ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 20, 2010 | ມີ 43 ຄຳເຫັນ ແລະ 0 trackback(s)

ຄໍາສາລະພາບຕໍ່ໄປນີ້ເປັນຂອງສະມາຊິກພັນລາວທັງໝົດ4ຄົນທີ່ໄດ້ສົນທະນາກັນ
ແລະ ຕົກລົງນໍາເອົາມາບອກເຫຼົ່າໃຫ້ຊາວພັນລາວນໍາກັນໄດ້ຮູ້ຢ່າງໝົດເປືອກ
ແລະ ບໍ່ມີຄວາມອາຍ ທັງໝົດມີ4ເລື່ອງ ແລະ 4ຄົນປະກອບໄປດ້ວຍຊາຍ 3 ຍິງ 1
ເຊິ່ງເລື່ອງດັ່ງກ່າວເປັນຄວາມຈິງທີ່ເກີດຂຶ້ນ ດັ່ງນັ້ນຈົ່ງອ່ານດ້ວຍມີສະຕິ ແລະ
ອ່ານໃຫ້ເປັນປະໂຫຍດເພື່ອເປັນອຸດທາຫອນໃນການໃຊ້ຊີວິດ.
 
    (  ຄໍສາລະພາບທີສອງ " ສິ່ງທີ່ເຫັນ ກັບສິ່ງທີ່ຂ້ອຍເປັນ " )
     
           ສະບາຍດີ​ສະມາຊິກ​ພັນ​ລາວ​ທຸກໆ​ຄົນສໍາລັບ​ຄົນ​ທີ່​ກໍາລັງ​ອ່ານ​ຢູ່ ຂ້ອຍ​ເປັນ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​​ມີ​ຄວາມ​ຫຼັງ​ທີ່​ບໍ່​ຄ່ອຍ​ດີ​ເທົ່າ​ໃດ
​ຂ້ອຍ​ລົມ​ກັນ​ກັບ​ເຈົ້າ​ຂອງ​ໂປ​ຟາຍ​ນີ້​ ​ແລະ ຕົກລົງທີ່​ຈະ​ໃຊ້​ພື້ນ​ທີ່​ຂອງ​ລາວ​ເປັນ​ບ່ອນ​ລະບາຍ ​ເລື່ອງ​ທີ່​ຈະ​ເອົາ​ມາ​ເລົ່າມັນ​ອາດ​ເປັນ​
ເລື່ອງ​ໜ້າ​ອາຍຫຼາຍ​ກ່ວາ​ທີ່​ຈະ​ເອີ້ນ​ວ່າ​ມັນ​ເປັນຄວາມ​ຊົ່ວ​ແຕ່ຄື​ສິບໍ່​ມີ​ຫຍັງ​ເປັນຕາ​ໜ້າ​ອາຍ​ທີ່​ຈະ​ເລົ່າ​ເພາະ​ຂ້ອຍ​ໄດ້​ຜ່ານ​ຈຸດ​ສຸດ​ຂີດ​
ຄວາມ​ໜ້າ​ອັບອາຍ​ນັ້ນມາ​ແລ້ວ ​ແລະ ​ຂ້ອຍ​ນໍາ​ມາ​ເລົ່າ​ເພາະ​ຄິດ​ວ່າ​ມັນ​ຄື​ສິ​ມີ​ປະ​ໂຫຍ​ດບໍ່​ຫຼາຍ​ກໍ່​ໜ້ອຍ​ໃຫ້​ກັບ​ຄົນທີ່​ຄິດ​ຈະ​ເລືອກ​ຄູ່​ຮັກ
​ເພາະ​ເຈົ້າ​ອາດຈະບໍ່​ຮູ້​ວ່າ​ຄົນ​ທີ່​ເຈົ້າ​ເລືອກ​ທີ່​ຈະ​ຢູ່​ນໍາ​ຕະຫຼອດ​ຊີວິດ​ນັ້ນມື້ໜຶ່ງ​ເຂົາ​ຈະ​ກາຍ​ເປັນ​ສິ່ງ​ໃດ ! ລອງ​ອ່ານ​ແລ້ວ​ສໍານຶກ​ພາບ​ໄປ​
ກັບ​ຂ້ອຍ​ເດີ້.
     
        ​ເລື່ອງ​ມັນ​ຜ່ານ​ມາ​ໄດ້​ 3 ປີ​ແລ້ວ ຂ້ອຍ​ກໍາລັງ​ຈະ​ແຕ່ງງານ​ ຄໍາ​ວ່າ​ແຕ່ງງານ​ມັນ​ກໍ່ໝາຍ​ເຖິງ​ການ​ເຂົ້າ​ພິທີ​ສູ່​ຂັວນ, ງານ​ລ້ຽງ​ສະຫຼອງ​ການ​ຟ້ອນ​ລໍາວົງ
​ແລະ ​ແຂກ​ຄົນ​ຈໍານວນຫຼວງ​ຫຼາຍ​ທີ່​ຈະ​ລັງ​ໄຫຼ​ເຂົ້າ​ມາ​ເປັນ​ສັກ​ຄີ​ພະຍານ​ໃຫ້​ແກ່​ຄູ່​ບ່າວ​ສາວ ​ຊ່າງ​ເປັນ​ພາບ​ທີ່​ໜ້າ​ສວຍງາມ ​ແຕ່​ສໍາລັບ​ເຈົ້າ​ຂອງ​ງານ​ມັນ​
ຊ່າງ​ເປັນຄວາມ​ສັບສົນ​ວຸ້ນວາຍ​ເຫຼືອ​ເກີນ​ຂັ້ນ​ຕອນ​ການ​ກຽມ​ງານ​ນັບ​ຕັ້ງ​ແຕ່​ການ​ສູ່ຂໍ​ຈົນ​ຮອດ​ມື້​ງານ ​ແລະ ສຸດ​ທ້າຍ​ກໍ່​ຄື​ການ​ນັ່ງ​ແຍ່ງ​ແວ່ນຕາ​ມດ້ວຍ​​ແຂນ
ກາຍ​ໜ້າຜາກ​ຕອນ​ນອນພ້ອມ​ຄໍາ​ຖາມ​ທີ່​ວ່າ ​​“ ​ແມ່ນ​ແລ້ວ​ຫຼື​ຍັງ ? ຄົນ​ນີ້​ຫວາ​ທີ່​ເຮົາ​ຈະ​ໃຊ້​ຊີວິດຢູ່​ນໍາ​ໄປ​ຮອດ​ມື້​ຕາຍ ​ເຮົາ​ສິມີ​ຄວາມສຸ​ກບໍ່ ? ​
ເຂົາ​ເດ້ສິມີ​ຄວາມສຸກ​ບໍ່ ? “ ​ຂ້ອຍ​ບໍ່​ຮູ້​ວ່າ​ເຈົ້າ​ບ່າວ​ຄົນອື່ນ​ຄິດ​ຫຼາຍ​ຄື​ຂ້ອຍ​ບໍ່​ແຕ່​ວ່າ​ຂ້ອຍ​ຄິດ.
      ກ່ອນ​ວັນ​ງານພຽງ​ໜຶ່ງ​ເດືອນ​ທຸກໆ​ຢ່າງ​ເບິ່ງຄື​ວ່າ​ສິບໍ່​ຄ່ອຍ​ພ້ອມ​​ເທົ່າ​ໃດ ບັດ​ເຊີນ​ສັ່ງພຶມ 500 ​ໃບ​ກັບ​ພັນ​ຕະຄານ​ທີ່​ທັງ​ສອງ​ຝ່າຍ​ຕົກລົງ​ສັ່ງ​ຈອງ​ໄວ້​
ເປັນ​ເດືອນໆ ຂ້ອຍ​ເຫັນ​ຊ່ອງບັດ​ເຊີນ​ແລ້ວ​ຈັບ​ມັນ​ຂຶ້ນ​ມາ​ເປີດ​ອ່ານ​ວົນ​ໄປ​ວົນ​ມາ​ເຫັນ​ຊື່​ຂອງ​ຕົນ​ເອງ​ຢູ່​ທາງ​ໃນ​ຫັ້ນ​ຍາມ​ໃດກະ​ຍັງ​ຕົກ​ໃຈ​ວາບໆ​ຢູ່​ໃນ​ຫົວ​ໃຈ
ຂ້ອຍ​ຫັ້ນ​ໜ້າ​ໄປ​ຫາ​ວ່າ​ທີ່​ເຈົ້າ​ສາວ​ຂອງ​ຂ້ອຍ​ ​ແລະ ຖາມ​ຄໍາຖາມ​ຊໍ້າໆ​ສະ​ເໝີ​ວ່າ “ ​ເຈົ້າ​ແນ່​ໃຈ​ລະ​ຫວາ​ທີ່​ຈະ​ຢູ່​ນໍາ​ຂ້ອຍ ? “ ລາວ​ກໍ່​ຍິ້ມ​ແລະ​ຕອບ​ວ່າ
“ ຂ້ອຍ​ບໍ່​ເຄີຍ​ແນ່​ໃຈ​ໃນ​ອີ່​ຫຍັງ​ດອກ​ຂ້ອຍ​ສິ​ເຮັດ​ຫຍັງ​ຂ້ອຍ​ເຮັດ​ໂລດ​ເມື່ອເຮັດແລ້ວ​ມີ​ຄວາມສຸກກັບ​ສິ່ງທີ່​ເຮັດ​ມັນ​ຫາກ​ສິກາຍ​ເປັນຄວາມ​
ໝັ້ນ​ໃຈ​ເອງດອກ “ ຍ້ອນ​ລາວ​ເປັນ​ຄົນ​ແບບ​ນີ້​ລະຂ້ອຍ​ຈຶ່ງ​ຮູ້ສຶກ​ມັກ​ລາວມາ​ຕັ້ງ​ແຕ່​ຕົ້ນທີ່​ໄດ້​ພົບ​ກັນ.
      ນັບ​ເວລາ​ຖອຍຫຼັງ​ໃກ້​ຮອດ​ວັນ​ງານ​ບັດ​ເຊີນ​ຖືກ​ທະ​ຍ່ອຍ​ຢາຍ​ອອກ​ໄປ​ເທື່ອ​ລະ​ໜ້ອຍ ​ແລະ ສອງ​ອາທິ​ດກ່ອນ​ວັນ​ງານ​ຂ້ອຍ​ຂໍ​ອະນຸຍາດ​ເຈົ້າ​ສາວ​ໄປ​ສະ
ຫຼອງ​ສະຫຼະ​ໂສດ​ກັບ​ໝູ່ຂອງ​ຂ້ອຍທີ່​ຮ້ານອາຫານ​ຂອບ​ໃຈ​ເດີ້ ! ພໍ​ແຕ່​ເຂົ້າ​ໄປ​ນັ່ງ​ເຫຼົ້າ​ຂອດ​ໃຫ່ຍກໍ່​ໝົດ​ພາຍ​ໃນ​ເວລາບໍ່​ເຖິ່ງ​ເຄິ່ງຊົ່ວ​ໂມງກັບ​ບົດ​ສົນທະນາ
​ເລື່ອງ​ສະ​ໄໝ​ເກົ່າໆ​ທີ່​ເລົ່າ​ຍາມ​ໃດ​ກໍ່ສ້າງ​ຮອຍ​ຍິ້ມ​ໃຫ້​ບັນດາ​ໝູ່​ເພື່ອນ​ໃນ​ວົງ​ເທື່ອ​ນັ້ນ ! ມື້​ນີ້​ຂ້ອຍ​ຮູ້ສຶກ​ມ່ວນ​ຫຼາຍ​ ​ແລະ ກໍ່​ເມົາ​ຫຼາຍ​ເຖິງ​ເວລາ​ແກ່​ການ
ສະຫຼາຍ​ກຸ່ມ​ແລ້ວ ກ່ອນ​ຂ້ອຍ​ຍ່າງ​ຂຶ້ນ​ລົດ​ໝູ່ທີ່​ສະໜິດ​ທີ່​ສຸດ​ໃນ​ກຸ່ມ​ຂອງ​ຂ້ອຍ​ຍ່າງ​ເຂົ້າ​ມາ​ຫາ​ຂ້ອຍ​ແລ້ວ​ເວົ້າ​ກັບ​ຂ້ອຍ​ວ່າ “ ​ໂຕ​ແນ່​ໃຈ​ແລ້ວ​ຫວາ​
ສ່ຽວທີ່​ໂຕ​ຈະ​ແຕ່ງງານ ? ​ໂຕ​ພ້ອມ​ເທົ່າໃດ​ແລ້ວ ? ມັນ​ເປັນ​ທັງ​ຊີວິດ​ເລີຍ​ໄດ່ ! ​ແລະກໍ່​ບໍ່​ແມ່ນ​ຊີວິດ​ໂຕ​ຄົນ​ດຽວ​ອີກ ! ​ເຮົາ​ເປັນສ່ຽວ​
ໂຕ​ມາ​ຕັ້ງ​ແຕ່​ໃດ​ແລ້ວ​ເຮົາ​ກ້າ​ເວົ້າ​ໄດ້​ເລີຍ​ວ່າ​ບໍ່​ມີ​ໃຜ​ໃນ​ບັນດາ​ໝູ່​ເຮົາ​ຮູ້ຈັກ​ໂຕ​ດີ​ໄປ​ກ່ວາເຮົາ​ດອກ ! “ ຂ້ອຍ​ໄດ້​ຍິນ​ຄໍາ​​ເວົ້າ​ນັ້ນ​ກັບ​ສາຍ
ຕາ​ຂອງ​ມັນ​ຂ້ອຍ​ກໍ່​ເຂົ້າ​ໃຈດີ​ວ່າ​ມັນ​ໝາຍ​ເຖິງ​ສິ່ງ​ໃດ​ຂ້ອຍ​ບອກ​ມັນ​ວ່າ :” ມັນ​ບໍ່​ທັນ​ແລ້ວ​ລະ​ສ່ຽວ​​ເຮົາ​ບໍ່​ມີ​ສິດ​ເລືອກ​ທາງ​ອື່ນ​​ແລ້ວ ​
ໂຕ​ເມົາ​ແລ້ວ​ກັບ​ບ້ານ​ໄປ​ນອນ​ສາ ! " ຂ້ອຍ​ຂັບ​ລົດ​ກັບ​ບ້ານ​ພ້ອມຄໍາຖາມພວກ​ນັ້ນ​ດ້ວຍ​ຄວາມ​ຫົດ​ຫູ​ໃນຫົວ​ໃຈ ​ແລະ ກໍ່​ພະຍາຍາມ​ຄິດ​ໃນ​​ໃຈ
ໄວ້​ວ່າ​ເຮົາ​ມີ​ຄວາມສຸກ​ທີ່​ຈະ​ແຕ່ງງານ, ກັບ​ຮອດ​ບ້ານ​​ແລ້ວ ​ແລະ ກໍ່​ເມົາ​ຈົນ​ສິຍ່າງ​ຂຶ້ນ​ຂັ້ນ​ໄດ​ຫ້ອງ​ບໍ່​ໄຫວ​ແລ້ວ ຂ້ອຍ​ຈັບ​ໂທລະສັບ​ຂຶ້ນ​ມາ​ກົດ​ໄປຫາ
​ວ່າ​ທີ່​ເຈົ້າ​ສາວ​ຂອງ​ຂ້ອຍ​ແລ້ວ​ກໍ່​ເລີ່​ມ​ເວົ້າ​ສິ່ງ​ຕ່າງໆ​ນາໆ​ທີ່​ໂງ່ໆ​ພ້ອມ​ກັບ​ນໍ້າ​ຕາ​ທີ່​ໄຫຼ​ລົງ​ແບບ​ບໍ່​ຮູ້ສຶກ​ໂຕ ​ແລະ​ຂ້ອຍ​ກໍ່​ຫຼັບ​ໄປ​ຍາມ​ໃດ​ກໍ່​ບໍ່​ຮູ້ ?
      ຕື່ນ​ເຊົ້າ​ຂຶ້ນ​ມາ​ສຽງ​ແມ່​ຂອງ​ຂ້ອຍ​ເຄາະ​ປະຕູ​ບອກ​ໃຫ້​ຕື່ນ​ໄປ​​ລອງ​ຊຸດ​ເຈົ້າ​ບ່າວ​ທີ່ຮ້ານ ​ຂ້ອຍ​ລຸກ​ຈາກ​ຕຽງ​ດ້ວຍ​ອາການ​ມືນ​ເມົາ ກ່ອນ​ທີ່​ຈະ​ຂັບ​ລົດ​ອອກ​
ໄປ​ຮັບ​ວ່າ​ທີ່​ເຈົ້າ​ສາວອອກ​ໄປ​ລອງ​ຊຸດ​ນໍາ​ກັນ​ ລະ​ຫ່ວາງ​ທາງ​ທີ່​ຈະ​ຮອດ​ບ້ານ​ວ່າ​ທີ່​ເຈົ້າ​ສາວ​ແມ່​ຂອງ​ຂ້ອຍ​ທີ່​ນັ່ງ​ຢູ່ທາງ​ຂ້າງ​ຂ້ອຍ​ໄດ້​ຖາມ​ຂ້ອຍ​ວ່າ
“ ​ມີ​ບັນຫາ​ຫຍັງ​ກັນ​ກັບ​ເຈົ້າ​ສາວ​ເພິ່ນ​ບໍ່ ? “ ຂ້ອຍ​ເຮັດ​ສີໜ້າ​ງົງ​ແລ້ວ​ບໍ່​ປັດ​ໄປ​ວ່າ​ບໍ່​ມີ​ຫຍັງ​ດອກ ! ​​ແມ່​ບອກ​ວ່າ​ມື້​ຄືນ​ນີ້​ລາວ​ມາ​ທີ່​ບ້ານ​ຂອງ​ຂ້ອຍ
​ແຕ່​ຂ້ອຍ​ເມົາ​ຫຼາຍ​ລາວ​ກະ​ເລີຍ​ເອົາ​ແພ​ມາ​ຈຸບ​ນໍ້າ​ເຊັດ​ໂຕ​ໃຫ້​ຂ້ອຍ ​ແຕ່​ຂ້ອຍ​ກັບ​ບໍ່​ຮູ້​ເມື່ອ​ຫຍັງ​ເລີຍ ! ​ແລະ ລາວ​ກໍ່​ຂໍ​ກອດ​ແມ່​ຂອງ​ຂ້ອຍ​ກ່ອນ​ທີ່ລາວ​ສິກັບ​ !
ຄວາມ​ຄິດ​ຂອງ​ຂ້ອຍ​ສະດຸດ​ແລະ​ຂ້ອຍ​ກໍ່​ຈື່​ໄດ້​ໝົດ​ທຸກໆ​ຄໍາ​ທີ່​ຂ້ອຍ​ເວົ້າ​ກັບ​ລາວ​ທາງ​ໂທລະສັບ​ມື້​ຄືນ​ນີ້ ຮອດ​ບ້ານ​ເຈົ້າ​ສາວ​ແລ້ວ ​ແມ່​ຂອງ​ຂ້ອຍ​ຍ້າຍ​ລົງ​ໄປ​ນັ່ງ​
ດ້ານ​ຫຼັງ​ໃຫ້​ເຈົ້າ​ສາວ​ມາ​ນັ່ງ​ທາງ​ດ້ານ​ໜ້າ ດວງ​ຕາ​ຂອງລາວ​ແດງ​ກໍ້າ​ຄ້າຍ​ກັບ​ຄົນ​ທີ່​ອຶດ​ຫຼັບ​ອຶດ​ນອນ​ຫຼື​ບໍ່​ກໍ່​ເໝືອກັບ​ຄົນ​ທີ່​ນັ່ງ​ໃຫ້​ມາ​ໝົດ​ຄືນ ບັນຍາກາດ
ພາຍ​ໃນ​ລົດ​ເລີ່​ມ​ເຄັ່ງ​ຕຶງ​ແຕ່​​ແມ່​ຂອງ​ຂ້ອຍ​ໄດ້​ພະຍາຍາມ​ຖາມ​ໄຖ່​ສ້າງ​ບັນຍາກາດ​ໃຫ້​ຕະຫຼອດຮອດ​ຮ້ານ​ລອງ​ຊຸດ​ແລ້ວ ລາວ​ເຂົ້າ​ໄປ​ລອງ​ຊຸດ​ແລ້ວ​​​ຫັນ​ໜ້າ
​ມາ​ທາງ​ຂ້ອຍ​ແລ້ວ​ຖາມ​ຂ້ອຍ​ວ່າ :“ ຂ້ອຍ​ງາມ​ບໍ່ ? ຂ້ອຍ​ເໝາະ​ສົມ​ແລ້ວ​ບໍ່​ທີ່​ຈະ​ເປັນ​ເຈົ້າ​ສາວ​ຂອງ​ເຈົ້າ ? “ ພ້ອມ​ກັບ​ຮອຍ​ຍິ້ມທີ່​ຂາດໆ​ເກີນ​ໆ
ຂ້ອຍ​ພະຍາ​ຍາມ​ທີ່​ຈະ​ຂໍ​ນັ່ງ​ລົມ​ກັບ​ລາວ​ດີໆ​ແຕ່​ລາ​ວກໍ່ບໍ່ຍອມ​ເປີດ​ໂອກາດ​ໃຫ້​ຂ້ອຍເລີຍ​ຈົນ​ມາ​ຮອດ​ມື້​ອຸ່ນ​ດອງ​ແລ້ວ​ທຸກໆ​ຢ່າງ​ເກືອບ​ຈະ​ສົມບູນ​ແບບ​
ບັດ​ເຊີນ500​ໃບ​ຖືກ​ຢາຍ​ອອກ​ໄປ​ຈົນ​ໝົດ​ກ້ຽງ ຄໍ່າ​ຂອງ​ມື້​ນີ້​ເປັນ​ຄໍ່າ​ຄືນ​ແຫ່ງ​ການ​ອົບ​ອຸ່ນ​ຍາດຕິ​ພີ່ນ້ອງ ​ແລະ ໝູ່ຄູ່​ຄົນສະໜິດ​ວ່າ​ທີ່​ເຈົ້າ​ສາວ​ຂອງ​ຂ້ອຍ​
ເຮັດ​ໜ້າ​ທີ່​ໄດ້​ຢ່າງ​ບໍ່​ຂາດ​ຕົກ​ພົກ​ພ່ອງ​ຫຍັງ​ທຸກ​ຄົນ​ຕ່າງ​ຍ້ອງວ່າ​ເປັນຄວາມ​ໂຊກ​ດີ​ຂອງ​ຂ້ອຍ​ທີ່​ໄດ້​ເຈົ້າ​ສາວ​ແບບ​ນີ້​ ​ແມ່ນ​ຂ້ອຍ​ຄວນ​ຈະ​ດີ​ໃຈ​ແມ່ນ​ບໍ່ ?
      ຕົກ​ເດີກ​ແຂກ​ແລະ​ໝູ່​ເພື່ອນ​ຄົນ​ສະໜິດ​ຖະຍອຍ​ກັບ​ບ້ານ​ເກືອ​ບໝົດ​ແລ້ວ​ຂ້ອຍ​ຕ້ອງລົມ​ກັບ​ລາວ​ດີໆ​ແລ້ວ​ລະ ! ຂ້ອຍ​ດຶງ​ລາວ​ໄປ​ໃນ​ຫ້ອງ
​ລາວ​​ໄດ້​ແຕ່​ບອກ​ວ່າ​ຂ້ອຍ​ຄາ​ວຽກ​ຢູ່​ຂ້ອຍຮ້ອງ​ໃສ່​ລາວ​ສຽງ​ດັ່ງ​ວ່າ ” ​ເຈົ້າ​ຄິດ​ຫຍັງ​ຢູ່​ ? ​ເຈົ້າ​ບອກ​ຂ້ອຍ​ແດ່ ! ຢ່າ​ເຮັດ​ເປັນ​ບໍ່​ຮູ້​ບໍ່​ເຫັນ​ອີ່
ຫຍັງ​ແບບ​ນີ້ ! “ ລາວ​ບອກ​ຂ້ອຍ​ວ່າ “ ຂ້ອຍ​ຮູ້​ແລ້ວ​ ​ແລະ ຂ້ອຍ​ກະ​ເຂົ້າ​ໃຈ​ທຸກໆ​ຢ່າງ​ເປັນຢ່າງ​ດີຂ້ອຍ​ກະ​ບໍ່​ໄດ້​ໂງ່​ຈົນ​ວ່າ​ຈະ​ສັງ​ເກດ​
ບໍ່​ອອກດອກ​​ເວລາ​ສອງ​ປີ​ກ່ວາ​ທີ່​ເຮົາ​ຄົບ​ກັນ​ມາ​ຫັ້ນ​ມັນອາດ​ເບິ່ງ​ຄື​ສັ້ນໆ ​ແຕ່​ວ່າ​ມັນ​ມີ​ຄວາມ​ຜູກ​ພັນ​ເກີນ​ກ່ວາ​ສິ​ໃຫ້​ຕັດ​ໃຈ​ເປັນ​ຍ່າງ​
ອື່ນ​ແລ້ວ​ເດ້ຊັ້ນ​ນະ !”ຂ້ອຍ​ກົມ​ໜ້າ​ລົງ​ ​ແລ້ວ​ກັ້ນ​ໃຈ​ບອກ​ລາວ​ວ່າ:” ຊັ້ນ​ເຮົາ​ຢຸດ​ສາ​ຕອນ​ນີ້​ດີບໍ່ ? ມັນ​ເບິ່ງ​ຄື​ວ່າ​ສິຊ້າ​ເກີນ​ໄປ​ແຕ່​ກະ​ຍັງ
​ບໍ່​ສວຍ​ເກີນ​ໄປ​ທີ່​ຈະ​ຢຸດ​ແມ່ນ​ບໍ່ ? ຂ້ອຍ​ສິ​ແກ້ໜ້າ​ໃຫ້​ເຈົ້າ​​ເອງ ​ແລະ ສິຂໍ​ຮັບຜິດຊອບໝົດ​ທຸກ​ຢ່າງ “ ນໍ້າ​ຕາ​ຂອງ​ລາວ​ໄຫຼ​ເປັນ​ສາຍ​ລົງ
​ມາ ​ຂ້ອຍ​ທໍາຮ້າຍ​ຫົວ​ໃຈ​ຂອງ​ຜູ້ຍິງ​ຄົນ​ໜຶ່ງແລ້ວລາວ​ບອກ​ວ່າ “ ​ເຈົ້າ​ສິຊົດ​ໃຊ້​ໃຫ້​ຂ້ອຍ​ແບບ​ໃດ​ລະ ? ມັນ​ງ່າຍ​ປານ​ນັ້ນ​ພຸ້ນ​ຫວາ ?
ຂ້ອຍ​ບໍ່​ໄດ້ຕົກລົງ​ແຕ່ງງານ​ກັບ​ເຈົ້າ​ຍ້ອນ​ວ່າ​ເຈົ້າ​ລວຍ​ເຈົ້າ​ໜ້າ​ຕາ​ດີດອກ ​ເຈົ້າ​ສິ​ມັກ​ຜູ້ຍິງ​ຫຼື​ຜູ້​ຊາຍ​ມັນ​ກະ​ບໍ່​ກ່ຽວ​ດອກ​ເຈົ້າ​ຄິດ​ໃຫ້​ດີ​
ເດີ້​ຕອນ​ນີ້​ເຈົ້າ​ທໍາຮ້າຍ​ຂ້ອຍ​ຄົນ​ດຽວ​ຢ່າ​ໄດ້​ທໍາຮ້າຍ​ພໍ່​ແມ່​ເຈົ້າ​ ​ແລະ ພໍ່ແມ່​ຂອງ​ຂ້ອຍ​ອີກ ຂ້ອຍ​ຂໍ​ຮ້ອງ​ນໍາ​ເຈົ້າ​ຫຼາຍໆ ! “
ຂ້ອຍ​ເວົ້າ​ຫຍັງ​ບໍ່​ອອກ ​ແມ່ນ​ແລ້ວ​ຄື​ນນັ້ນ​ທີ່ຂ້ອຍ​ລົມ​ໂທລະສັບ​ກັບ​ລາວ​ມັນ​ເປັນ​ຄໍາ​ສາລະພາບ​ໝົດ​ທຸກ​ຢ່າງ​ຂອງ​ຂ້ອຍ​ເຖິງ​ສິ່ງ​ທີ່​ຂ້ອຍ​ເປັນ
ຂ້ອຍ​ເປັນ​ເກ ! ມາ​ຮອດ​ນີ້​ຂ້ອຍ​ເຮັດ​ຫຍັງ​ບໍ່​ໄດ້​ແລ້ວ ຂ້ອຍ​ຄຸກ​ເຄົ້າ​ລົງພ້ອມກັບ​ຍໍ​ມື​ນົບກົ່ມຫົວລົງ​ກ້ອງ​ຝາ​ຕີນ​ຂອງ​ລາວ​ພ້ອມ​ນໍ້າ​ຕາ​ທີ່​ໄຫຼ​
ຍ້ອຍ​​ເປັນ​ສາຍ​ຕົກລົງ​ພື້ນ ​ແລະ​ ບໍ່​ມີ​ຄໍາ​ເວົ້າ​ໃດໆ​ຕໍ່​ຈາກ​ນີ້​ຫຼື​ແມ້​ແຕ່​ຄໍາ​ວ່າ​ຂໍ​ໂທດ​ຂ້ອຍ​ກໍ່​ເວົ້າ​ບໍ່​ອອກ…………
      ​ເຊົ້າ​ວັນ​ງານ​ທຸກ​ຍ່າງ​ສັບສົນ​ວຸ້ນວາຍ​ໄປ​ໝົດຈົນ​ຮອດ​ພິທີ່​ສູ່​ຂັວນຮອຍ​ຍິ້ມ​ຂອງ​ເຈົ້າສາວ​ທີ່​ຂ້ອຍ​ສັງ​ເກດ​ໄດ້​ວ່າ​ມັນ​ມາ​ຈາກ​ຫົວ​ໃຈ​ທີ່​ສຸດ​ຂອງ​
ລາວ​ແລ້ວ ​ແລະ ​ຂ້ອຍ​ກໍ່​ຍິ້ມ​ຕອບ​ກັບ​ໄປດ້ວຍ​ຫົວ​ໃຈ​ຂອງ​ຂ້ອຍ​ເຊັ່ນ​ດຽວ​ກັນ ນໍ້າ​ຕາ​ທີ່​ໄຫຼ​ລົງດ້ວຍ​ຄວາມ​ຕື້ນ​ຕັນ​ໃຈ​ຂອງ​ແມ່​ຂ້ອຍ​ເຮັດ​ໃຫ້​ຂ້ອຍ​
ອົດ​ບໍ່​ໄຫວ​ທີ່​ຈະ​ເຂົ້າ​ໄປ​ກອດ ! ກ່ອນ​ຮອດ​ງານ​ລ້ຽງ​ຕອນ​ຄໍ່າ​ທີ່​ພັດ​ຕະຄານ ​ແມ່​ຂອງ​ຂ້ອຍ​ໄດ້​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: “ ລູກ​ມີ​ຄວາມສຸກ​ບໍ່ ?
ພໍ່​ກັບ​ແມ່​ດີ​ໃຈ​ເດີ້​ກັບ​ການຕັດສິນ​ໃຈ​ຂອງ​ລູກ ​ແຕ່​ລູກ​ເອີຍ ! ບໍ່​ມີ​ພໍ່​ແມ່​ຄົນ​ໃດ​ໂງ່ດອກ ! ​ລູກ​ທີ່​ລ້ຽງ​ມາ​ຕັ້ງ​ແຕ່​ນ້ອຍ​ລູກ​ມັກອັນ​
ໃດ​ບໍ່​ມັກ​ອັນ​ໃດ​ພໍ່​ແມ່​ຮູ້​ແກ່​ໃຈ ! ຫາກ​ລູກ​ຕັດ​ໃຈ​ແລ້ວ​ໃຫ້​ອົດສາ​ເຮັດ​ດີ​ເອົາ​ບຸນ​ກຸສົນ​ໃຫ້ພໍ່​ກັບ​ແມ່​ສາ​ເດີ້​ລູກ​ເອີຍ ! “
        ຂ້ອຍ​ຍໍ​ມື​ນົບ​ເອົາ​ຄໍາ​ຂໍ​ຂອງ​ແມ່​ຂ້ອຍ​ພ້ອມ​ກັບ​ກອດ​ແມ່​ໄວ້​ນໍ້າຕາຂອງ​ຂ້ອຍ​ໄຫຼ​ຕົກລົງ​ໃສ່​ບ່າ​ຂອງ​ແມ່​ຖືກ​ເສື້ອ​ໄໝ​ຜືນ​ງາມ​ຂອງ​ແມ່​ຈົນ
​ເປືອກ​ໝົດ ​ເອົາລະ​ເດີ້ !ຈັ່ງ​ໃດ​ສາ​ກະ​ມາ​ຮອດ​ປານ​ນີ້​ລະ ! ​ເຈົ້າ​ສາວ​ຍ່າງ​ເຂົ້າ​ມາ​ຫາ​ຂ້ອຍ​ພ້ອມ​ກັບ​ຢືນ​ເຈ້ຍ​ສີຂາວທີ່​ພັບ​ໄວ້​ແໜ້ນ​ແລະ​ເ
ປືອກ​ຊຸ່ມ​ໄປ​ດ້ວຍ​ເຮື່ອ​ ​ລາວບອກ​ໃຫ້​ຂ້ອຍ​ເປີດ​ອ່ານ​ກ່ອນທີ່​ຈະ​ເປີດ​ພິທີ່​ງານ ຂ້ອຍ​ເປີດ​ມັນ​ອອກ​ອ່ານ​ທາງ​ໃນ​ຂຽນ​ໄວ້​ວ່າ :
“ ຂ້ອຍດີໃຈທີ່ໄດ້ແຕ່ງານກັບເຈົ້າເດີ້ບໍ່ວ່າສິເປັນແນວໃດກະຢ່າຍ່າງທີ່ຂ້ອຍບອກຫັ້ນລະ
ວ່າຖ້າຂ້ອຍຕັດສິນໃຈເຮັດຫັຍງແລ້ວຂ້ອຍເຮັດເລີຍ ແລະ ກໍ່ຈະບໍ່ຢຸດອີກຂ້ອຍເວົ້າຕໍ່ໜ້າເຈົ້າບໍ່
ໄດ້ດອກຂ້ອຍຢ້ານວ່າຂ້ອຍສິຫຼົງຕົບໜ້າເຈົ້າ ແຕ່ຫຼັງຈາກມື້ນີ້ນັບໄປໜ້າອີກໜຶ່ງປີເຮົາຈຶ່ງແຍກ
ທາງກັນເດີ້ ຂ້ອຍຂໍເວລາເຈົ້າເທົ່ານີ້ ແລະ ຂໍໃຫ້ເຈົ້າສະແດງລະຄອນຕໍ່ໄປອີກຈັກໜຶ່ງປີຄືກັບ
ທີ່ເຈົ້າສະແດງຕະຫຼອດເວລາທີ່ຜ່ານມາຫັ້ນ ! ຮັກສະເໝີເດີ້ ! “
     
           ຂ້ອຍຂໍແບ່ງປັນປະສົບການຂອງຂ້ອຍທີ່ມີໄວ້ພຽງແຕ່ເທົ່ານີ້ ແລະ ຫວັງວ່າຄົນອື່ນຄື
ສິມີທາງເລືອກໃຫ້ຕົນເອງດີກ່ວານີ້ເມື່ອຮູ້ວ່າຕົນເອງເປັນສິ່ງໃດ ! ຊີວິດມັນບໍ່ໄດ້ງ່າຍ ແລະ ກໍ່
ບໍ່ໄດ້ຍາກຢ່າງທີ່ຄິດ ຫາກຄິດທີ່ຈະຂ້າມຜ່ານຊ່ວງທີ່ຊົ່ວຮ້າຍ ແລະ ຫາກເຈົ້າຜ່ານມັນໄປໄດ້
ມື້ນັ້ນເຈົ້າກໍ່ຈະຍິ້ມໄດ້ຢ່າງຜູ້ຊະນະ !
 
 ( ຄໍາສາລະພາບທີ່ສາມ “ ຂໍແລກມັນກັບສັກສີຂອງລູກຜູ້ຍິ່ງຄົນໜຶ່ງ “ ) ສະບັບຕໍ່ໄປ !
        ອ່ານຄໍາສາລະພາບທີໜຶ່ງ( ຂ້ອຍຂາຍທຸກສິ່ງທີ່ຂ້ອຍມີ ) ກົດເລີຍທາງລຸ່ມນີ້ :
                       http://punlao.com/bouakeo/diary/14085/
 
Delicious Digg Fark Twitter