ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 20, 2012 | ມີ 3 ຄຳເຫັນ ແລະ 0 trackback(s)

ປັດ​ໄຈ​ທີ່​ສົ່ງ​ຜົນ​ກະທົບ​ຕໍ່​ຄວາມ​ສຸກ​ມີ​ຫລາຍ​ປະ​ການ, ມະຫາ​ວິທະຍາ​ໄລ​ຮາ​ວາ​ດ (Harvard University) ປະ​ກາດ​ຜົນ​ການ​ວິ​ໄຈ​ວ່າ: ຄວາມ​ເອື້ອ​ເຟື້ອ​ເຜື່ອ​ແຜ່ແລະ​ການ​ຊ່ວຍເຫລືອ​ຄົນ​ອື່ນ, ຈະ​ເຮັດໃຫ້​ເກີດ​ຄວາມ​ສະບາຍ​ໃຈຊື່ນ​ໃຈ​ແລະ​ພາກພູມ​ໃຈ​ຂຶ້ນ, ແຕ່​ໃນ​ສັງຄົມ​ປະຈຸບັນຜູ້​ທີ່​ຮູ້​ຈັກ​ຄວາມ​ເອື້ອ​ເຟື້ອ​ເຜື່ອ​ແຜ່ຫ​ລຸດ​ ນ້ອຍ​ລົງ​ເລື່ອຍ​ໆ. ຜູ້​ທີ່​ຄຳ​ນວນ​ວ່າ "ຕົວ​ເອງ​ຈະ​ໄດ້​ເທົ່າໃດ ເຮັດ​ເຊັ່ນ​ນີ້​ຈະ​ຄຸ້ມ​ບໍ" ກັບ​ເພີ່ມ​ຫລາຍ​ຂຶ້ນ, ເຮົາ​ມັກ​ໄດ້ຍິນ​ຄຳ​ວ່າ "ເມື່ອຍ" ບໍ່​ວ່າ​ເຮັດຫຍັງ​ກໍ​ຮູ້ສຶກ​ເມື່ອຍ​ໃຈ, ໜັກ​ໃຈ, ລຳ​ບາກ​ໃຈ ກໍ​ອາດ​ເປັນ​ເພາະ​ເຮົາ​ຄິດ​ຫລາຍ​ໄປແລະ​ທຽບ​ຄວາມ​ເສຍ​ປຽບ​ໄດ້​ປຽບ​ຫລາຍ​ເກີນ​ ໄປ, ຢາກ​ໄດ້​ຫລາຍ​ແຕ່​ບໍ່​ຍອມ​ເສຍແລະ​ຫວັງ​ໃຫ້​ຄົນ​ອື່ນ​ເປັນ​ຄົນ​ບໍ່​ເຫັນ​ແກ່​ ຕົວຍອມ​ເສຍ​ສະລະພາສາ​ຈີນ​ມີ​ຄຳ​ວ່າ "ເສີ່​ເຕີ໋" ແປ​ຕາມໂຕກໍ​ຄື "ເສຍ-ໄດ້" ຕົວ "ເສີ່" ຢູ່​ຂ້າງ​ໜ້າ ສ່ວນ​ຕົວ "ເຕີ໋" ໄວ້​ຂ້າງ​ຫລັງ ສະແດງ​ວ່າ ຕັ້ງ​ແຕ່​ສະໄໝ​ບູຮານ ຊາວ​ຈີນ​ກໍ​ຮູ້​ຈັກ​ຄວາມ​ສຳພັນ​ລະຫວ່າງ "ໄດ້" ກັບ "ເສຍ" ແລ້ວ ນັ້ນ​ກໍ​ຄື ບໍ່​ວ່າ​ຈະ​ໄດ້​ຫຍັງ ຕ້ອງ​ຍອມ​ເສຍ​ກ່ອນ ບໍ່​ມີ​ຫຍັງ​ໄດ້​ມາ​ແບບລ້າໆ.

   ອີກ​ປະ​ການ​ໜຶ່ງ​ທີ່​ເຮັດໃຫ້​ບໍ່​ມີ​ຄວາມ​ສຸກ​ຄື "ການ​ບໍ່​ຮູ້​ຈັກ​ພໍ​ພຽງ" ພາສາ​ຈີນ​ມີ​ຄຳ​ພັງ​ເພີຍ​ວ່າ "ຈື​ຈູ໋​ເຈີ່​ສາງ​ເລີ່" ແປ​ວ່າ ຜູ້​ທີ່​ຮູ້​ຈັກ​ພໍ​ພຽງ​ຈະ​ມີ​ຄວາມ​ສຸກ​ຕະຫລອດ​ເວລາ. ແຕ່​ປະຈຸບັນ​ພົບ​ໄດ້​ຍາກ ຜູ້​ທີ່​ຮູ້​ຈັກ​ຄວາມ​ພໍ​ພຽງ​ລຸດ​ນ້ອຍ​ລົງ​ເລື່ອຍ​ໆ ຊື້​ເຮືອນ​ແລ້ວ​ກໍ​ຢາກ​ໄດ້​ຫລັງ​ໃໝ່​ທີ່​ກວ້າງ​ໃຫຍ່​ຍິ່ງ​ຂຶ້ນ, ມີ​ວຽກເຮັດ​ແລ້ວ​ຍັງ​ຢາກ​ໄດ້​ວຽກ​ທີ່​ມີ​ລາຍ​ໄດ້​ຫລາຍກວ່າ​ເກົ່າ, ມີ​ເງີນ​ແລ້ວ​ຢາກ​ມີ​ເງີນ​ຫລາຍ​ຍິ່ງ​ຂຶ້ນ,ຈົນກະ​ທັ່ງ​ບາງ​ຄົນ​ແຕ່ງ​ງານ​ແລ້ວ ​ຍັງ​ຢາກ​ຫາ​ຄວາມ​ຮັກ​ນອກ​ຄອບຄົວ ແລະ​ຄິດວ່າ​ຄວາມ​ຄິດ​ເຫລົ່າ​ນີ້​ເປັນ​ເລື່ອງ​ທຳມະດາ, ແຕ່​ພວກ​ພວກເຂົາ​ບໍ່​ໄດ້​ຖາມ​ຕົວ​ເອງ​ວ່າ ເມື່ອ​ໄດ້​ເຮືອນ​ໃຫຍ່ ວຽກ​ດີ ລາຍ​ໄດ້​ຫລາຍ​ຂຶ້ນ​ແລະ​ມີ​ເມຍ​ນ້ອຍ​ແລ້ວ ກໍ​ຈະ​ມີ​ຄວາມ​ສຸກ​ແທ້ຫລື​ບໍ່ ແລະ​ຄວາມ​ມີ​ໜ້າ​ມີ​ຕາ​ບໍ່​ໄດ້​ໝາຍ​ເຖິງ​ການ​ມີ​ຄວາມ​ສຸກ​ເທົ່າ​ກັນ

   ການ​ແຂ່ງ​ຂັນ​ແລະ​ການ​ປຽບທຽບ​ເຮັດໃຫ້​ຄົນ​ເຮົາ​ຂາດ​ຄວາມ​ເຊື່ອ​ຖື​ລະຫວ່າງ​ ກັນ​ຫລາຍ​ຍິ່ງ​ຂຶ້ ເຖິງວ່າ​ການ​ສື່​ສານ​ຈະ​ພັດທະນາ​ຫລາຍ ບໍ່​ວ່າ​ຈົດໝາຍອີເລັກໂທນິກ(ອີເມວ8,  ໂທລະສັບມື​ຖື, ໄມ​ໂຄບອ້ກ ....ເຮັດໃຫ້​ການ​ຕິດ​ຕໍ່​ລະຫວ່າງ​ກັນ​ເປັນ​ເລື່ອງ​ງ່າຍ​ຫລາຍ, ແຕ່​ຊາວ​ໂລກ​ມີ​ຄວາມ​ຮູ້ສຶກ​ແບບດຽວ​ກັນ​ຄື: ໃຈ​ຫ່າງ​ໄກ​ກັນ​ຍິ່ງ​ຂຶ້ນລູກ​ຫລານ​ບໍ່​ມີ​ເວລາ​ກັບ​ເຮືອນ​ຢ້ຽມ​ພໍ່​ແມ່​ຜູ້​ ປົກຄອງ, ພໍ່​ແມ່​ບໍ່​ມີ​ເວລາ​ພາ​ລູກ​ອອກ​ໄປ​ທ່ຽວ, ຜົວເມຍ​ແຕ່ງ​ງານ​ແລ້ວ​ຍຸ່ງ​ກັບ​ການເຮັດວຽກງານ​ທັງ​ມື້​ຈົນ​ບໍ່​ມີ​ເວລາ​ກັບ​ ເຮືອນ​ກິນ​ເຂົ້າ​ນຳກັນ​. ໜຸ່ມ​ສາວ​ຫາ​ແຟນ​ຈາກ​ອິນ​ເຕີເນັດ​ແລະ​ລົມກັນ​ກັນ​ທາງ​ເນັດ​ໝໝົດ​ຄືນ​ແຕ່​ບໍ່ ​ຍອມ​ພົບກັນກັນ   ແນ່ນອນ​ວ່າ​ຍ່ອມ​ບໍ່​ມີ​ແຜນ​ຈະ​ແຕ່ງ​ງານ​ແລະ​ສ້າງ​ຄອບຄົວ​ນຳກັນເຊື່ອ​ວ່າ​ ກຸ່ມ​ຄົນ​ເຫລົ່າ​ນີ້​ຈະ​ບໍ່​ມີ​ຄວາມ​ສຸກ ເພາະ​ເກືອບຈະ​ສູນ​ເສຍ​ຄວາມ​ສາມາດ​ໃນ​ການ​ສະແວງ​ຫາ​ຄວາມ​ສຸກ​ທັງ​ໝົດ​ ແລ້ວຄົົນທີ່​ຢູ່ໃນ​ເມືອງ​ໃຫຍ່​ໆ ຈະ​ຕ້ອງ​ກັງ​ວົນ​ເລື່ອງ​ການ​ຊື້​ເຮືອນ ການ​ລ້ຽງ​ລູກ ການ​ເບິ່ງແຍງ​ພໍ່​ແມ່ ການ​ຂະຫຍັນ​ເຮັດວຽກ​ເພື່ອ​ເລື່ອນ​ຕຳແໜ່ງ ແລະ​ການສ້າງ​ມະນຸດ​ສຳພັນ​ກັບ​ຄົນ​ອື່ນ, ຈຶ່ງ​ມີ​ແຮງ​ກົດ​ດັນ​ຫລາຍ​ຈົນ​ເກືອບ​ບໍ່​ມີ​ເວລາ​ຫາ​ຄວາມ​ສຸກ​ໃຫ້​ຕົນເອງ.

    ຊີວິດ​ທີ່​ບໍ່​ມີ​ຄວາມ​ສຸກ​ຈະ​ເຮັດໃຫ້​ເກີດ​ໂລກໄພ​ໄຂ​ເຈັບ ແລະ​ອາ​ຍຸ​ສັ້ນ​ລົງ, ແຕ່​ຖ້າ​ມີ​ຄວາມ​ສຸກ​ຄວາມ​ພໍ​ໃຈ​ຕໍ່​ຊີວິດ ກໍ​ຈະ​ຫລຸດ​ຄວາມ​ສ່ຽງ​ການ​ເປັນ​ພະຍາດ​ຫລອດ​ເລືອດ, ​ຫົວ​ໃຈ​ແລະ​ອາການ​ພູມແພ້​ຕ່າງ ໆ ແລະ​ເຮັດໃຫ້​ອາ​ຍຸ​ຍືນ​ຍາວ​ຂຶ້ນ 7.5 ປີ​ດ້ວຍ, ດັ່ງ​ນັ້ນ ເຮົາ​ຕ້ອງ​ພະຍາຍາມ​ຫາ​ຄວາມ​ສຸກ​ຂອງ​ຕົນ​ໃຫ້​ໄດ້ຄວາມ​ສຸກ​ສຳລັບ​ຄົນ​ສ່ວນ​ ໃຫຍ່​ອາດ​ໝາຍ​ເຖິງ​ວຽກ​ດີ, ລາຍ​ໄດ້​ດີ, ຄອບຄົວ​ດີ, ມີ​ໝູ່ເພື່ອນ​ດີ, ແຕ່​ຖ້າ​ສັງເກດ​ດີ ໆ ຈະ​ພົບ​ວ່າ ບາງ​ຄົນ​ມີ​ຄົບ​ທຸກ​ຢ່າງ​ແລ້ວ ແຕ່​ກໍ​ບໍ່​ມີ​ຄວາມ​ສຸກ ເພາະ​ວ່າ ຄວາມ​ສຸກ​ຂອງ​ກຸ່ມ​ຄົົນທີ່​ຕ່າງ​ກັນ​ມີ​ຄວາມຫມາຍ​ບໍ່​ຄືກັນ ບາງ​ຄົນ​ເຫັນ​ວ່າ​ຄວາມ​ສຸກ​ຄື​ຄວາມ​ລ່າ​ເລີງ​ແຈ່ມ​ໃສ, ບາງ​ຄົນ​ເຫັນ​ວ່າ​ຄວາມ​ສຸກ​ຄື​ຈິດ​ໃຈ​ສະຫງົບ, ບາງ​ຄົນ​ເຫັນ​ວ່າ​ຄວາມ​ສຸກ​ຄື​ຢູ່​ກັບ​ຄູ່​ຮັກ​ຕະຫລອດ​ຊີວິດ ແລະ​ຢູ່​ພ້ອມ​ໜ້າ​ທັງ​ຄອບຄົວບາງ​ຄົນ​ເຂົ້າໃຈ​ວ່າ​ຄວາມ​ດີ​ໃຈ​ຊື່ນ​ໃຈ​ຄື​ ຄວາມ​ສຸກ, ແຕ່​ຄວາມ​ຈິງ ຄວາມ​ສຸກ​ຈະ​ມີ​ຄວາມຫມາຍ​ເລິກ​​ກວ່າ​ນັ້ນ​ອີກ, ຢເຊັ່ນ​ການ​ເບິ່ງຮູບເງົາ ເບິ່ງ​ລາຍ​ການ​ໂທລະພາບ,  ຮັບປະທານ​ອາຫານ​ແຊບໆ, ກະ​ທັ່ງ​ການ​ສູບຢາ, ອາດຈະ​ເຮັດໃຫ້​ບາງ​ຄົນ​ຮູ້ສຶກ​ສຸກ​ໃຈ​ແລະ​ສະບາຍ​ໃຈ ແຕ່​ຄົງ​ບໍ່​ສາມາດ​ສ້າງ​ຄວາມ​ສຸກ​ຖາວອນ​ໄດ້.  

    ຄວາມ​ສຸກ​ຈະ​ຂຶ້ນ​ຢູ່​ກັບ​ຄວາມ​ພໍ​ໃຈ​ຂອງ​ຕົນ​ມີ​ຫລາຍ​ນ້ອຍ​ພຽງ​ໃດ ຖ້າ​ສາມາດ​ຫລຸດ​ຄວາມ​ຢາກ​ໄດ້​ໃຫ້​ນ້ອຍ​ລົງ ແລະ​ຮູ້​ຈັກ​ຄວາມ​ພໍ​ພຽງ​ຫລາຍ​ຂຶ້ນ ກໍ​ຈະ​ມີ​ຄວາມ​ສຸກ​ຫລາຍ​ຂຶ້ນ, ດັ່ງ​ນັ້ນ ຜູ້​ຊ່ຽວຊານ​ດ້ານ​ຈິດ​ວິທະຍາ​ສະເໜີ​ໃຫ້​ຄົນ​ສະໄໝ​ໃໝ່​ຕ້ອງ​ຮູ້​ຈັກ​ຄວາມ​ພໍ​ ພຽງ ບໍ່​ຕ້ອງ​ທຸ້ມເທ​ກຳ​ລັງ​ທັງ​ໝົດ​ໄປ​ກັບ​ການເຮັດວຽກງານ ເພາະ​ບໍ່​ມີ​ວັນທີ່​ຈະ​ມີ​ເງີນ​ຫລາຍ​ພໍພະຍາຍາມ​ຈັດ​ຫາ​ເວລາ​ໃຫ້​ຕົວ​ເອງ​ນຳ, ໄປ​ເຮັດຫຍັງ​ທີ່​ຕົນເອງ​ມັກ​ແລະ​ຢາກ​ເຮັດອາດຈະ​ໄດ້​ຄວາມ​ສຸກ​ຫລາຍ​ຂຶ້ນ

  ເມື່ອ​ໄວ​ ໆ ນີ້ ສື່​ມວນ​ຊົນ​ແຫ່ງ​ໜຶ່ງ​ຂອງ​ຈີນ​ປະ​ກາດ​ຜົນ​ການ​ສຳ​ລວດ​ວ່າ ປະຈຸບັນ ຄົນ​ຈີນ​ທີ່​ຢູ່ໃນ​ເມືອງ​ໃຫຍ່​ມີ​ເວລາ​ຜ່ອນ​ຄາຍ​ບໍ່​ເຖິງ 3 ຊົ່ວ​ໂມງ​ຕໍ່​ມື້ ກິດຈະກຳ​ຜ່ອນ​ຄາຍ​ປະ​ການ​ທຳອິດຄື​ການ​ເບິ່ງ​ໂທລະພາບ, ປະ​ການ​ທີ່ 2 ຄື​ການ​ຫຼີ້ນອິນ​ເຕີເນັດ, ປະ​ການ​ທີ່ 3 ຄື​ການ​ນອນ, ປະ​ການ​ທີ່ 4 ຄື​ຊ້ອບປິງ.  ເພາະ​ບໍ່​ຄ່ອຍ​ອອກ​ກຳ​ລັງ​ກາຍ, ບໍ່​ຍ່າງ​ຫລິ້ນ ບໍ່​ອ່ານ​ຫນັງສື ບໍ່​ຄ່ອຍ​ນັດ​ໝູ່ເພື່ອນ​ອອກ​ໄປ​ທ່ຽວ ຈົນ​ເຮັດໃຫ້​ນ້ຳ​ໜັກ​ເພີ່ມ​ຂຶ້ນ​ເລື່ອຍ​ໆ ມີໝູ່​ເພື່ອນ​ຫລຸດ​ນ້ອຍ​ລົງ.  

  ມະຫາ​ວິທະຍາ​ໄລ​ວາວິກ (The University of Warwick) ປະ​ກາດ​ຜົນ​ການ​ວິ​ໄຈ​ໃນ​ຄົນອາເມລິກາແລະອັງກິດ​ຈຳນວນ 10, 000 ຄົນ ປາກົດ​ວ່າ ເມື່ອ​ທຽບ​ກັບ​ຄົນ​ໜຸ່ມ​ສາວ​ແລ້ວ ຜູ້​ທີ່​ມີ​ອາ​ຍຸ​ຫລາຍກວ່າ 50 ປີ​ຂຶ້ນ​ໄປ​ຈະ​ມີ​ຄວາມ​ສຸກ​ຫລາຍກວ່າ, ເພາະ​ມີ​ແຮງ​ກົດ​ດັນ​ແລະ​ຄວາມ​ຢາກ​ໄດ້ຫ​ລຸດ​ນ້ອຍ​ລົງ ມັກ​ບໍ່​ຕັ້ງ​ເປົ້າ​ໝາຍ​ສູງ ໆ ສະແດງ​ວ່າ ຍິ່ງ​ຮູ້​ຈັກ​ຄວາມ​ພໍ​ພຽງຈະ​ຍິ່ງ​ມີ​ຄວາມ​ສຸກສູນ​ວິ​ໄຈ​ເລ​ກາ​ທຸມ(Legatum Institute) ຂອງ​ອັງ​ກິດໄດ້​ຄັດ​ເລືອກ​ປະເທດ​ທີ່​ມີ​ຄວາມ​ສຸກ​ຫລາຍ​ທີ່ສຸດ 5 ປະເທດ​ໃນ​ໂລກໂດຍ​  ອັນ​ດັບ​ທຳອິດ​ຄື ນອກແວ ຊຶ່ງ​ມີ​ຊັບພະຍາ​ກອນ​ນ້ຳ​ມັນ​ແລະ​ແກສ໌​ທຳມະຊາດ​ອຸດົມ​ສົມບູນ ມີ​ຈີ​ດີ​ພີ​ເລ່ຍ​ຕໍ່​ຄົນ​ສູງ​ສຸດ​ໃນ​ໂລກ ຄື 53, 000 ດອນ​ລາຕໍ່​ປີ ຊາວ​ນອກ​ແວ​ມີ​ຄວາມ​ເຊື່ອ​ຖື​ຕໍ່​ຄົນ​ອື່ນ 94% ດີ​ໃຈ​ແລະ​ພໍ​ໃຈ​ກັບ​ສິ່ງ​ແວດ​ລ້ອມ​ທີ່​ສະ​ອາດ​ແລະ​ສວຍງາມ 93% ເຫັນ​ວ່າ​ການ​ຂະຫຍັນ​ເຮັດວຽກ​ຈະ​ເຮັດໃຫ້​ຊີວິດ​ມີ​ຄຸນນະພາບ​ດີ​ຍິ່ງ​ຂຶ້ນ.

ອັນ ​ດັບ​ທີ່ 2 ຄື ເດນ​ມາກ ຊຶ່ງ​ເປັນ​ປະເທດ​ທີ່​ປະຊາຊົນ​ທົ່ວ​ໄປ​ໄດ້ຮັບ​ການສຶກສາ​ລະ​ດັບ​ສູງ, ຊາວ​ເດນ​ມາ​ກ​ມີ​ເສ​ລີ​ພາບ​ຢ່າງ​ເຕັມ​ທີ່ ມີ​ຄວາມຫມັ້ນ​ໃຈ​ຫລາຍ​ຕໍ່​ລັດຖະບານ ມີ​ຄວາມ​ເຊື່ອ​ຖື​ຕໍ່​ຄົນ​ອື່ນ ເປັນ​ປະເທດ​ທີ່​ຊີວິດ​ຄວາມ​ເປັນ​ຢູ່​ລະ​ດັບ​ສູງ​ສຸດ​ໃນ​ໂລກ

ປະເທດ​ ອັນ​ດັບ​ທີ່ 3 ຄື ຟິນ​ແລນ ປະຊາຊົນ​ໄດ້ຮັບ​ການສຶກສາ​ລະ​ດັບ​ສູງ ແລະ​ມີ​ປະ​ກັນ​ການ​ຮັກ​ສາພະຍາ​ບານ​ທີ່​ດີ ມີ​ເສ​ລີ​ພາບ​ຢ່າງ​ເຕັມ​ທີ່ ມີ​ຄວາມຫມັ້ນ​ໃຈ​ໃນ​ລັດຖະບານ ສັງຄົມ​ມີ​ຄວາມ​ສະຫງົບ​ຮຽບຮ້ອຍ

ອັນ​ ດັບ​ທີ່ 4 ຄື​ອົດສະຕາລີ ປະຊາຊົນ​ສາມາດ​ໄດ້ຮັບ​ການສຶກສາ​ທີ່​ດີ​ຫລາຍ ມີ​ເສ​ລີ​ພາບ​ຢ່າງ​ເຕັມ​ທີ່ ມີ​ຄວາມຫມັ້ນ​ໃຈ​ໃນ​ລັດຖະບານ ມີ​ຊັບ​ພະຍາ​ກອນ​ອຸດົມ​ສົມບູນ​ແລະ​ເສດ ຖະກິດ​ພັດທະນາ​ຢ່າງ​ວ່ອງໄວ

ປະເທດ ​ທີ່ 5 ຄື​ນິວ​ຊີ​ແລນ ປະຊາຊົນ​ສາມາດ​ໄດ້ຮັບ​ການສຶກສາ​ຊັ້ນ​ໜຶ່ງ​ໃນ​ໂລກ ຊາວ​ນິວ​ຊີ​ແລນມີ​ຄວາມ​ໄວ້​ວາງ​ໃຈ​ຕໍ່​ກັນ ແລະ​ຍິນ​ດີ​ໃຫ້​ຄວາມ​ຊ່ວຍເຫລືອ​ແກ່​ກັນ 94% ຮູ້ສຶກ​ວ່າ​ຮ່າງກາຍ​ກັບ​ສິ່ງ​ແວດ​ລ້ອມ​ສອດ​ຄ້ອງ​ກັນ​ຢ່າງ​ດີ

Delicious Digg Fark Twitter