ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 21, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ໃນການທີ່ໃຜຄົນຫນື່ງຈະເປີດເຜີຍຄວາມກັງວົນໃນໃຈນັ້ນບໍ່ແມ່ນເລື່ອງງ່າຍເລີຍ

ການທີ່ອີກຝ່າຍເວົ້າຄວາມໃນໃຈໃຫ້ອີກຄົນຫນື່ງໄດ້ຟັງນັ້ນສະແດງວ່າເຂົາໄວ້ໃຈ

ອີກຝ່າຍກໍ່ຕ້ອງເປີດໃຈຮັບເອົາແລະຮັບຟັງດ້ວຍຄວາມຕັ້ງໃຈ

   ການທີ່ມີຂອງຫນັກແບກໄວ້ພຽງຄົນດຽວຈະເຮັດໃຫ້ລຳບາກ

ແຕ່ຖ້າມີຄົນອື່ນເຂົ້າມາແບ່ງປັນພາລະອັນຫນັັກນັ້ນອອກໄປ

ຈະຊ່ວຍໃຫ້ພາລະນັ້ນເບົາລົງ

    ແລະການເປີດເຜີຍຄວາມກັງວົນໃນໃຈກໍ່ເຊັ່ນດຽວກັນ

ເພາະການເປີດເຜີຍຄວາມກັງວົນໃຫ້ແກ່ກັນແລະກັນໄດ້ຮູ້ຈະຊ່ວຍໃຫ້ແກ້ໄຂປັນຫາໄດ້ອີກ

   ທີ່ສຳຄັນການເປີດເຜີຍຄວາມກັງວົນໃນໃຈກະຄືເຮັດໃຫ້ເຮົາແລະຫມູ່ເພື່ອນສະຫນິດກັນຫລາຍຂື້ນອີກ

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່