາຄານ) ຂ້ອຍບໍ່​ເຄີຍ​ຮູ້​ແນ່ນອນ​ນວ່າ​ຂ້ອຍ​ຕ້ອງການ​ສິ່ງ​ໃດ​ ? ​ແຕ່​ມີ​ເລື່ອງ
ໜຶ່ງ​ທີ່​ຄິດ​ໄວ້​ໃນ​ໃຈ​ຕະຫຼອດ ​ແລະ ຄິດ​ວ່າ​ຜູ້ຍິງ​ທຸກ​ຄົນ​ຈະ​ຕ້ອງ​ຄິດ​ຄື​ກັນ​ກັບ​ຂ້ອຍ​ກໍ່​ຄື​ການ​ທີ່ຈະ
​ມີໃຜ​ຄົນ​ໜຶ່ງ​ທີ່​ດີ​ເຂົ້າ​ມາ​ຄ່ອຍ​ເບິ່ງ​ແຍງ ​ແລະ ​ເອົາ​ໃຈ​ໃສ່​ເປັນ​ຜູ້​ນໍາ​ເຮົາ​ໃນ​ຍາມ​ທີ່​ເຮົາ​ເບິ່ງ​ບໍ່​ເຫັນ​
ທາງ​ທີ່​ຈະ​ໄປ ​ແລະ ຍອມ​ອ່ອນຂໍ້​ໃຫ້​ເຮົາ​ໃນ​ຍາມ​ທີ່​​​ເຮົາ​ຕ້ອງການ​​ທີ່​ຈະ​ເປັນ​ຜູ້​ນໍາ​ໃນ​ບາງເລື່ອງ
​ແຕ່​ມັນ​ຊ່າງ​ຢາກ​ຫຼາຍ​ທີ່​ຈະ​ເບິ່ງ​ອອກ​ວ່າ​ໃຜ​ເປັນ​ຄົນໆ​ນັ້ນ ທີ່​ດີ​ ​ແລະ ​ເໝາະ​ສົມ​ກັບ​ເຮົາ​ທີ່​ສຸດ ​
ຂ້ອຍ​ບໍ່​ເຄີຍ​ສົນ​ຫວັງ​ໃນ​ຄວາມ​ຮັກ​ເລີຍ​ຈົນ​ເລີ່​ມທີ່​ຈະ​ຖອນ​ໃຈ​ຢູ່​ຄົນ​ດຽວ​ແລ້ວ.
       ​​ໄລຍະ​ນີ້​ມີ​ລູກ​ຄ້າ​ຄົນ​ໜຶ່ງ​​ເຂົ້າ​ມາ​ຕິດ​ຕໍ່​ພົວພັນ​ວຽກ​ທີ່​ພະ​ແນ​ກຂອງ​ຂ້ອຍ​ເປັນ​ປະ​ຈໍາ
​​​ເປັນ​ຜູ້​ຊາຍ​ອາຍຸ​ປະມານ​ 30 ຕົ້ນໆ​ກໍາລັງ​ມີ​ສະ​ເໜ່​ແລະ​ຮ້ອນ​ແຮງ​ໃນ​ສາຍຕາ​ຂອງ​ໝູ່​ຮ່ວມ​ງານ
ຂອງ​ຂ້ອຍ ​ແຕ່​ສໍາ​ຫຼັບ​ຂ້ອຍ​ຫວາ ? ອື​ມ…………..….ກະຖື​ວ່າ​ໃຊ້​ໄດ້​ໃນ​ເລື່ອງ​ຂອງ​ໜ້າ​ຕາ
ທຸກ​ຄັ້ງ​ລາວມັກ​ທີ່​ຈະ​ຍ່າງ​ເຂົ້າ​ມາ​ຖາມ​ສະບາຍດີ​ຂ້ອຍ​ຢູ່​ເປັນ​ປະ​ຈໍາ ຈົນ​ໝູ່​ໃນ​ພະ​ແນ​ກດຽວ​ກັນ​ສັງ
​ເກດໄດ້​ວ່າ​ລາວ​ເຂົ້າ​ມາ​ຈີບ​ຂ້ອຍ ຂ້ອຍ​ກໍ່​ຮູ້​ຕົວ​ຄື​ກັນຈາກ​ສາຍຕາ​ຂອງ​ລາວ​ທີ່​ແນມ​ມາມັນ​ພິ​ເສດ
ແຕ່ຈັ່ງ​ໃດ​ລະ​ນິ​ໃສ​ຂອງ​ຜູ້ຍິງ​ມັນ​ກໍ່​ຕ້ອງ​ຍິ່ງ​ໄວ້​ກ່ອນ ​ແຕ່ບໍ່​ຊ້າ​ບໍ່​ນານ​ໃຈ​ຂ້ອຍ​ເລີ່​ມອ່ອນ​ກັບ
​ຮັກ​ຍິ້ມ​ຫວານ​ໆ​ຂອງ​ລາວ​ທຸກ​ຄັ້ງ​ທີ່ລາວ​ເຂົາ​ມາ​ຕິດ​ຕໍ່​ພົວພັນ​ວຽກ ​ເຮົາ​ຕັດສິນ​ໃຈ​ຄົບ​ກັນ.
   ລາວ​ເປັນ​ຄົນ​ທີ່​ມີ​ລະບຽບ​ໃນ​ການ​ດໍາລົງ​ຊີວິດ​ໂດຍ​ສະ​ເພາະ​ໃນ​ຊ່ວງ​ເວລາ​ທີ່​ລົມ​ກັນ​ການ​​ໄປ​ການ​
ມາ​ທີ່​ເປັນ​ໂມງ​ເປັນ​ຍາມຂອງ​ລາວແລະໃນ​ຊ່ວງ​ເວລາ​ທີ່​ຄົບ​ກັນ​ມາໄດ້​ໜຶ່ງ​ເດືອນ​ແລ້ວ​ບໍ່ເຄີຍ
​ເຫັນ​ຜູ້​ຊາຍ​ຄົນ​ໃດ​ເລີຍ​ທີ່​ຈະໃສ່​ໃຈທຸກໆ​ລາຍ​ລະອຽດ​ຂອງ​ຂ້ອຍ​ປານ​ນີ້ ຮູ້​ວ່າຂ້ອຍ​ບໍ່​ມັກ​ອັນ​ໃດ,
ມັກ​ກິນ​ອີ່​ຫຍັງ , ມັກ​ໄປ​ສະຖານ​ທີ່​ແບບ​ໃດ, ​ເປັນ​ຫ່ວງ​ເປັນ​​ໃຍ​ຕະຫຼອດເວລາ​ທີ່​ລາວ​ເຮັດ​​ໄດ້
 ຄວາມ​ຮັກ​ມັນ​ກໍ່​ເປັນ​ແບບ​ນີ້​ລະ ! ຂ້ອຍ​ລືມ​ຄິດ​ໄປ​ເລີຍ​ວ່າມັນ​ອາດ​ເປັນ​ຊ່ວງ​ຕົ້ນໆ​ເທົ່າ​ນັ້ນ !
    ຜ່ານ​ມາ​ໄດ້ 4-5​ເດືອນ​ແລ້ວ​ຂ້ອຍ​ຍິ່ງ​ຮູ້​ສຶກວ່າ​ຜູ້​ຊາຍ​ຄົນ​ນີ້​ເປັນ​ຜູ້​ຊາຍ​ທີ່​ມີຄວາມ​ອົບ​ອຸ່ນ​ທີ່​ສຸດ
​ເທົ່າ​ທີ່​ຂ້ອຍເຄີຍ​ຄົບ​ມາຂ້ອຍແພ້​ໃນ​ຄວາມ​ດີ ​ແລະ ຄວາມສະ​ເໝີ​ຕົ້ນ​ສະ​ເໝີ​ປາຍຂອງ​ລາວ​ທີ່​ມີ​ໃຫ້
​ຂ້ອຍຕະຫຼອດ​ມາ ​ຂ້ອຍ​ມີ​ຄວາມ​ສຸດ​ຫຼາຍ ​ແລະ ອາດ​ຫຼາຍ​ຈົນ​ເກີນ​ໄປ​ຊໍ້າ​ ຖ້າຫາກ​ຂ້ອຍ​ຕ້ອງເຈັບ
​ຕອນ​ນີ້​ກະ​ຄື​ສິ່ງ​ເຈັບ​ຫຼາຍ​ເທົ່າ​ກ່ວາ​ຄົນ​ກ່ອນໆ​ອີກ !
  ຢູ່​ມາ​ວັນ​ໜຶ່ງ​ລາວ​ຫາຍ​ໄປ​ເປັນ​ອາທິດ​ພ້ອມ​ກັບ​ຟາກ​ຂໍ້ຄວາມ​ໄວ້​ເທິງ​ມື​ຖື​ຂອງ​ຂ້ອຍ​ວ່າ​ຈະ​ໄປ​ເຮັດ​ວຽກ
​ຢູ່​ຕ່າງ​ແຂວງ​1ອາທິດ​ເປັນ​ເທື່ອທໍາ​ອິດ​ທີ່​ລາວບໍ່​ໂທລະສັບ​ມາບ​ອກວ່າ​ຈະ​ໄປ​ໃສລາວ​ອາດມີ​ເຫດ​ຜົນ​ຂອງ​ລາວ​ຂ້ອຍ​ເ​ຊື່​ອ​ແບບ​ນັ້ນ !
         ຄົບໜຶ່ງ​ອາທິດ​ຕົກ​ແລງ​ມາ​ສຽງ​ໂທລະສັບ​ດັງ​ຂຶ້ນ​ເປັນ​ສາຍ​ຂອງ​ລາວ​ ​ແລະ ລາວ​ກໍ່​ຢືນ​ຢູ່​ປະຕູ​ໜ້າ​
ບ້ານ​ຂ້ອຍ​ຮຽບຮ້ອຍ​ແລ້ວ ຂ້ອຍ​ດີ​ໃຈ​ຫຼາຍ​ແລງ​ນັ້ນ​ລາວ​ພາ​ຂ້ອຍ​ອອກ​ໄປ​ນັ່ງ​ກິນ
​ເຂົ້າ​ຢູ່​ທີ່​ຮ້ານ​ອາຫານ Moon The Night ປົກກະຕິ​ລາວ​ຈະ​ບໍ່​ມັນກສະຖານ​ທີ່ຄົນ​ຫຼາຍໆ​ແບບ​ນີ້
​ໂຕະ​ບ່ອນ​ນັ່ງ​ຊັ້ນ​ເທິງ​ຕິດ​ຂອບ​ກັບ​ແຄມ​ຂອງ​ໝາຍ​ເລກ​ໂຕະ 302 ນັ່ງ​ໄປ​ໄດ້​ຈັກ​ໜ້ອຍ​ສຽງ​ຕົບ
​ໂຕະ​ດັງ​ມາ​ຈາກ​ທາງ​ດ້ານ​ຫຼັງ​ຂອງ​ຂ້ອຍ​ຄູ່​ໜຸ່ມ​ສາວ​ຄູ່​ໜຶ່ງ​ຜິດ​ກັນ ​ແລະ ຜູ້ຍິງ​ຄົນ​ນັ້ນ​ກໍ່​ໄດ້​ເອົາ​ແຕ່​ນັ່ງ​
ໃຫ້ ຊ່າງ​ເປັນ​ພາບ​ທີ່​ບາດ​ໃຈ​ຜູ​ຍິງ​ນໍາ​ກັນ​ທີ່​ໄດ້​ພົບ​ເຫັນ​ແບບ​ນັ້ນ ! ຖ້າ​ຈະ​ບອກ​ເລີກ​ກັນ
ກະ​ຂໍ​ໃຫ້​ເປັນ​ບ່ອນ​ອື່ນ​ທີ່​ບໍ່​ມີ​ຄົນ​ຫຼາຍ​ຂະໜາດ​ນີ້ຊະ ! ​
       ການ​ສົນທະນາ​ໃນ​ສະຖານ​ທີ່​ງາມໆ​ອາຫານ​ແຊບໆ​ກັບ​ຄົນ​ທີ່​ເຮົາ​ຮັກ​ສິ່ງ​ໃດ​ສິມີຄວາມ
ສຸກໄປ​ກ່ວາ​ນີ້​ອີກ​ແລ້ວ​ແຕ່​ຂ້ອຍ​ບໍ່​ຮູ້​ໂຕ​ມາ​ກ່ອນ​ເລີຍ​ວ່າ​ເວລາ​ແຫ່ງ​ຄວາມສຸກ​ນັ້ນ​ມັນ​ຈະ​ຢູ່​ດົນປານ
​ໃດ ? ຂ້ອຍ​ສັງ​ເກດ​ເຫັນ​ສີ​ໜ້າ​ຂອງ​ລາວ​ເສົ້າໆ ຂ້ອຍ​ຮູ້​ວ່າ​ລາວ​ມີ​ຄວາມ​ໃນ​ໃຈ​ທີ່​ຈະ​ບອກແຕ່​
ຂ້ອຍ​ກໍ່ບໍ່​ຢາກ​ຮູ້​ດອກ ! ​ແຕ່​ລາວ​ຫງຽບ ​ແລະ​ກົ່ມໜ້າ​ລົງ​ຈົນ​ເບິ່ງ​ເປັນຕາ​ໜ້າ​ຢ້ານ ຂ້ອຍ​ຈຶ່ງ​ບອກ
ລາວ​ອອກ​ໄປ​ວ່າ :
       ​ເຈົ້າ​ມີ​ສິ່ງ​ໃດ​ເຈົ້າ​ກໍ່​ບອກ​ອອກ​ມາ​ໂລດ​ຂ້ອຍ​ຍິນ​ດີ​ຮັບ​ຟັງ​ໝົດ​ທຸກ​ຢ່າງ ​ເຈົ້າ​ຮູ້​ບໍ່​ວ່າ​ຊີວິດ
ຄູ່​ມີ​ໄວ້​ເພື່ອ​ຫຍັງ ? ຫາກ​ສິ່ງ​ໃດ​ທີ່​ເຈົ້າ​ມີ​ຄວາມສຸກ​ເຈົ້າ​ເຮັດ​ໂລດ​ບໍ່​ຕ້ອງ​ເກງ​ໃຈ​ຂ້ອຍ​ດອກ !
       ຂ້ອຍ​ເວົ້າ​ອອກ​ມາ​ທັງ​ທີ່​ໃຈ​ສັ່ນໆ ຄ້າຍ​ກັບ​ຮູ້​ໄດ້​ເຖິງ​ລາງ​ທີ່​ບໍ່​ດີ ລາວ​ຢືນ​ມື​ມາ​ຈັບ​ມື​ຂອງ
ຂ້ອຍ​ແຕ່​ສາຍຕາ​ຂອງ​ລາວ​ກັບ​ກົ່ມລົງ​ໄປ​ທີ່​ພື້ນ​ແລ້ວ​ເວົ້າ​ວ່າ
       ຂ້ອຍ​ຂໍ​ໂທດ​ເຈົ້າ​ເດີ້ ! ຂ້ອຍ​ຢາກ​ບອກ​ວ່າ​ເຮົາ​ຄື​ສິ​ໄປ​ກັນ​ບໍ່​ໄດ້​ແລ້ວ​ຢ່າ​ຖາມ​ຂ້ອຍ​ໄດ້​ບໍ່
ວ່າ​ເປັນ​ຫຍັງ​ ຮູ້ໄວ້​ແຕ່ພຽງວ່າ​ຂ້ອຍ​ຮັກ​ເຈົ້າ​ສຸດ​ຫົວ​ໃຈ​ຂອງ​ຂ້ອຍ…………….
        ພໍ​ແຕ່​ຂ້ອຍ​ໄດ້​ຍິນ​ຄໍາ​ວ່າ​ເຮົາ​ໄປ​ກັນ​ບໍ່​ໄດ້​ແລ້ວ​ຫູ​ຂອງ​ຂ້ອຍ​ກໍ່​ບໍ່​ສາມາດ​ໄດ້​ຍິນ​ຄໍາ​ອື່ນ
ທີ່​ລາວ​ເວົ້າ​ອອກ​ມາ​ອີກ​ຕໍ່​ໄປ​ນໍ້າ​ຕາ​ຂອງ​ລາວ​ທີ່​ໄຫຼ​ອອກ​ມາ​ເປັນ​ສາຍ​ເບິ່ງ​ແລ້ວ​ເຕັມ​ໄປ​ດ້ວຍ​
ຄວາມ​ເຈັບ​ປວດ​ແຕ່​ສໍາ​ຫຼັບ​ຂ້ອຍ​ບໍ່​ມີ​ແມ້​ແຕ່​ຮ່ອງຮອຍ​ຂອງ​ນໍ້າ​ຕາ​ຂ້ອຍ​ໄດ້​ແຕ່​ກໍາມື​ລາວ​ໄວ້​ແໜ້ນ
​ແລ້ວ​ຖອນ​ຫາຍ​ໃຈ​ອອກ​ມາ​ສຸດ​ແຮງ ! ​ມັນ​ຄົງ​ເປັນ​ເລື່ອງ​ຂອງ​ເຫດຜົນ​ອີກ​ຫັ້ນ​ລະ ​ແລະ ຂ້ອຍ
ກໍ່​ບໍ່​ຢາກ​ຮູ້​ແລ້ວ​​ເຖິງ​ຢ່າງ​ໃດ​ມັນ​ກໍ່​ຄົງ​ຈະ​ຈົບ​ລົງ​ສາ​ບ່​ອນນີ້ !
       ລາວ​ກັບ​ມາ​ສົ່ງ​ຂ້ອຍ​ທີ່​ບ້ານ​ກ່ອນ​ຂ້ອຍ​ຍ່າງ​ລົງ​ຈາກ​ລົດ​ຂອງ​ລາວ​ຂ້ອຍ​ເວົ້າ​ຂຶ້ນ​ວ່າ :
        ຂ້ອຍ​ຮູ້ວ່າ​ເຈົ້າ​ມີ​ເຫດຜົນ​ຂອງ​ເຈົ້າ ​ແລະ ຖືກ​ແລ້ວ​ທີ່​ເຈົ້າ​ບໍ່​ເວົ້າ​ອອກ​ມາ​ໃຫ້​ຂ້ອຍ​ຟັງ
​ແຕ່​​ໃຫ້​ເຈົ້າ​ຮູ້​ໄວ້​ຄື​ກັນ​ເດີ້​ວ່າ​ຂ້ອຍ​ກະ​ຮັກ​ເຈົ້າ​ສຸດ​ຫົວ​ໃຈ​ຂອງ​ຂ້ອຍ​ຄື​ກັນ ຫາກ​ວັນ​ໃດ​ທີ່​ເຈົ້າ​ຢາກ
ຈະ​ກັບ​ມາ​ກໍ່​ໃຫ້​ກັບ​ມາ​ຂ້ອຍ​ຍັງ​ຢູ່​ບ່ອນ​ເກົ່າ​ບ່ອນ​ນີ້ ​ແລະ ຈື່​ໄວ້​ສະ​ເໝີ​ເດີ້​ວ່າ​ຂ້ອຍ​ເຮັດ​​ໄດ້​ທຸກໆ
ສິ່ງ​ເພື່ອ​ເຈົ້າ !
      ສຽງ​ອັດ​ປະຕູ​ລົດ​ເປັນ​ສັນຍານ​​ເຕືອນ​ເຖິງ​ວ່າ​ນີ້​ເປັນ​ເທື່ອ​ສຸດ​ທ້າຍ​ທີ່​ຂ້ອຍ​ຈະ​ໄດ້​ນັ່ງ​ຂ້າງໆ
ລາວ​ໃນ​ລົດ​ຂັນ​ນີ້ ! ຈາກ​ນັ້ນ​ພໍ​ລົດ​ລາວ​ລັບ​ຕາ​ໄປ ນໍ້າ​ຕາ​ຂອງ​ຂ້ອຍ​ກໍ່​ໄຫຼ​ລົງ​ເປັນ​ສາຍຂ້ອຍ​ກົ່ມ
​ໂຕ​​ລົງນັ່ງ​ທີ່​ປະຕູ​ໜ້າ​ບ້ານ ! ​ແລ້ວ​ປ່ອຍ​ໃຫ້​ນໍ້າ​ຕາ​ມັນ​ໄຫຼ​ອອກ​ມາ​ຕາມ​ໃຈ​ຂອງ​ມັນ​ຂ້ອຍ​ບອກ
​​ໃຈ​ໂຕ​ເອງ​ວ່າ​ເອົາ​ເລີຍ​​ໄຫຼ​ອອກ​ມາ​ໃຫ້​ໝົດ​ສາ​ຢູ່​ໜ້າ​ບ້ານ​ນີ້​ເພາະ​ຂ້ອຍ​ຈະ​ບໍ່​​ເອົາ​ເຈົ້າ​ເຂົ້າ​ໄປ​ນອນ​
ກອດ​ນໍາ​ໃນ​ບ້ານ​ດອກ !
      ຈາກ​ໜຶ່ງ​ຄືນ​ທີ່​ບໍ່​ຮູ້​ວ່າ​ຈະ​ຫຼັບ​ຕາ​ຂ້າມ​ຜ່ານ​ມັນ​ໄປ​ແນວ​ໃດສູ່​ອີກ​ໜຶ່ງ​ອາທິດ​ທີ່​ຍາວ​ນານ
​ແລະ ໜຶ່ງ​ເດືອນ​ທີ່​ສຸດ​ແສນ​ຈະ​ທໍລະມານ​ຂ້ອຍ​ເລີ່​ມຕັດ​ໃຈ​ອອກ​ຫ່າງ​ແລ້ວ​ທັງ​ທີ່​ມີ​ຄວາມ​ຫວັງ​ຢູ່
ຕະຫຼອດ​ເວລາ​ວ່າ​ລາວ​ຈະ​ຕ້ອງ​ກັບ​ຄືນ​ມາ ບໍ່​ມີ​ແມ້​ແຕ່​ໂທລະສັບ​ຂໍ້ຄວາມ ທຸກ​ຢ່າງ​ຫ່ວາງ​ເປົ້າ.
      ​ແລງ​ວັນ​ໜຶ່ງ​ຫຼັງ​ເລີກ​ການ​ຂ້ອຍ​ຂັບ​ລົດ​ກັບ​ບ້ານ​​ຄື​ກັບ​ທຸກໆ​ມີ​ແຕ່​ພໍ​ຂ້ອຍ​ຂັບ​ລົດ​ມາ​ໃກ້ໆ​ກັບ​ໜ້າ​
ບ້ານ​ຂອງ​ຂ້ອຍ​ຂ້ອຍ​ແນມ​ເຫັນ​ລົດ​ຄັນ​ໜຶ່ງ​ທີ່​ຂ້ອຍ​ຮູ້ຈັກ​ດີ​ຈອດ​ຢູ່​ຂ້າງ​ບ້ານ​ຂອງ​ຂ້ອຍ​
​ໂຕ​ຂອງ​ຂ້ອຍ​ເລີ່​ມສັ່ນ​ນັ້ນ​ເປັນ​ລົດ​ຂອງ​ລາວ​ ​ແລະ​ພໍ​ແຕ່​ລາວ​ເຫັນ​ຂ້ອຍ​ກັບ​ມາລາ​ວກໍ່​ໄຂ​ປະຕູ​ລົດ
ອອກ​ມາ​ແລ້ວ​ລາວ​ກໍ່​ຊວນ​ຂ້ອຍ​ອອກ​ໄປ​ລົມ​ກັນ​ທາງ​ນອກ​ກັບ​ລາວ ຕະຫຼອດ​ເວລາ​ທີ່​ລາວ​ປ່ອຍ
​ໃຫ້​ຂ້ອຍ​ຢູ່​ແບບ​ນີ້​ມັນ​ທໍລະມານ​ເຫຼືອ​ເກີນ​ຂ້ອຍ​ຄວນ​ຕອບ​ປະຕິ​ເສດ​ລາວ​ແລ້ວ​ອັດ​ປະຕູ​ໜ້າ​ບ້ານ
​ໃສ່​ໜ້າ​ຂອງ​ລາວ​ຊະ ! ບໍ່​ຂ້ອຍ​ເຮັດ​ບໍ່​ລົງ​ຂ້ອຍ​ອອກ​ໄປ​ກັບ​ລາວ​ ​ແລະ ​ເຮົາ​ກໍ່​ນັ່ງ​ລົມ​ກັນ​ທີ່​ຮ້ານ​ອາຫານ
​ແຫ່ງ​ໜຶ່ງ​ທີ່​ສຸດ​ແສນ​ຈະ​ຫງຽບ​ບໍ່​ມີ​ຄໍາ​ເວົ້າ​ໃດ​ທີ່​ເວົ້າ​​ໄດ້​ໃນ​ຕອນ​ນີ້​ທີ່​ອອກ​ມາ​ຈາກ​ປາກ​ຂອງ​ລາວ​ຄື​ການ​ຖາມ​ວ່າ​
​ເປັນ​ແນວ​ໃດ ? ສະບາຍດີ​ບໍ່ ?
       ​ໃນ​ໃຈ​ຂ້ອຍ​ຄິດ​ເປັນ​ຄໍາ​ຖາມ​ທີ່​ໂງ່​ທີ່​ສຸດ​ແຕ່​ກໍ່​ຢາກ​ຟັງ ! ລາວ​ເລີ່​ມດື່ມ​ເບຍ​ຈອກ​ທໍາ​ອິດ
ຕາມ​ດ້ວຍ​ຈອກ​ທີ່​ສອງ​ຢ່າ​ໄວວາ ຂ້ອຍ​ບໍ່​ເຄີຍ​ເຫັນ​ລາວ​ດື່ມ​ເບຍ​ຫຼາຍ​ຂະໜາດ​ນີ້ມາ​ກ່ອນ.
    ​ເວລາ​ຜ່ານ​ໄປ​ເບຍ​ຂອດ​ທີ​4ພ້ອມ​ຄໍາ​ຖາມ​ຊໍ້າ5ຮອບ​ແລ້ວ ​​ເປັນ​ແນວ​ໃດ ? ສະບາຍດີ​ບໍ່ ?
ຈົນ​ຂ້ອຍ​ເລີ່​ມລໍາ​ຄານ​ຂ້ອຍ​ບອກ​ລາວ​ສຽງ​ແຂງ​ວ່າ :
     ​ເຈົ້າ​ມີ​ເລື່ອງ​ຫຍັງກໍ່​ໃຫ້​ເຈົ້າ​ເວົ້າ​ອອກ​ມາ​ສາ​ຕອນ​ນີ້​ເບຍ​ມັນ​ຊ່ວຍ​ຫຍັງ​ເຈົ້າ​ບໍ່​ໄດ້​ດອກ !
     ລາວ​ກົ່ມໜ້າ​ລົງ​ແບບ​ດຽວ​ກັນ​ກັບ​ມື້​ນັ້ນ​ບໍ່​ມີ​ຜິດ ! ​​ແລ້ວລາວ​ກໍ່​ເລີ່​ມປ່ອຍ​ອາລົມ:
     ​ຂ້ອຍ​ມີ​ເລື່ອງ​ຈະ​ສາລະພາບ​ເຈົ້າ ! ເຈົ້າ​ຮູ້​ບໍ່​ວ່າ​ຕອນ​ນີ້​ຂ້ອຍ​ບໍ່​ເຫຼືອ​ໃຜ​ແລ້ວ
ຂ້ອຍ…ຂ້ອຍ ຂ ..ຂ້ອຍ​ແຕ່​ງານ​ມີ​ລູກ​ມີ​​ເມຍ​ແລ້ວ​ກ່ອນ​ໜ້າ​ທີ່​ຂ້ອຍ​ຈະ​ມາ​ຄົບ​ກັບ​ເຈົ້າ
ຂ້ອຍ​ເສຍ​ໃຈ ຂ້ອຍ​ຂໍ​ໂທດ​ທີ່​ບໍ່​ໄດ້​ບອກ​ເຈົ້າ ຂ້ອຍ​ບໍ່​ຄິດ​ວ່າ​ຂ້ອຍ​ສິຮັກ​ເຈົ້າ​ໄດ້​ຫຼາຍ​ປານ​ນີ້ !
ຕອນ​ນີ້​ຂ້ອຍ​ບໍ່​ເຫຼືອ​ໃຜ​ແລ້ວ ຢູ່ດີໆ​ເມຍ​ຂອງ​ຂ້ອຍ​ກໍ່​ຂໍ​ຢ່າ​ກັບ​ຂ້ອຍ ຂ້ອຍ​ບໍ່​ເຫຼືອ​ໃຜ​ແລ້ວ !
​ເຈົ້າ​ສິຢູ່​ກັບ​ຂ້ອຍ​​ໄດ້​ບໍ່ ? ຂ້ອຍ​ຂໍ​ໂທດ….
     ນໍ້າ​ຕາ​ທີ່​ໄຫຼ​ລົງ​ເປັນ​ສາຍ​ຂອງ​ລາວ​ກັບ​ຄໍາ​ຂໍ​ທີ່​ເຫັນ​ແກ່​ໂຕ​ທີ່​ສຸດ​ຂອງ​ລາວ​ບໍ່​ໄດ້​ສ້າງ​ຄວາມ
ສັ່ນ​ສະ​ເທືອ​ນ​​ໃຈ​ໃຫ້​​​ຂ້ອຍ​ແຕ່​ຢ່າງ​ໄດ້ ! ຂ້ອຍ​ຍືນ​ມື​ອອກ​ໄປກໍາມື​ຂອງ​ລາວ​ໄວ້​ແໜ້ນ​ແລ້ວ​ຂ້ອຍ
ກໍ່​ເວົ້າວ່າ​ :
      ບໍ່​ເປັນ​ຫຍັງ​ດອກ ! ​ເລື່ອງ​ຮ້າຍ​ໆມັນ​ຜ່ານ​ພົ້ນໄປ​ແລ້ວ​ເຮົາ​ມາ​ເລີ່​ມຕົ້ນ​ກັນ​ໃໝ່​ອີກ​ຄັ້ງ
ໜຶ່ງ​ກໍ່​ໄດ້​ຢ່າງ​ທີ່​ບອກ​ຂ້ອຍ​ຖ້າ​ເຈົ້າ​ຢູ່​ບ່ອນ​ນີ້​ສະ​ເໝີ ! ​ແຕ່​ຂ້ອຍ​ກໍ່​ມີ​ເລື່ອງ​ທີ່​ຈະ​ສາລະພາບ​
ກັບ​ເຈົ້າ​ຄື​ກັນ ​ເຫ​ງີຍໜ້າ​ຂຶ້ນ​ມາ​ເບິ່ງ​ໜ້າ​ຂອງ​ຂ້ອຍ​ກ່ອນແລ້ວຟັງ​ຂ້ອຍ​ເດີ້ ! ຂ້ອຍ​ຮູ້​ມາ​ຕັ້ງ​
ແຕ່​ຕົ້ນ​ແລ້ວ​ວ່າ​ເຈົ້າ​ແຕ່ງງານ​ມີ​ເຈົ້າ​ຂອງ​ແລ້ວ ​ແຕ່​ຂ້ອຍ​ຮູ້ຕັ້ງ​ແຕ່​ທໍາ​ອິດ​ທີ່​ເຈົ້າ​ແນມ​ເບິ່ງ​ຕາ​
ຂອງ​ຂ້ອຍ​ວ່າ​ເຮົາ​ເກີດ​ມາ​ເພື່ອ​ເປັນ​ເຈົ້າ​ຂອງ​ເຊິ່ງກັນ​ແລະ​ກັນ ຂ້ອຍ​ຈຶ່ງ​ບໍ່​ສົນ​ໃຈ​ສິ່ງ​ໃດ​ອີກ​ຕໍ່​ໄປ
ຂ້ອຍ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ໄດ້​ເພື່ອ​ເຈົ້າ ບໍ່​ວ່າ​ຫົນທາງ​ໃດ​ທີ່​ຂ້ອຍ​ຈະ​ໄດ້​ເຈົ້າ​ກັບ​ຄືນ​ມາ​ຫາ​ຂ້ອຍ​ ແລະ
​ເຫດຜົນ​ທີ່​ເຈົ້າ​ຕ້ອງ​ເລີກ​ກັບ​ເມຍ​ຂອງ​ເຈົ້າ​ກໍ່​ແມ່ນ​ຂ້ອຍ​ເອງ​ທີ່ເປັນ​ຄົນ​ເຮັດ ! ຂ້ອຍ​ຂໍ​ໂທດ​ເຈົ້າ​ຄື​ກັນ ! ​
ແລະ​ຕໍ່​ຈາກ​ນີ້​ເຮົາ​ຈະ​ຢູ່​ນໍາ​ກັນ​ເປັນ​ເຂ​ອງກັນ​ ແລະ ​ກັນ​ຕະຫຼອດ​ໄປ​ແມ່ນ​ບໍ່ ?
 
   ຊົ່ວທີ 1 ( ຫ້ອງພັກເລກທີ 305 )..................ຂຽນເມື່ອວັນທີ 17/08/2010
      ກົດອ່ານ :  http://punlao.com/bouakeo/diary/13575/
   ຊົ່ວທີ 2 ( ການທວງຄືນຂອງຄໍາສາບານ ).......ຂຽນເມື່ອວັນທີ 18/08/2010
     ກົດອ່ານ :   http://punlao.com/bouakeo/diary/13594/
 
    ຂອບໃຈສໍາລັບຜູ້ທີ່ຕິດຕາມອ່ານທັງສາມເລື່ອງທັງສາມເລື່ອງ
ສ່ວນໜຶ່ງໄດ້ມາຈາກເລື່ອງແທ້ຂອງຄົນຮອບຂ້າງແລະຂອງຜູ້ຂຽນເອງ
ກະລຸນາໃຊ້ວິຈາລະນະຍານໃນການອ່ານແລະຕັດສິນບັນຫາ !
 
  
Delicious Digg Fark Twitter