ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 20, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ນິທານອີສົບ (Aesop tale) ເລື່ອງ ນົກກະລຽນກັບໝາປ່າ

ນົກກະລຽເຫັນໝາປ່ານອນດິ້ນທຸລົນທຸລາຍຢ່າງເຈັບປວດຢູ່ກາງປ່າຈຶ່ງເຂົ້າໄປຖາມດ້ວຍຄວາມສົງສານວ່າ

ນົກກະລຽນ : ເຈົ້າເປັນຫຍັງນ່ະ???

ໝາປ່າ: ຂ້ອຍກິນຊີ້ນນ່ະ ລະກະດູກຄາຄໍຂ້ອຍ ເຮັດແນວໃດກະບໍ່ອອກ

ໝາປ່າບອກແລ້ວກະຮ້ອງຂໍໃຫ້ນົກກະລຽນຊ່ວຍໝາປ່າແລ້ວໝາປ່າຈະໃຫ້ລາງວັນຢ່າງງາມເປັນການຕອບແທນ

ນົກກະລຣນຈຶ່ງຍື່ນຄໍອັນຍາວຂອງມັນເຂົ້າໄປໃນປາກໝາປ່າແລ້ວສາມາດເອົາກະດູກອອກມາໄດ້ສຳເລັດ

ເມື່ອນົກກະລຽນທວງຖາມຫາລາງວັນໝາປ່າກະຕອບວ່າ

ໝາປ່າ : ຂ້ອຍບໍ່ງັບຄໍເຈົ້າຂາດຕາຍກະດີແລ້ວ ຍັງຊິມາເອົາອີຫຍັງຈາກຂ້ອຍອີກ

ເລື່ອງນີ້ສອນໃຫ້ຮູ້ວ່າ "ຄົນຊົ່ວນັ້ນບໍ່ຄ່ອຍເຫັນຄວາມດີຂອງຄົນອື່ນ"

 

 

credit: http://xn--o3cdbi8era7aon.net/p=51

ຂຽນເມື່ອ ຂຽນເມື່ອ: ກ.ພ.. 20, 2011 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ


ຄຳຄົມໃດທີ່ຖືກໃຈທ່ານ....????

 

1. ຄົນ​ພານ​ຖ້າ​ຈິງ​ໃຈ​ກະ​ບໍ່​ຜິດ ຄົບ​ບັນດິດ​ບໍ່​ຈິງ​ໃຈ​ກໍ​ໄຮ້​ຜົນ

2. ​ທຳດີ ​ໄດ້​ດີ ​ທຳ​ອັບປີ ມັນ​ຊິ​ໄດ້​ດີ​ໄດ້​ແນວ​ໃດ

3. ບາງ​ສິ່ງ​ເຮົາ​ກະ​ບໍ່​ຄວນ​​ຈື່…ຖ້າ​ມັນ​ເຮັດ​ໃຫ້​ເຮົາ​ເຈັບ….​

ແຕ່​ບາງ​ສິ່ງ​ເຮົາກໍ່​ຄວນ​ເກັບ…ຖ້າ​ມັນ​ເປັນຄວາມ​ເຈັບ​ທີ່​ເປັນຕາ​ຈື່

4.. ຢ່າ​ມີ​ຫົວ…​ໄວ້​ໃຫ້​ແຕ່​ຜົມ​ຂຶ້ນ (ຮູ້ຈັກ​ໃຊ້​ແນ່ຈັກ​ຫນ່ອຍ​ມັນ​ຊິ….)

5. ຄວາມ​ດີ​ກໍ່​ຄື​ກັບ​ໂສ້ງ​ຊ້ອນ​ໃນ..ຕ້ອງ​ມີ​ຕິດ​​ໂຕໄວ້ ​ແຕ່​ບໍ່​ຕ້ອງ​ເອົາ​ມາ​ໂຊ

6. ເຈັບ​ແລ້ວ​ຈຳ​ຄື​ຄົນ ​ເຈັບ​ແລ້ວ​ທົນ​ຄື ຄວາຍ

7. ພໍ​ໃຈ​ເທົ່າ​ທີ່​ມີ ຍິນ​ດີ​ເທົ່າ​ທີ່​ໄດ້

8. ສິ່ງ​ທີ່​ສອນ​ຄົນ​ເຮົາ​ບໍ່​ໄດ້ ຄື: ສາມັນ​ສຳນຶກ

9. ໄປ​ໃຫ້​ສຸດ….​ແລ້ວ​ຢຸດ​ທີ່​ຄຳ​ວ່າ…ພໍ

10. ສົງຄາມຍັງບໍ່ຈົບ ຢ່າຟ້າວນັບສົບທະຫານ

11. ຈົ່ງຊື່ສັດກັບແຟນຕົນເອງ ແລະຈົ່ງຄື້ນເຄງກັບແຟນຄົນອື່ນ ( ເຮີ້ໆໆໆ)

12. ຫາກຍ່າງຕາມຮອຍພະບາດຄົນອື່ນ

ກໍ່ຈະບໍ່ມີມື້ທີ່ຈະມີຮອຍພະບາດເປັນຂອງຕົວເອງ

13. ມາຊ້າ ກັບກ່ອນ ນອນກາງວັນ ມັນກາງຄືນ

14. ສຸຣາບໍ່ໄດ້ສ້າງວິລະບຸລຸດ...ແຕ່ວິລະບຸລຸດກະຂາດສຸຣາບໍ່ໄດ້

15. ຄວາມພະຍາຍາມຄັ້ງທີ່ 100 ດີກວ່າທໍ້ຖອຍກ່ອນທີ່ຈະທຳ

16. ດີ - ຊົ່ວ ບໍ່​ໄດ້​ເປັນ​ກຳມະພັນ

17.  ຕົວຢ່າງ​ທີ່​ດີ....​ມີຄ່າ​ກວ່າ​ຄຳ​ສອນ

18. ສຸກໃດກໍ່ບໍ່ເທົ່າລ້ວງກະເປົ໋າແລ້ວເຫັນເງິນ 555

19. ຄົນໂງ່ຍ່ອມເປັນເຫຍື່ອຂອງຄົນສະຫລາດ...

ຄົນສະຫລາດຍ່ອມເປັນເຫຍື່ອຂອງຄົນສະຫລາດທີ່ແກ້ງໂງ່.. ເອີ໊ກໆໆໆ

20. ສາມີຄືເປົ້າໝາຍ ຜູ້ຊາຍຄືທາງຜ່ານ ຄົບເດັກຄືນິພພານ ຂຶ້ນຄານຄືຕາຍທັ້ງເປັນ

21. ການ​ດື່ມ​ເຫລົ້າ​ໃຫ້​ເມົາ​ບໍ່​ໄດ້​ຢູ່​ທີ່​ຍີ່​ຫໍ້​ຂອງ​ສຸຣາ...

ການ​ສຶກສາ​ຄື​ຄວາມ​ຮູ້​ທີ່​ໄດ້​ມາ​ບໍ່​ແມ່ນ​ສະ​ຖາ​ບັນ

22. ອີຫຍັງຊິເກີດມັນກະຕ້ອງເກີດ

23. ຍາມເສິກເຮົາຮົບ ຍາມສະຫງົບເຮົາປະຕິວັດ ( ອັນນີ້ ຂຳໆເດີ້)

24. ອ່ອນໂຍນແຕ່ຢ່າອ່ອນແອ

25. ເມຍຊື້ເງິນສົດ ລົດຊື້ເງິນຜ່ອນ ( ສຳລັບຄົນຈະແຕ່ງງານ..ອິອິ)

26. ຖ້າຄົນເຮົາບໍ່ປ່ອຍວາງອະດີດ ກະຊິບໍ່ຮູ້ຈັກອະນາຄົດ

27. ມະນຸດ ແທ້ຈິງແລ້ວບໍ່ໄດ້​ເຕີບໃຫຍ່ດ້ວຍອາຫານ

ແຕ່ເຕີບໃຫຍ່ດ້ວຍຄວາມລຳບາກ

28. ເມຍລວຍຊ່ວຍເຮົາໄດ້ 555

29. ເພື່ອນກິນ ເພື່ອນກັນ ເພື່ອນກິນບໍ່ທັນ ເພື່ອນກັນເອົາໄປກິນ

30. ຊະຕາຟ້າລິຂິດ...ແຕ່ຊີວິດນະຂອງ ກໍ ສະລະ ອູ ( ​ແປ​ເອົາ​ເດີ້)

31. ຮັກແທ້ຕ້ອງແຍ່ງຊິງ ຮັກຈິງຕ້ອງປ່ອຍໄປ

32. ຕັດເຈ້ຍໃຊ້ຫຍັງຕັດກະຕັດໄດ້ ແຕ່ຕັດໃຈຕ້ອງໄດ້ໃຊ້ເວລາ

33. ຮັກດີກິນຖົ່ວ ຮັກຊົ່ວກິນເຫລົ້າ ຮັກດີຮັກຊົ່ວ ກິນຖົ່ວແກ້ມກັບເຫລົ້າ 555

34. ສິ່ງດຽວທີ່ຈະເຮັດໃຫ້ຄົນຊົ່ວຊະນະກະຄື

"ການທີ່ຄົນດີນິ່ງດູດາຍ"

35. ກຳຂີ້ດີກວ່າກຳຕົດ

ແຕ່ຖ້າກຳຂີ້ສົດໆ ກຳຕົດດີກວ່າກຳຂີ້ ( ເດີ້)

36. ທຳແລ້ວເສຍໃຈຍັງດີກວ່າເສຍໃຈທີ່ບໍ່ໄດ້ທຳ

37. ຈຸດຢືນຂອງຄົນເຮົາຄື " ສົ້ນຕີນ" ( ມີ​ໃຜ​ຊິ​ຖຽງ​ບໍ່)

38. ກະ​ບີ່​ຢູ່​ທີ່​ໃຈ ​ພຽງ​ແຕ່​ໄມ້​ໄຜ່​ກະ​ໄຮ້​ທຽມ​ທານ

 

ທີ່​ມາ: Forward Mail