ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 5, 2010 | ມີ 17 ຄຳເຫັນ ແລະ 0 trackback(s)

ທ່ານໃດທີ່ຮູ້ ກະຣຸນາຊ່ວຍກັນເພີ່ມເຕີມດ້ວຍ ເພາະວ່າ ເຫັນມີຫລາຍໆຄົນໃຊ້ສະລະລາວທັງສອງຕົວນິ້ ( ໃ ...ໄ  ) ຜິດໆຖືກໆຕລອດ ຮວມທັງຜູ້ຂຽນດ້ວຍ  ແຕ່ຈະໂທດຫລືຈັບຜິດກັນບໍ່ໄດ້  ໄດ້ແຕ່

ເປັນຫ່ວງແລະເກງວ່າຕໍ່ໄປພາຍໜ້າຈະບໍ່ມີໃຜເອົາໃຈໃສ່ກວດກາເຂັ້ນງວດ ເພາະບໍ່ມີການເອກກະພາຍກັນ ທຸກຄົນມີສິດເສລີໃນການຂີດຂຽນຕາມໃຈຕົນເອງເກີນໄປ ຈົນອາດພາໃຫ້ເປັນການທຳລາຍ

ວັທນະທັມລາວຂອງເຮົາໄປໃນຕົວ....ແຕ່ກະບໍ່ກ້າຕິທ່ານຫລາຍດອກ ເພາະການປ່ຽນແປງທາງໄວຍະກອນໃີຫລາຍສາສດາຈານຫລາຍໂພດ  ຄຳວ່າໂພດ ໝາຍຄວາມວ່າ ມີແຕ່ຜູ້ເກັ່ງແຕ່ງອອກມາ

ແຕ່ບໍ່ປືກສາຫາລືກັນເຖີງຜົນໄດ້ຜົນເສົຽ  ສາເຫດນື່ງອາດຈະ ບໍ່ມີໂອກາດໄດ້ ມາເວົ້າລົມປືກສາຫາລືຖົກຖຽງກັນເພື່ອສ້າງໃຫ້ເປັນຈຸດເອກກະພາບກັນທາງດ້ານຫລັກໄວຍະກອນ......

ຜູ້ຂຽນເອງເຄີຍມີປື້ມໄວຍະກອນລາວທັງ ໔ ຫົວເຊັ່ນ      ໑ ອັກຂະຣະວິທີ    ໒ ວະຈີວິພາກ  ໓  ວັກກາຍຍະສັມພັນ  ໔  ສັນທະລັກສະນະ ເຊິ່ງຮຽບຮຽງໂດຍທ່ານອາຈານມະຫາສີລາ ວິຣະວົງສ໌

ແຕ່ກໍມີຄົນຢືມໄປແລ້ວ ລືມນິຍາມການຢືມໄປເສີຍໆ   ຜູ້ຂຽນກະລືມໄປວ່າທ່ານໃດຢືມໄປ ຖ້າບັງເອີນກຳລັງອ່ານຢູ່ ກໍກະຣຸນາທົບທວນນິຍາມກັນອີກດ້ວຍ.....ເອົາລະຜູ້ຂຽນພໍຈຳພໍຄ່າວໆ

ໄດ້ໃນຫລັກການໃຊ້ສະລະ( ໃ )ແລະ( ໄ )  ອີງຕາມປື້ມໄວຍະກອນພາກ໑ ອັກຂະຣະວິທີ ມີດັ່ງນິ້    ຄຳທີ່ບັງຄັບໃຊ້ສະລະ (ໃ) ມີດັ່ງນິ້

໑ ໃກ້......ໃກ້ ແປວ່າ ບໍ່ໄກ

໒ ຫົວສີໃຄ

໓ ໃຄ່  ....ໃຄ່ພອງຂື້ນ ( ບໍ່ແນ່ໃຈປານໃດ ທ່ານຜູ້ຮູ້ກະຣຸນາ ຊີ້ແຈງຫລືຢືນຢັນດ້ວຍ)

໔ ໃຈ ....ຫົວໃຈ....ໃຈດີໃຈຮ້າຍ

໕ ໃສ....ຢູ່ໃສ...ໄປໃສ

໖ ໃຊ້....ໃຊ້ສອຍ.....ໃຊ້ຈ່າຍ...ຮັບໃຊ້

໗ ໃຍ.....ຫ່ວງໃຍ

໘ໃດ.....ອັນໃດ...ຜູ້ໃດ

໙ ໃຕ້....ທິດໃຕ້....ໃຕ້ຕະລ່າງ.....ລາວໃຕ້

໑໐ ໃນ.....ໃນເຮຶອນ.....ໃນໃຈ

໑໑ ໃບ....ໃບໄມ້

໑໒ ໃຜ .... ແມ່ນໃຜ  ...ຮັກໃຜດີ

໑໓ ໃຫ້....ເອົາໃຫ້.....ໃຫ້ອະພັຍ

໑໔ ໃຫຍ່.....ໃຫຍ່....ນ້ອຍ....ຍິ່ງໃຫຍ່.

ນອກຈາກຄຳກ່າວ(ອາດຍັງມີອີກ)ໃນນິ້ ໃຊ້ສະລະ( ໄ ) ໝົກທຸກໆຕົວ....ແຕ່ທີ່ກ່າວມານິ້ຖ້າມີຄຳໃດຜິດພາດກະຣຸນາເພີ່ມເຕີມດ້ວຍແລະທ່ານໃດເປັນລາວທ່ອງຖິ່ນທາງເໜືອ ບໍ່ວ່າ ຫລວງພະບາງ

ຊຽງຂວາງ ອຸດົມໄຊ ຊຳເໜືອ ຫລືທາງທົ່ງໂພນໂຮງຖ້າຄຳໃດທີ່ ອອກສຽງ( ເອີ ) ເຊິ່ງທາງພາກກາງອອກສຽງ( ໄ ) ເຊັ່ນວ່າ  ອັນໃດ  ທາງເໜືອເວົ້າວ່າ ອັນເດີ ລາວໃຕ້  ທາງໂພນໂຮງ ວ່າ ລາວເຕີ້

ນອກນິ້ມີບາງຄຳອອກສຽງສະລະໄອ ໂດຍຄຳສະກົດ   ັຍ  ເຊັ່ນ   ອະພັຍ    ພັຍລີ    ສມັຍ     ວິນັຍ   ວິຈັຍ    ອັຍະການ   ເຍົາວັຍ  ວັຍຮຽນຢ່າຮຽນຮັກ  ຣືທັຍ....ແລະອື່ນໆອີກ  ເປັນຫຍັງຄຳເວົ້າຈື່ງຕ້ອງ

ຈຳເປັນຂຽນໃຫ້ຖືກເພາະວ່າມັນສຳຄັນຫລາຍຕໍ່ການເປັນຢູ່ຂອງກັບການໃຊ້ຊີວິດປະຈຳວັນຂອງເຮົາ.......ຍັງຢາກເວົ້າຕໍ່ແຕ່ເອົາໄວ້ໂອກາດໜ້າ.....ຂອບໃຈລ່ວງໜ້າໃນການເພີ່ມເຕີມແກ້ໄຂ.....