ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 13, 2011 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

   ຄວາມຮັກແມ່ນຈະມີຫລາຍຮູບແບບ ແຕກຕ່າງກັນໄປ ຮັກແບບໜຸ່ມ-ສາວ,ຮັກໝູ່ຄູ່,ຣັກປ້າ-ລຸງ,ຮັກຄອບຄົວ,ຮັກອ້າຍ ເອື້ອຍ ນ້ອງ.........

 ເຮົາທຸກຄົນເກີດມາກໍ່ຕ້ອງມີຄວາມຮັກກັນທັງນັ້ນ,ແຕ່ຄວາມຮັກບາງຄັ້ງ ການສະແດງອອກມັນກໍ່ບໍ່ສໍາຄັນສະເໝີໄປ,ບາງຄັ້ງຄົນເຮົາກໍ່ຍາກໄດ້ຍິນຄໍາວ່າຮັກຈາກປາກຄົນທີ່ເຮົາຮັກ. ກໍ່ຄືຂ້ອຍເອງ ຂ້ອຍມີຄວາມຮັກແບບເອື້ອຍທີ່ມີຕໍ່ນ້ອງຊາຍ ຂ້ອຍເປັນຄົນທີ່ບໍ່ຄ່ອຍມັກເວົາ,ຄົນງຽບ,ຂືມ ແບບເປັນຜູ້ຟັງທີ່ດີຫັ້ນໜາ (ຜູ້ໃດມັກແຟນແບບນີ້ ກະລຸນາຕິດຕໍ່ດ່ວນ ອິອິອິ) ສະນັ້ນຂ້ອຍຈິ່ງສະແດງອອກດ້ວຍການກະທໍາ ນ້ອງຂ້ອຍຍາກໄດ້ຫັຍງຈະເອົາເງິນໃຫ້ໄປຊື້ເອງ ເພາະຂ້ອຍຄິດວ່ານັ້ນແມ່ນຄວາມຮັກທີ່ຂ້ອຍສະແດງອອກ ແລະ ຍັງມີເວລາອີກຫລາຍປີທີ່ເຮົາຈະໄດ້ຍູ່ນໍາກັນ ແຕ່ຂ້ອຍກະໄດ້ຄິດຜິດໄປແລ້ວ ພວກຂ້ອຍມີ3ເອື້ອຍນ້ອງ ຂ້ອຍເປັນລູກສາວກົກ ມີນ້ອງຊາຍອີກ2ຄົນ ນ້ອງຊາຍຫລ້າຈະບໍ່ຄ່ອຍຜິດກັນຈັກເທື່ອ ຕະຫລອດເວລາທີ່ລາວມີຊີວິດຍູ່ ນ້ອງຊາຍຂ້ອຍເປັນນັກກິລາຄາລາເຕ້ໂດ ທີມຊາດລາວ ລາວໄດ້ຫລຽນທອງແດງປະເພດດ່ຽວແລະປະເພດທີມ ແຂ່ງຢູ່ປະເທດຫວຽດນາມ ລາວສຸຂະພາບແຂງແຮງຕະຫລອດມາ ແຕ່ລາວໄປກວດ ເປັນໂລກມະເລັງຂັ້ນສຸດທ້າຍ ໄດ້ຮັກສານ້ອງຢູ່ຂອນແກ່ນພຽງໜື່ງເດືອນກໍ່ເສຍຊິວິດລົງ. ມື້ທີລາວຈະເສຍຕອນເຊົ້າ ແມ່ໄດ້ໂທມາບອກວ່ານ້ອງຖາມຫາ ຍາກໃຫ້ໄປຫາ ແຕ່ຂ້ອຍຄາວຽກແລ່ນເລື້ອງເງີນທີ່ຈະຮັກສາລາວ ເລີຍບອກແມ່ວ່າ ບອກນ້ອງແດ່ວ່າມື້ອື່ນຈິ່ງຊິກັບໄປ ມາຮອດເວລາ20:30ນາທີ ແມ່ໄດ້ໂທມາບອກວ່າ ມາດ່ວນນ້ອງບໍ່ໄຫວແລ້ວ ຂ້ອຍ ນ້ອງຊາຍຄົນກາງ ແລະ ພໍ່ກໍ່ພາກັນໄປຂອນແກ່ນ ຂ້ອຍເປັນຄົນຂັບລົດ ໃຊ້ເວລາແຕ່ລາວ-ຂອນແກ່ນ ແມ່ນ3ຊົ່ວໂມງກັບ15ນາທີ່ ຕອນນັ້ນເວລາ 23:45ນາທີ່ຮອດໂຮງໝໍສີນະຄະລີນ ເພາະມື້ນັ້ນ ຝົນຕົກໜັກຫລາຍ ມີພາຍຸເຂົ້າ ແຕ່ພວກຂ້ອຍກໍ່ໄດ້ໄປຊ້າແລ້ວ ນ້ອງຂ້ອຍເສຍເວລາ 23:30ນາທີ ຂ້ອຍໄປຊ້າພຽງ15ນາທີ່ ບໍ່ໄດ້ເບິ່ງໃຈນ້ອງໂຕເອງຊໍ້າ. ຂ້ອຍເຫັນສະພາບແມ່ກັບປ້າ ທີ່ນັ່ງໄຫ້ເບິ່ງສົບລູກໂຕເອງຢ່າງໝົດຫັວງ ຂ້ອຍເສຍໃຈທີ່ສຸດທີ່ມາບໍ່ທັນເຫັນໃຈນ້ອງ ຄິດຕະຫລອດວ່າເປັນຫັຍງຕອນເຊົ້ານ້ອງຖາມຫາເປັນຫັຍງຄືບໍ່ມາຫານ້ອງ ໄດ້ແຕ່ໂທດໂຕເອງທີ່ຄິດວ່າ ຍັງມີເວລາອີກດົນ ນ້ອງຍັງຊິຢູ່ນໍາອີກດົນ ແຕ່ມັນກໍ່ສາຍໄປແລ້ວ ຂ້ອຍນອນໄຫ້ເສຍໃຈ ໄດ້ແຕ່ໂທດໂຕເອງວ່າບໍ່ມາຫານ້ອງ ບໍ່ໄດ້ບອກນ້ອງວ່າ ຮັກນ້ອງເດີ ເຮົາຊິສູ້ກັບໂລກຮ້າຍນີ້ໄປນໍາກັນ ແຕ່ມັນກໍ່ບໍ່ມີໂອກາດແລ້ວ ແລ້ວຫລັງຈາກການສູນເສຍນ້ອງຊາຍຫລ້າໄປ ຂ້ອຍກັບນ້ອງຊາຍຄົນກາງ ກໍ່ຮັກກັນຫລາຍຂື້ນ ບໍ່ຄ່ອຍຜິດກັນ ເພາະ ຄິດວ່າ ເຮົາເຫລືອພຽງ2ເອື້ອຍນ້ອງ ຕ້ອງຮັກກັນໃຫ້ຫລາຍຯ ຂ້ອຍຂຽນໄດອາຮີ່ນີ້ຂື້ນມາ ເພື່ອຍາກໃຫ້ເປັນບົດຮຽນອັນສໍາຄັນຂອງໝູ່ພັນລາວທຸກຄົນວ່າ ຢ່າປ່ອຍເວລາໃຫ້ມັນເສຍໄປໂດຍທີ່ເຮົາບໍ່ໄດ້ເຮັດຫັຍງເລີຍ ຈົ່ງເຮັດມື້ນີ້ໃຫ້ດີທີ່ສຸດ.

 

Delicious Digg Fark Twitter