ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 27, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

<!--[if !mso]>v\:* {behavior:url(#default#VML);}o\:* {behavior:url(#default#VML);}w\:* {behavior:url(#default#VML);}.shape {behavior:url(#default#VML);}<![endif]--><!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]--><!--[if gte mso 9]><![endif]--><!--[if gte mso 9]><![endif]-->

 

http://app01.laopdr.gov.la:8080/fckeditor_ePortal/image/bvong_laos_luang_prabang_001.jpgພົນລະເມືອງລາວ ສ່ວນໃຫຍ່ເຊື່ອຖືພຸດທະສາສະໜາ ຊິ່ງເປັນສາສະໜາ
ດັ້ງເດີມມີຜູ້ເຊື່ອຖືທັງໝົດກວມເອົາ 66,8%  ຂອງພົນລະເມືອງ.   ສາ
ສະໜາເຢຊູຄຣິດ ມີຜູ້ເຊື່ອຖືປະມານ 1,5%.  ສ່ວນສາສະໜາອິດສະລາມ
ແລະ ບາຮາຍ ມີຜູ້ເຊື່ອຖືໜ້ອຍກວ່າ 1%.   ນອກຈາກເຊື່ອຖື ສາສະໜາ
ແລ້ວຍັງມີຜູ້ເຊື່ອຖືບັນພະບູລຸດ (ເຊື່ອຖືຜີ) ທີ່ເປັນຄວາມເຊື່ອອັນເກົ່າແກ່
ຂອງ ຄົນລາວມາແຕ່ບູຮານ ແລະ ເຊື່ອຖືອື່ນໆ ປະມານ 30,9%
(
ສະຖິຕິສຳຫຼວດພົນລະເມືອງ ປີ 2005).  ສິດທິທາງດ້ານສາສະໜາ ຫຼື
ຄວາມເຊື່ອປະຊາຊົນລາວ ບັນດາເຜົ່າມີສິດເສລີພາບ  ໃນການເຊື່ອຖື ຫຼື
ບໍ່ເຊື່ອຖືສາສະໜາ, ເຊິ່ງສິດດັ່ງກ່າວໄດ້.
ສະແດງອອກ ແລະ ຄ້ຳປະກັນ ໂດຍລັດຖະທຳມະນູນ ມາດຕາ9 ແລະ
ມາດຕາ43. ນອກຈາກນີ້, ຍັງມີບັນດາບັນຍັດ,ລະບຽບ -

ກົດໝາຍ. ໂດຍສະເພາະ ແມ່ນດຳລັດຂອງນາຍຍົກລັດຖະມົນຕີ ເລກທີ 92/ນຍ ວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການ
ເຄື່ອນໄຫວສາສະໜາ ຢູ່ ສປປ ລາວ ເຊິ່ງເປັນການປົກປ້ອງ ແລະ ຄຸ້ມຄອງການເຄື່ອນໄຫວ ທີ່ຖືກຕ້ອງຕາມກົດໝາຍ ຂອງ
ບັນດາອົງການສາສະໜາ ແລະ ສາສະນິກະຊົນຂອງສາສະໜາຕ່າງໆ ໃນ ສປປ ລາວ. ສິດເສລີພາບໃນການເຊື່ອຖືສາສະໜາ
ນອກຈາກຈະລະບຸໄວ້ໃນລັດຖະທຳມະນູນ, ດຳລັດແລະ ລະບຽບກົດໝາຍແລ້ວ ລັດຖະບານ ສປປ ລາວ
ຍັງມີນະໂຍບາຍ 4 ຂໍ້ໃຫຍ່ ຕໍ່ສາສະໜາ:

-
ເຄົາລົບສິດເສລີພາບໃນການເຊື່ອຖື ຫຼື ບໍ່ເຊື່ອຖືສາສະໜາ ຂອງພົນລະເມືອງລາວ, ບໍ່ອະນຸຍາດໃຫ້ມີການຊື້ຈ້າງຈອບອອຍ ຫຼື
ບີບບັງຄັບໃດໆ ໃຫ້ພົນລະເມືອງເຊື່ອຖືສາສະໜາໃດໜື່ງ ຫຼື ໃຫ້ປະຊາຊົນປະລະການເຊື່ອຖືສາສໜາ.
-
ເຄົາລົບ ແລະ ປົກປ້ອງການເຄື່ອນໄຫວສາສະໜາຖືກຕ້ອງຕາມກົດໝາຍ,ປຸກລະດົມສົ່ງເສີມພະສົງ - ສາມະເນນ ແລະ ການ
ບວດ ຂອງສາສະໜາຕ່າງໆ ໃຫ້ເຂົ້າຮ່ວມໃນການເຄື່ອນໄຫວ ທີ່ເປັນປະໂຫຍດແກ່ປະເທດຊາດ ແລະ ປະຊາຊົນ, ຫ້າມທຸກ
ການກະທຳທີ່ເປັນການແບ່ງແຍກສາສະໜາ ແລະ ແບ່ງແຍກປະຊາຊົນ.
-
ສາສະນິກະຊົນ ແລະ ສາສະໜາຕ່າງໆ ມີສິດ ແລະ ພັນທະຂອງພົນລະເມືອງເທົ່າທຽມກັນ, ສາມັກຄີກັນເຮັດ ໜ້າທີ່ປົກປັກ
ຮັກກສາ ແລະ ສ້າງສາພັດທະນາປະເທດຊາດ.

-
ເອົາໃຈໃສ່ສົ່ງຄວາມຮູ້ທາງດ້ານວິທະຍາສາດ ທໍາມະຊາດ ແລະ ສັງຄົມ ໃຫ້ແກ່ປະຊາຊົນເຜົ່າຕ່າງໆ, ຂົນຂວາຍ ແລະ ຊັກ
ຊວນໃຫ້ເຂົາເຈົ້າຄ່ອຍໆ ປະລະຮີດຄອງອັນຫຼ້າຫຼັງ ທີ່ສົ່ງຜົນສະທ້ອນບໍ່ດີເຖິງຄວາມສາມັກຄີ, ການຜະລິດ ແລະ ການດຳລົງ
ຊີວິດຂອງເຜົ່າຕ່າງໆ ກໍ່ຄືຂອງຊາດ, ສ້າງຄວາມສີວິໄລທາງດ້ານຈິດໃຈເທື່ອລະກ້າວ. ຍ້ອນການປະຕິບັດສິດສະເໝີພາບ ແລະ
ສິດເສລີພາບ ໃນການເຊື່ອຖື ຫຼື ບໍ່ເຊື່ອຖືສາສະໜາໄດ້ດີ, ໃນປັດຈຸບັນຢູ່ ສປປ ລາວ ມີ 4 ສາສະໜາຄື:1) ພຸດທະສາສະໜາ
2)
ສາສະໜາເຢຊູຄຣິດ ປະກອບມີ 2 ນິກາຍຄື:1. ກາໂທລິກ 2.   ໂປຣແຕັດສະຕັງປະກອບມີ 2ນິກາຍຍ່ອຍຄື: ຄຣິສຕະຈັກ
ຂ່າວປະເສີດຄຣິສຕະຈັກຄະນະວັນເສົາ 3)  ສາສະໜາບາຮາຍ 4)  ສາສະໜາອິດສະລາມ.

ໃນປະຈຸບັນເຫັນໄດ້ວ່າ ມີຜູ້ເຊື່ອຖືສາສະໜາຕ່າງໆ ເພີ່ມຂື້ນ, ເຊິ່ງສະແດງອອກໃນສະຖິຕິຕົວເລກທີ່ ເກັບກຳໄວ້ໄດ້ໃນປີ 2008
ມີດັ່ງນີ້:ສາສະໜາພຸດ ມີຜູ້ເຊື່ອຖືປະມານ 66,8% ຂອງພົນລະເມືອງທັງໝົດ, ມີພະສົງສາມະເນນທັງໝົດ ຈຳນວນ 20,608
ອົງ, ມີວັດຈຳນວນ 4,860 ວັດ, ມີພໍ່ຂາວ-ແມ່ຂາວ ທັງໝົດຈຳນວນ 465 ຕົນ. ນອກຈາກນັ້ນ ຍັງມີພຸດທະສາສະໜານິກາຍ
ມະຫາຍານຜູ້ເຊື່ອຖືສ່ວນຫຼາຍແມ່ນພີ່ນ້ອງຊາວຫວຽດນາມ ແລະ ຊາວຈີນທີ່ດຳລົງຊີວິດ ແລະ ທຳມາຫາກິນຢູ່ ສປປລາວ, ພຸດ
ທະສາສະໜາກາຍມະຫາຍານ ມີວັດທັງໝົດທົ່ວປະເທດຈຳນວນ 8 ວັດ. ນອກຈາກການເຊື່ອຖືພຸດທະສາສະໜາ ແລະ ສາສະ
ໜາອື່ນໆ ແລ້ວປະຊາຊົນລາວບັນດາເຜົ່າ ຍັງເຊື່ອຖືບັນພະບູລຸດ(ເຊື່ອຖືຜີ) ປະມານ 30,9%.ສາສະໜາເຢຊູຄຣິດ: ນິກາຍກາ
ໂທລິກ ມີຜູ້ເຊື່ອຖືທັງໝົດ 43,721 ຄົນ, ຍິງ 20,289 ຄົນ, ມີນັກບວດ (ຄຸນພໍ່-ຄຸນແມ່) 293ອົງ, ຍິງ 9 ຄົນ, ມີໂບດ 91
ແຫ່ງ, ມີບ່ອນນະມັດສະການ 77 ແຫ່ງ. ນິກາຍຄະນະວັນເສົາ ມີຜູ້ເຊື່ອຖືທັງໝົດ 1,694 ຄົນ, ຍິງ852 ຄົນ,ມີຄູສອນສາສະ
ໜາ 17 ຄົນ, ຍິງ 1 ຄົນ,ມີໂບດ 3 ແຫ່ງ ແລະ ບ່ອນນະມັດສະການ 4 ແຫ່ງ. ສາສະໜາ ບາຮາຍ ມີຜູ້ເຊື່ອຖືທັງໝົດ
2,449
ຄົນ,ຍິງ 1,477 ຄົນ,ມີຄູສອນສາສະໜາ 48 ຄົນ,ຍິງ 17 ຄົນ,ມີຫໍທຳມະສະ ພາ 5 ແຫ່ງ.ສາສະໜາອິດສະລາມ ມີ
ຜູ້ເຊື່ອຖືທັງໝົດ 400 ຄົນ, ຍິງ 300 ຄົນ, ມີຄູສອນສາສະໜາ 12 ຄົນ, ຍິງ 0 ຄົນ, ມີສຸເຫຼົາ 2 ແຫ່ງ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 27, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

<!--[if !mso]>v\:* {behavior:url(#default#VML);}o\:* {behavior:url(#default#VML);}w\:* {behavior:url(#default#VML);}.shape {behavior:url(#default#VML);}<![endif]--><!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->

http://www.sansouk.com/Editor/assets/98116-attachment.jpg

 

           1. “ນ້ອງຢາກ​​ເຮັດ.... (ອັນໃດອັນໜຶ່ງ)... ບໍ

           ປະ​ໂຫຍກ ຄຳ​ຖາມ​ເຊີນ​ຊວນ​ເຮັດ​ນັ້ນ ເຮັດ​ນີ້​ແບບ​ນີ້​ ບໍ່ແມ່ນ​ພຽງ​ການສະແດງ​ຄວາມ​ສຸ​ພາບ​ເທົ່າ​ນັ້ນ ແຕ່​ຍັງ​ສະແດງ​ໃຫ້​ເຫັນ​ວ່າ​ໜຸ່ມໆ ພ້ອມ​ຈະ​ເອົາ​ອົກ​ເອົາ​ໃຈ​ຍິງ​ສາວ​ຂອງ​ພວກເຂົາ​ພຽງໃດ ແລະ​ການ​ໃຫ້​ກຽດ​​​​ແມ່ຍິງ​ເປັນ​ຝ່າຍ​ເລືອ​ກວ່າ​ຢາກ​ເຮັດຫຍັງ​ນີ້​ແຫລະ​ຄື​ສິ່ງ​ທີ່​ຍິງ​ສາວ ຕ້ອງ​ການ​ຫລາຍ​ເຖິງ​ຫລາຍ​ທີ່ສຸດ

 

          2. “ອ້າຍໄດ້​ຄົ້ນ​ພົບ​ອີ່ຫຍັງໆ ໃນ​ຕົວ​ນ້ອງ​ທີ່​ເຮັດໃຫ້​ອ້າຍ​ມັກ​ນ້ອງ​ຫລາຍ​ຂຶ້ນ​ທຸກ​ມື້​ໆ

          ບໍ່ວ່າ​ຜູ້​ສາວ​ແບບ​ໃດ ​ເຊີ້ໆ ຫວານໆ ສົ້ມໆ ຫ້າວ​ໆ ກໍ​ລະ​ລາຍ​ໄດ້​ຍ້ອນ​ປະ​ໂຫຍ​ກ​ແບບ​ນີ້ ຄິດ​ເບິ່ງ​ຕີວ່າ​ນາງ​ຈະ​ປື້ມ​ອົກ​ປຶ້ມ​ໃຈ​ສ່ຳ​ໃດ ​ຖ້າ​ໄດ້ຍິນ​ຊາຍ​ໜຸ່ມ​ສາລະພາບ​ອອກມາ​ກົງໆ ວ່າ​ໃນ​ຕົວ​ນາງ​ມີ​ຫຍັງ​ດີໆ ຊ່ອນ​ຢູ່​ຫລວງຫລາຍ​ເຖິງ​ຂັ້ນ​ເຮັດໃຫ້​ຜູ້​ຊາຍ​ຕົກ​ຂຸມ​ຮັກ​ນາງ​ໄດ້​ຫລາຍ​ຂຶ້ນ​ທຸກ​ມື້ ທີ່​ສຳຄັນ​ຖ້າ​ຜູ້​ຊາຍ​ຮູ້ສຶກ​ແບບ​ນີ້​ແທ້ໆ ກໍ​ແປ​ວ່າ​ຄວາມ​ສຳພັນ​ຂອງ​ທ່ານຈະ​ແໜ້ນ​​ແຟ້ນ​ບໍ່​ຈືດ​ຈາງ​ງ່າຍໆ

 

          3. “ອ້າຍ​ບໍ່​ເຄີຍ​ພົບ​ໃຜ​ຄື​ນ້ອງ​ເລີຍ

          ຜູ້​ສາວ​ຮ້ອຍ​ທັງ​ຮ້ອຍ​ຕ້ອງ​ການ​ຄຳ​ຊົມ ແລະ​ຍິ່ງ​ຖ້າ​ເປັນ​ຄຳ​ຊົມ​ທີ່​ສະແດງ​ວ່າ​ຕົວ​ເອງ​ເປັນ​ຄົນ​ພິເສດ ແລະ​ບໍ່​ຄື​ຍິງ​ຄົນ​ໃດ​ໆ ໃນ​ໂລກ​ທີ່​ເຂົາ​ຄົນ​ນັ້ນ​ເຄີຍພົບ​ມາ ຮັບຮອງ​ປື້ມ​ທຸກ​ຄົນ ແຕ່​ໜຸ່ມໆ ຢ່າ​ລືມ​ວ່າ​ປະ​ໂຫຍກ​ນີ້​ຕ້ອງ​ຈົບ​ຢູ່ນີ້​ເທົ່າ​ນັ້ນ ຢ່າ​ໄດ້​ເຜີ​ຕໍ່ໄປ​ວ່າ ບໍ່ຄືແຟນ​ເກົ່າ​ຂອງ​ອ້າຍ ທີ່... ເພາະ​ຈາກ​​ເລິກຈະ​ກາຍ​ເປັນ​ເລື່ອງ​ທັນ​ທີ ເພາະ​​ແມ່ຍິງ​ກຽດຊັງ​​ເລື່ອງ​ຖືກ​ປຽບທຽບ​ກັນ​ເອງທີ່​ສຸດ.

 

          4. “ເລົ່າ​ໃຫ້​ຟັງ​ຈັກ​ໜ້ອຍ​ຕີ ມື້​ນີ້​ເປັນ​ຈັ່ງ​ໃດ​

​          ແມ່ນເລີຍ ຜູ້​ສາວ​ມັກ​ລົມ ແລະ​ມີ​ຄວາມ​ສາມາດ​ພິເສດ​ໃນ​ການ​ເລົ່າເລື່ອງ​ໄດ້​ເປັນ​ສາກໆ ເພາະ​ສະ​ນັ້ນ ສິ່ງ​ທີ່​ດີ​ທີ່ສຸດ​ສຳລັບ​ແມ່ຍິງ​ກໍ​ຄື... ເປີດ​ໂອ​ກາດ​ໃຫ້​​ເຂົາ​ເຈົ້າ​ໄດ້​ເລົ່າ ເລົ່າ ແລະ​ເລົ່າ

 

           5. “ອ້າຍ​ຮັກ​ນ້ອງ​ໃນ​ທຸກ​ອະລິຍາບົດ​ທີ່​ນ້ອງ​ເປັນ

           ຫາກ​ໜຸ່ມ​ຄົນ​ໃດ​ຄົ້ນ​ພົບ​ກິ​ລິ​ຍາ​ທ່າ​ທີ​ແບບໃດ ກໍ​ຕາມ​ທີ່​ເຮັດໃຫ້​ນາງ​ເບິ່ງ​ໜ້າ​ຮັກ ເບິ່ງ​ເຊັກ​ຊີ່​ເປັນ​ພິເສດ​ໃນ​ສາຍ​ຕາ ກໍ​ຢ່າ​ລີ​ລໍ​ທີ່​ຈະ​ເປີດ​ເຜີຍ​ໃຫ້ຜູ້​ສາວ​ຂອງ​ເຮົາ​ໄດ້ຮັບ​ຮູ້ ອາດຈະ​ຍົກ​ຕົວ​ຢ່າງ​ໄປ​ນຳ​ເພື່ອ​ໃຫ້​ເຫັນ​ພາບ (ແຕ່​ຕ້ອງ​ຮູ້ສຶກ​ຈັ່ງຊັ້ນ​ແທ້ໆ) ເຊັ່ນ ອ້າຍມັກ​ທ່າ​ຕອນ​ທີ່​ນ້ອງຍົກ​ກາ​​ເຟ​ຂຶ້ນ​ຈິບ” “ອ້າຍມັກ​ທ່າ​ທາງ​ຂອງ​ນ້ອງ​ຕອນ​ມັດ​ຜົມຫລື ອ້າຍ​ມັກ​ຕອນ​ເຈົ້າ​ຫົວ​​ຈົນ​ຫຼັບຕາແລະອື່ນໆ ເພື່ອ​ຢືນຢັນ​ໃຫ້​ຍິງ​ສາວ​ສະບາຍ​ໃຈ​ວ່າ​ຊາຍ​ໜຸ່ມ​ຂອງ​ນາງ​ຍອມ​ຮັບ​ໃນ​ແບບ​ທີ່​ນາງ​ເປັນ

 

            6. “ນ້ອງ​ຈະ​ກະລຸນາ​ຊ່ວຍອ້າຍ​ແດ່​ໄດ້​ບໍ

            ໂດຍ ທຳມະຊາດ ​ແມ່ຍິງ​ເປັນ​ເພດ​ໃຈ​ດີ​ມັກ​ໃຫ້​ຄວາມ​ຊ່ວຍເຫລືອ ເພາະ​ນາງ​ມີ​ສັນ​ຊາດຕະ​ຍານ​ຄວາມ​ເປັນ​ແມ່​ຢູ່ໃນ​ຕົວ ດັ່ງ​ນັ້ນ ການ​ທີ່​ຜູ້​ຊາຍ​ມາ​ຂໍ​ຄວາມ​ຊ່ວຍເຫລືອ​ຈາກ​ນາງ ບໍ່​ໄດ້​ໝາຍ​ເຖິງ​ຄວາມ​ອ່ອນແອ ແຕ່​ມັນ​ສະແດງ​ໃຫ້​ເຫັນ​ວ່າ​ພວກເຂົາ​ຍອມ​ຮັບ​ໃຫ້​ນາງ​ເຂົ້າໄປ​ເປັນ​ສ່ວນຫນຶ່ງ​ຂອງ​ຊີວິດ ເພາະ​ສະ​ນັ້ນ ຍິງ​ສາວ​ຈະ​ມີ​ຄວາມ​ສຸກ​ທີ່​ສຸດ​ເລີຍ ຖ້າ​ຍອມ​ໃຫ້​ນາງ​ໄດ້​ເຮັດຫຍັງ​ເພື່ອ​ຊາຍ​ໜຸ່ມ​ທີ່​ນາງ​ຮັກ​ນຳ​ແດ່... ອ໊ະ​ໆ ແ​ຕ່ຍົກ​ເວັ້ນ​ເລື່ອງ​ຂໍ​ຢືມ​ເງິນ​ເດີ!!!

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 27, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

<!--[if !mso]>v\:* {behavior:url(#default#VML);}o\:* {behavior:url(#default#VML);}w\:* {behavior:url(#default#VML);}.shape {behavior:url(#default#VML);}<![endif]--><!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->


http://www.sansouk.com/Editor/assets/DLLM_plmpsvk09_g.jpg



        http://www.kpl.net.la/lao/data/arrowd%201.jpg
ສະ​ໄໝ​ລາຊະກາ​ ນຂອງເຈົ້າ​ສຸລິຍະ​ວົງສາ, ປີ ພສ 2183 (ຄສ 1631) ​ເຈົ້າ​ສຸລິຍະ​ວົງສາ ​ໄດ້​ຂຶ້ນຄອງ​ລາດ, ​ໃ​ນໄລຍະ 57 ປີ ຂອງກາ​ນປົກຄອງ​ ອາ ນາຈັກ​ລ້າ​ນຊ້າງ ​ແມ່​ນມີ​ຄວາມ​ສະຫງົບ​ຮົ່ມ​ເຢັນ, ຄວາມ​ຂັດ​ແຍ່ງ​ພາຍ​ໃ​ນຖືກ​ຊຳລະ​ສະ​ສາງ, ອິດ​ທິກຳລັງ​ພາຍ​ນອກ​ມີ​ຄວາມເກງ​ຂາມ ບໍ່​ກ້າ​ເຂົ້າ​ມາ​ ລ່ວງ​ລ້ຳ ​ແລະ ​ແຊກ​ແຊງ, ປະຊາຊົ​ນໄດ້​ຮັບ​ການ​ແບ່ງ​ດິນ ເພື່ອ​ທຳ​ມາ​ຫາ​ກິ​ນຢ່າງ​ເປັນ​ທຳ ​ແລະ ຫ້າວຫັນ​ໃນ​ກາ​ນຜະລິດ, ​ເຂົ້າ, ປາ​ອຸດົມສົມບູນ.

+ ​ ເຈົ້າ​ສຸລິຍະວົງສາ​ທຳ​ມິ​ກະລາດ ​ໄດ້​ສັ່ງ​ໃຫ້​ເສນາອາມາດ​ຜູ້​ໃຫຍ່​ພ້ອມ​ນັກປາດ​ອາຈານ​ແກ້​ໄຂ​ປ່ຽນ​ແປງ ​ແລະ ສ້າງ​ກົດໝາຍ​​ເພື່ອເປັ​ນຫລັກ​ ໃ​ນການ
​ປົກ​ຄອງ​ບ້ານ​ເມືອງ​​ໃຫ້​ມີ​ລະບຽບ​ແບບ​ແຜນ, ບ່າວ​ໄພ່​ລາຊະ​ດອນໄດ້​ຮັບ​ຄວາມ​ເປັນ​ທຳ ຜູ້​ລ່ວງ​ລະ​ເມີດ​ກໍ່​ຖືກ​ລົງ​ໂທດ​ໂດຍ​ບໍ່​ເລືອກ​ໜ້າ​ນັບ​ທັງ​ລູກ​ຊາຍ​
ຂອງ​ເພິ່ນ​ເອງ ກໍ່​ຖືກ​ສັ່ງ​ປະຫານ​ຊີວິດ​ ຖານ​ໂທດ​ຂົ່ມຂືນ​ເມຍ​ທະຫາ​ນອົງຄະລັກ​ຂອງ​ເພິ່ນ. ໄດ້​ເອົາ​ໃຈ​ໃສ່​ສ້າງ​ວັດວາອາ​ຮາມ, ສົ່ງ​ເສີມ​ກາ​ນສຶກສາ ຂະ
ຫຍາຍ​ໂຮງຮຽນ (ເວລາ​ນັ້ນແມ່​ນໂຮງຮຽນ​ວັດ) ສ້າງ​ນັກປາດ​ບັນດິດ, ປະດິດ​ຄິດ​ແຕ່ງ​ວັນນະຄະດີ, ນິທາ​ນພື້ນ​ເມືອງ, ສ້າງ​ຮີດ 12 ຄອງ 14, ​ແປ​ເທບ​ ນິຍາຍ​ຈາກ​ພາສາອິນ​ເດຍມາ​ເປັ​ນພາສາ​ລາວ.

+ ​ໄດ້​ອອກ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ຊຶ່ງ​ໄດ້​ກຳນົດ​ແຈ້ງວ່າ : ດິ​ນທີ່​ມອບ​ໃຫ້​ເຖິງ 3 ປີ ແລ້ວ ຫາກ​ບໍ່​ມີ​ກາ​ນນຳ​ໃຊ້​ແມ່​ນໃຫ້ຜູ້​ອື່ນ​ສາມາດ​ ມາ​ເອົາ​ໄປ​ນຳ​
ໃຊ້​ໄດ້​ ໂດຍ​ເຈົ້າ​ຂອງ​ເກົ່າ​ບໍ່​ມີ​ສິດ​ທວງ​ຖາມ​ເອົາ​ຄືນ​ອີກ. ດ້ວຍ​ເຫດ​ນັ້ນ​ຈິ່ງ​ເຮັດ​ໃຫ້​ປະຊາຊົ​ນມີ​ຄວາມເຊື່ອ​ໝັ້ນ ​ແລະ ດຸ​ໝັ່​ນໃນ​ການ​ຜະລິດ, ປູກ​ຄັ່ງ, ປູກ ​ຍານ​ເປັ​ນສິນຄ້າ.

+ ​​ ໄດ້​ຜູກ​ມິດ​ໄມຕີ​ກັບປະ​ເທດ​ໃກ້​ຄຽງ, ຕິດ​ຕໍ່​ຄ້າຂາຍ​ກັບ​ຕ່າງປະ​ເທດ, ວຽງ​ຈັ​ນເວລາ​ນັ້ນ​ໄດ້​ກາຍ​ເປັນ​ສູ​ນກາງ​ກາ​ນຄ້າ ຄັ່ງ ​ແລະ ຍານ ຈົນ​ມີ​ພໍ່ຄ້າ​ ຊາວ​ ໂຮ​ນລັງ ຊື່ ວັ​ນວຸດ​ສະ​ຕົບ ​​ເຊິ່ງ​ເປັນ​ຊາວ​ຕາ​ເວັນ​ຕົກ​ຄະນະ​ທຳ​ອິດ​ທີ່​ເຂົ້າ​ມາ​ວຽງ​ຈັນ​ໃນ​ປີ 1641 ​ເພື່ອ​ຊື້ຄັ່ງ ​ແລະ ຍານ. ​ໃນ​ປີ 1642 -1647 ມີ​ຄະນະ​ ຂອງ ຄຸ​ນພໍ່ ​ເລີ​​ເລຍ ​ແລະ ມາລີນີ​ ​ເຊິ່ງ​ເປັນ​ຊາວ​ອີ​ຕາ​ລີ ​ໄດ້​ເຂົ້າ​ມາ​ເຖິງ​ວຽງ​ຈັນ, ພວກ​ເພິ່​ນໄດ້​ຍ້ອງຍໍ​ວ່າ​ເມືອງ​ວຽງ​ຈັນ​ງົດ​ງາມ, ຫໍ​ປະສາດ​ລາຊະ​ວັງ ສະ ຫງ່າ​ ກວ້າງຂວາງ, ປະຊາຊົ​ນລາວ​ເປັ​ນຄົ​ນ ດີ​ບໍ່​ເອົາ​ປຽບ​ເອົາ​ລັດ​ກັນ, ຮັກ​ແພງ​ຄົນ​ຕ່າງປະ​ເທດ, ເປັນ​ຄົນ​ຊື່ສັດ ​​ເກັບ​ຂອງ​ ຕົກ​ເຮ່ຍ ​​ໄດ້ກໍ່​ຄືນເຈົ້າ​ຂອງ ​ໂດຍ ​ບໍ່​ຮຽກຮ້ອງ​ຄ່າ​ຮັກສາ​ແຕ່​ຢ່າງ​ໃດ. ພວກ​ເພີ່ນ​ຍັງ​ເວົ້າ​ວ່າ ບໍ່​ເຫັນ​ຄົນ​ລາວ​ຜິດ​ຖຽງກັນ ຄົນ​ລາວ​ມີ​ກົດໝາຍ​ພື້ນ​ເມືອງ​ດີ ແລະ ປະຕິບັດ​ເຄັ່ງ​ຄັດ ຜູ້​ໃດ​ທີ່ກະ ທຳ​ຜິດຜູ້​ໃດ​ໝິ່ນປະໝາດ​ຄົນ​ອື່​ນກໍ່​ລ້ວນ​ແຕ່​ຖືກ​ປັບ​ໃໝ.

http://www.kpl.net.la/lao/data/arrowd%201.jpgສັງ​ລວມ​ແລ້ວ​ຕະຫລອດ​ໄລຍະ 57 ປີ ທີ່​ເຈົ້າ​ສຸລະ​ຍິວົງສາ​ຂຶ້ນຄອງ​ລາດ ອານາຈັກ​ລ້ານ​ຊ້າງ​ຢູ່​ໃນ​ຄວາມ​ສະຫງົບ​ປາສະຈາກ​ເສິກ​ທາງ​ເໜືອ ​ເສືອທາງ​ ໃຕ້, ປະຊາຊົ​ນມີ​ຄວາມ​ຮົ່ມ​ເຢັນ, ການ​ສຶກສາ ​ໄດ້​ຮັບ​ການ​ພັດທະນາ, ນັກປາດ​ບັນ​ດິດ, ຄຳ​ພີ​ດີກາ ນິທານ​ພື້ນ​ເມືອງ ເທບ​ນິຍາຍ, ຮີດຄອງ​ປະ​ເພນີ​ ອັ​ນ ດີງາມ ທີ່​ສືບ​ທອດ​ມາ​ເຖິງ​ປະຈຸ​ບັ​ນກໍ່​ເກີດ​ຂຶ້ນ​ໃ​ນສະ​ໄໝ​ເຈົ້າ​ສຸລິຍະ​ວົງສາ​ ຄອງ​ເມືອງ; ​ເຮັດ​ໃຫ້​ຊາດ​ລາວ​ມີ​ມູນ​ເຊື້ອອັນ​ຈົບງາມ​ທາງ​ດ້າ​ນຮີດຄອງ​ ວັດທະ ນະທຳ, ​ເປັ​ນໄລຍະ​ ຮຸ່ງ​ເຮືອງ​ເຫລືອງ​ເຫລື້ອມດ້າ​ນວັດທະນະທຳ​ທີ່​ໂດດ​ເດັ່​ນທີ່​ສຸດ.

http://www.kpl.net.la/lao/data/arrowd%201.jpgເຈົ້າ ​ສຸລິຍະ​ວົງສາ ​ໄດ້​ສິ້ນພະ​ຊົນ​ໃນ​ປີ 1695 ພາຍຫລັງ​ຄອງ​ເມືອງ​ມາ​ໄດ້ 57 ປີ ລວມ ອາຍຸ​ໄດ້ 82 ປີ. ພາຍຫລັງ​ເຈົ້າ​ສຸລິຍະ​ວົງສາ​ສິ້ນພະ​ຊົນ, ອາ ນາຈັກ​ລ້າ​ນຊ້າງ​ໄດ້​ຕົກ​ເຂົ້າ​ສູ່​ວິ​ກິດ​ກາ​ນອັນ​ຮ້າຍ​ແຮງ​ອີກ​ເທື່ອ​ໜຶ່ງ ​ເຊິ່ງສາຍ​ເຫດ​ແມ່ນຍ້ອນ ຜູ້​ຂຶ້ນປົກຄອງ​ເມືອງ​ບໍ່​ແມ່ນ​ເຊື້ອກະສັດ, ພຽງ​ແຕ່​ໄລຍະ 36 ປີ (1698 - 1734) ມີ​ການ​ອະພິ​ເສກ​ສາມັ​ນຊົນຂຶ້​ນເປັນ​ເຈົ້າ​ຊີວິດ​ເຖິງ 4 ອົງ ໝາຍ​ຄວາມ​ວ່າ 9 ປີ​ໃດ ປ່ຽນ​ຖ່າຍ​ເຈົ້າ​ຊີວິດ​ເທື່ອ​ໜຶ່ງ ​ເຊິ່ງຜິດ​ກັບ​ກົດ​ ມົນ ທຽນ​ຂອງ​ສັກ​ດີນາ ສຳລັບ​ການ​ປົກຄອງ​ໃນ​ສະ​ໄໝ​ບູຮານ​ເພາະວ່າຕາມ​ກົດ​ມົນທຽນຂອງ​ສັກ​ດີ​ນາ​ ນັ້ນແມ່ນປະຕິບັດ ​ຕາມ​ລະບອບ​ລາຊະ​ທາຍາດ (ພໍ່ ຕາ​ຍລູກຂຶ້ນ​ແທນ) ແຕ່​ອານາຈັກ​ລ້າ​ນຊ້າງ​ມີ​ໄລຍະ​ໜຶ່ງ​ຂາດ​ຜູ້​ສືບ​ແທ​ນເຮັດ​ໃຫ້ ພວກ​ຂຸນນ​າງ​ທີ່​ບໍ່​ແມ່ນ​ເຊື້ອກະສັດ​ ຈິ່ງ​ຍາດ​ກັ​ນຂຶ້ນ​ເປັນ​ເຈົ້າ​ແຜ່​ນດິນ. ສະ​ນັ້ນຈິ່ງ​ເກີດ​ການ​ໂຄ່ນ​ລົ້ມ​ກັນ ຫລື ກໍ່​ການ​ກະບົດ ຫລື ​ແຍກ​ຕົວ​ເປັນ​ອິດສະຫລະ ອັນ​ເປັ​ນເຫດ​ໃຫ້​ອາ​ນາຈັກລ້າງ ຊ້າງ​ ຖືກ​ແບ່ງ​ອອກ​ເປັນ​ສາມ ​ອາ ນາຈັກ​ ຄື : ອານາຈັກ​ລ້ານ​ຊ້າງ​ວຽງ​ຈັນ, ອານາຈັກຫລວງ​ພະ​ບາງ ​ແລະ ອານາຈັກ​ຈຳປາ​ສັກ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 27, 2010 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

<!--[if !mso]>v\:* {behavior:url(#default#VML);}o\:* {behavior:url(#default#VML);}w\:* {behavior:url(#default#VML);}.shape {behavior:url(#default#VML);}<![endif]--><!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->

 

http://www.sansouk.com/Editor/assets/2010_11_08_13542.jpg

 

            ພາຍ​ຫຼັງທີ່​ເຈົ້າອະນຸ​ໄດ້​ນຳ​ພາ​ທັບ​ລາວ​ໄປ​ຍຶດ​ເມືອງ​ຄອນ​ລາດ​ໄດ້ ​ແລະ​ສັ່ງ​ໃຫ້​ຊາວ​ຄົວ​ກະ​ກຽມພາຫະ​ນະ​ແລະ​ເຄື່ອງ​ຂອງ​ເພື່ອ​ກັບ​ຄື​ນວຽງ​ຈັນ​ເປັນ​ທີ່​ຮຽບຮ້ອຍ, ພໍ​ເຖິງ​ເວລາ​ອັນ​ເໝາະສົມ​ແລ້ວ ​ເຈົ້າອະນຸກໍ​ໄດ້​ສັ່ງ​ໃຫ້​ຄົນ​ຮັບ​ໃຊ້​ໄປ​ຈັດ​ຊາວ​ຄົວ​ອອກ​ເດິ​ນທາງ. ​ແຕ່ ຊາວ​ຄົວ​ທີ່​ໄດ້​ຮັບ​ການ​ເປົ່າ​ຫູ​ຈາກ​ຄົນ​ຂອງ​ພະຍາ​ພົມ​ພັກດີ​ກໍ​ຕົວະ​ວ່າ ຍັງ​ໄປ​ບໍ່​ໄດ້​ເພາະ​ລໍ້ກວຽນ​ເປ່​ເພ ​ແລະ​ສະບຽງ​ອາຫານ​ກໍ​ຍັງ​ບໍ່​ມີ. ​ເຈົ້າອະນຸ​ລໍ​ຖ້າ​ຈົນ​ເຖິງ​ເວລາ​ທີ່​ຄິດ​ວ່າ​ຄົບ​ຄັ່ນທຸກ​ປະການ​ແລ້ວ​ ຈຶ່ງ​ສັ່ງ​ໃຫ້​ຄົນ​ຮັບ​ໃຊ້​ໄປ​ຈັດ​ຊາວ​ຄົວ​ອອກ​ເດິ​ນທາງ​ເປັນ​​ເທື່ອ​ທີ​ສອງ, ​ເທື່ອ​ນີ້​ຊາວ​ຄົວ​ໄດ້​​ໂວ​ຍວາຍ​ຂຶ້ນ ​ແລະ​ຫາ​ເລື່ອງ​ໃສ່​ທະຫານ​ລາວ ພ້ອມ​ກັນນັ້ນກໍ​ໄດ້​ພາ​ກັນ​ຫຸ້ມ​ເຂົ້າ​ບຸ​ກ​ໂຈມ​ຕີ​ທະຫານ​ລາວ. ​ສະພາບ​ການ​ທົ່ວ​ເມືອງ​ຄອນ​ລາດ​ໄດ້​​ເກີດ​ສົນ​ລະ​ວົນ​ວຸ່ນວາຍ ຊາວ​ຄົວທີ່​ເປັນ​ຄົນ​ໄທ​ບ່ອນ​ໃດ​ກໍ​ລຸກຂຶ້ນຕ້ານ​ທະຫານ​ລາວ. ​ເມື່ອ​ເປັນ​ຈັ່ງ​ຊັ້ນ​ເຈົ້າອະນຸ​ຈຶ່ງ​ບອກ​ກັບ​ທະຫານ​ລາວ​ວ່າ​ບໍ່ຄວນ​ສູ້​ກັບ​ພວກ​ຊາວ​ຄົວ ​ໃຫ້​ພາ​ກັນ​ຍົກ​ຍ້າຍ​ທັບ​ໄປ​ຕັ້ງຢູ່ໜອງບົວ​ລຳ​ພູ​ກ່ອນ.

​            ພາຍ​ຫຼັງທີ່​ຊາວ​ຄົວ​ລຸກຂຶ້ນຕ້ານ​ກັບ​ທະຫານ​ລາວ ​ເຮັດ​ໃຫ້​ສະພາບ​ການ​ບ້ານ​ເມືອງ​ມີ​ຄວາມ​ວຸ່ນວາຍ, ພະຍາ​ພົມ​ພັກດີ​ຈຶ່ງ​ໄດ້​ລົງ​ໄປ​ລາຍ​ງານ​ບາງ​ກອກ ​ແລະ​ກຽມທັບ​ຕ່າວ​ໂຈມ​ຕີ​ທັບ​ລາວ​ທີ່​ຄ້າຍໜອງບົວ​ລຳ​ພູ. ພະຍາ​ພົມ​ພັກດີ​ພ້ອມ​ດ້ວຍ ພະຍາ​ຊຽງ​ສາ, ພະ​ລາຊະ​ສຸລິນ ​ແລະ​ພະຍາ​ນະ​ລິນ ​ໄດ້​ນຳ​ກຳລັງ​ສາມ​ພັນ​ກວ່າ​ຄົນ​ ​ເພື່ອ​​ໄປ​ບຸ​ກຄ້າຍໜອງບົວ​ລຳ​ພູ​ຂອງ​ທະຫານ​ລາວ. ກອງ​ທະຫານ​ພະຍາ​ພົມ​ພັກດີ​ໄປ​ຕາມ​ທາງ ພົບ​ຊາວ​ຄົວ​ລາວ​ທີ່ໜີອອກ​ຈາກ​ຄ້າຍ​ມູນ​ເດັ້ງ ພວກ​ເຂົາ​ກໍ​ຟັນ​ຂ້າ​​ເປັນ​ຈຳນວນ​ຫຼວງຫຼາຍ. ​ເມື່ອ​ພະຍາ​ພົມ​ພັກດີ​ໄປ​ເຖິງ​ຄ້າຍໜອງບົວ​ລຳ​ພູ​ແລ້ວ, ​ພວກ​ເຂົາ​ກໍ​ເອົາ​ກຳລັງ​ອ້ອມ​ໄວ້​ເຖິງ 7 ຊັ້ນ. ພາຍ​ໃນ​ຄ້າຍ​ແມ່ນ​ມີ​ຊາວ​ຄົວ​ທັງ​ລາວ​ແລະ​ຍວນ​ເຕັມ​ຢູ່​, ​ແຕ່​ໄທ​ກໍ​ໃຊ້​ກຳລັງ​ບຸ​ກ​ເຂົ້າທຸກ​ດ້ານ. ທະຫານ​ລາວ ​ແລະ​ຊາວ​ຄົວ​ວຽງ​ຈັນ​ສູ້​ບໍ່​ໄຫວ ຈຶ່ງ​ນຳ​ກຳລັງ​ຖອຍ​ຈາກໜອງບົວ​ລຳ​ພູ ​ແລະ​ຄ້າຍໜອງບົວ​ລຳ​ພູ​ຖືກ​ກອງ​ທັບ​ໄທ​ຍຶດ​ເອົາ​ໄດ້ ພວກ​ເຂົາ​ກໍ​ກວາດ​ເອົາ​ຊາວ​ຄົວ​ລາວ​ກັບ​ຄື​ນ​ເມືອໝົດ.

​            ເວລາ​ຜ່ານ​​ໄປ, ​ເຈົ້າອະນຸ​ເຫັນ​ວ່າ​​ເສິກ​ສົງຄາມ​ນີ້ຮຸນ​ແຮງ, ຊາວ​ຄົວ​ໄດ້​ລຸກຂຶ້ນທົ່ວ​ທຸກ​ບ່ອນ. ພະ​ອົງ​ຈຶ່ງ​ກັບ​ຄື​ນວຽງ​ຈັນ ​ແລ້ວ​ສັ່ງ​ກຳລັງ​ ​ແລະ​ເຮືອ​ແພ ​ເພື່ອ​ບັນທຸກ​ເອົາ​ເຄື່ອງ​ຂອງ​ແລະ​ຄອບ​ຄົວ​ໄປ​ເພິ່ງ​ເຈົ້າພູ​ຊູນ​ແຫ່ງ​ຫວຽດນາມ ພ້ອມ​ທັງ​ສັ່ງ​ໃຫ້​ປະຊາ​ຊົນຍົກ​ຍ້າຍໜີ. ຊາວ​ວຽງ​ຈັນ​ຈຳນວນໜຶ່ງ​ແມ່ນໜີຂຶ້ນ​ເມືອ​ຢູ່​ເມືອງ​ພວນ, ປະຊາຊົນ​ເມືອງ​ນະຄອນ​ພະນົມ​ຍົກ​ຍ້າຍໜີລົງ​ໄປ​ທາງ​ໃຕ້. ​​ໃນ​ໄລ​ຍະ​ນີ້ ນັບ​ແຕ່​ວຽງ​ຈັນ​ລົງ​ໄປ​ຮອດ​ນະຄອນ​ພະ​ນົມ​ແມ່ນ​ເປັນ​ບ້ານ​ຮ້າງ​ເມືອງ​ເປົ່າ​ເພາະ​ປະຊາຊົນ​ໜີ​ເສິກໝົດ. ​ສ່ວນກຳລັງ​ຂອງ​ເຈົ້າວັງໜ້າ​ແມ່ນ​ຍັງ​ຢູ່​ສຸວັນນະ​ພູມ​ເພື່ອ​ສືບ​ຕໍ່​ຕີ​ໄທຕໍ່​ໄປ​ ເພາະ​ບໍ່ຮູ້​ວ່າ​ເຈົ້າອະນຸໜີຈາກ​ວຽງ​ຈັນ​ໄປ​ແລ້ວ, ​ແຕ່​ທັບ​ຂອງ​ເຈົ້າວັງໜ້າກໍ​ສູ້​ການ​ລຸກຂຶ້ນຂອງ​ຊາວ​ຄົວ​ບໍ່​ໄດ້​ຈຶ່ງ​ຖອຍ​ທັບ​ໄປ​ເມືອງນະຄອນ​ພະນົມ ພໍ​ໄປ​ຮອດ​ກໍ​ເຫັນ​ແຕ່​​ເມືອງ​ຮ້າງ.

           ຍ້ອນ​ເຫຼັກຫຼາຍກວ່າ​ຖ່ານ ທະຫານ​​ໄທ​ຫຼາຍກວ່າ​ທະຫານ​ລາວ ຈຶ່ງ​ເຮັດ​ໃຫ້​ກອງທັບ​ຂອງ​ເຈົ້າອະນຸ​ສູ້ບໍ່​ໄຫວ, ນັບ​ມື້ທັບ​ໄທ​ຍຶດດິນ​ແດນ​ໄດ້ ຈຶ່ງ​ເຮັດ​ໃຫ້​ເຈົ້າອະ​ນຸຈຳ​ເປັນ​ຕ້ອງ​ໄດ້​ອົບ​ພະຍົບ​ໄປ​​ເພິ່ງ​ເຈົ້າພູ​ຊູນ ​ແຫ່ງ​ເມືອງ​ແກວ ​ເພື່ອ​ຈັດຕັ້ງກອງ​ກຳລັງ​ແລະ​ຮ່ວມ​ກັບ​ແກວ​ກັບ​ຄື​ນຍຶດ​ເອົາ​ເມືອງ​ລາວ​ຄື​ນ.

            ຈາກ​ເມືອງ​ກອງ​ແກ້ວ ​ເຈົ້າອະນຸ​ໄດ້​ເຂົ້າສູ່​ເມືອງ​ພູ​ຊູນ​ແຫ່ງ​ປະ​ເທດ​ແກວ. ພໍ​​ໄປ​ເຖິງ​ກໍ​ໄດ້ຮັບ​ການ​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ​ຈາກ​ສາມ​ອົງ​ກວານ (ກວານ​ແມ່ນ​ພະຍາ ຫຼືຂຸນ​ນາງ) ພ້ອມ​ກັນນັ້ນ ກໍ​ໄດ້​ຈັດ​ເຄື່ອງ​ບັນນາການ​ມາ​ຖວາຍ​ພະ​ອົງ. ​ເຈົ້າຟ້າ​ໃຫຍ່​ຫໍຄຳ (​ເຈົ້າຊີ​ວິດ​ແກວ) ຊົມ​ຊື່ນ ​ແລ້ວ​ຈຶ່ງ​ຈັດ​ເອົາໝູ່​ແກວ​ມາ​ກໍ່​ສ້າງຫໍ​ໂຮງ ​ເປັນ​ບ່ອນ​ພັກ​ເຊົາ​ໃຫ້​ແກ່​ເຈົ້າອະນຸ ພ້ອມ​ທັງ​​ໂພຊະນາຫານ​ມາ​ລ້ຽງ​ດູ ​ແລະ​ຈັດ​ແຈງ​ກຳລັງ​ແກວ​ມາ​ເຝົ້າ​ທຸກ​ເຊົ້າຄ່ຳ​ວັນ​ຄື​ນ.

ຄັດ​ຈາກ: ພື້ນວຽງ ສະ​ໄໝ​ເຈົ້າອະນຸ, ຄະນະ​ຄົ້ນຄວ້າ ພາກ​ວິຊາ​ພາສາ​ລາວ-ວັນນະຄະດີ, ຄະນະ​ອັກສອນ​ສາດ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ, 2004:29-33.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 27, 2010 | ມີ 3 ຄຳເຫັນ ແລະ 0 trackback(s)

ความจำเป็นที่ทำให้เกิดการใช้งานระบบฐานข้อมูล
หลังจากที่มนุษย์เริ่ม รู้จักใช้คอมพิวเตอร์เพื่อการประมวลผลแล้วก็เริ่มมีการพัฒนาภาษาโปรแกรม สำหรับใช้ในการประมวลผลข้อมูล เช่น ภาษาฟอร์แทรน (FORTRAN) โคบอล (COBOL) พีแอลวัน (PL/I) เบสิก (BASIC) ปาสคาล (Pascal) และเริ่มพัฒนาแนวความคิดในการจัดเก็บข้อมูลเป็นแฟ้มข้อมูลประเภทต่างๆ แฟ้มข้อมูลมีข้อจำกัดในการใช้งานหลายประการ ในระบบฐนข้อมูลก็เนื่องมาจากเหตุผลดังนี้
1.การประมวลผลกับระบบแฟ้มข้อมูลยุ่งยาก
2. แฟ้มข้อมูลไม่มีความเป็นอิสระของข้อมูล
3. แฟ้มข้อมูลมีความซ้ำซ้อนมาก
4. แฟ้มข้อมูลมีความถูกต้องของข้อมูลน้อย
5. แฟ้มข้อมูลมีความปลอดภัยน้อย
6. ไม่มีการควบคุมจากศูนย์กลาง
ความหมาย ฐานข้อมูล
ฐาน ข้อมูล (database) หมายถึง กลุ่มของข้อมูลที่ถูกเก็บรวบรวมไว้ โดยมีความสัมพันธ์ซึ่งกันและกัน โดยไม่ได้บังคับว่าข้อมูลทั้งหมดนี้จะต้องเก็บไว้ในแฟ้มข้อมูลเดียวกันหรือ แยกเก็บหลาย ๆ แฟ้มข้อมูล
ความสำคัญของระบบฐานข้อมูล
การจัดข้อมูลให้ เป็นระบบฐานข้อมูลทำให้ข้อมูลมีส่วนดีกว่าการเก็บข้อมูลในรูปของแฟ้มข้อมูล เพราะการจัดเก็บข้อมูลในระบบฐานข้อมูล จะมีส่วนที่สำคัญกว่าการจัดเก็บข้อมูลในรูปของแฟ้มข้อมูลดังนี้

1 ลดการเก็บข้อมูลที่ซ้ำซ้อน
2.รักษาความถูกต้องของข้อมูล
3.การป้องกันและรักษาความปลอดภัยให้กับข้อมูลทำได้อย่างสะดวก
4.สามารถใช้ข้อมูลร่วมกันได้
5.มีความเป็นอิสระของข้อมูล
6.สามารถขยายงานได้ง่าย
7.ทำให้ข้อมูลบูรณะกลับสู่สภาพปกติได้เร็วและมีมาตรฐาน
ประโยชน์ของระบบจัดการฐานข้อมูล
ฐาน ข้อมูลจะช่วยสร้างระบบการจัดเก็บข้อมูลขององค์กรให้เป็นระเบียบ  แยกแยกข้อมูลตามประเภท ทำให้ข้อมูลประเภทเดียวกันจัดเก็บอยู่ด้วยกัน  สามารถค้นหาและเรียกใช้ได้ง่าย ไม่ว่าจะนำมาพิมพ์รายงาน นำมาคำนวณ  หรือนำมาวิเคราะห์  ซึ่งทั้งนี้ขึ้นอยู่กับการใช้ประโยชน์ขององค์กรหรือหน่วยงานนั้น ๆ
จากประโยชน์ของระบบฐานข้อมูลด้วยคอมพิวเตอร์ข้างต้น อาจกล่าวได้ระบบฐานข้อมูลมีข้อดีมากกว่าการเก็บข้อมูลในระบบแฟ้มข้อมูล  ดังนี้
1.  หลีกเลี่ยงความขัดแย้งของข้อมูลได้
2.  สามารถใช้ข้อมูลร่วมกัน
3.  สามารถลดความซ้ำซ้อนของข้อมูล
4.  การรักษาความถูกต้องเชื่อถือได้ของข้อมูล
5.  สามารถกำหนดความเป็นมาตรฐานเดียวกันได้
6.  สามารถกำหนดระบบรักษาความปลอดภัยให้กับข้อมูลได้
7.  ความเป็นอิสระของข้อมูล
ส่วนประกอบของตารางข้อมูลในฐานข้อมูล
โดย ทั่วไปแล้วตารางข้อมูลที่ใช้งานกันจะประกอบด้วย  แถว (Row)  และคอลัมน์(Column) ต่าง ๆ   แต่ถ้ามองกันในรูปแบบของฐานข้อมูลแล้ว เราจะเรียกรายละเอียดในแถวว่า  เรคอร์ด (Record) และเรียกรายละเอียดในแนวคอลัมน์ว่า ฟิลด์ (Field) 
ในฐานข้อมูล 1 ระบบ อาจประกอบด้วยตารางข้อมูลมากกว่า  1 ตาราง   ฐานข้อมูลที่มีตารางข้อมูลมากกว่า 1 ตาราง  และมีตารางตั้งแต่ 1 คู่ขึ้นไปที่มีความสัมพันธ์กันด้วยฟิลด์ใดฟิลด์หนึ่ง  เราเรียกฐานข้อมูลประเภทนี้ว่า  “ฐานข้อมูลเชิงสัมพันธ์”  หรือ  Relational Database
โครงสร้างของฐานข้อมูลประกอบด้วย
1.  Character   คือ   ตัวอักขระแต่ละตัว / ตัวเลข / เครื่องหมาย
2.  Field คือ   เขตข้อมูล / ชุดข้อมูลที่ใช้แทนความหมายของสื่อโครงสร้าง เช่น ชื่อของบุคคล ชื่อของวัสดุสิ่งของ
3.  Record           คือ  ระเบียน หรือรายการข้อมูล เช่น ระเบียนของพนักงานแต่ละคน
4. Table /File คือ  ตาราง หรือแฟ้มข้อมูล ประกอบขึ้นด้วยระเบียนต่างๆ เช่น ตารางข้อมูลของบุคคล ตารางข้อมูลของวัสดุสิ่งของ
5.  Database      คือ    ฐานข้อมูล ประกอบด้วยตาราง และแฟ้มข้อมูลต่างๆ ที่เกี่ยวข้องหรือมีความสัมพันธ์กัน
โครงสร้างของฐานข้อมูล
โครงสร้างของฐานข้อมูลประกอบด้วย
1.  Character   คือ   ตัวอักขระแต่ละตัว / ตัวเลข / เครื่องหมาย
2.  Field คือ   เขตข้อมูล / ชุดข้อมูลที่ใช้แทนความหมายของสื่อโครงสร้าง เช่น ชื่อของบุคคล ชื่อของวัสดุสิ่งของ
3.  Record           คือ  ระเบียน หรือรายการข้อมูล เช่น ระเบียนของพนักงานแต่ละคน
4. Table /File คือ  ตาราง หรือแฟ้มข้อมูล ประกอบขึ้นด้วยระเบียนต่างๆ เช่น ตารางข้อมูลของบุคคล ตารางข้อมูลของวัสดุสิ่งของ
5.  Database      คือ    ฐานข้อมูล ประกอบด้วยตาราง และแฟ้มข้อมูลต่างๆ ที่เกี่ยวข้องหรือมีความสัมพันธ์กัน
ชนิดของข้อมูลของเขตข้อมูลในตารางข้อมูล (โปรแกรม Microsoft Access)
ชนิดของข้อมูล (Data Type) แบ่งเป็นและมีความหมายดังนี้
1.  Text  เป็นข้อมูลชนิดตัวอักษร ขนาดความกว้าง 255 ตัว ปกติโปรแกรมกำหนด(Default)ไว้ 50 ตัว ใช้กำหนดให้ฟิลด์สำหรับเก็บข้อมูลเป็นอักขระ ได้แก่ ตัวอักษร ตัวเลข ช่องว่าง เครื่องหมายวรรคตอนหรือสัญลักษณ์อื่นๆ
2.  Memo ข้อมูลแบบข้อความใช้บันทึกรายละเอียดปลีกย่อยที่ไม่อาจกำหนดได้อย่างแน่นอน สามารถบันทึกข้อมูลได้ถึง 64,000 ตัว
3.   Number ใช้กำหนดให้ฟิลด์ที่เก็บข้อมูลเป็นตัวเลขที่คำนวณได้ เช่น ราคาสินค้า หรือจำนวนสิ่งของโดยฟิลด์ที่กำหนดด้วยชนิดของข้อมูลชนิดนี้จะรับ เฉพาะตัวเลขหรือจุดทศนิยมเท่านั้น ตัวเลขแบ่งออกเป็นตัวเลขต่างๆชนิด ซึ่งมีขนาดข้อมูลแตกต่างกัน ได้แก่ Byte Integer Long integer Single และ Double
  4. Data / Time ใช้กำหนดให้ฟิลด์ที่ต้องการเก็บข้อมูลประเภทวันที่ เวลา
        5.  Currency  ตัวเลขทางการเงิน ใช้กำหนดกับข้อมูลเกี่ยวกับสกุลเงินตราของประเทศต่างๆ
        6.  AutoNumber  ตัวเลขที่ใช้ในการนับระเบียน เป็นข้อมูลตัวเลขเรียงลำดับที่โปรแกรมกำหนดให้เองและจะเป็นตัวเลขที่ไม่ซ้ำ กัน ซึ่งถ้าผู้ใช้เลือกทำเป็น Primary Key จะมีรูปกุญแจนำหน้าชื่อฟิลด์
        7.  Yes/No  เก็บค่าข้อมูลทางตรรกศาสตร์มี 2 ค่า ใช้กำหนดให้ฟิลด์ที่ต้องการเก็บ ข้อมูล โดยใช้ตัวอักษรตัวเดียวที่แสดงค่าความจริงเป็นใช่ (Yes, True) หรือไม่ใช่ (No, False) ซึ่งฟิลด์ที่กำหนดด้วยชนิดของข้อมูลนี้จะรับค่า Y หรือ  y (Yes), N หรือ  n (N), T หรือ t (True) และ F หรือ f (false) โดยความยาวฟิลด์นี้กำหนดไว้เพียง 1 ตัวอักษรเท่านั้น
        8.  OLE Object  ใช้กำหนดให้กับฟิลด์ที่เก็บข้อมูลเป็นรูปกราฟิก
        9.  Hyperlink  ชนิดข้อมูลสำหรับเก็บที่อยู่ของไฟล์ หรือเว็บไซท์ที่อยู่ในอินเทอร์เน็ต
องค์ประกอบของระบบฐานข้อมูล
ระบบ ฐานข้อมูลโดยส่วนใหญ่แล้ว เป็นระบบที่มีการนำเอาคอมพิวเตอร์มาช่วยในกระบวนการจัดเก็บข้อมูล  ค้นหาข้อมูล  ประมวลผลข้อมูล เพื่อให้ได้สารสนเทศที่ต้องการแล้วนำไปใช้ในการปฏิบัติงานและบริหารงานของ ผู้บริหาร โดยอาศัยโปรแกรมเข้ามาช่วยจัดการข้อมูล  จากกระบวนการดังกล่าวนี้
        จากกระบวนการดังกล่าวนี้ระบบฐานข้อมูลจึงมีองค์ประกอบ  5  ประเภท คือ
        1.  ฮาร์ดแวร์(Hardware)
        2.  โปรแกรม ( Program หรือ Software) ซึ่งมีหน้าที่ควบคุมดูแลการสร้างฐานข้อมูล  การเรียกใช้ข้อมูล และ การจัดทำรายงาน เรียกว่า โปรแกรมระบบจัดการฐานข้อมูล (Database Management System : DBMS)
        3.  ข้อมูล (Data)  โปรดอ่านบทที่  1  เรื่อง ."ข้อมูล"
        4.  บุคลากร (Peopleware)  คือ  ผู้ใช้งาน (User)  พนักงานปฏิบัติการ (Operator)  นักวิเคราะห์และออกแบบระบบ (System Analyst)  ผู้เขียนโปรแรมประยุกต์ใช้งาน (Programmer)  และผู้บริหารฐานข้อมูล (Database Administrator : DBA)
        5.  ขั้นตอนการปฏิบัติงาน (Procedure)  เป็นขั้นตอนและวิธีการต่าง ๆ ในการปฏิบัติงาน  เพื่อการทำงานที่ถูกต้องและเป็นไปตามขั้นตอนที่ได้กำหนดไว้  จึงควรทำเอกสารที่ระบุขั้นตอนการทำงานของหน้าที่ต่าง ๆ ในระบบฐานข้อมูล ทั้งขั้นตอนปกติ และขั้นตอนในสภาวะที่ระบบเกิดปัญหา (Failure)

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 27, 2010 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

<!--[if !mso]>v\:* {behavior:url(#default#VML);}o\:* {behavior:url(#default#VML);}w\:* {behavior:url(#default#VML);}.shape {behavior:url(#default#VML);}<![endif]--><!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->

 

http://1.bp.blogspot.com/_JDqvmV8U5_0/SHo4HbRvyTI/AAAAAAAAAgQ/y-MKE_I_byQ/s320/lao+old+map.jpg

ຊົນຊາດລາວມາຈາກໃສ ?

 

ເລື່ອງແຫຼ່ງກຳເນີດຂອງຊົນຊາດລາວນັ້ນ ເປັນທີ່ໜ້າສົນໃນ ແລະຄວນແກ່ການສືກສຳລັບນັກມະນຸດວິທະຍາ ແລະນັກປະວັດສາດເປັນ່າງຍິ່ງ ການສຶກສາເລື່ອງນີ້ນັກປະຫວັດສາດຂອງລາວບໍ່ວ່າຈະເປັນອູ່ຄຳ ພົມ ວົງສາ, ເຈົ້າຄຳໝັ້ນ ວົງກົດຣັດຕະນະ ແລະມະຫາສີລາ ວິຣະວົງກໍກ່າວເຖິງ, ນອກຈາກນັ້ນນັກປະຫວັດສາດ ຂອງໄທຍ໌ຫຼາຍທ່ານທັງອະດີດປັດຈຸບັນກໍໄດ້ກ່າວເຖິງ ທີ່ມາຂອງຊົນຊາດໄທ ຫຼືໄທລາວໃນລັກສະນະເໝືອນກັນ ນີ້ ຕະຫຼອດທັງນັກປະວັດສາດຕ່າງປະເທດ ກໍຄືຫຼັກການນີ້ສຶກສາທີ່ມາຂອງຊົນຊາດລາວ ແລະໄທຍ໌ໄວ້ໃນທຳ ນອງດຽວ ຈຶ່ງນັບວ່າເປັນບັນທັດຖານຂອງການຄົ້ນຄວ້າເຣື່ອງນີ້ເປັນຢ່າງຍິ່ງ ຫຼັກຖານທີ່ຈະກ່າວຕໍ່ໄປນີ້ ແມ່ ອິງ ຕາມຫຼັກຖານທາງບູຮານຄະດີ ເຊິ່ງສຶກສາກັນມາເຫິງສົມຄວນ ຈົນເຮັດໃຫ້ເກີດມີທິດສະດີວ່າດ້ວຍແຫ່ງ ກຳເນີດຂອງຄົນລາວມີກັນຢູ່ສອງທິດສະດີ ຄືທິດສະດີເກົ່າ ແລະທິດສະດີໃໝ່.

 

ທິດສະດີເກົ່າ:

 

ນັກມະນຸດວິທະຍາ ແລະນັກປະວັດສາດ ແລະມະນຸດວິທະຍາສັນນິດຖານວ່າຊົນຊາດລາວ ແຕ່ເດີມມີ ພູມລຳເນົາຢູ່ທາງຕເວັນອອກສ່ຽງໃຕ້ ແລະພາກໃຕ້ຂອງຈີນ ແຖບມົນທົນກວາງຕຸງຂອງຈີນປັດຈຸບັນນີ້ Dr. William Dodd ຄຸນພໍ່ສອນສາສນາ ໄດ້ສະເໜີຂໍ້ຄິດເຫັນດັ່ງກ່າວໄວ້ໃນໜັງສື "The Thai Face Elder Brother of the Chinese" ເຊິ່ງກົງກັບນັກປະວັດສາດຊາວເຍັຍຣະມັນຊື່ Wolfram Eberhard ທີ່ໄດ້ອາໄສຫຼັກ Cultural Anthropology ທີ່ວ່າຊົນຊາດ ໄທມີແຫ່ງກຳເນີດຢູ່ທາງຕາເວັນອອກຂອງມົນທົນ Shang ຢູ່ໃນບໍຣິເວນມົນທົນກວາງຕຸ້ງ ແລະມີນັກປະວັດສາດຂອງໄທຍ໌ ເຊັ່ຍ ຂຸນວິຈິຕຣ໌ວາທະກາຣ ກ່າວວ່າຊົນຊາດໄທຍ໌ນັ້ນ ແຕ່ເດີມມີຫຼັກແຫຼ່ງຢູ່ແຖບບໍຣິເວນພູເຂົາອັລໄຕ (Altai) ມີບາງທ່ານສັນນິດານວ່າ ເພາະມີຄຳລົງທ້າຍວ່າ Tai ເຊິ່ງທີ່ຈິງນັນ ຄຳວ່າອັລ ໄຕ (Altai) ເປັນພາສາມົງໂກລີ ແປວ່າຄຳພູເຂົາອັລໄຕ ຈຶ່ງຊື່ວ່າພູເຂົາຄຳບໍ່ແມ່ນຄຳວ່າອັລລວມກັບໄຕຢ່າທີ່ເຂົ້າໃຈກັນ.

 

ຕໍ່ມາເມື່ອ ໑໐໒໘ ປີກ່ອນຄຣິດຕະສັງກຣາດ ຫຼື ໔໘໕ ກ່ອນພຸເດທະສັງກຣາດ ຣາຊະວົງໂຈວ໌ ເຊິ່ງເປັນຈີນແທ້ໄດ້ໂຈມຕີຣາຊະວົງສາງສຳເຣັດ ຊົນຊາດໄທລາວຈຶ່ງໄດ້ ອົບພະຍົບລົງມາຕາມລຳນ້ຳແຢງຊີກຽງ ໄປຍັງມົນທົນເສສວນ ແລະຢູນານ ໂດນມີເມືອງ ສຳຄັນຈາຣືກໄວ້ໃນຈົດໝາຍເຫດຂອງຈີນ ຄື ເມືອງເສິນຕູ ແລະຄຸນມິງ ໃນສັດຕະວັດທີ ໑໓ ຊົນຊາດໄທລາວ ຈຶ່ງໄດ້ແຍກອອກໄປຢ່າງກະຈັດກະຈາຍໄປໃນທີ່ຕ່າງໆ ໃນແຄ້ວນຢູ່ ນານຂອງປະເທດຈີນປັດຈຸບັນ.

 

ສຳລັບເຣື່ອງແນວຄິດອົບພະຍົບລົງຈາກເສສວນ ຈົນເຖິງຢູນານນັ້ນໄດ້ເປັນທີ່ ຍອມຮັບຂອງ ດຣ. ຂະຈອນ ສຸຂພານິດ ນັກປະຫວັດສາດໄທຍ໌ ເຊິ່ງໄດ້ໃຊ້ເວລາສຶກສາ ແຫຼ່ງກຳເນີດຂອງຊົນຊາດໄທຍ໌ຫຼາຍປີ ທ່ານໄດ້ຂຽນໄວ້ໃນໜັງສືຊື່ຖິ່ນກຳເນີດ ແລະ ແນວການອົບພະຍົບ ຂອງເຜົ່າໄທຍ໌ນອກຈາກນັ້ນ ທ່ານເຣື່ອງເດດ ບັນເຂື່ອນຂິດ ກໍໄດ້ຂຽນໜັງສືພາສາຖິ່ນຕະກູນໄທຍ໌ກໍເຊັ່ນດຽວກັບນັກປະວັດສາດລາວ ເຊິ່ງ ທ່ານອູ່ຄຳ ພົມວົງສາ, ກໍເວົ້າເຖິງການກຳເນີດ ແລະການອົບພະຍົບຂອງຊົນຊາດ ອ້າຍລາວໃນໜັງສື ຂອງທ່ານ ໃນນັ້ນທ່ານມະຫາສີລາ ວິຣະວົງ ແລະເຈົ້າຄຳໝັ້ນ ວົງກົດຣັດຕະນະ ກໍໄດ້ມີຄວາມເຫັນເປັນເອກະສັນກັນໃນເຣື່ອງນີ້ ເຊິ່ງຖືວ່າກົງກັບ ຄວາມຂອງພຣະຍາອະນຸມານຣາຊະທົນ ຕະຫຼອດທັງນັກປະຫວັດສາດຮ່ວມສະໄໝກັບ ທ່ານຂອງໄທຍ໌ ໄດ້ມີຄວາມເຫັນເປັນໄປໃນທາງດຽວກັນ ແມ່ນແຕ່ທ່ານ Wolfram Eberhard ກໍມີຄວາມເຫັນເປັນໄປໃນທາງດຽວກັນ ນອກຈາກນັ້ນ ຍັງໄດ້ສະໜັບສະນູນການ ອົບຂອງຄົນອ້າຍລາວ(ໄຕລາວ) ໄດ້ຕັ້ງອານາຈັກໃນມົນທົນກວາງຕຸ້ງອີກ.

 

ຈາກສະຕະວັດ ທີ ໑໓-໑໕ ຊົນຊາດອ້າຍລາວ ສາມາດລວມຕົວກັນເປັນອານາຈັກ ຮຽກ ວ່າອານາຈັກນ່ານເຈົ້າ ເຊິ່ງແປວ່າເຈົ້າທິດໃຕ້ເຊິ່ງກໍໄດ້ສູນສິ້ນຊື່ລົງເມືອ່ປີ ຄ.ສ ໑໒໕໓ ເພາະ ຈັກກະພັດຈີນອົງແຮກໃນຣາຊະວົງຫຍວນ ຄືພຣະເຈົາກຸບໄລຂ່ານ ຜູ້ນຳຊາດມົງໂກລລີໄດ້ຍົກ ທັບມາຕີນ່ານເຈົ້າແຕກໄປ ຊົນຊາດອ້າຍລາວ ຊົນຊາດໄທຍຈຶ່ງຕ້ອງອົບພະຍົບລົງມາໃນດິນ ແດນສຸວັນນະພູມ ເຊິ່ງຕໍ່ມາໄດ້ສ້າງຕັ້ງອານາຈັກລາວຈົກ(ລາວຈັກກຣາດ) ມີເມືອງຊຽງແສນ ເປັນເມືອງສຳຄັນ, ໄຕລາວ ທີ່ທີ່ຮຽກຕົນເອງວ່າລາວຈັກກະຣາຊນີ້, ລົງໃນແຖບແມ່ນຳ້ຂອງ ໄດ້ຕໍ່ສູ້ກັບຊົນຊາດເດີມຄື ຂອມດຳ ເຊິ່ງໄດ້ແມ່ອິດທິພົນເໜືອຊົນຊາດ ລະວ້າ(ລວະ) ກ່ອນໜ້າ ນີ້ ຈຶ່ງເອົາຊະນະເຈົາຂອງຖິ່ນເດີມ ຄືຂອມແລະລະວ້າ ແລ້ວຂະຫຍາຍອຳນາດຂອງຕົນກວ້າງ ຂວາງອອກໄປຮອດແມ່ນຳ້ປິງ-ຍົມນ່ານ ຊົນຊາດໄທລາວຈົກກໍຕັ້ງອານາຈັກຂອງຕົນທີ່ແຄວ້ນ ຫາຣິພຸນໄຊ ເຊິ່ງມີຂອມແລະລະວ້າເປັນເຈົ້າຂອງເດີມສຳເຣັດ ພາຍລຸນມາຈຶ່ງໄດ້ຕັ້ງອານາຈັກ ລ້ານນາໃນໄລຍະຫຼັງ, ໄທລາວອີກພວກໜຶ່ງໄດ້ເຂົາຢຶດອພຳນາດຂອງຂອມທີ່ແຄວ້ນສຸໂຂໄທ ສະຖາປານາຕົນເປັນຣັດໄທ(ບໍ່ແມ່ນໄທຍ)ຈະແຈ້ງ, ອານາຈັກສຸໂຂໄທໄດ້ຕົກຢູ່ໃນອຳນາດຂອງ ຂອມລົບບູຣີ ເຊິ່ງເຊື່ອວ່າ ເຈົ້າຂອງດິນແດນລົບບູຣີນັ້ນແມ່ນອານາຈັກຂອງອ້າຍລາວພວກໜຶ່ງ ທີ່ອົບພະຍົບລົງມາກ່ອນໄທລາວ ແຕ່ຢູ່ພາຍໃຕ້ອຳນາດຂອງຂອມທີ່ຂະຫຍາຍອິດທິພົນຂຶ້ນມາ ເມື່ອຂອມຄ່ອຍໆເຊື່ອອຳນາດລົງໄທລາວກໍລວມຕົວກັນມີພະລັງເຂັ້ມແຂງ ກໍປະກາດຕົວເປັນ ອິດສະຫຼພ ມີເມືອງສຸໂຂໄທເປັນຣາຊະທານີ, ພວກໜຶ່ງກໍປະກາດຕົນເປັນອານາຈັກລາວຈັກ ຣາດລ້ານນາ ມີຊຽງໃໝ່ເປັນຣາຊະທານີ ເຊິ່ງມີລາວຈັກກະຣາດເຜົ່າຍວນ ກຳອຳນາດ ແລະ ມືໄຕລາວເຜົ່າອື່ນ ເປັນເມືອງບໍຣິວານ ສ່ວນເມືອງລົບບູຣີກໍກາຍເປັນເມືອງຮອງ ທີ່ໄຮ້ອຳນາດ ລົງ, ສ່ວນລາວອີກພວກໜຶ່ງໄດ້ລົງໄປຕາມແມ່ນ້ຳເຈົ້າພຣະຍາ ຕັ້ງບ້ານເຮືອນຂອງຕົນໃນດິນ ແດນຂອງສາມເທດ ຫຼືສຍາມເທດ ເຊິ່ງມີອຳນາດເຂັ້ມແຂງຢູ່ແຄວ້ນອາໂຍທະຍາ, ຊາວສຍາມ ນັ້ນສັນນິຖານວ່າ ເປັນຊົນເຜົ່າໜຶ່ງຂອງຂອມ ແຕ່ມີອຳນາດຕັ້ງຣັດຂອງຕົນໄດ້ ເມື່ອຄົນໄທລາວ ເຂົ້າໄປຕັ້ງບ້ານເຮືອນຢູ່ໃນອານາເຂດຂອງສຍາມ ເຣືອງເດດບັນເຂື່ອນຂິດ ໃຫ້ທັດສະນະວ່າລາວໄດ້ອົບພະຍົບລົງມາຢູ່ໃນດິນແດນຂອມສຍາມ ກໍໄດ້ກືນຊາດສຍາມ ທາງວັດທະນະທຳ, ສາຍເລືອດ ແລະພາສາ…” ເຮັດໃຫ້ຊົນຊາດສຍາມໄດ້ຮັບວັດທະນະທັມໄທລາວຫຼາຍຂຶ້ນ ການ ທີ່ລາວສາມາດກືນຊາດສຍາມດ້ວຍວັດທະນະທຳ, ພາສາ ແລະສາຍເລືອດໄດ້ນັ້ນ ທາງໜຶ່ງ ສັນນິຖານວ່າຄົນລາວມີຈຳນວນຫຼວງຫຼາຍກວ່າສຍາມ ເຊິ່ງໃນຂະນະນັ້ນສຍາມເອງ ກໍທຳ ສົງຄາມ ແລະເປັນຄູ່ອາຣິກັບຂອມຢູ່, ສຍາມຕ້ອງການກຳລັງພົນ ທີ່ຈະຕໍ່ສູ້ກັບຂອມ ສຍາມຈຶ່ງ ທຳຕົວເປັນມິດກັບຄົນໄທລາວຄັນການເວລາລ່ວງໄປ ລາວກໍໄດ້ເຂົ້າໄປມີບັດບາດໃນອຳນາດຣັດ ຂອງສຍາມ ແລ້ວກໍໄດ້ແຕ່ງງານກັບຄົນສຍາມຫຼາຍຂຶ້ນ ແລ້ວກໍເຜີຍແຜ່ພາສາ ແລະວັດທະນະ ທຳຂອງຕົນເໜືອສຍາມ ເຮັດໃຫ້ສຍາມດຳຣົງວັດທະນະທຳຂອງໄທຍລາວຢ່າງແຍກບໍ່ອອກ. ຈຶ່ງເຮັດໃຫ້ສຍາມບໍ່ໄດ້ລັງກຽດພວກລາວ ທີ່ອົບພະຍົບລົງໄປຢູ່ ໃນດິນແດນຂອງຕົນ.

 

ສ່ວນລາວອີກພວກໜຶ່ງລົງມາທາງນ້ຳຂອງຕອນກາງ ແລະຕອນໃຕ້ໄດ້ຕໍ່ສູ້ກັບຊົນຊາດ ຂອມເຜົ່າຊວາ ໄດ້ໄຊຊະນະແລ້ວກໍສ້າງຕັ້ງອານາຈັກຂອງຕົນທີ່ຊຽງດົງ ແລ້ວປ່ຽນຊື່ເມືອງຊຽງ ດົງເປັນຊຽງທອງ ຮຽກວ່າອານາຈັກລ້ານຊ້າງ, ສ່ວນອີກພກວໜຶ່ງລົງໄປຂັບໄລ່ຂອມອອກຈາກ ອານາຈັກຊາຍຟອງເຊິ່ງເປັນສູນກາງ ຂອງຂອມໃນລ້ອງແມ່ນຳ້ຂອງແລ້ວສ້າງອານາຈັກຂອງ ຕົນຂຶ້ນຊື່ວ່າອານາຈັກຈັນທະບູຣີແລ້ວລາວຈຳນວນໜຶ່ງກໍລົງໄປທາງໃຕ້ ໂດຍຢູ່ຮ່ວມກັບຊົນ ຊາດຂອງພວກໜຶ່ງໃນອານາຈັກສີໂຄຕະປຸຣະ ຈົນໃນທີ່ສຸດຂອງໃນອານາຈັກສີໂຄຕະປຸຣະກໍ ເສື່ອມອຳນາດລົງ ລາວຈຶ່ງເຂົ້າມີອຳນາດບົດບາດໃນເມືອງສີໂຄຕະປຸຣະ.

 

George Caedes ຊາວຝຣັ່ງເສດ ໄດ້ສະໜັບສະໜູນທິດສະດີນີ້ ສະຫຼຸບວ່າຊົນຊາດໄທ ອົບພະຍົບລົງໃຕ້ ໂດຍອາໄສແມ່ນຳ້ເປັນຫຼັກ ເປັນການົບພະຍົບຢ່າງຄ່ອນເປັນຄ່ອຍໄປ ເມື່ອອານາຈັກ ນ່ານເຈົ້າຖືກພວກມົງໂກລີຮຸກຮນານ ຄົນໄທຈຳນວນຫຼວງຫຼາຍອາໄສແມ່ນຳ້ສອງສາຍ ຄືລຳນ້ຳຂອງ ແລ້ວມາຕັ້ງຫຼັກແຫຼ່ງທີ່ອານາຈັກລ້ານຊ້າງ (ຫຼວງພຣະບາງ ແລະວຽງຈັນ) ແລະລ້ານນາ(ຊຽງແສນ, ຊຽງໃໝ່) ແລະສຸໂຂໄທ ສ່ວນທີ່ອົບພະຍົບໄປຕາລຳນ້ຳສາຣະວິນນັ້ນ ໄດ້ຕັ້ງຫຼັກແຫຼງເຖິງແຄວ້ນອັດສັມ ຂອງອິນເດັຍ ແລະຣັດສານຂອງພະມ້າກໍມີຫາກຖືເອົາຕາມຄວາມເປັນຈິງນີ ກໍເຮັດໃຫ້ຫຼັກຖານທາງ ວັນນະຄະດີລາວປະເພດຕຳນານພົ້ນເດັ່ນຂຶ້ນ ໃນຖານະທາງປະວັດສາດປະເພດຕຳນານ ໒ ເລື່ອງ ຄື ໜັງສືອຸຣັງຄະນິທານ ແລະໜັງສືຂຸນບູຣົມ ແລະເຮັດໃຫ້ວັດທະນະທຳຂອງບັນດາຊົນຊາດ ທີ່ຖືແຖນ ແລະນາກຄືພວກດຽວກັຍ ເຊັ່ນລາວລ້ານຊ້າງ ແລະລາວລ້ານນາ ອາດລວມເຖິງສຸໂຂໄທດ້ວຍ ນັບຖື ນາກແລະແຖນຄືຊົນຊາດດຽວກັນ, ທິດສະດີນີອາດຊິກ່ຽວຂ້ອງກັບຄ້ອງບັ້ງ ທີ່ບໍ່ຄຳເຊໂປນ ແລະເຄື່ອງ ແລະເຄື່ອງເງິນຄຳ ທີ່ບ້ານໜອງເຮືອທອງ ທີ່ລາວເຮົາຄົ້ນພົບໃນປີ ໒໐໐໘ ນີ້ດ້ວຍ.

 

ທິດສະດີໃໝ່.(ໂຜດຕິດຕາມຕໍ່ໄປ)(ຢາກໃຫ້ພີ່ນ້ອງມີຄວາມເຫັນ ແລະແກ້ໄຂຊ່ວຍໃນການຂຽນ ແລະເນື້ອໃນຕລອດທັງຫຼັກຖານອື່ນທີ່ອາດມີນຳ້ໜັກກວ່າ)ອ້າງອິງ
http://ulfasso.com/upload/actu/pdf/2085_qz8tamwkykAVVq5TSpGX.pdf?PHPSESSID=d9c1ef77b2ae76652c069c823005cfbc

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 26, 2010 | ມີ 1 ຄຳເຫັນ ແລະ 0 trackback(s)

<!--[if !mso]>v\:* {behavior:url(#default#VML);}o\:* {behavior:url(#default#VML);}w\:* {behavior:url(#default#VML);}.shape {behavior:url(#default#VML);}<![endif]--><!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->


http://www.sansouk.com/Editor/assets/1635584.jpg

        ຫົວ​ພັນ: ຕັ້ງ​ຢູ່​ທາງ​ທິດ​ຕະເວັນ​ອອກ​ສຽງ​ເໜືອ​ຂອງ​ຊຽງ​ຂວາງ ປະຫວັດສາດ​ຂອງ​ສອງ​ແຂວງ​ນີ້​ມີ​ຄວາມ​ຄ້າຍ​ຄືກັນ ໃນ​ອະ​ດີດ​ຫົວ​ພັນ​ເຄີຍ​ຕົກ​ເປັນ​​ເຂດ​ປົດ​ປ່ອຍ, ປະຈຸບັນ​ມີ​ປະຊາກອນປະມານ 300,000 ຄົນ ພູ​ມິ​ປະເທດ​ເປັນ​ພູເຂົາ​ສະ​ຫລັບ​ຊັບ​ຊ້ອນ ພື້ນ​ທີ່​ສ່ວນ​ໃຫຍ່​ເປັນ​ປ່າ​ໄມ້ ອາ​ກາດ​ຂ້ອນ​ຂ້າງ​ໜາວ ປະກອບ​ດ້ວຍ​ຊົນ​ເຜົ່າ​ກຸ່ມ​ນ້ອຍ​ກວ່າ 20 ເຜົ່າ ໄດ້​ແກ່ ​​ໄຕ​ຂາວ ໄຕ​ແດງ ​ໄຕ​ດຳ ​ໄຕເໜືອ ໄຕ​ນ້ອຍ ມົ້ງ ຂະ​ໝຸ ສ່ວນ​ໃຫຍ່​ໃຊ້​ພາສາ​ຕະກູນ​​ໄຕ​-ລາວ.


ແຫລ່ງ​ທ່ອງ​ທ່ຽວ
ເມືອງ​ຊຳ​ເໜືອ ເປັນ ​ເມືອງ​ຫລວງ​ຂອງ​ແຂວງ​ຫົວ​ພັນ ມີ​ຊາຍແດນ​ຕິດ​ກັບ​ຫວຽດ​ນາມ ຕັ້ງ​ຢູ່​ທ່າມ​ກາງ​ຫຸບ​ພວກເຂົາ​ອັນ​ຂຽວ​ອຸ່ມ​ທຸ່ມ​ທີ່​ມີຄວາມ​ສູງ 1, 200 ແມັດ ເປັນ​ເມືອງ​ທີ່​ມີ​ວິວ​ທິວທັດ​ທີ່​ສວຍງາມ ຕະ​ຫລາດ​ໃນ​ເມືອງ​ຍາມ​ເຊົ້າ​ຈະ​ມີ​ປະຊາຊົນເຜົ່າ​ຕ່າງໆ ອອກ​ມາ​ຈັບ​ຈ່າຍ​ຊື້-ຂາຍກັນ​ ບ່ອນນີ້ເປັນ​ຕະ​ຫລາດ​ໃຫຍ່​ທີ່ສຸດ​ໃນ​​ເຂດ​ພາກ​ເໜືອ ມີ​ສິນ​ຄ້າ​ໃຫ້​ເລືອກ​ຫລາກ​ຫລາຍ ທັງ​ອາຫານ​ສົດ ອາຫານ​ແຫ້ງ ຂອງ​ຈາກ​ຈີນ ຫວຽດ​ນາມ​ແລະ​ໄທ ແລະ​​ແຜ່ນ​ແພ ຊຶ່ງ​ເປັນ​ສິນ​ຄ້າ​ທີ່​ຂຶ້ນ​ຊື່​ຂອງ​ລາວ ທີ່​ສົ່ງ​ໄປ​ຂາຍ​ຍັງ​ຫລວງ​ພະ​ບາງ​ແລະ​ວຽງ​ຈັນ​ ມີ​ລວດ​ລາຍ​ທີ່​ປະານີດ ສວຍງາມ

http://www.sansouk.com/Editor/assets/600498.jpg

 

http://www.sansouk.com/Editor/assets/awb_image2110255204030.jpg

 

http://www.sansouk.com/Editor/assets/4309200298_f14f0e1170.jpg

 

http://www.sansouk.com/Editor/assets/3802631521_2a57da628b.jpg

 

http://www.sansouk.com/Editor/assets/3802744177_cd0a617e52.jpg

 

http://www.sansouk.com/Editor/assets/3802657427_8bdbe691db.jpg

 

http://www.sansouk.com/Editor/assets/3802737937_1d6e2bda06.jpg


ວັດ​ໂພ​​ໄຊນາ​ລາມ ຖັດ ​ຈາ​ກຕະຫ​ລາດ​ກາງ​ເມືອງ​ມາ​ປະ​ມານ 2 ກິ​ໂລ​ແມັດ ຈະ​ເຖິງ​ວັດ​ໂພ​ໄຊ​ນາ​ລາມ ນັບ​ເປັນ​ສະຖານ​ທີ່​ສຳຄັນ​ທາງ​ສາດສະຫນາ​ພຽງ​ແຫ່ງ​ດຽວ​ຂອງ​ເມືອງ ສ້າງ​ເມື່ອ​ປີ ພ. ສ. 1989 ສ່ວນ​ທາງ​ທິດ​ຕາເວັນ​ຕົກ​ສຽງ​ເໜືອ​ຂອງ​ຕົວ​ເມືອງ ເປັນ​ທີ່​ຕັ້ງອະນຸ​ສາວະລີ​ເສ​ລີ​ພາບ ສ້າງ​ຂຶ້ນ​ມາ​ເພື່ອ​ສະຫລອງ​ເອກກະລາດ​ໃນ​ປີ 1989 ເປັນ​ຮູບ​ດາວ​ແດງ ຕັ້ງ​ຢູ່​ເທິງພູ​ເຂົາ ເປັນ​ຈຸດ​ທີ່​ສາມາດ​ຊົມ​ວິວ​ທິວທັດ​ຂອງ​ເມືອງ​ຊຳ​ເໜືອ​ໄດ້​ດ້ວຍ.

 http://www.sansouk.com/Editor/assets/3802367153_d1612fb04a.jpg 

 

http://www.sansouk.com/Editor/assets/3802399955_6b605751a1.jpg

 

http://www.sansouk.com/Editor/assets/3803208386_63f92d7088.jpg

 

http://www.sansouk.com/Editor/assets/3803486686_2a27e4f99e.jpg

 

http://www.sansouk.com/Editor/assets/3803404576_dfa334b910.jpg

 

http://www.sansouk.com/Editor/assets/4308446049_cc46d6eb18.jpg

 

http://www.sansouk.com/Editor/assets/4309185264_96ec401503.jpg

 

http://www.sansouk.com/Editor/assets/4309195676_1dce7424bc.jpg

 


ເມືອງ​ວຽງ​ໄຊ ອະ​ດີດ​ສູນ​ບັນ​ຊາ​ການ​ໃຫຍ່​ຂອງ​ກຸ່ມ​ຜູ້​ນຳ​ການ​ປະຕິວັດ​ລາວ ຫມູ່ບ້ານ​ຊົນ​ພື້ນ​ເມືອງ​ຫລາກ​ວັດທະນະທຳ ແລະ​ແຫລ່ງ​ຕ່ຳແຜ່ນ​ອັນ​ດັບ 1 ຂອງ​ລາວ​ຄື​ຊຳ​ເໜືອ ໂດຍ​ສະເພາະ​ທີ່​ມາ​ຈາກ​ເມືອງ​ຊອນ​ແລະ​ສົບ​ຮາວ​ຖື​ວ່າ​ຄຸນນະພາບ​ດີ​ທີ່ສຸດ.

ແຫຼ່ງທ່ອງທ່ຽວທຳມະຊາດ ແຂວງຫົວພັນໄດ້ຊື່ວ່າເປັນແຂວງທີ່ອຸດົມສົມບູນດ້ວຍແຫ່ຼງທ່ອງທ່ຽວທຳມະຊາດເປັນຕົ້ນແມ່ນບັນດາຖ້ຳ ແລະນ້ຳຕົກຕາດ. ຖ້ຳປະຫວັດສາດໄດ້ແກ່ ຖ້ຳຜູ້ນຳຕ່າງໆ ເຊັ່ນ ຖ້ຳປະທານໄກສອນ ພົມວິຫານ, ຖ້ຳສະເດັດສຸພານຸວົງ, ຖ້ຳທ່ານຄຳໄຕ ສີພັນດອນ, ຖ້ຳທ່ານໜູຮັກ ພູມສະຫວັນ... ຍ້ອນເມືອງນີ້ອຸດົມໄປດ້ວຍຖ້ຳທີ່ໃຫຍ່ແລະກວ້າງຂວາງຈຶ່ງເປັນເງື່ອນໄຂສະດວກໃນການດຳເນີນການປະຕິວັດລາວ.

http://www.sansouk.com/Editor/assets/13.jpg

 

http://www.sansouk.com/Editor/assets/3802162419_37de268bf9.jpg

 

http://www.sansouk.com/Editor/assets/3802242713_b4db1dc710.jpg

 

 

http://www.sansouk.com/Editor/assets/3802874602_3b01d96f0f.jpg

 

http://www.sansouk.com/Editor/assets/3802998850_17febb1c52.jpg

 

http://www.sansouk.com/Editor/assets/3803147246_5d796e631b.jpg

 

http://www.sansouk.com/Editor/assets/3802076781_9d24e9b222.jpg

 

http://www.sansouk.com/Editor/assets/3802106987_b985c4d9ca.jpg

 

http://www.sansouk.com/Editor/assets/3803365730_2195562a31.jpg

 

http://www.sansouk.com/Editor/assets/3802883832_8648edcc75.jpg

 

http://www.sansouk.com/Editor/assets/DSC_6117.jpg

 

http://www.sansouk.com/Editor/assets/Inside_the_army_cave.jpg

 

http://www.sansouk.com/Editor/assets/3803365730_2195562a31.jpg

 

http://www.sansouk.com/Editor/assets/3803338178_3a647c848d.jpg

 

ທີ່​ພັກ-ຮ້ານ​ອາຫານ
ເມື່ອ​ກ່ອນທີ່​ພັກ​ສ່ວນ​ໃຫຍ່​ດັດ​ແປງ​ຈາກ​ເຮືອນ​ພັກ​ຂອງ​ຊາວບ້ານ​ຈະ​ເປັນ​ໃນ ​ຮູບ​ແບບ​ຂອງ​ເຮືອນ​ພັກ ​ແຕ່​ມາ​ຮອດ​ປັດຈຸບັນ​ນີ້​ໄດ້​ມີ​ໂຮງ​ແຮມ​ເກີດ​ຂຶ້ນຫຼາຍ​ແລ້ວ.
ຂອງຕ້ອນ ເນື່ອງຊາວແຂວງຫົວພັນເປັນຄົນທີ່ດຸໝັ່ນຂະຫຍັນພຽນ ມັກໃນການປູກຝັງລ້ຽງສັດ ດັ່ງນັ້ນ ຈຶ່ງເຮັດໃຫ້ເວລາທີ່ແຂກໄປໄທມາຈຶ່ງມີຂອງຕ້ອນຂອງຝາກເຕັມມື. ອາຫານການກິນທີ່ເປັນຂອງຕ້ອນຂອງຝາກທີ່ຂຶ້ນຊື່ຂອງແຂວງຫົວພັນໄດ້ແກ່ ໝາກໝັ້ນ, ໝາກຈອງ, ໝາກຄາຍ, ໝາກແຫ້ວ, ໜໍ່ຂົມ, ໜໍ່ຈ້າ, ໜັງແຊ່ເພ້ຍ, ແຈ່ວປາບ້ຳ, ຫົວຜັກບົ່ວຜັກທຽມ...

 

http://www.sansouk.com/Editor/assets/510px-Laos_Houaphan_svg.png

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 23, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

<!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->

ນ້ຳໃຈຄົນວຽງຈັນ

ນັບແຕ່ມື້ກໍ່ສ້າງ             ຮັກບໍ່ຫ່າງແຮມໄກ..ວຽງຈັນເອີຍ

ວຽງຈັນຄືດວງໃຈ            ເຜົ່າພົງພັນເຊື້ອ

ຄວາມຮັກເຝືອແຝງໄວ້        ແສນດວງໃຈຖວາຍຕໍ່

ພັນດວງໃຈຮ່ວມສ້າງກໍ່       ບໍ່ໃຫ້ວຽງໂສກເສົ້າເຫງົາຫງ່ວງປ່ວງລະທົມ

 

ຊາວວຽງກົ້ມໜ້າສູ້           ປ້ອງເຂດແດນດິນ

ຖີ່ນວຽງທອງທານີ           ບໍ່ໃຫ້ສີສູນເສົ້າ

ສ້າງແຜ່ນດິນວຽງເຮົາໃຫ້      ໃສງາມສົມຊ່າ

ເຜົ່າພົງລາວໃຕ້ລຸ່ມຟ້າ        ມາໂຮມເຕົ້າບໍ່ເກົ່າສີ..ແທ້ແລ້ວ

 

ແຕ່ອະດີດເຖືງມື້ນີ້           ວຽງສືບຕໍ່ສາຍແສງ

ເປັນແວ່ນແຍງມະໂນທຳ      ຜາບອະທຳໃຫ້ສູນສີ້ນ

ໃຫ້ຖີ່ນວຽງເຮົານີ້            ມີສີໃສສະຫງ່າ

ໃຫ້ປວງຊົນໃຕ້ລຸ່ມຟ້າ         ມີໃບໜ້າຊື່ນບານ

 

ຫລາຍຮ້ອຍປີຜ່ານຂ້າມ       ວຽງສະຫງ່າຣາສີ

ບາງໄລຍະມີໄພຣີ           ກໍ່ກວນວາຍວຸ້ນ

ຈູດເຜົາວຽງຈົນວ່າມູ້ນ        ເຫລືອພຽງເຖົ້າຖ່ານ

ລູກຫລານວຽງລຸກຂື້ນສູ້       ປະສົງກູ້ຊາດມາ

 

ສ້າງວຽງຈັນໃຫ້ແຈ່ມຟ້າ       ເມຄາເມກໃຫ້ເຫີຍຫາຍ

ສາຍໂສມແສງວຽງທອງ       ຮຸ່ງເຮືອງນະພາກວ້າງ

ໃຫ້ຄົນລາວປາງນີ້           ມີໃຈຊ່ອຍຊື່ນ

 

ໝື່ນປີບໍ່ໂສກເສົ້າ          ບໍ່ເຫງົາຫງ່ວງຕ່າງຫລັງ...ເຈົ້າເອີຍ (ຂຽນ ໂດຍ ລູກຊາຍເມືອງຄຳ)

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 23, 2010 | ມີ 2 ຄຳເຫັນ ແລະ 0 trackback(s)

<!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->


 

1.ລອງໄປເບິ່ງຕາເວັນຕົກດິນຢ່າງຕັ້ງໃຈຢ່າງນ້ອຍປີລະຫນື່ງຄັ້ງ.

2.
ຢ່າດູຖູກຄົນອື່ນ.

3.
ເວົ້າຄຳວ່າ*ຂອບໃຈ*ໃຫ້ຫລາຍໆ.

4.
ຊີວິດຢູ່ພາຍໃຕ້ຈຸດມຸ່ງຫມາຍຂອງຕົນເອງ.

5.
ປະຕິບັດນຳຄົນອື່ນຄືກັບຄົນອື່ນປະຕິບັດນຳຕົນເອງ.

6.
ບໍລິຈາກເລືອດ.

7.
ຄົບຫາເພື່ອນໃຫມ່ເເລະລຳລຶກເຖິງເພື່ອນເກົ່າສະເຫມີ.

8.
ຮູ້ຈັກເກັບຄວາມລັບ.

9.
ຍອມຮັບຄວາມຜິດພາດຂອງຕົນ.

10.
ຈົງສະເເດງຄວາມກ້າຫານເຖິງວ່າຈະບໍ່ໃດ້ເປັນຄົນກ້າຫານ.

11.
ຢ່າເປັນຄົນຂີ້ລັກ.

12.
ອ່ານຫນັງສືທຳມະຢ່າງຈິງຈັງຢ່າງນ້ອຍປີລະຫນື່ງຄັ້ງ.

13.
ຮຽນຮູ້ທີ່ຈະຟັງ.

14.
ຢ່າຫມົດຄວາມຫວັງກັບຊີວິດ.

15.
ຢ່າສວດມົນເພື່ອຂໍສິ່ງໃດ.

16.
ຮູ້ຈັກເກັບອາລົມເມື່ອໂມໂຫ.

17.
ມີບຸກຄະລິກທີ່ດີເມື່ອຢ່າງເຂົ້າຫ້ອງເຮັດວຽກ.

18.
ຍອມເສຍສິ່ງນ້ອຍໆເພື່ອຫວັງໃນສິ່ງທີ່ດີກ່ວາ.

19.
ຢ່າຄົບຫາກັບບຸກຄົນທີ່ບໍ່ເຄີຍສູນເສຍໃດໆເລີຍ.

20.
ຢ່ານິນທາຫລັບຫລັງ.

21.
ເມື່ອຜະເຊີນຫນ້າກັບງານຫນັກ ຈົ່ງປະຕິບັດກັບມັນຄືກັບວ່າເປັນໄປບໍ່ໃດ້ທີ່ມັນຈະຫລົ້ມເຫລວ.

22.
ຢ່າຄຶດວ່າຊີວິດນີ້ຈະຍຸດຕິທຳສະເຫມີໄປ.

23.
ຢ່າປະເມີນອຳນາດຂອງການໃຫ້ອະໄພຕໍ່າເກີນໄປ.

24.
ເລື່ອງຂອງມື້ນີ້ກໍ່ຕ້ອງເຮັດໃຫ້ເເລ້ວໃນມື້ນີ້.

25.
ບໍ່ຕ້ອງຍ້ານທີ່ຈະກ່ວາຄຳວ່າ*ຂໍໂທດ*.

26.
ບໍ່ຕ້ອງຍ້ານທີ່ຈະກ່ວາຄໍາວ່າເຮາ*ບໍ່ຮູ້*.

27.
ຂຽນເລື່ອງທີ່ເຮົາຢາກຮູ້ກ່ອນຕາຍ 25 ຂໍ້ ເເລະນຳມັນຕິດຕົວໄປຕະຫລອດ.

28.
ໂທລະສັບຫາ ພໍ່ເເມ່ ເເດ່ ບໍ່ເເມ່ນໂທຫາເເຕ່ຜູ້ສາວ....55555+++

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 23, 2010 | ມີ 2 ຄຳເຫັນ ແລະ 0 trackback(s)

<!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->


ແມ່ນ້ຳຂອງ​ສາຍ​ນີ້ ໃນພາສາລາວຮຽງວ່າ ແມ່ນ້ຳຂອງແຕ່ໄທຍຮຽກວ່າ ແມ່ນ້ຳໂຂງຕາມການສືບຄົ້ນ ສ່ວນ​ໃຫຍ່​ຈະ​ມີ​ຄວາມ​​ເຫັນເປັນ​ເອກ​ພາບກັນ​ກ່ຽວ​ກັບ​ຄຳ​ວ່ານ້ຳຂອງ​ແມ່​ຖືກຕ້ອງ​ຕາມ​ສຽງ​ພາສາ​ລາວ​ເດີມ. ຕາມ​ການຄົ້ນຄວ້າ ປາກົດ​ເຫັນວ່າ​ນ້ຳຂອງ​ເປັນ​ພາສາ​ບູຮານ​ລາວ​​ແທ້, ​​ເນື່ອງ​ຈາກ​ພົບ​ຫຼັກຖານ​ທາງ​ພາສາ​ມາ​ຫຼາຍ​ແຫ່ງ ຫຼາຍທີ່ ຄື:
1.
ຫຼັກຖານ​ທາງ​ພາສາ​ຂອງ​ກຸ່ມ​ຊົນ​ຕະກູນ​ໄຕ​ລາວ​ຢູ່​ນອກ​ປະ​ເທດ:
-
ຄົນ​ລ້າ​ນນ​າບູຮານ ກວາ​ມ​ເອົາ​ບໍຣິ​ເວນ​ພາກ​ເໜືອ​ຂອງ​ໄທ​ຍ໌​ໄດ້​ບັນທຶກ​ໃນ​ໜັງສື​ບູຮານ ​ເປັນ​ອັກສອນ​ທັມ​ຍວນ ຫຼື​ລ້ານ​ນາ ​ໃນ​ເຣື່ອງພຣະ​ເຈົ້າລຽບ​ໂລກ ວ່າແມ່ນ້ຳສາຍ​ນີ້​ວ່າ ຂະນະ​ນະທີ​​ໃນ​ໜັງສືສະບັບ​ດຽວ​ທີ່​ເປັນ​ສ່ວນ​ຂອງ​ສຳນວນ ພາສາ​ທ້ອງ​ຖິ່ນ​ວ່າ​ແມ່ນ້ຳຂອງ, ​ໄດ້​​ໄປ​ສຶກສາ​ປະຕິບັດ​ງານ​ທາງ​ພາກ​ເໜືອ​ຂອງ​ໄທຍ ກໍ​ເຫັນ​ຊາວ​ທ້ອງ​ຖິ່ນ​ວ່າ ​ແມ່ນ້ຳ ຂອງ​ເຊັ່ນ​ກັນ​ບໍ່​ໄດ້​ຮຽກ​ແມ່ນ້ຳ​ໂຂງ​ເລີຍ.
-
ຄົນ​ພະມ້າ​​ແຖວ​ທ່າ​ຂີ້​ເຫຼັກ ​ເຊື້ອສາຍ​ລາວ ຫຼື​ຕະກູ​ນ​ໄຕ​ຕ່າງໆ ຮຽກ​ແມ່ນ້ຳສາຍ​ນີ້​ວ່າ “​ແມ່ນ້ຳຂອງສະ​​ໄໝ​ໄປ​ທ່ຽວ ທ່າ​ຂີ້​ເຫຼັກ​ແລະ​ຊຽງ​ຕຸ​ງ ​ເວົ້າພສາລາວ​ລື້.
-
ຄົນ​ຈັງຫວັດ​ເລີຍ ​ແລະ​ເພັດ​ຊະ​ບູນ ຮຽກ​ແມ່ນ້ຳສາຍ​ນີ້​ວ່າ​ແມ່ນ້ຳຂອງ, ປີ 1998 ​ໄປ​ຢາມ​ໝູ່​ຢູ່​ອຳ​ເພີ​ນະຄອນ​ໄທຍ ​ຖາມ​ເຂົາ​ວ່າ ພວກ​ພີ່ນ້ອງ​ຮຽກ​ແມ່ນ້ຳຂອງ​ວ່າ​ແມ່ນ້ຳຫຍັງ ​ເຂົາ​ຕອບ​ວ່າ “​ແຕ່​ກີ້ຮຽກ​ວ່າ​ແມ່ນ້ຳຂອງຄົນ​ສະ​ໄໝ​ເກົ່າ ຮຽກ​ແມ່ນ້ຳຂອງ​ທັງ​ນັ້ນ, ກໍ​ໄດ້​​ໂລມ​ກັບ​ຜູ້ເຖົ້າອາຍຸ 50-80 ປີ 10 ຄົນ​ປາກົດ​ວ່າ​ເວົ້າ​ເປັນ​ສຽງ​ດຽວ​ກັນ​ວ່າ “​ແມ່ນ້ຳ ຂອງ​​ແຕ່​ປີ 2001-2005 ​ໄດ້​ໄປ​ອຳ​ເພີດ່ານ​ຊ້າຍ ປີ​ລະຄັ້ງສອງ​ຄັ້ງ ປາກົດ​ວ່າ ຊາວ​ອຳ​ເພີ​ດ່ານ​ຊ້າງ​ທຸກ​ຄົນ ຮຽກ​ແມ່ນ້ຳຂອງ ​ເວັ້ນ​ເສັຍ​ແຕ່​ເຂົາ​ເວົ້າພາສາ​ໄທຍຈຶ່ງ​ອອກ​ແມ່ນ້ຳ​ໂຂງ​ຕາມ​ໄທຍ໌ ​ເດັກນ້ອຍຣຸ້ນ​ໃໝ່​ຮຽກ​ແມ່ນ້ຳ​ໂຂງ​ໝົດ.
-
ປີ 2000 ​ໄປ​ແຖວ​ສີ​ຊຽງ​ໃໝ່ ​ໄດ້​ມີ​​ໂກ​ກາດ​ລົມ​ກັບ​ຄົນ​ເຖົ້າຄົນ​ໜຶ່ງ ​​ເປັນ​ເວລາ 1 ວັນ ​ເຂົາ​ຈະ​ເວົ້າປະຫວັດສາດ ​ແລະ​ພື້ນ​ວຽງ​ຈັນ​ເກ່ງ​ທີ່​ສຸດ ​ແລະ​ແມ້ນ​ຢຳ​ທີ່​ສຸດ​ເຂົາ​ກໍ​ຮຽກ​ວ່າ​ນ້ຳຂອງ​ເຊັ່ນ​ກັນ.
-
ປີ 1993 ​ໄປ​ນະຄອນ​ພະນົມ​ຊາວ​ນະ​ຄອນ​ພະນົມຣຸ້ນ​ເກົ່າ ຈະ​ຮຽກ​ແມ່ນ້ຳສາຍ​ນີ້​ວ່າ ນ້ຳຂອງ”.
-
ສ່ວນ​ມຸກດາ​ຫານ​ຍັງ​ບໍ່​ທັນ​ໄປ ​ແຕ່​ທາງ​ເມືອງ​ອຸບົນ, ວາຣິນຊຳລາບ, ພິມູນ, ສີຣິນທອນ, ​​ເຂັມ​ມະຣາຊ ຈະ​ຮຽກ​ແມ່ນ້ຳ ຂອງ​ທັງ​ນັ້ນ.
-
ສ່ວນ​ທາງ​ຮ້ອຍ​​ເອັດ​ມະຫາສາຣະຄາມ ​ເຂົ້າ​ໄປ​ໃນ ສ່ວນ​ໃຫຍ່​ຈະ​ຮຽກ​ວ່າ​ແມ່ນ້ຳ​ໂຂງ ສົງ​ໄສ​ວ່າ​ເຂົາ​ຢູ່​ໄກ​ແມ່ນ້ຳຂອງ ຄວາມ​ຜູກ​ພັນ​ກັບ​ແມ່ນ້ຳຂອງ ບໍ່​ຄ່ອຍ​ຈະມີ, ​ເມື່ອ​ຍິນ​ໄທຍ​ເວົ້າກໍ​ເວົ້າວ່າ​ນ້ຳຂອງ​ນຳ​ເຂົາ ກໍອາດ​ເປັນ​ໄດ້.
-
ຄົນ​ຊຽງ​ຮຸ່ງຮຽກ “​ແມ່ນ້ຳລ້ານ​ຊ້າງຕາມ​ພາສາ​ຈີນ ບາງ​ຄັ້ງກໍ​ຮຽກ​ວ່າ “​ແມ່ນ້ຳຂອງ​ໂດຍ​ສະ​ເພາະ​ຄົນ​ທີ່​ຕັ້ງບ້ານ​ເຮືອນ ຢູ່​ແຄມ​ນ້ຳສາຍ​ນີ້ (ພາສາ​ຈີນ​ວ່າ LANJIAN ​ແປ​ເປັນ​ພາສາ​ລາວ​ວ່າ ລ້ານ​ຊ້າງ).
-
ຄົນ​ຂະ​ເໝນ​ແຖວ ຊາຍ​ແດນ​ດ້ານ​ພະ​ວິຫານ ​ໃກ້ໆ​ກັບ​ບ້ານ​​ເກີດ ຜູ້​ຂຽນ (​ເມືອງ​ມະ​ໂນ​​ໄພ​ເດີມ ​ແຖວ​ທ່າ​ແກ່, ທ່ານ​ເປື້ອຍ, ທ່າ​ກະສັງ ​ເລີຍ​ເຂົ້າ​ໄປ​ຮອດ​ໃນ​ຈະ​ຮຽກ​​ແມ່ນ້ຳຂອງ​ຄື​ກັບ​ລາວ), ​ເມືອງ​ຊຽງ​ແຕງ​ຜູ້​ຂຽນ​ເຄີຍ ​ໄຊື້​ຄວາຍ​ຢູ່​ແຖວ ນັ້ນປະມານ​ປີ 1985, ​ເມື່ອ​ປີ 2001-2004 ກໍ​ເຄີຍ​ໄປ​ທ່ຽວ​ແຖວ​ນັ້ນ ຈົນ​ຮອດ​ກະ​ແຈະ, ​ເມືອງ​ທາຣາບໍຣິວັດ ຄົນ​ເຫຼົ່າ ນີ້ລ້ວນ​ແຕ່​ເວົ້າພາສາລາວ ພວກ​ເຂົາ​ກໍ​ຈະ​ຮຽກ​ແມ່ນ້ຳສາຍ​ນີ້​ວ່າ “​ແມ່ນ້ຳຂອງ”.
2.
ຊື່​ແມ່ນ້ຳຂ​ອງ​ໃນ​ພາສາ​ຕ່າງປະ​ເທດ.
-
ພາສາ​ຈີນ ລ້ານ​ຊ້າງ ຫລື​ລ້ານ​ຈຽງ (​ໂຕ ຊ ​ເປັນ ​ໂຕ ຈ ລານຈຽງ LANJIAN). ເຮົາອາດວິເຄາະໄປໄດ້ອີກວ່າ ຊື່​ອານາ​ຈັກ​ລ້ານ​ຊ້າງ ​ເດີມມີ​ຄວາມ​ໝາຍ​ວ່າ ມີ​ຊ້າງລ້ານ​ໂຕ ຫຼື​ອານາຈັກ​ທີ່​ເຕັມ​ໄປ​ດ້ວຍ​ຊ້າງແຕ່ຫາກເຮົາວິເຄາະ ຕາມສຳນຽງຂອງຈີນ ເຮົາອາດວິເຄາະວ່າ ລ້ານຊຽງອານາຈັກທີ່ມີເມືອງຂຶ້ນ ລ້ານເມືອງ ກໍຫາກເປັນໄປໄດ້.
-
ພາສາ​ຫວຽດນາມ ຮຽກວ່າ ທາງ​​ໃຕ້​ຮຽກ​ວ່າ ​ແມ່​ກົງ​ແຕ່​ພາສາ​ຫວຽດນາມ​ແທ້ໆ​ນັ້ນ ຮຽກ​ອີກ​ຢ່າ​ງໜຶ່ງ ​ໃຜ​ຮູ້ກະ ກະຣຸນາບອກ​ມາ​ແນ່ ຈະ​ເປັນ​ພຣະຄຸນ​ຍິ່ງ ​ແຕ່​ວ່າ​ຜູ້ຂຽນ​ເອງ ຈະ​ໄປ​ຫວຽດນາມ​​ໃຕ້ ວັນ​ທີ 15 ພຶດສະພາ 2007 ນີ້, ນັ່ງຣົດຈາກ​ເຊ​ກອງ​ໄປ ​ໃນຣາຄາ 145.000 ກີບ ຮອດ​ໄຊ​ງ່ອນ ສືບ​ໄດ້​ເຣື່ອງ​ແລ້ວ ຈະ​ນຳ​ມາ​ເລົ່າ​ຕໍ່.
-
ພາສາ​ຂະ​ເໝນ ຮຽກ​ວ່າ ຕົນ​ເລ​ສາດ, ​​ຖາມ​ຄົນ​ຂະ​ເໝນວ່າ “​ແມ່ນ້ຳຂອງຄົງ​ໝາຍ​ເຖິງ​ແມ່ນ້ຳ​ແຫ່ງ​ຊາດ ​ເຄີຍ​ຂີ່​ເຮືອຈາກ​ຊຽງ​ແຕງ​ ​ໄປ​ຮອດ​ກຳ​ປົງ​ຈາມ 5 ຄັ້ງ ​ແຕ່ໄປ​ຮອດ​ພະນົມ​ເປັນ 1 ຄັ້ງ ​ເມື່ອ​ປີ 2004 ​​ແມ່​ນ້ຳບ່ອນນີ້​ກວ້າງ​ໃຫຍ່​ຫລາຍ ຈະ​ແບ່ງ​ອອກ​ເປັນ​ແມ່ນ້ຳ 4 ສາຍ(ຕາມ​ພາສາ​ຂະ​ເໝນຮຽກ​ວ່າ ຈຕຸຣະມຸຂ ຄື​ແມ່ນ້ຳ 4 ໜ້າ)​ແມ່ນ້ຳ ຂອງຕໍ່​ໄປ​ຮອດ​ຫຽວດນາມ ຂະ​ເໝນຮຽກ​ວ່າ ຕົນເລກຣອມ, ​ແມ່ນ້ຳປາ​ສັກ(ອອກສຽງຕົນ​ເລ​ປາສັກ) ​ເຂົ້າ​ໄປ​ທະ​ເລ​ສາບ​ຮຽກຕົນ​ເລ​ເວັຍ​ສະ​ເລີຍ​ໄປ​ຮອດ​ທະ​ເລ​ສາບ​ແລ້ວ ອອກສຽງ ຕົນ​ເລ​ສະ​ສ່ວນ​ສາຍ​ແມ່ຂ​​ອງຂຶ້ນ​ມາ​ທາງ​ຊຽງ​ແຕງ ຫຼື​ທາງ​ຄອນ​ພຣະ​ເພງຂອງ​ລາວ​ເຮົາ ຍັງ​ຄົງ​ຮຽກວ່າ​ຕົນ​ເລ​ສະ​ເໝືອນ​ເດີມ, ບາງ​ຄົນ​ບອກ​ວ່າ​ສະ​ໄໝ​ບູຮານ ຮຽກ​ວ່າ​ຕົນ​ເລ​ຊຽງ​ແຕງ ຫຼື​ຕົນ​ຊຕຶງ​ແຕຣງ ບາງ​ຄັ້ງກໍ​ຮຽກ​ວ່າ ຕົນ​ເລ​ລຽວຖ້າ​ແປ​ເປັນ​ພາສາ​ລາວຮຽກ​ ທະ​ເລລາ​ວ”, ສຳລັບ​ແມ່ນ້ຳ​ເຊ​ກອງ​ນັ້ນ ທາງ​ຄົນ​ຊຽງ​ແຕງ-ຄົນ​ແສນ​ປາງ ​ເອງ​ກໍ​ຮຽກ​ວ່າ​ນ້ຳ​ເຊກອງ ​ແຕ່​ຄົນ​ຂະ​ເໝນຮຽກ​ວ່າ ​“ຕົນ​ເລ​​ແມ່ກົງ”.
-
​ໃນພາສາ​ອັງກິດ, ​ເນື່ອງຄົນ​ອັງກິດ​ເອງ ບໍ່​ໄດ້​ຕິດ​ພັນ​ກັບ​ແມ່ນ້ຳສາຍ​ນີ້ ຄົງ​ອິງ​ຕາມ​ພາສາ​ຖິ່ນ ທີ່​ຮຽກ​ແມ່ນ້ຳສາຍ​ນີ້ ວ່າ “​ແມ່​ຂອງ​ເມື່ອ​ທຽບ​ເປັນ​ພາສາ​ອັງກິດ​ແລ້ວຈຶ່ງ​ຂຽນ​ວ່າ MEA-KHONG ຫລື MEANM-KHONG ການ​ອ່ານ​ຄົງ​ອອກສຽງ​ວ່າ​ແມ່​ຂອງ ຫຼື​ບາງ​ຄົນ​ຂຽນ​ວ່າ MAEKONG ກໍ​ຄົງ​ອ່ານ​ວ່າ ​ແມ່​ຂອງ​ເຊັ່ນ​ກັນ ​​ແຕ່​ເມື່ອ​ງບາງ​ຄົນ​ອາດ​ອອກສຽງ​ວ່າ ​ແມ່​ໂຂງ ຫຼື​ແມ່​ກົງ ສຳ​ລັບ​ການ​ອອກສຽງ​ວ່າ​ແມ່​ກົງ ຄົງ​ຈະ​ບໍ່​ຖືກ ​ເພາະວ່າ​ມີ​ແມ່ນ້ຳສາຍ​ໜຶ່ງ ທີ່​ມາ​ຈາກ​ເຊ​ກອງ ​ອັດ​ຕະປື ລົງ​ໃສ່​ຊຽງ ​ແຕງ ບ່ອນ​ບ້ານ​ຫາງ​ໂຄນັ້ນ ​ມີ​ການ​ຂຽນ​​ເປັນ​ພາສາ​ອັງກິດ​ວ່າ ​NAMSEKONG ຫຼື NAMSEAKONG ຕາມ​ການສັນນິຖານ​ການ​ຂຽນ​ຊື່​ແມ່ນ້ຳຂອງ ຄົງ​ຈະສະກົດ​ດ້ວຍ KH ຫຼາຍ​ກວ່າ K ຊື່ໆ, ພາສາ​ຝຣັ່ງກໍ​ຂຽນ​ວ່າ MEANAM KHONG ​ແຕ່​ຕ້​ອງ​ໃສ່​ກຸບທີ່​ໂຕ O.
-
​ໃນ​ເມື່ອ​ເຮົາ​ຮູ້ທີ່​ມາ​ແບບ​ນີ້ ​ເຮົາ​ຈຶ່ງ​ມາ​ປຽບທຽບ​ ​ແລະ​ວິ​ເຄາະເບິ່ງ​ພາສາ​ໄທຍ໌ ​ໃນ​ບູຮານອາດ​ຊິ​ຮຽກ​ແມ່ນ້ຳຂອງ​ເໝືອນ​ລາວ, ​ແຕ່ຄົນ​​ໄທຍ໌​ເອງ ບໍ່​ຄ່ອຍ​ຈະ​ມີ​ຄວາມ​ຜູກ​ພັນ ​ແລະ​ຕິດ​ພັນ​ກັບ​ແມ່ນ້ຳຂອງ​ມາ​ແຕ່​ສະ​ໄໝ​ບູຮານ ​ເພາະ​ມີຫຼັກຖານ ໜຶ່ງ​ວ່າລາວ​ອົບ​ພະ​ຍົບລົງ​ມາ​ທາງ​ແມ່ນ້ຳຂອງ ​ແລະ​ແມ່ນ້ຳປິງ ຍົມ ນ່ານ, ສ່ວນ​ໄທ​ອົບ​ພະຍົບລົງ​ໄປ​ທາງ​ແມ່ນ້ຳ​ເຈົ້າພະຍາ​ແລະ​ຫຼັກ​ຖານ​ໜຶ່ງ​ຂອງ​ກອນ​ມະຫາ​ແກ້ວ​ຂຽນ​ບົດ​ທ່ອງ​ຂຶ້ນ​ໃຈ​ ​ໃນ​ແບບຮຽນ​ສະ​ໄໝ​ເກົ່າວ່າ ປະ​ເທດ​ຂ້ອຍ​ຊັ້ນຊື່​ເມືອງ​ລາວ ລວງ​ກວ້າງ​ຍາວ ສຸດ​ຕາ​ເຫຼືອ​ອ່ານ ນຳ​ຂອງ​ຜ່ານ​​ໄຫລ​ຜ່າ​ທາງ​ກາງ ມີ​ຫົນ​ທາງ​ຖນົນ​ສະ​ອາດ ປະ​ເທດ​ຊາດ ລາວ​ໃຫຍ່​ໄພ ສານ ​ເຮົາ​ລູກ​ຫຼານ​ເກີດ​ມາ​ພາຍຊ້ອຍ ​ຄວນ​ຊູ​ຊ່ອຍ​ສ້າງ​ບ້ານ​ເມືອງ​ລາວ ​ໃຫ້​ຢືດຍາວ​ຕໍ່​ໄປ​ພາຍ​ໜ້າ ຢ່າ​ໃຫ້​ຫຼ້າ​ເຂົາ​ແທ້ ໝູ່ລາວ (ສຳລັບ​ກອນ​ບົດ​ນີ້ ຜູ້​ຂຽນ​ໄດ້​ຈື່​ມາ​ຕັ້ງ​ແຕ່​ເດັກນ້ອຍ ອາດ​ມີ​ການ​ຜິດພາດ​ບາງ​ປະການ ຫາກ​ໃຜ​ຈື່​ໄດ້ ຫຼື​ເຫັນ​ວ່າ​ມີ ຜິດ​ບ່ອນ​ໃດ ກະຣຸນາ​ແກ້​ໄຂ​ໃຫ້​ແນ່), ​​ເມື່ອ​ເປັນ​ເຊັ່ນ​ນັ້ນ ຄົງ​ສັນນິຖານ​ວ່າ ຄຳ​ວ່າ​ “​ແມ່ນ້ຳ​ໂຂງ​ໃນພາສາ​ໄທຍນັ້ນ ອາດ​ແມ່​ເປັນ​ສຳນຽງ​ໃໝ່ ທີ່​ໄທຍກຳນົດ​ເອົາ​ຕາມ ສຳນຽງ​ຂອງ​ພາສາ​ຝຣັ່ງ-ອັງ ກິດ ​​ເພາະ​ຄຳ​ວ່າ KHONG ​ໃນ​ພາສາ​ຝຣັ່ງ-ອັງກິດນັ້ນ ຈະ​ອ່ານ​ອອກສຽງ​ເປັນ​ໄດ້​ທັງ ຂ​ອງ​ແລະ “​ຄົງຫຼື ໂຂງອັນ​ນີ້​ສາມາດ​ພິສູດ​ໄດ້​ຈາກ​ຊື່ ມະຫາວິທະຍາ​ໄລ​ດົງ​ໂດກ​(ມະຫາວິທະຍາ​ໄລ​ແຫ່ງ​ຊາດ) ​ໄທຍ໌ຄວນ​ຊິ​ອ່ານ​ວ່າ ດົງ​ໂດກ​ເໝືອນ​ລາວ ແຕ່​ໄທຍ໌ພັດ​ອອກສຽງ​ວ່າ ດອງ​ດອກ​ເຊິ່ງ​ເຮັດ​ໃຫ້​ສຳນຽງ​ຂອງ​ພາສາ​ລາວ​ປ່ຽນ​ໄປ ​ໃນ​ພາສາ ໄທຍ໌, ຄວາມ​ຈິງ​ແລ້ວຄຳ​ວ່າ ດົງ​ໃນ​ພາສາ​ໄທ​ຍ໌ກໍ​ມີ ​ເຊັ່ນ ດົງ​ພະຍາ​ໄຟ​, ດົງ​ພະຍາ​ເຢັນດັ່ງນີ້, ​ແທນ​ທີ່​ທີ່​ລາວ ຈະ​ຮຽກ​ຕາມ​ສຳນຽງ​ລາວ ທີ່​​ໃຊ້ອັກສອນ​ລາວ​ເປັນ​ເຄື່ອງ​ວັດ ສົງ​​ໄສ​ວ່າ​ໄທຍ໌ອ່ານ​ຕາມ​ສຳນຽງ​ຂອງ​ພາສາ​ຝຣັ່ງ (Dong-Dok) ຖ້າ​ເປັນ​ເຊັ່ນ​ນັ້ນ ຄຳ​ວ່າ ​ແມ່​​ນ້ຳໂຂງ ​ໃນ​ພາສາ​ໄທຍ໌ນັ້ນ ​ໄທຍ໌ຄົງຈະ​ອິງ​ຕາມ​ສຳນຽງ​ພາສາ​ຝຣັ່ງ-ອັງ ກິດ ຖ້າ​ເປັນ​ເຊັ່ນ​ນັ້ນ ​ຄຳ​ວ່າ ​​“​ແມ່ນ້ຳຂອງຕ້ອງ​ຊື່​ເດີມ ຂອງ​ແມ່ນ້ຳສາຍ​ນີ້.
-
ກໍ​ໄດ້​ເອົາ​ແຕ່ຜູ້​ຊິ​ອ່ານ; ​ເພາະວ່າ​ໃນ​​ເມືອງ​ລາວ​ນີ້ ມີ​ເມືອງ​ໜຶ່ງ​ຢູ່​ແຂວງ​ສາຣະວັນ​ວ່າ “​ເມືອງ​ຄົງ​ເຊ​ໂດນ​​ກໍ​ຂຽນວ່າ “MEUANG KHONGSEADONE” ກໍ​ໃຊ້ “KHONG”.
3.
ຊື່​ແມ່ນ້ຳຂອງ​ໃນ​ວັນນະຄະດີ.
-
ວັນນະຄະດີ ຕຳນານ​ອຸຣັງຄະ​ນິທານ ຫຼື​ອຸຣັງຄະທາ​ດ ຮຽກ​ວ່າ ຂະນະ​ນະທີ​ແລະ​ແມ່ນ້ຳຂອງ.
-
ວັນນະຄະດີ ​ຕຳນານຂຸນ​ບູຣົມ ປາກົດ​​ເຫັນ​ຊື່ ​ແມ່ນ້ຳຂອງ ວ່າ "ຂະນະ​ນະທີ​ແລະ​ແມ່ນ້ຳຂອງ​ເຊັ່ນ​ກັນ.
-
ວັນນະຄະດີ ພະ​ລັກ​ພະ​ລາມ ກໍ​ປາກົດ​​ເຫັນ​ ຂະນະ​ນະ​ທີ ​​ແລະ​ແມ່ນ້ຳຂອງ​ເຊັ່ນ​ກັນ.
-
ວັນນະ​ຄະດີ​ລາວອື່ນໆ ກໍ​ປາກົດ​ເຫັນ​ເຊັ່ນ​ນັ້ນ.
​ເມື່ອ​ມາ​ເບິ່ງ ຂະນະ​ເປັນ​ພາສາ​ປາລີ ​ເມື່​ອມາ​ເບິ່ງ​ດ້ານພາສາ​ລາວ ທີ່​ປາກົດ​ໃນ​ວັນນະຄະດີ ກໍ​ຮຽກ​ວ່າ​ແມ່ນ້ຳຂອງ ກໍ​ສາມາດ​ພິສູດ​ໄດ້​ວ່າ “​ແມ່ນ້ຳຂອງ​ເປັນ​ຊື່​ແທ້​ຂອງ​ແມ່ນ້ຳສາຍ​ນີ້
4.
ຊື່​ແມ່ນ້ຳຂອງ​ໃນ​ວັນນະຄະດີ​ໄທຍ໌ ບໍ່​ປາກົດ​ເຫັນ​ຊື່​ແມ່ນ້ຳສາຍ​ນີ້ ອັນ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ໄທ​ສຍາມ​ບູຮານ ບໍ່​ມີ​ສິດທິ​ໃນ​ແມ່ນ້ຳສາຍ​ນີ້.
5.
ປະມານ​ປີ 1870-1900 ​ກໍຣະນີປັກ​ປັນ​ເຂດ​ແດນ​ສຍາມ-​ຝຣັ່ງ​ໄດ້ມີ​ຄວາມ​ສຳຄັນ​ຕໍ່ສຍາມ ​ໃນ​ພາກ​ພື້ນ​ຫົວ​ເມື​ອງລາວ ທາງ​ອີສານ ຈຶ່ງ​ເຮັດ​ໃຫ້​ສຍາມ​ຮູ້ຈັກ​ແມ່ນ້ຳຂອງ ອາດ​ເປັນ​ໄຣຍະ​ນີ້​ເອງ ທີ່​ສຍາມ​ບັນຍັດ​ຊື່ “​ແມ່ນ້ຳ​ໂຂງ​ໃນ​ພາສາ​ໄທ​ຍ໌ສຍາມ.
6.
ຄຳ​ວ່າ​ດອນ​ໂຂງ, ​ໃນ​ພາສາ​ລາວ​ນັ້ນ ​ໃນ​ໜັງສື​ບູຮານ​ນັ້ນ ມີ​ຊື່​ໜຶ່ງ​ອີກ​ຕ່າ​ງຫາກ ​ແຕ່​ຕໍ່​ມາ​ຈຶ່ງ​ປ່ຽນ​ມາ​ເປັນ​ດອນ​ໂຂງ, ຕາມ​ການ​ສັນນິຖານ​ຂອງ​ນັກ​ຄິດ​ລາວ​ຫລາຍ​ຄົນ​ກ່າວ​ເຖິງ​ທີ່​ມາ​ຂອງ​ຄຳ​ວ່າ​ ດອນ​ໂຂງນັ້ນ ບໍ່​ໄດ້​ກ່ຽວ​ກັບ​ແມ່ນ້ຳຂອງເລີຍ ​ເຖິງ​ວ່າດອນ​ໂຂງ​ນັ້ນ ຈະຕັ້ງຢູ່​ໃນ​ລຳ​ແມ່ນ້ຳຂອງ​ຕອນ​ໃຕ້​ກໍ​ຕາມ.
-
ທີ່​ນີ້ ດອນ​ໂຂງ​ມີ​ທີ່​ມາ​ດັ່ງ​ນີ້ ຄື:
(1).
​ໃນ​ໜັງ​ສືພຣະລັກພຣະຣາມ ​ແມ່ນ​ມີ​ຊື່​ຕ່າງ​ຫາກ​ນິມິ​ຕ ​ແມ່ນ​​ເກີດ​ຈາກ​ນິມິດ​ຂອງ​ພຣະລັກ​ນັ້ນ​ເອງ
(2).
​ຄຳ​ວ່າ ດອນ​ໂຂງ​ນັ້ນບາງ​ທ່ານ​ວ່າ ມາ​ຈາກ​ຄຳ​ວ່າ “​ຊ້າງ​ໂຂງ​ໜຶ່ງຄື​ຊ້າງ​​ໂຕໜຶ່ງ, ມີ​ນິທານ​ພື້ນ​ເມືອງ​ວ່າ ສະ​ໄໝ​ແຕ່​ກີ້ ທີ່​ດອນ​ໂຂງ​ມີ​ຊ້າງ​ໂຂງ​ໜຶ່ງ​ມາ​ຕາຍ​​ໄຫຼມາ​​ເປີະຫົວ​ດອນ​ທີ່​ນັ້ນ, ​ເມື່ອ​ຊາວ​ຄົວ​ວຽງ ຂອງ​ສົມ​ເດັດ​ພຣະ ຄຣູຂີ້​ຫອມ ປມານ ຄ.ສ 1580-1641 ​ໄປ​ເຫັນ​ກໍ​ເອົາຣືກນີຕັ້ງຊື່ດອນ, ຫຼັກ​ຖານ​ຊາວ​ຄົວ​ວຽງ ​ໄປ​ຂຶ້ນ​ທີ່​ບ້ານ​ເມືອງ​ແສນ ຈຶ່ງ​ເຮັດ​ໃຫ້​ຊາວ​ເມືອງ​ແສນ​ເວົ້າສຳນຽງ​ວຽງ​ຈັນ​ຮອດ​ບັດ​ນີ້ ​ແລະ​ຂະຫຍາຍຕົວ​ໄປ​ຮອດ​ຂະ​ເໝົາ, ດອນ​ໂລງ ນາ​ດີ (​ເວົ້າສຳ​ສຽງ​ຄ້າຍ​ວຽງ​ຈັນ-ທ່າ​ແຂກ) ດ້ວຍ​ເຫດ​ນີ້​ດອນ​ໂຂງ​ຈຶ່ງ​ມີ​ຊືປາກົດ​ມາ​ຮອດ​ບັດ​ນີ້.
-
ສ່ວນ​ຄຳ​ວ່າ​ສີ​ພັນ​ດອນ​ນັ້ນ ​​ເປັນ​ຊື່​ຂອງ​ການ​ລຳ ຂອງ​ຊາວ​ເມືອງ​ໂຂງ, ບາງ​ທ່ານ​ຄຳ​ວ່າ​ສີ​ພັນ​ດອນ ມາ​ຈາກ​ມີດ​ອນຮອດ 4.000 ດອນ(ຄວາມ​ຈິງ​ດອນ​ໃນ​ເຂດ​​ເມືອງ​ໂຂງ ​ແລະ​ເມືອງ​ມຸນ​ລວມກັນ​ບໍ່​ເຖິງ 1.000 ດອນ, ຜຂ ​ເກີດ​ທີ່​ດອນ​ໜຶ່ງ​ໃນ​​ເມືອງ​ໂຂງ ຢັ້ງຢືນ​ໄດ້)
-
​ແຕ່​ຜູ້​ເຖົ້າບາງ​ຄົນ​ເວົ້າວ່າ ຄຳ​ວ່າ​ສີ​ພັນ​ດອນ​ນັ້ນມີ​ທີ່​ມາ​ຈາກ​ທີ່ຝຣັ່ງ ​ໄດ້​ເຂົ້າມາ​ລາວ​ຕາມ​ລຳ​ແມ່ນ້ຳຂອງ ​ໄດ້​ນັບ​ດອນ​ມາ​ຈາກ​ປາກ​ແມ່ນ້ຳຂອງ ​ເມື່ອ​ມາຮອດ​ດອນ​ໂຂງ​ນີ້​ກໍ​ໄດ້ 4000 ດອນ​ພໍດີ ຈຶ່ງ​ໃຫ້​ຄົນ​ຮຽກ​ວ່າ​ສີ່​ພັນ​ດອນ ຕໍ່​ມາ​ຜ້ຽນ​ມາ​ເປັນ ສີ​ພັນ​ດອນ​ໃນ​ໄລຍະ​ຕໍ່​ມາ.
-
ສ່ວນ​ຊື່​ເປັນ​ທາງ​ການ​ຂອງ​ລາວ​ນັ້ນ ​​ເມືອງ​ໂຂງ​ມີ​ຊື່ວ່າສຣີທັນ​ດອນ" ອັນ​ໄດ້​ມາ​ຈາກ ຊື່​ຊ້າງ​ສາມ​ຫົວ ອັນ​ເປັນ​ສັດ​ຊົງ​ຂອງ​ພຣະຍາ​ອິນທາ​ທິຣາຊ ​​ເນື່ອງ​ຈາກ​ດອນ​ໂຂງ​ມີ​ຊື່​ກ່ຽວ​ພັນ​ກັບ​ຊ້າງ ຈຶ່ງ​ຕັ້ງ​ແຂວງ​ນີ້ ຊື່ວ່າ​ແຂວງ​ສຣີທັນ​ດອນ ປະມານ​ປີ 1962 ພ້ອມ​ກັບ​ແຂວງ​ວາປີ​ຄຳ​ທອງ ​ແລະ​ແຂວງ​ຫົວ​ຂອງ.​
-
ສິ່ງ​ທີ່​ເຂົ້າ​ໃຈ​ັຂອງ​ຜູ້​ຂຽນ​ເອງ​ນັ້ນ ຄິດ​ວ່າ​ດອນ​ໂຂງ​ໃນ​ສະ​ໄໝ​ບູຮາ​ນຄົງ​ຊື່ວ່າ ດອນຊ້າງອັນ​ນີ້(​ເປັນ​ຄຳ​ສັນນິຖານ​ເດີ​ກຳລັງ​ຫາ​ຫຼັກ​ຖານຢູ່) ​ເພາະວ່າ​ຢູ່​ໃນ​ເມືອງ​ໂຂງ​ມີ 2 ດອນ​ຊື່ວ່າ​ ດອນຊ້າງດອນ​ໜຶ່ງ​ຢູ່ຫາງ​ດອນ​ລົປະ​ດີ ຮຽກ ວ່າ​ດອນ​ຊ້າງ, ​ແລະ​ອີກ​ດອນ​ໜຶ່ງ​ວ່າດອນ​ຊ້າງ​ນ້ອຍ​ໃກ້ກັບ​ດອນ​ລຽງ ​ແຕ່​ບໍ່​ປາກົດ​ເຫັນ​ຄຳ​ວ່າດອນ​ຊ້າງ​ໃຫຍ່​ເລີຍ​ແລະ​ອີກ​ດອນໜຶ່ງຢູ່​ເຂດຊຽງ​ແຕງ ​​ໃກ້​ກັບ​ສາມ​ໂບກ(ຂະ​ເໝນຮຽກ​ວ່າ ສຽມ​ໂບກ​ເຊັ່ນ​ດຽວ​ກັນ​ແສນ​ປາງ ຂະ​ເໝນຮຽນ​ສຽມ​ປາງ) ມີດ​ອນໜຶ່ງ​ຊື່ວ່າ​ ດອນ​ຊ້າງ​ໃຫຍ່​​ແທ້​ໆແຕ່​ບໍ່​ມີ​ຄົນ​ຢູ່​ໜາ​ແໜ້ນ ຜູ້ຂຽນ​ເຄີຍ​ເຫັນ​ແຕ່​ບໍ່​ເຄີຍ​ຂຶ້ນ​ໄປ ຖາມ​ຄົນ​ລາວ​ຊຽງ​ແຕງ​ບອກ​ວ່າ​ດອນ​ຊ້າງ​ແຕ່​ພາສາ​ຂະ​ເໝນຮຽກ​ວ່າ “​ເກຣາ​ະດຳ​ເດີ​ຍອັນ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າດອນ​ໂຂງ​ນີ້ ຄົງ​ຈະ​ມີ​ຊື່ວ່າ​ດອນ​ຊ້າງ ​ເພາະ​ຄຳ​ວ່າ “​ໂຂງມີ​ຄວາມໝາຍ​ໃກ້ຄຽງ​ກັບ​ຊ້າງ ດັ່ງ​ທີ່​ກ່າວ​ແລ້ວ ຈັ່ງ​ໃດ​ກໍ​ຕາມຫາກ​ທ່າ​ນ​ໃດ​ມີ​ຄວາມ​ເຫັນ​ເປັນ​ຕ່າງ ຫຼື​​ເພີ່ມ​ຕື່ມ​ໄດ້​ຍິນ​ດີ​ນ້ອມ​ຮັບ ຂໍ້​ຄິດ​ເຫັນ​ນັ້ນຖ້າ​ມີ​ເງືອນ​ໄຂ​ທີ່​ຈະ​ປະກອບ​ບົດ​ຄວາມ​ນີ້​ໄດ້ ຜຂ ຈະ​ຖື​ເອົາ​ເປັນ​ຫຼັກ​ຖານ​ເພື່ອ​ເຮັດ​ບົດ​ຂຽນ​ນີ້ດີ​ຍິ່ງ​ຂຶ້ນ.


ຂຽນເມື່ອ ຂຽນເມື່ອ: ພ.ຈ.. 23, 2010 | ມີ 1 ຄຳເຫັນ ແລະ 0 trackback(s)

<!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->


ຄວາມຮັກຫລືຄວາມຝັນທີ່ກຳລັງລ່ອງລອຍໄປສູ່ນະພາອັນກ້ວາງໄກ
ໄປຊອກຫາຈຸດຈອດຂອງຫົວໃຈ ບໍ່ຮູ້ວ່າເມືອ່ໃດຊິໄດ້ພົບຊິໄດ້ເຫັນ
ຈະຊ້າຫລືໄວ ຫລືອາດຊິບໍ່ໄດ້ພົບເລີຍ ທຸກໆຄຳຖາມມີຄຳຕອບ
ແຕ່ຄຳຕອບນັ້ນຢູ່ທີ່ຍິງຄົນນັ້ນ ສາວຫລັກ7”

ຮັກຂອງເຮົາຄັ້ງນີ້.................ອາດພຽງແຕ່ຄວາມຝັນ
ຍ້ອນວ່າພົມແດນກັນ..............ຂີດຂະໜານຕັນໄວ້
ກຳແພງດິນ ບໍ່ໃຫ້ເຮົາສິດໃກ້...ກຳແພງໄວພັດແລ່ນສອດ
ແຕ່ຫົວໃຈ ມັນຫາກລອດຜ່ານໄດ້..ໄປຫານ້ອງບໍ່ວ່າງວັນ

ເຖິງວ່າດິນຟ້າກັ້ນ.................ຕັນປ່ອງທາງເດີນ ກໍ່ຕາມຖ້ອນ
ໃຈເຫາະເຫີນເວຫາ...............ຜ່ານນະພາໄປຫານ້ອງ
ເຖິງຈະນອນໃນຫ້ອງ..............ຄົນລະແດນແຄວ້ນຕ່າງ
ຫົວໃຈຊາຍຂໍຢູ່ຂ້າງ...............ບໍ່ວາງນ້ອງໃຫ້ປ່ຽວດາຍ ດອກນາ

ຖ້ານ້ອງຄຶດຮອດອ້າຍ.............ໃຫ້ຫລຽວເບິ່ງເດືອນດາວ
ສາຍຕາສອງຄົນເຮົາ..............ຊິພົບກັນຢູ່ບົນຟ້າ
ຢ້ານນະພາທາງນັ້ນ................ຊິເຫັນດາວດວງດຽວກັນ..ກັບອ້າຍບໍຫລືບໍ່
ສາຍຕາເຮົາອາດຊິພໍ້..............ກັນແທ້ຫາກແມ່ນບຸນ

ເຖິງວ່ານ້ອງຢູ່ພຸ້ນ..................ແຕ່ໃຈພີ່ຫວນຫາ ແທ້ໃດ
ອ້າຍເມີ່ມອງນະພາໃສ.............ຂອບຟ້າໄກທາງນັ້ນ
ໃນຄ່ຳຄືນຈັນແສງຈ້າ..............ລົມໂຊຍມາພັດຜ່ານ
ນັ່ງກອດເຂົ່າຢູ່ປາຍຊານ....ເບິ່ງເມກໄຫລເລື່ອນຟ້າ..ຢາກເຫັນໜ້າຜູ້ຢູ່ໄກ ແທ້ເດ

ຄວາມຮັກນ້ອງ ແລະ ອ້າຍ......ບໍ່ໝາຍຫ່າງໄລລາ
ຈິ່ງຝາກກອນກະວີມາ..............ເພື່ອອ່ານເຫັນສານອ້າຍ
ຝາກອອນລາຍລົງກ້ຳ..............ອິນລາວໃຫ້ນ້ອງອ່ານ..
ໃຫ້ຮູ້ວ່າຄົນຢູ່ບ້ານ....ຄິດຮອດນ້ອງທຸກຄ່ຳເຊົ້າ...ຢາກມີເຈົ້າຢູ່ຄຽງ ພີ່ເດ

ຮັກ ແລະ ຄິດເຖິງສະເໝີ
ໜຸ່ມໃຕ້

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 23, 2010 | ມີ 6 ຄຳເຫັນ ແລະ 0 trackback(s)


<!--[if !mso]>v\:* {behavior:url(#default#VML);}o\:* {behavior:url(#default#VML);}w\:* {behavior:url(#default#VML);}.shape {behavior:url(#default#VML);}<![endif]--><!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->


http://www.dhammathai.org/chadoknt/pic/nt153.gif

 

------ໃນສະມັຍນຶ່ງ ພຣະພຸທທະເຈົ້າ ປະທັບຢູ່ວັດເວລຸວັນ ເມືອງຣາຊຄຣຶຫ໌ ທຣົງປຼາຣົພກັບ

 ພຣະເທວະທັຕ ຜູ້ສະແດງທ່າທາງຢ່າງພຣະອົງຄ໌ ໄດ້ຕຣັສອະດີຕນິທານມາເລົ່າໃຫ້ຟັງ..

----ກາລຄັ້ງນຶ່ງນານມາແລ້ວ ພຣະໂພທິສັຕວ໌ເກີດເປັນຣາຊສີຫ໌ ອາສັຍຢູ່ໃນຖ້ຳທອງ ໃນປ່າຫິມະພານຕ໌ ມື້ນຶ່ງ ອອກຈາກຖ້ຳທອງ ໄປຫາອາຫາຣ ໄດ້ຄວາຍໃຫຍ່ ໂຕນຶ່ງ ກິນເນື້ອແລ້ວ ໄປກິນນ້ຳທີ່ສຼະນ້ຳແຫ່ງນຶ່ງ ໃນຂະນະທີ່ຢ່າງຄືນຖ້ຳ ໄດ້ພົບສຸນັຂ ຈິ້ງຈອກໂຕນຶ່ງ ໃນຣະຫວ່າງທາງ ສຸນັຂຈິ້ງຈອກຈຶ່ງຂໍອາສາ ເປັນຜູ້ຮັບໃຊ້ ຣາຊສີຫ໌ດ້ວຍຄວາມຢ້ານຕາຍ ຕັ້ງແຕ່ນັ້ນເປັນຕົ້ນມາ ສຸນັຂຈິ້ງຈອກກໍໄດ້ກິນເນື້ອ ຂອງເຫງື່ອນ ຣາຊສີຫ໌ຢ່າງອິ່ມຫນຳສຳຣານຍ໌ ມັນມີຫນ້າທີ່ຂຶ້ນຍອດເຂົາ ໄປເບິ່ງສັຕວ໌ທີ່ຈະເປັນອາຫາຣ ແລ້ວກັບລົງມາບອກພຣະຍາຣາຊສີຫ໌ວ່າ ຂ້າພະເຈົ້າ ຢາກກິນເນື້ອແບບນັ້ນ ນາຍທ່ານ ຈົງແຜດສຽງເຖີດ ພຣະຍາຣາຊສີຫ໌ກໍຈະໄປຈັບສັຕວ໌ໂຕນັ້ນ ມາເປັນອາຫາຣ ບໍ່ວ່າຈະເປັນສັຕວ໌ຊະນິດໃດ ເຊັ່ນ ເສືອ ຊ້າງ ກະທິງແດງ
 

------ພໍເວລາຜ່ານໄປຫຼາຍປີ ສຸນັຂຈິ້ງຈອກພະຫຍອງ ໄດ້ໃຈເກີດຄວາມຄຶດວ່າ ແມ້ໂຕເຮົາ ກໍເປັນສັຕວ໌ ມີ ໔ ຕີນຄືກັນ ເຫຕຸໃດ ຈະໃຫ້ຜູ້ອື່ນລ້ຽງຢູ່ທຸກມື້ລະ ນັບແຕ່ນີ້ເປັນຕົ້ນໄປ ເຮົາຈະຂ້າຊ້າງເປັນອາຫາຣກິນເອງ ແມ້ແຕ່ຣາຊສີຫ໌ ກໍເພາະອາສັຍເຮົາບອກວ່າ ເຊີນຍ໌ທ່ານແຜດສຽງເຖີດ ເທົ່ານັ້ນ ກໍຈຶ່ງຂ້າສັຕວ໌ຕ່າງໆໄດ້ ຕໍ່ແຕ່ນີ້ ເຮົາຈະໃຫ້ຣາຊສີຫ໌ເວົ້າກັບເຮົາຄືກັນ ໄດ້ເຂົ້າໄປຫາຣາຊສີຫ໌ແລ້ວບອກເຣື່ອງນັ້ນ
 

------ແມ້ຖືກພຣະຍາຣາຊສີຫ໌ເວົ້າເຍາະເຍີ້ຍວ່າເປັນໄປບໍ່ໄດ້ ກໍຕາມ ແຕ່ສຸນັຂຈິ້ງຈອກ ກໍຄົງຈູ້ຈີ້ຢູ່ຈັ່ງຊັ້ນ ພຣະຣາຊສີຫ໌ເມື່ອບໍ່ອາຈຫ້າມມັນໄດ້ ກໍຮັບຄຳ ໃຫ້ສຸນັຂຈິ້ງຈອກນອນໃນທີ່ນອນຂອງຕົນ ແລ້ວໄປຈອບເບິ່ງຊ້າງຕົກມັນທີ່ເທິ່ງພູເຂົາ ພົບແລ້ວ ກໍກັບເຂົ້າມາບອກສຸນັຂຈິ້ງຈອກວ່າ ຈິ້ງຈອກເອີ້ຍ ເຊີນຍ໌ແຜດສຽງເຖີດ
 

------ສຸນັຂຈິ້ງຈອກ ອອກຈາກຖ້ຳທອງ ຊັ່ນຂົນ ເບິ່ງທິສທັ້ງ ໔ ຫອນຂຶ້ນສາມເທື່ອ ແລ່ນໂດດເຂົ້າກັດຊ້າງ ຫວັງທີ່ກ້ານຄໍຊ້າງ ກັບພຼາດໄປຕົກທີ່ໃກ້ຕີນຊ້າງ ຊ້າງຈຶ່ງຍົກຕີນຂວາຂຶ້ນ ໄປຢຽບຫົວຈິ້ງຈອກ ຈົນຫົວກະໂຫລກແຕກໝຸ່ນລະອຽດ ແລ້ວເອົາຕີນຄຶງຮ່າງຂອງມັນ ເຮັດເປັນກອງໄວ້ແລ້ວ ຫງ່ຽວຮາດໃສ່ ຮ້ອງກັມປະນາທເຂົ້າປ່າໄປ ພະຍາຣາຊສີຫ໌ເຫັນຈັ່ນຊັ້ນແລ້ວ ຈຶ່ງກ່າວຄາຖານີ້ວ່າ
 

----ມັນສະໝອງຂອງເຈົ້າໂຫຼ້ນອອກມາ ກະໝ່ອມຂອງເຈົ້າກໍຖືກທຳລາຍ ດູກຂ້າງຂອງເຈົ້າ ກໍຫັກໝົດແລ້ວ ມື້ນີ້ ເຈົ້າເບິ່ງຣຸ່ງໂຣຈນ໌ເຫລືອເກີນ

ນິທານເຣື່ອງນີ້ສອນໃຫ້ຮູ້ວ່າ: ຢ່າຄຶດເຮັດຫຍັງ ເກີນກຳລັງຄວາມສາມາຖຂອງຕົນເອງ

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 10, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄວາມຮັກເກີດຂື້ນມາໃນຫຼາຍໆຮູບແບບເຊັນ: ຮັກພໍ່,ຮັກແມ່,ຮັກອ້າຍເອື້ອຍນ້ອງ,ປ້າລຸງອາວອາ,ວົງສາຄະນາຍາດ.ຮັກຜົວ,ຮັກເມຍ,ຮັກຜູ້ບາວ,ຮັກຜູ້ສາວ ແຕ່ໜວດໃຫ່ຍໆມີຈັກປະເພດ ຄືປະເພດໃດແດ່ ?

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 9, 2010 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

[size=15pt][color=blue]ອິດທິບາດ[/color][/size]

 

[color=brown]ສັນທະ : [size=12pt]ຄວາມພໍໃຈ ໝາຍເຖິງພໍໃຈໃນວຽກຕົນກະທຳຢູ່ ເຖິງວ່າວຽກງານຈະລຳບາກກໍ່່ບໍ່່ທໍ້ຖອຍ ເພື່ອໃຫ້ສຳເລັດໃນສິ່ງທີ່ຕົນປາດຖະໜາ ຄືວຽກທື່ຕົນເອງມັກແລະພໍໃຈ.[/size]

 

ວິຮິຍະ : ຄວາມພາກພຽນພະຍາຍາມ ໝາຍເຖິງດຸໝັ່ນຂະຫຍັນ ໃຊ້ຄວາມພາກພຽນພະຍາຍາມ ອູດສະຫະເປັນໂຕຕັ້ງ ໃນວຽກງານທີເຮົາມັກໃຫ້ສຳເລັດ

 

ຈິດຕະ : ຄວາມເອົາໃຈຈົດຈໍ່ ໝາຍເຖິງ ການເອົາໃຈໃສ່ໃນສິ່ງນັ້ນ ບໍ່່ວ່າຈະກະທຳການໃດໃດ ກໍ່ເອົາໃຈຄິດຕໍ່່ວຽກທີ່ກຳລັງເຮັດຢູ່ຕະຫຼອດເວລາ ເພື່ອບໍ່ໃຫ້ຫຼົງລືມ

 

ວິມັງສາ:[/color]ໄຕ່ຕອງພິຈາລະນາເຫດຜົນ ໝາຍເຖິງ ໝັ່ຄົ້ນຄິດພິຈາລະນາ ປະເມີນຜົນໃນສິ່ງນັ້ນ ຄື ວຽກງານທີ່ກຳລັງກະທຳຢູ່ນັ້ນ

 

ວ່າ ມີຈຸດດີ ຈຸດອ່ອນ ຂໍ້ຄົງຄ້າງ ບ່ອນໃດຄວນປັບປຸງແກ້ໄຂ ໃຫ້ເທດເໝາະ ແລະຫາກົນລະຍົດວິທີການ ທີ່ຈະເຮັດໃຫ້ວຽກງານນັ້ນ ສຳເລັດຕາມເປົ້າ

 

ໝາຍໃດ້.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 5, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ລາຍໃດ້ປະຊາຊາດ(National Income=NI) ໝາຍເຖິງ

ມູນຄ່າລວມຂອງສິນຄ້າແລະບໍລິການຂັ້ນສຸດທ້າຍທີ່ປະຊາຊາດຜະລິດໃດ້ໃນ ໑ ປີ ໂດຍຫັກຄ່າໃຊ້ຈ່າຍໃນການໃຊ້ທືນ ແລະພາສີທາງອ້ອມ(Indirect tax)

       ການວັດແທກລາຍໃດ້ປະຊາຊາດໃນ ໗ ຂັ້ນ

໑. ຜະລິດຕະພັນພາຍໃນປະເທດເບື້ອງຕົ້ນ:(Gross Domestic Products) GDP

        ໝາຍເຖິງ ມູນຄ່າລວມຂອງຜະລິດຕະພັນຂັ້ນສຸດທ້າຍທີ່ຜະລິດຂື້ນໃນອານາເຂດຂອງປະເທດນັ້ນໆ ໃນໄລຍະເວລາ ໑ ປີ ໂດຍລວມມູນຄ່າຂອງສິນຄ້າແລະບໍລິການ ທີ່ຊາວຕ່າງຊາດຜະລິດຂື້ນໃນປະເທດເຂົ້າໄປອີກ.

໒. ຜະລິດຕະພັນປະຊາຊາດເບື້ອງຕົ້ນ :(Gross National Products) GNP

        ໝາຍເຖິງ ມູນຄ່າລວມຂອງສິນຄ້າແລະບໍລິການຂັ້ນສຸດທ້າຍທີ່ປະຊາຊາດຜະລິດຂື້ນ(ໂດຍພົນລະເມືອງຂອງປະເທດເທົ່ນັ້ນ) ໃນໄລຍະ ໑ ປີ

໓. ຜະລິດຕະພັນປະຊາຊາດສຸດທິ :Net National Products) NNP

        ໝາຍເຖິງ ມູນຄ່າລວມຂອງສິນຄ້າ ແລະ ບໍລິການຂັ້ນສຸດທ້າຍເຊິ່ງຄິດຕາມລາຄາຕະຫຼາດ ທີ່ປະຊາຊາດຜະລິດໃດ້ໃນໄລຍະ ໑ ປີ ໂດຍຫັກຄ່າເສື່ອມລາຄາ ຂອງຊັບພະຍາກອນອອກແລ້ວ.

໔. ລາຍໃດ້ປະຊາຊາດ:(National Income)  NI

       (ດັ່ງສະເໜິແລ້ວໃນເບື້ອງຕົ້ນ)

໕. ລາຍໃດ້ສ່ວນບຸກຄົນ:(Personal Income)  PI

        ໝາຍເຖິງ ລາຍໃດ້ຕໍ່ບຸກຄົນທັງໝົດໃນປະເທດກ່ອນຫັກພາສີ ໂດຍລວມທັງລາຍໃດ້ທີ່ເປັນຜົນຕອບແທນ ຂອງປັດໄຈການຜະລິດ ໃດ້ແກ່ :ຄ່າຈ້າງ ຄ່າເຊົ່າ,ດອກເບ້ຍ ແລະ ກຳໄລ.

໖. ລາຍໃດ້ສ່ວນບຸກຄົນສຸດທິ :(Disposable Income)  DI

        ໝາຍເຖິງ ລາຍໃດ້ສ່ວນບຸກຄົນສາມາດນຳໄປໃຊ້ຊື້ສິນຄ້າແລະບໍລິການຕົວຈິງ ເຊິ່ງເປັນລາຍໃດ້ທີ່ຫັກຄ່າພາສີສ່ວນບຸກຄົນປະເພດຕ່າງໆອອກໝົດແລ້ວ.

໗. ລາຍໃດ້ສະເລຍຕໍ່ຄົນ:(Per capital Income) 

        ໝາຍເຖິງ ລາຍໃດ້ສະເລຍຂອງບຸກຄົນໃນປະເທດ ວິທີຫາລາຍໃດ້ສະເລຍຕໍ່ບຸກຄົນ ຫາໃດ້ ໂດຍເອົາລາຍໃດ້ປະຊາຊາດ ຫານດ້ວຍປະຊາກອນທັງໝົດ .

        ດັ່ງນັ້ນການຄຳນວນລາຍໄດ້ປະຊາຊາດຈື່ງເຮັດໃດ້ ໓ ວິທີ ຄື:

໑. ການຄຳນວນຈາກຜົນຜະລິດ.(Product Approach)

໒. ການຄຳນວນຈາກລາຍໃດ້.   (Income Approach)

໓. ການຄຳນວນຈາກລາຍຈ່າຍ. (Expenditure Approach)

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 5, 2010 | ມີ 7 ຄຳເຫັນ ແລະ 0 trackback(s)

ວຽກງານວັດທະນະທຳ ແມ່ນວຽກງານໜຶ່ງທີ່ກ້ວາງຂວາງ ແລະ ກວມເອົາທຸກຂົງເຂດວຽກງານ ໃນຄວາມໝາຍກ້ວາງຂວາງວຽກງານດ້ານວັດທະນະທຳບໍ່ພຽງແຕ່ເຈາະຈົງ ສີລະປະການສະແດງ ,ການເຄື່ອນໄຫວບັນເທີງ ,ວຽກງານວັນນະກຳ,ວັນນະຄະດີ,ພິພິທະພັນວັດຖຸບູຮານ ,ຫໍສະໝຸດພິມຈຳໝາຍ ແລະອື່ນໆ ເທົ່ານັ້ນ ແຕ່ມັນມີຄວາມສຳນຶກລວມກ່ຽວກັບວັດທະນະທຳ ເຊີ່ງແມ່ນຄຸນຄ່າລວມຍອດຜະລິດຕະພັນວັດຖຸ ແລະ ຈິດໃຈທີ່ມະນຸດເປັນຜູ້ສ້າງຂຶ້ນໃນຂະບວນວິວັດປະຫັວດສາດອັນຍາວນານ ເຫດນັ້ນວັດທະນະທຳຈຶ່ງມີບົດບາດໃນການສ້າງສັນ ຫໍ່ຫຼອມຈິດໃຈຂອງຄົນ ຈິ່ງເກີດມີຄວາມເຊື່ອໝັ້ນແລະອຸດົມການ.

        ພັກເຮົາໃດ້ຢືນຢັ້ງວ່າ: ວັດທະນະທຳເປັນພືນຖານແຫ່ງການຄົງຕົວ ແລະຂະຫຍາຍຕົວຂອງຊາດ ,ເປັນກຳລັງດັນໃຫ້ສັງຄົມມີການພັດທະນາ ແລະເປັນຈຸດມຸງໝາຍໃນການພັດທະນາສັງຄົມ ກອງປະຊຸມປະຈຳປີ ໑໙໙໓ ທ່ານ ຄຳໄຕ ສີພັນດອນ ປະທານພັກ ປະທານປະເທດ ໃດ້ເນັ້ນວ່າ '' ພັກເຮົາຍາມໃດກໍ່ຖືວ່າວັດທະນະທຳເປັນສະໝາມຮົບໜຶ່ງ ໃນພາລະກິດຂອງຕົນ ແລະພະນັກງານ ວັດທະນະທຳ ,ນັກສີລະປິນທັງໝົດແມ່ນນັກຮົບປະຕິວັດ ,ຖືວັດທະນະທຳເປັນກຳລັງ ແລະເປັນທັງເປົ້າໝາຍແຫ່ງການພັດທະນາເສດຖະກິດສັງຄົມຂອງປະເທດຊາດ...

        ມະຕິກອງປະຊຸມຄັ້ງທີ ໗ ຢືນຢັນວ່າ: ຈຸດໝາຍການພັດທະນາວັດທະນະທຳ ແລະສ້າງຄວາມສີວິໄລທາງດ້ານຈິດໃຈ ແມ່ນເຮັດໃຫ້ຄົນໃນສັງຄົມມີໂລກະທັດ ມີຊີວະທັດອັນກ້າວໜ້າແລະສົດໃສ ແລະມີຄ່ານິຍົມຖືກຕ້ອງ.

        ບົນພື້ນຖານແນວທາງວັດທະນະທຳຂອງພັກ  ແລະອີງໃສ່ສະພາວະຄວາມເປັນຈິງ ,ເງື່ອນໄຂ ,ຄວາມສາມາດ ແລະສິ່ງແວດລ້ອມພາຍໃນ ແລະສາກົນນັ້ນ ເຄື່ອນໄຫວປະຕິບັດງານດ້ານວັດທະນະທຳ ໃດ້ມີຄຸນປະໂຫຍດໃຫ່ຍຫຼວງ,ປະກອບສ່ວນເຂົ້າໃນການສຶກສາອົບຮົມການເມືອງແນວຄິດຂອງຄົນລາວເປັນຕົ້ນແມ່ນການເຄື່ອນໄຫວ ສີລະປະ,ວັນນະຄະດີອື້່ນໆ...  ປະກອບສ່ວນສຶກສາອົບຮົມນຳ້ໃຈຮັກຊາດ ,ຮັກລະບອບໃໝ່,ນຳ້ໃຈສາມັກຄີໃນວົງຄະນາຍາດແຫ່ງຊາດແລະຄວາມຫ້າວຫັນຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ປະກອບສ່ວນໃນການອົບຮົມແນວຄິດ,ສາມັກຄີ,ການປ້ອງກັນຄວາມສະຫງົບ ຈັນຍາທຳ ,ກໍ່ຄືການດຳເນີນໂຄງການສ້າງຄອບຄົວບ້ານວັດທະນະທຳຢູ່ຂັ້ນຮາກຖານ.

        ການອະນຸລັກຮີດຄອງປະເພນີ ແລະເຮັດບຸນປະເພນີທີ່ດີງາມເຊີ່ງມີບົດບາດໃນການສຶກສາອົບຮົມ ,ອະນຸລັກຮັກສາຊີວິດວັດທະນະທຳ ທີ່ດີງາມຂອງຊາດແລະອະຣິຍະທຳທາງດ້ານຈິດໃຈ.

ການສຳຫຼວດຄົ້ນຄ້ວາວັດຖຸບູຮານ ປູສະນິຍະຖານ,ຮ່ອງຮອຍປະຫວັດສາດທີ່ມີຄຸນຄ່າສູງເປັນມໍລະດົກວັດທະນະທຳແຫ່ງຊາດ ເພື່ອໃຫ້ໃດ້ເຫັນຂໍ້ມູນປະຫັວດສາດ,ຄວາມດຸໝັ່ນການອອກແຮງງານ ແລະມູນເຊື້ອຄວາມສາມັກຄີຕໍ່ສູ້ຢ່າງພິລະອາດຫານ ຂອງປູ່ຢາຕາຢາຍຂອງຊາດລາວເຮົາ.

         ການຄົ້ນຄ້ວາຂຽນເປັນປື້ມ ແລະ ພິມຈຳໜ່າຍກ່ຽວກັບວັດທະນະທຳລາວ ,ພາສາລາວ,ບົດປະພັນວັດທະນະທຳຕ່າງໆ ເປັນການປະກອບສ່ວນອະນຸລັກຮັກສາ ແລະເສີມຂະຫຍາຍການປະດິດແຕ່ງ ,ສຶກສາອົບຮົມຄົນລາວ ,ເອກອ້າງໃນຄວາມເປັນຊາດທີ່ມີພາສາ ແລະ ວັດທະນະທຳເຫິງນານ.

        ເຖິງວ່າການເຄື່ອນໄຫວວັດທະນະທຳທີ່ຜ່ານມາມີຄວາມສຳຄັນ ມີປະໂຫຍດໃນການສຶກສາອົບຮົມແນວຄິດຂອງຄົນໃນສັງຄົມໃຫ້ກາຍເປັນພົນລະເມືອງດີ ມີອະຣິຍະທຳທາງດ້ານຈິດໃຈສູງຂື້ນແລ້ວກໍ່ ຕາມ ຖ້າປຽບໃສ່ຄວາມຮຽກຮ້ອງຕ້ອງການຂອງວັດທະນະທຳໃນປັດຈຸບັນແລ້ວ ເຫັນວ່າມີຫຼາຍບັນຫາທີ່ຕ້ອງໃດ້ເອົາໃຈໃສ່ເປັນຕົ້ນແມ່ນ:

- ມະຫາພາບບໍ່ທັນມີຍຸດທະສາດກ່ຽວກັບກ່ານອະນຸລັກຮັກສາ ສົ່ເສີມແລະພັດທະນາວັດທະນະທຳຂອງຊາດ .

- ການຄຸ້ມຄອງແກ້ໄຂບັນຫາຍັງພໍໃຜພໍລາວ ບໍ່ທັນມີການປະສານງານໜັກແໜ້ນແລະເດັຂາດ.

- ຄວາມຮັບຮູ້ກ່ຽວກັບການສ້າງຄອບຄົວແລະບ້ານວັດທະນະທຳບໍ່ທັນເລິກເຊິ່ງ ຈິ່ງເຮັດໃຫ້ການຈັດຕັ້ງປະຕິບັດຂອງຄະນະພັກ,ອຳນາດການປົກຄອງ ແລະທຸກພາກສ່ວນໃນສັງຄົມບໍ່ເກີດໝາກຜົນ ເຣັດໃຫ້ບ້ານວັດທະນະທຳຂະຫຍາຍຕົວບໍ່ຫຼາຍ.

- ວັດຖຸບູຮານ,ປູສະນິຍະຖານ ສະຖານທີ່ປະຫວັດສາດ ຍັງບໍ່ທັນຖືກຄົ້ນຄວ້າ,ຂົດຄົ້ນສຳຫຼວດໃດ້ໝົດ,ແລະຈຳນວນທີ່ຄົ້ນພົບແລ້ວກໍ່ບໍ່ໄດ້ຮັບການປະຕິສັງຂອນເທົ່າທີ່ຄວນ ບວກໃສສະຕິເປັນເຈົ້າໃນການ ປົກປັກຮັກສາ  ເຮັດໃຫ້ວັດຖຸບູຮານຈຳນວນໜຶ່ງຖືກລັກລອບໄປເປັນຕົ້ນແມ່ນ: ຄ້ອງແລະພຣະພຸດທະຮູບທີ່ມີຄຸນຄ່າຂອງຊາດ.

       ທັງໝົດທີ່ກ່າວມານັ້ນ ແມ່ນສືບເນື່ອງມາຈາກຫຼາຍສາເຫດ ເຊີ່ງໃນນັ້ນບັນຫາສິ່ງເວດລອ້ມກົນໄກເສດຖະກິດ ກໍ່ແມ່ນສາເຫດໜື່ງທີ່ພາໃຫ້ເກີດມີການຊັ່ງຊາປຽບທຽບໃນຖັນແຖວຂອງພະນັກງານ ວັດທະນະທຳກັບພະນັກງານໃນຂົງເຂເອື່ນ (ຄັດຫຍໍ້ຈາກປື້ມ ລາວສຶກສາ )

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 24, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ເປັນມະນຸດເປັນໃດ້ເພາະໃຈສູງ                                      ເໝືອນນົກຍູງມີດີທີ່ແວວຂົນ

ຖ້າໃຈຕ່ຳເປັນໃດ້ພຽງແຕ່ຄົນ                                         ຍ່ອມເສຍທີທີ່ຕົນໃດ້ເກີດມາ

ໃຈສະອາດໃຈສະຫວ່າງໃຈສະຫງົບ                                   ຖ້າມີຄົບຄວນຮຽກມະນຸສຍ໌ສາ

ເພາະເຮັດຖືກເວົ້າຖືກທຸກເວລາ                                       ຄືນຫັນສາຄືນວັນສຸກສັນຈິງ

ໃຈສົກກະປົກມືດມົວແລະໝອງເສົ້າ                                ໃຜມີເຂົ້າຄວນຮຽກວ່າຜີສິງ

ເພາະເວົ້າຜິດເຮັດຜິດຈິດຄະນິງ                                       ແຕ່ໃນສິ່ງນຳຕົວກົວອະບາຍ

ຄິດເບິ່ງເຖີດຖ້າໃຜບໍ່ຢາກຕົກ                                          ຈົ່ງຮີບຍົກໃຈຕົນຮີບຂົນຂວາຍ

ໃຫ້ໃຈສູງເສຍໃດ້ກ່ອນຕົວຕາຍ                                         ກໍ່ສົມໝາຍທີ່ເກີດມາຢ່າງສົມບູນ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 24, 2010 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ມັກຜົນສະໄໝໃໝ່ມີໃຜຮູ້             ໃດ້ພິສູດປະຕິບັດແລ້ວຫຼືບໍ່

ພຽງແຕ່ຈຳແລ້ວສອນປາກບອນໄປ   ສະໃໝໃດກິນນ້ຳຕານບໍ່ຫວານເອີຍ

ຄົນໂງ່ດອກບອກມັກຜົນພົ້ນສະໃໝ   ບໍ່ສົນໃຈທຳຈິງດັ່ງຄຳສອນ

ຮູ້ພຽງຈຳຮູ້ຈັກແລະໄຫ້ວວອນ          ພະອົງສອນວ່າທັມມະບໍ່ລະກາລ

ຜູ້ຮູ້ຄຸນນັກປຣາຊຍ໌                      ບໍ່ປະຫຼາດຕໍ່ສິ່ງໃດ

ໂດເດອວດຕາວັນ                        ຕໍນັ້ນກໍຄືຕໍັ

ກ່ອນເກີດ                                 ບໍໍ່ຮູ້ວ່າມາຈາກໃສ   

ເມື່ອຕາຍ                                 ບໍ່ຮູ້ວ່າຈັກໄປບ່ອນໃດ

ເມື່ອມີຊີວິດຢູ່                             ເຮົາຄວນເຮັດຫຍັງ

ຜູ້ມີປັນຍາຍ່ອມທຳຈິດທີ່ດິ້ນລົນຕະຫຼອດໄປ  ໃຫ້ສະຫງົບ

ຄົນເກັ່ງມີມາກ                            ຄົນຫາຍາກຄືຄົນດີ

ບໍ່່ຖືກໃຈ                                    ແຕ່ຕ້ອງໃຫ້ຖືກຕ້ອງ

ຝົນຍ່ອມຮົ່ວເຮືອນທີ່ມຸງບໍ່່ດີສັນໃດ      ຣາຄະຍອ່ມຮົ່ວທີ່ຈິດໃຈບໍ່ໃດ້ອົບຮົມສັນນັ້ນ.