ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 7, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

 

ມີມື້ຫນຶ່ງ ນົກແກ້ວທີ່ມີເຈົ້າຂອງທີ່ ຫື່ນສຸດໆ :e79::e79:

 

ເຫັນເຈົ້າຂອງພາຜູ້ຍິງເຂົ້າມາໃນເຮືອນ ( ເຫດການດຳເນີນໄປ...ຄິດເອົາເດີ້ :e87::e87:)

 

ນົກແກ້ວກະເລີຍຫື່ນຕາມເຈົ້າຂອງ...ມື້ຫນຶ່ງ ມັນໄປ...ກັບເປັດໂຕໜຶ່ງ

 

ເຈົ້າຂອງເປັດຈັບໄດ້ ເລີຍໃຈຮ້າຍ ຈັບມັນແຖຫົວ

 

ມື້ຕໍ່ມາ ເຈົ້າຂອງເປັດບ້ານໄດ້ເຊີນຄູບາມາເຮັດບຸນເຮືອນ

 

ນົກແກ້ວສະຫລາດໂຕນີ້ກະຫົວອອກມາ

 

ນົກແກ້ວ: 555 ໄປເຮັດຫຍັງມາລະທ່ານ

 

ຄູບາ: ຫ້ວຍ! ອີຫຍັງຂອງມັນນິ ຫົວຢູ່ໄດ້ ຖ້າອອກມາຊິຕີໃຫ້ຫົວແຕກເລີຍ

 

ນົກແກ້ວ: ອາຍຫວາ ທ່ານ ບໍ່ຕ້ອງອາຍດອກ :e85::e85:

 

ເມື່ອສູດແລ້ວ ຄູບາກະອອກມາ ແລ້ວຍ່າງເຂົ້າມາຖາມນົກແກ້ວວ່າ

 

ຄູບາ: ນົກແກ້ວເອີ້ຍ ບອກຄູບາແນ່ດຸວ່າຫົວເຮັດຫຍັງ

 

ນົກແກ້ວ: ຫ້ວຍ ເນາະ ເຮັດເປັນບໍ່ຮູ້ອີກ ກະມື້ກ່ອນຂ້ານ້ອຍໄປ...ກັບເປັດມາ

 

ຖືກຈັບໄດ້ ກະເລີຍຖືກແຖຫົວ ແບບນີ້

 

ແລ້ວທ່ານເດໄປເຮັດແນວໃດລະ ກະເຈົ້າຈຶ່ງຈັບໄດ້...:e85::e85:

 

ຄູບາ: ????

ຂຽນເມື່ອ ຂຽນເມື່ອ: ມ.ນ.. 6, 2011 | ມີ 6 ຄຳເຫັນ ແລະ 0 trackback(s)



ມີບ່າວສາວຄູ່ໜຶ່ງຍ່າງມາຫາ ນ້ຳສ້າງສັກສິດ ທີ່ຫລາຍຄົນມາອະຖິຖານຂໍພອນ

 

ຝ່າຍຊາຍເລີ່ມອຽງໂຕໄປທາງໜ້າ ຕັ້ງຈິດອະຖິຖານ ແລະໂຍນຫລຽນລົງໄປ

 

ຝ່າຍພັນລະຍາກະຢາກອະຖິຖານເຊັ່ນກັນ

 

ແຕ່ລາວ​ໄດ້ອຽງໂຕໄປຫລາຍເກີນໄປຈົນເສຍສູນ

 

ຈຶ່ງຕົກລົງໄປໃນນ້ຳສ້າງ ແລ້ວຈົມນ້ຳຕາຍ

 

ສາມີເວົ້າຂຶ້ນຄ່ອຍໆວ່າ

.

.

.

.

.

.

.

.

.

.

.

ວ້າວ..ໄດ້ຜົນອີຫລີ!!!

ຂຽນເມື່ອ ຂຽນເມື່ອ: ກ.ພ.. 23, 2011 | ມີ 6 ຄຳເຫັນ ແລະ 0 trackback(s)


 

ມີຄອບຄົວໜຶ່ງ ມີລູກຊາຍສາມຄົນ

 

ລູກທັງ ສາມ ກຳລັງນັ່ງຄິດວ່າ

 

ຊິມອບຫຍັງເປັນຂອງຂວັນໃຫ້ແມ່ດີ

 

ລູກຄົນທຳອິດ: ອ້າຍຊິສ້າງເຮືອນໃຫ້ອີ່ແມ່ຢູ່

 

ຄົນທີ່ສອງ: ຂ້ອຍຊິຊື້ລົດເບັ້ນພ້ອມຄົນຂັບໃຫ້ອີ່ແມ່

 

ຄົນສຸດທ້າຍ: ອ້າຍໆຄືຊິຈື່ໄດ້ດີເນາະ

                 ຕອນທີ່ແມ່ຂອງພວກເຮົາອ່ານຄຳພີໃບເບິ້ນ

                ແລະອ້າຍໆກະຮູ້ວ່າ

                ແມ່ຂອງພວກເຮົາສາຍຕາບໍ່ດີ

                ອ່ານຫນັງສືບໍ່ຄ່ອຍເຫັນ

                ດັ່ງນັ້ນ ນ້ອງຊິສົ່ງນົກແກ້ວ

               ເຊິ່ງສາມາດທ່ອງຄຳພີໃບເບິ້ນໄດ້

              ນົກແກ້ວໂຕນີ້ຢູ່ໂບດມາ14ປີ

             ພຽງແຕ່ບອກຊື່ບົດ

             ນົກແກ້ວໂຕນີ້ກໍ່ສາມາດທ່ອງບົດໆນັ້ນອອກມາໄດ້

 

 ເວົ້າແລ້ວລູກທັງສາມກະສົ່ງຂອງຂວັນໄປໃຫ້ແມ່....

 ຕໍ່ມາແມ່ກະໄດ້ຕອບຈົດໝາຍລູກໆທັງສາມວ່າ...

 

 ແມ່ບອກລູກຄົນທຳອິດວ່າ: ບ້ານທີ່ລູກປຸກໃຫ້ມັນຫລັງໃຫຍ່ໂພດ

                                     ແມ່ຢູ່ແຕ່ຫ້ອງດຽວ

                                     ແຕ່ແມ່ຕ້ອງໄດ້ເຮັດອານາໄມເຮືອນຫມົດທຸກຫ້ອງ

ແມ່ບອກກັບລູກຄົນທີ່ສອງວ່າ : ແມ່ແກ່ຫລາຍຈົນໄປໃສມາໃສບໍ່ໄດ້ແລ້ວ

                                          ແມ່ຢູ່ແຕ່ເຮືອນບໍ່ຄ່ອຍໄດ້ໃຊ້ລົດ

ແມ່ບອກກັບລູກຄົນສຸດທ້າຍແບບຊື່ນຊົມວ່າ: ລູກຮູ້ໃຈແມ່ແທ້ໆ

                                                             ວ່າແມ່ມັກຫຍັງ

                        ນົກແກ້ວຈືນ ແຊບຫລາຍ

 

 

                                                                 -ຈົບ-

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 23, 2011 | ມີ 6 ຄຳເຫັນ ແລະ 0 trackback(s)


ແຕ່ກີ້ແຕ່ກ່ອນ ມີກະສັດຢູ່ອົງໜຶ່ງ 

 

ກະສັດອົງນີ້ມີລູກຊາຍຢູ່ 3 ຄົນ

 

ລູກຜູ້ທຳອິດ: ເປັນຄົນທີ່ມີນິໄສກິນເຫລົ້າ ຫລິ້ນສາວ ບໍ່ສົນໃຈຮຽນໜັງສື

 

ລູກຜູ້ທີ່2: ເປັນຄົນມີນິໄສ ມັກ ຂູ່ເອົາເງິນຄົນອື່ນ ບໍ່ສົນໃຈການຮຽນຄືກັນ

 

ລູກຜູ້ສຸດທ້າຍ ເປັນປັນຍາອ່ອນ


ກະສັດຮູ້ສຶກອຸກໃຈຫລາຍ

 

ຈຶ່ງສົ່ງໃຫ້ລູກທັງສາມໄປລ່ອງເຮືອຢູ່ທະເລ

 

ແຕ່ກະສັດອົງນີ້ໄດ້ມອບລູກແກ້ວວິເສດໃຫ້ແກ່ລູກທັງສາມຄົນ

 

ພ້ອມທັງບອກວ່າ

 

ລູກແກ້ວນີ້ຕ້ອງໄດ້ອະທິຖານໃນໃຈ ແລະຂໍໄດ້ແຕ່ເທື່ອດຽວເທົ່ານັ້ນ

 

ຂະນະທີ່ທັງສາມລ່ອງເຮືອຢູ່ນັ້ນ

 

ກໍ່ເກີດຄື້ນຍັກ

 

ເຮັດໃຫ້ເຮືອແຕກ

 

ເຮັດໃຫ້ທັງສາມຄົນລອຍຄໍຢູ່ທະເລ

 

ລູກຜູ້ທຳອິດ: ກໍ່ຄິດໃນໃຈວ່າ ຢາກກັບໄປກິນເຫລົ້າ ຫລິ້ນສາວຄືເກົ່າ


                     ແລ້ວຮ່າງຂອງລາວກໍ່ຫາຍໄປ

 

ລູກຜູ້ທີ່2:  ກໍ່ຄິດໃນໃຈວ່າ ຢາກກັບໄປຂູ່ເອົາເງິນຄົນອື່ນຄືເກົ່າ


                     ແລ້ວຮ່າງຂອງລາວກໍ່ຫາຍໄປ

 

ມາຮອດລູກຜູ້ສຸດທ້າຍ ທີ່ເປັນປັນຍາອ່ອນ ກະຮ້ອງໄຫ້ຂຶ້ນ


ແລ້ວຄິດໃນໃຈຢາກ ໃຫ້ອ້າຍໆກັບມາ

 

ແລ້ວຮ່າງຂອງອ້າຍໆທັງສອງກໍ່ກັບມາ

 

ສະຫລຸບແລ້ວ ລູກທັງສາມກະຕາຍຢູ່ໃນທະເລ

 

                         -ຈົບ-

ຂຽນເມື່ອ ຂຽນເມື່ອ: ກ.ພ.. 23, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

 

ມື້ໜຶ່ງປ້າກັບຫລານອາຍຸ 9 ປີ ລົມກັນເລື່ອງໄປໂຮງຮຽນຂອງຫລານສາວ

 

ປ້າ: ເອີ່...ຫລານເອີ້ຍ...ພາກຮຽນຫນ້າປ້າວ່າຊິໃຫ້ຫລານໄປໂຮງຮຽນເອງຄົນດຽວໄດ້ບໍ່?

 

ຫລານຕອບຢ່າງໝັ້ນໃຈວ່າ

 

ຫລານ:  ”ໄດ້ໄດ້ໄດ້ ໄປໄດ້ຄົນດຽວຢູ່ແລ້ວ”

 

ປ້າ: ຖ້າຂຶ້ນລົດເມແລ້ວຊິລົງຖືກບໍ່ລະ

 

ຫລານ: ຖືກແທ້ປ້າ... ຫລານຈື່ທາງໄດ້ແລ້ວ

 

ປ້າ: ຖ້າກົດກະດິ່ງບໍ່ຮອດຊິເຮັດແນວໃດ

 

ຫລານ: ຫລານກະຊິບອກຄົນເກັບປີ້ກົດໃຫ້

 

ປ້າ: ອືມໆໆໆ...ສະຫລາດໃດ໋ເນາະຫລານປ້ານິ

       ແລ້ວຖ້າຄົນເກັບປີ້ບໍ່ໄດ້ຢູ່ແຖວນັ້ນແລ້ວບໍ່ໄດ້ຍິນເຮົາເວົ້າເດຊິເຮັດແນວໃດ??

 

ຫລານ:  ບໍ່ເຫັນຍາກຊ້ຳ ຫລານກະຊິຮ້ອງບອກຄົນຂັບລົດຫັ້ນເດ

 

ປ້າ: ເກັ່ງຫລາຍຫລານປ້າ...ຮູ້ຈັກແກ້ປັນຫາສະເພາະໜ້າໄດ້.

       ແລ້ວຫລານຊິບອກຄົນຂັບລົດວ່າແນວໃດລະ???

 

ຫລານ: ຫລານກະຊິຮ້ອງບອກຄົນຂັບລົດວ່າ:....” ກົດກະດິ່ງໃຫ້ແນ່!!!"

 

ປ້າ: ?????? ^^?


                                   -ຈົບ-

ຂຽນເມື່ອ ຂຽນເມື່ອ: ກ.ພ.. 23, 2011 | ມີ 4 ຄຳເຫັນ ແລະ 0 trackback(s)


ຊາຍ 2 ຄົນກຳລັງນັ່ງລົມກັນກ່ຽວກັບເລື່ອງບານເຕະ


ຊາຍ1: ເຈົ້າວ່າທີມອັງກິດ ກັບທີມເດັນມາກມີດີຕ່າງກັນຢູ່ໃສ


ຊາຍ2: ທີມອັງກິດມີດີຢູ່ບ່ອນກອງໜ້າແລ່ນໄວແບບໂອເວັ່ນ


           ແລະທີມເດັນໝາກມີດີບ່ອນຜູ້ຮັກສາປະຕູແບບ ສໄມເຄິ້ນ


ຊາຍ1: ບໍ່ແມ່ນເດີ້


ຊາຍ2: ເອົ້າ..ຊັ້ນມັນມີດີຕ່າງກັນບ່ອນໃດຊັ້ນ


ຊາຍ1: England ມີ d ໂຕສຸດທ້າຍ


         Denmark ມີ d ໂຕທຳອິດ

 

                          -ຈົບ-

ຂຽນເມື່ອ ຂຽນເມື່ອ: ກ.ພ.. 22, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

 

ປະທານຄົນໃຫມ່ທີ່ຫາກະມາຮັບຊ່ວງຟື້ນຟູບໍລິສັດທີ່ກຳລັງຕົກຕ່ຳ ເປັນມື້ທຳອິດ


ເຂົາເອີ້ນປະຊຸມພະນັກງານທັນທີ ແລະປະກາດນະໂຍບາຍທຳອິດ

 

ເຊິ່ງກໍ່ຄືການເພີ່ມປະສິດທິພາບຂອງການເຮັດວຽກຂອງພະນັກງານ

 

ໃຜເຮັດວຽກບໍ່ເຕັມເມັດເຕັມໜ່ວຍຈະຕ້ອງຖືກພິຈາລະນາຢ່າງເດັດຂາດ

 

ຫລັງຈາກການປະຊຸມ ເຂົາກໍ່ຍ່າງເລາະເບິ່ງບໍລິສັດ

 

ພ້ອມກັບຜູ້ອຳນວຍການອີກ 6-7 ຄົນ

 

ຄວາມສົນໃສຂອງເຂົາແມ່ນຢູ່ທີ່ຜູ້ຊາຍຄົນໜຶ່ງ

 

ເຊິ່ງກຳລັງຢືນອີງເສົາເບິ່ງຄົນອື່ນເຮັດວຽກຢ່າງສະບາຍໃຈ

 

ລາວຍ່າງມາຫາຜູ້ຊາຍຄົນນັ້ນແລ້ວຖາມ

 

”ເງິນເດືອນເຈົ້າເດືອນທໍ່ໃດ”

 

”800.000ນ່ະ” ຜູ້ຊາຍຕອບຢ່າງບໍ່ຮູ້ສຶກຢ້ານ

 

ແມ້ແຕ່ທ່າຢືນກະຍັງບໍ່ປ່ຽນ

 

ປະທານຈົກເງິນອອກມາ800.000ແລ້ວຍື່ນໃຫ້ຊາຍຄົນນັ້ນ

 

ແລ້ວເວົ້າທັ່ງໃສ່ລາວວ່າ....


”ນີ້ເມ່ນເງິນເດືອນເດືອນສຸດທ້າຍຂອງເຈົ້າ


ລະກະເຊີນເຈົ້າອອກໄປລະບໍ່ຕ້ອງກັບມາໃຫ້ຂ້ອຍເຫັນໜ້າອີກ”

 

ຊາຍຄົນນັ້ນຈັບເອົາເງິນແລ້ວຮີບໆຍ່າງໜີໄປຢ່າງໄວວາ

 

ໃນຂະນະທີ່ປະທານຫລຽວໜ້າມາຫາພະນັກງານ

 

ພະນັກງານກໍ່ຕົກຕະລຶງກັນທົ່ວໜ້າ

 

ປະທານຄົນໃຫມ່ຮ້ອງຂຶ້ນດ້ວຍສຽງເຂັ້ມໆວ່າ

 

”ມີໃຜຕອບຂ້ອຍໄດ້ແນ່ ວ່າຜູ້ຊາຍຄົນນັ້ນເຮັດວຽກຢູ່ໜ່ວຍງານໃດ?

 

ຄວາມມິດງຽບປົກຄຸມໄປທົ່ວສຳນັກງານເປັນຫລາຍວິນາທີ

 

ກ່ອນທີ່ຈະມີຜູ້ກ້າເວົ້າອອກມາວ່າ

 

ລາວມາສົ່ງພິດຊ່ານ່ະ!!!


   -ຈົບ-

ທີ່ມາ - FW

ຂຽນເມື່ອ ຂຽນເມື່ອ: ກ.ພ.. 22, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

 

ຈົງເປັນສຸກເປັນສຸກເຖິ້ນ ຢ່າໄດ້ເປັນ ຈັນ ອັງຄານ ພຸດ ພະຫັດເລີຍ

 

ຈົງເປັນສຸກເປັນສຸກເຖິ້ນ ຢ່າໃຫ້ມີ  ຈັນ ອັງຄານ ພຸດ ພະຫັດອີກເລີຍ

 

ຈົງເປັນສຸກເປັນສຸກເຖິ້ນ ຢ່າໃຫ້ມີ  ຈັນ ອັງຄານ ພຸດ ພະຫັດອີກເລີຍ

 

ຂ້າແຕ່ນາຍຈ້າງຜູ້ຈະເລີນ ຂ້າພະເຈົ້າທັງຫລາຍ ຂໍລາກິຈ ລາປ່ວຍ ອີກທັງການລາ

 

ທັງຫລາຍໃນວັນນີ້ ຂໍໃຫ້ມີຜົນບັງຄັບໃຊ້ໃນວັນເວລາເຮັດວຽກຂອງຂ້າພະເຈົ້າ

 

ຂໍນາຍຈ້າງຢ້າໂທດ ໂກດ ເຄືອງໃນຕົວຂ້າພະເຈົ້າ ແລະ ເພື່ອນພະນັກງານທັງຫລາຍ

 

ທີ່ຂາດຫາຍໄປເລີຍ ຂໍນາຍຈ້າງຢ່າຕັດຄະແນນ ຂໍນາຍຈ້າງຢ່າຕັດຄ່າແຮງ

 

ເມື່ອຂ້າພະເຈົ້າເຊົາຢາກນອນ ເຊົາເມົາແລ້ວ ຈະກັບໄປເຮັດວຽກຕາມປົກກະຕິເພື່ອມາຟັງ

 

ຂ່າວປະກາດໂບນັສ ເດືອນນີ້ ຫາກຄຳອະຖິຖານຂອງຂ້າພະເຈົ້າເປັນຈິງ

 

ສຳເລັດຜົນ ຂ້າພະເຈົ້າ ຈະກັບມາ ກົ້ມໜ້າກົ້ມຕາເຮັດວຽກຮັບໃຊ້ນາຍຈ້າງ ແລະ ອົງກອນ

 

ຕໍ່ໄປ ຈົນຊົ່ວຟ້າດິນສະຫລາຍ ສາທຸ ສາທຸ ສາທຸ


ຂຽນເມື່ອ ຂຽນເມື່ອ: ກ.ພ.. 22, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ຂ້ອຍແຕ່ງງານປີ 2000

ແລະຢູ່ກິນກັບສາມີດ້ວຍດີຈົນມາລູກສາວແລະລູກຊາຍ

ຊີວິດກະມີຄວາມສຸກດີ ມີລົດ ມີບ້ານ...ຢູ່ໃນນະຄອນຫລວງວຽງຈັນ

ຂ້ອຍມີນ້ອງສາວ1ຄົນ ທີ່ມີສາມີທີ່ມີເມຍຫລວງຢູ່ແລ້ວ ແລະຕອນຫລັງເຂົາເລີກກັນ

ລາວມາຫາຂ້ອຍ ຂ້ອຍກໍ່ໃຫ້ນ້ອງສາວຂອງຂ້ອຍຢູ່ນຳ

ແຕ່ວ່າມາຄົນດຽວສ່ວນລູກໆຢູ່ກັບສາມີລາວ

ນ້ອງສາວຂ້ອຍມາຢູ່ກັບຂ້ອຍໄດ້ປີປາຍ

ມີມື້ຫນຶ່ງຫົວໃຈຂ້ອຍເກືອບສະຫລາຍ

ຄືສາມີຂ້ອຍຈະເລີກວຽກປະມານ 24:00ໂມງ ແລະ ໃນເວລາ 00:45ໂມງ

ຂ້ອຍໄດ້ຍິນສຽງລົດຂອງສາມີຂ້ອຍມາຮອດແລ້ວ ແຕ່ວ່າຂ້ອຍກໍ່ຫລັບຕໍ່

ມາຕົກໃຈຕື່ນຕອນ 2:00ໂມງເຊົ້າ

ບໍ່ເຫັນສາມີນອນຢູ່ຂ້າງໆ

ຂ້ອຍລຸກໄປເບິ່ງຢູ່ຫ້ອງລູກກະບໍ່ມີ

ໃຈຫາຍວາບ

ຮີບລົງມາຢູ່ໂຊຟາຊັ້ນລຸ່ມກໍ່ບໍ່ມີ

ລົດກະຈອດຢູ່ແຕ່ສາມີຂ້ອຍໄປໃສ

ເບິ່ງປະຕູເຮືອນກະໃສ່ລ໊ອກຢູ່

ຕອນນັ້ນຫົວໃຈຂ້ອຍເຕັ້ນແຮງຫລາຍ

ເຫລືອຢູ່ຫ້ອງດຽວ...ຄື ຫ້ອງ....ນ້ອງສາວ....ຂອງຂ້ອຍ

ຂ້ອຍຍ່າງໄປເປີດໄຟຈົນແຈ້ງຫມົດເຮືອນ

ຫົວໃຈເຕັ້ນແຮງຜິດປົກກະຕິຈົນຢາກເປັນລົມ

ແລ້ວເບິ່ງໄປທີ່ຫ້ອງນ້ອງສາວແລ້ວພະຍາຍາມຕັ້ງສະຕິຄິດໃນໃຈວ່າ...

ຖ້າລາວຍ່າງອອກມາຈາກຫ້ອງນັ້ນຂ້ອຍຊິເຮດແນວໃດດີ

ຂ້ອຍນັ່ງເບິ່ງຫ້ອງນ້ອງສາວແລ້ວນ້ຳຕາໄຫລ

ຄິດໃນໃຈວ່າຊິເຮັດແນວໃດ

ລູກກະຍັງນ້ອຍ ແຕ່ຂ້ອບຄິດໃນໃຈວ່າ ”ເລີກ”

ຈັງໃດກະຕ້ອງ ເລີກ


ແລ້ວໃຫ້ລາວໄປຢູ່ກັບນ້ອງສາວສ່ວນຂ້ອຍຊິຢູ່ກັບລູກ

ຖ້າເຂົາສອງຄົນຮັກກັນຂ້ອຍກະຈະປ່ອຍໄປ

ຈົນປະມານ 3ໂມງເຊົ້າ

ຖ້າຂ້ອຍໂທໄປຫາລາວສຽງໂທລະສັບກໍ່ຈະດັງມາຈາກຫ້ອງນ້ອງສາວແນ່ນອນ

ເປັນແນວໃດກະເປັນຂ້ອຍຕັດສິນໃຈຈະໂທໄປແລະກະຕິດແທ້ໆ

ໃຈຂ້ອຍເຕັ້ນແຮງສຸດໆຈົນຊິຫລຸດອອກມາທາງນອກ

ຂ້ອຍຢືນຢູ່ຫນ້າຫ້ອງນ້ອງສາວ...ແຕ່ບໍ່ມີສຽງມືຖືອອກມາຈາກຫ້ອງນ້ອງສາວ


ແລ້ວເຂົາຢູ່ໃສ...?

”ຮາໂຫລ”

ເຈົ້າຢູ່ໃສ...? ຂ້ອຍເວົ້າທັ່ງໃສ່

.

.

.

.

.

.
.

.

.

.

.

.

ກະນອນຢູ່ໃນລົດນິເດະ!!!

ຮູ້ທັງຮູ້ວ່າ ກໍ ສະລະ ອູ ເລີກວຽກເດິກຍັງເສືອກລ໊ອກປະຕູອີກ...ຍຸງກະກັດ....


      -ຈົບ-

ຂຽນເມື່ອ ຂຽນເມື່ອ: ກ.ພ.. 22, 2011 | ມີ 6 ຄຳເຫັນ ແລະ 0 trackback(s)


​ເທັກ​ນິກການ​ຫລຸດ​ຄວາມ​ອ້ວນ​ ແບບ​ຮາຮາ

​ເລື່ອງ​ຕະລົກ​ຂອງ​ເສ່ຍຫນຸ່ມ ຫຸ່ນ​ອວບ​ ກຳລັງພະຍາຍາມຫລຸດນ້ຳໜັກມາດົນ

ເຂົາ​ໃຊ້​ສາລະພັດ​ວິທີ​ການ​ແຕ່​ບໍ່​ເຄີຍ​ໄດ້ຜົນ​ຈັກ​ເທື່ອ

ມື້ຫນຶ່ງ ​ເຂົາ​ເຫັນ​ໂຄສະນາ​ບໍລິການຫລຸດນ້ຳໜັກໃນອິນເຕີເນັດ Google.com

“ ຫລຸດນ້ຳໜັກກ ເຫັນຜົນທັນທີີ ຖືກສຸດໆໆ 180,000 ກີບເທົ່ານັ້ນ”

ດ້ວຍ​ຄວາມ​ສົນ​ໃຈ​ທີ່​ຈະ​ຫລຸດ​ນ້ຳໜັກມາດົນນ ນ  ແລະບໍ່ຢາກເປັນໂຕຕະລົກໃຫ້ໝູ່ຫົວຂວັນ

ເມື່ອເຫັນ​ໂຄສະນາ​ບໍລິການຫລຸດນ້ຳໜັກແບບທີ່ໃຈຕ້ອງການ

ເສ່ຍຫນຸ່ມ​ຈຶ່ງ​ຕິດ​ຕໍ່​ໂທລະສັບ​ໄປ​ຕາມ​ໝາຍ​ເລກ​ທີ່​ໃຫ້​ໄວ້

“ ຕ້ອງການ​ຫລຸດ​ຈັກ​ກິ​ໂລ​ນໍ້?” ສຽງ​ພະນັກງານ​ສາວ​ຈາກ​ສູນ​ບໍລິການຫລຸດນ້ຳໜັກຖາມແບບຕົງໆ

“​ເອີ່…” ເສ່ຍ​ຫນຸ່ມ​ຕົກ​ຕະລຶງ​ອື້​ງ​ເມື່ອ​ເຈິ​ຄຳ​ຖາມ​ໂດນ​ໃຈ

“ຫລຸດຈັດ 2 ກິ​ໂລ​ຊະ”

“​ເຈົ້າ, ຂໍ​ຊື່, ທີ່ຢູ່ ​ແລະ​ເບີ​ໂທ​ຕິດ​ຕໍ່​ກັບ​ແນ່​ເດີ້. ພະນັກງານ​ຂອງ​ເຮົາ​ຈະ​ໄປ​ພົບ​ທ່ານ​ທີ່​ບ້ານ​ມື້​ອື່ນ​ຕອນ10​ໂມງ​ເຊົ້າ​ເດີ້”

 

​ເຊົ້າ​ມື້​ຕໍ່​ມາ

ສາວ​ງາມ​ຫຸ່ນ​ສະ​​ແລນ​ເດີ້ ​ແຕ່ງ​ຕົວ​ດ້ວຍ​ຊຸດ​ຫັດ​ຫຸ່ນ​ສຸດsexyມາ​ປະກົດ​ໂຕ​ຢູ່​ຫນ້າ​ບ້ານ

“ ສະບາຍດີ ຂ້າພະເຈົ້າມາຈາກສູນຫລຸດນ້ຳໜັກ ຖ້າທ່ານຈັບຂ້າພະເຈົ້າໄດ້ ທ່ານຈະເຮັດຫຍັງຂ້າພະເຈົ້າຍອມໝົດ”

ເຫັນ​ເສ່ຍໜຸ່ມ​ເຮັດ​ເສີຍ ​

ເລີຍ​ຖອດ​ເສື້ອ​ຊ້ອນ​ໃນ​ອອກ​ໃຫ້​ເຊັກຊີ່​ກວ່າ​ເກົ່າ

​ເສ່ຍຫນຸ່ມ​ເລີ່​ມ​ເຂົ້າ​ໃຈກໍ່ເລີຍ​ແປງ​ຮ່າງ​ເປັນ​ຕົວ​ຫື່ນທັນທີ ​

ໄລ່​ຈັບ​ພະນັກງານ​ສາວ​ຢ່າງ​ເອົາຈິງ​ເອົາ​ຈັງ​

ແຕ່​ບໍ່​ວ່າ​ຊິິ​ພະຍາຍາມ​ຊຳ່​ໃດ​ພະນັກງານ​ສາວ​ກະ​ໃຊ້​ຄວາມ​ຄ່ອງ​ໂຕ​ຫລົບ​ຫລີກ​ໄດ້​

ຈົນ​ເວລາ​ຜ່ານ​ໄປ​ປະມານ​ສາມ​ຊົ່ວ​ໂມງ

​ເສ່ຍຫນຸ່ມ​ເມື່ອຍ​ແຮງ​ຈົນ​ບໍ່​ມີ​ແຮງ​ຊິິ​ຢືນ ພະນັກງາ​ນສາວ​ກໍ່​ປະກາດ

“ ຈົບ​ຄອສ​ແລ້ວ ຕອນ​ນີ້​ທ່ານ​ລອງ​ຊັ່ງ​ນ້ຳໜັກເບິ່ງ”  ​

ເສ່ຍໜຸ່ມລອງຊັ່ງນ້ຳໜັກເບິ່ງງ ບໍ່ຢາກເຊື່ອອ ນ້ຳໜັກຫລຸດລົງງ 2 ກິໂລພໍດີ

​ເສ່ຍໜຸ່ມ​ຄາ​ໃຈ ​ຫລັງ​ຈາກ​ພັກຜ່ອນ​ຢູ່​ຫລາຍ​ມື້ ​

ເຂົາ​ກະ​ໂທ​ໄປ​ນັດ​ແນະ​ກັບ​ທາງ​ສູນ​​ອີກ

​ເທື່ອ​ນີ້​ເປົ້າ​ໝາຍ​ຂອງ​ເຂົາ​ບໍ່​ແມ່ນ​ການຫ​ລຸດນ້ຳໜັກພຽງຢ່າງດຽວແລ້ວວ

ກະ​ວ່າ​ເທື່ອ​ນີ້​ພະນັກງານ​ສາວ​ບໍ່​ລອດ​ແທ້

 

“ຂ້ອຍ​ຕ້ອງການ​ລຸດ10ກິ​ໂລ “ ​ເສ່ຍໜຸ່ມ​ບອກ​ກັບ​ພະນັກງານ

ກະ​ວ່າ​ເທື່ອ​ນີ້​ເຂົາ​ຈະ​ມີ​ເວລາ​ເຫລືອ​ເຟືອ​ໃຫ້​​ໄລ່​ຈັບ​ພະນັກງານ​ສາວ​ຈົນ​ຈົນ​ມຸມ​ໄດ້​​ແນ່ນອນ

“ນັ້ນ​ມັນ​ເກີນ​ໄປ​ໃດ໋” ພະນັກງານ​ສູນ​ຕອບ​ກັບ

“ຂ້ອຍ​ວ່າ​ໄດ້​ກະ​ຕ້ອງ​ໄດ້​ຕວະ” ​ເສ່ຍໜຸ່ມຍັງ​ຄົງ​ຢືນຢັນ

ພະນັກງານ​ເຫັນ​ວ່າ​ຈະ​ຂັດ​ລູກ​ຄ້າ​ບໍ່​ໄດ້​ກະ​ເລີຍ​ເຮັດ​ຕາມ​ນັ້ນ

ຈົນ​ຮອດ​ເວລາ​ນັດ ​

ເສ່ຍໜຸ່ມ​ນັ່ງ​ຖ້າ​ຢ່າງ​ໃຈ​ຈົດ​ໃຈ​ຈໍ່​ຢູ່​ຫລັງ​ປະຕູ ຈົນ​ສຽງ​ເຄາະ​ປະຕູ​ດັງ​ຂຶ້ນ 

​ເຂົາ​ຟ້າວ​ເປີດ​ປະຕູ​ອອກ​ໄປ​ຢ່າງ​ຕື່ນ​ເຕັ້ນ

​ແຕ່​ຕ້ອງ​ຮູ​້ສຶກປະຫລາດ​ໃຈ​ເພາະ​ຢູ່​ຫນ້າ​ປະຕູ ຍັງ​ແມ່ນ​ຊຸດ​ຫັດ​ຫຸ່ນ​ຊຸດ​ເກົ່າ​

ແຕ່​…ຄົນ​ໃສ່​ເທື່ອ​ນີ້​ແມ່ນ​ຜູ້​ຊາຍ​ຮ່າງ​ໃຫຍ່ ທ່າ​ທາງ​ບໍ່ແມ່ນຜູ້ຊາຍ ຕຸດຂະໜານແທ້

ຢູ່​ເສື້ອ​ມີ​ຫນັງສື​ຕົວ​ໃຫຍ່ໆ​ຂຽນ​ວ່າ: “ຖ້າ​ຂ້ອຍ​ຈັບ​ເຈົ້າ​ໄດ້​ ເຈົ້າ​ເສັດ​ຂ້ອຍ​ແທ້ໆ!”

 

                          -ຈົບ-

 

ທີ່ມາ: http://www.tamdee.net/main/read.php?tid-1623.html