ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 20, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

       ໃນໂລກນີ້ກລມີຜູ້ຄົນເປັນຈຳນວນຫຼວງຫຼາຍ ເຊິ່ງຕ່າງຄົນກໍເຕີບໃຫຍ່ມາຈາກຄົນລະທີ່ ແລະ ຖືກລ້ຽງດູມາຄົນລະແບບ ແນ່ນອນດ້ານນິໄສ ໃຈຄໍກໍຍ່ອມຈະແຕກຕ່າງກັນ. ແຕ່ຈະດ້ວຍເຫດຜົນໃດກໍຕາມຄົນເຮົາກໍຍັງມີຈຸດທີ່ຄ້າຍຄືກັນ ແລະ ເປັນທີ່ຖືກອົກຖືກໃຈກັນ, ຖວາມຖືກອົກຖືກໃຈອັນນີ້ເປັນຄວາມຮູ້ສຶກທີ່ສວຍງາມຍິ່ງກວ່າສິ່ງອື່ນໃດໃນໂລກ ເຊິ່ງວ່າຖ້າຫາກຜູ້ໃດໄດ້ສຳຜັດແລ້ວຈະຮູ້ສຶກມີຄວາມສຸກເບີກບານແຈ່ມໃສ. ຄົນເຮົາທຸກຄົນກໍເພຶ່ງປາຖະໜາທີ່ຈະໄດ້ມີຄວາມສຸກໃນຮູບແບບທີ່ຕົນເລືອກ, ຄວາມຮັກເຮັດໃຫ້ຄົນເຮົາມີຄວາມສຸກກໍຈິງ ແຕ່ຄວາມຮັກກໍເຮັດໃຫ້ຄົນເຮົາຮ້ອງໄຫ້ ເຈັບປວດທໍລະມານໃຈໄດ້ເຊັ່ນກັນ. ບາງຄົນທີ່ໄດ້ຕົກຫຼຸມຮັກໄປແລ້ວກໍບໍ່ສາມາດຖອນຕົວອອກຈາກຮັກນັ້ນໄດ້ ເມື່ອເກີດການບໍ່ເຂົ້າໃຈກັນ ຫຼື ຝ່າຍກົງກັນຂ້າມຫາກນອກໃຈກັນ, ບາງຄົນກໍເລີກໃຫ້ເດັດຂາດຍອມເຈັບປວດພຽງຄັ້ງດຽວເຖິງແມ່ນວ່າມັນຈະເຈັບປວດຫຼາຍປານໃດກໍຕາມ ແຕ່ກໍຍັງອີກບາງຄົນທີ່ບໍ່ຍອມໃຫ້ຕົນເອງທໍລະມານໃຈທີ່ຕ້ອງຂາດເຂົາເພາະການທີ່ຍັງມີໂອກາດຢູ່ໃກ້ເຂົານັ້ນແລ້ວມີຄວາມສຸກ ກົງກັນຂ້າມຕົນເອງຕ້ອງມານັ່ງທໍລະມານໃຈທີ່ເຂົາບໍ່ສົນໃຈ ແລະ ຊ້ຳບໍ່ພໍເຂົາຍັງຊິລັກມີຄົນອື່ນອີກ......ເຮີ.......ແສນລຳບາກໃຈ. ດັ່ງນັ້ນເຮົາຈິ່ງປຽບຕວາມຮັກເປັນດັ່ງມີດສອງຄົມທີ່ເຮັດໃຫ້ຂີວິດຂອງມະນຸດເຮົາໃຫ້ມີຂຶ້ນມີລົງໄດ້, ມີຮັກກໍມີໄດ້ທັງສຸກ ແລະ ທຸກ ຂຶ້ນກັບວ່າແຕ່ລະຄົນຊິເຈິແບບໃດເທົ່ານັ້ນ. ນີ້ລະເພິ່ນຈິ່ງວ່າ "ສັດໂລກຍ່ອມເປັນໄປຕາມກັມ"

Delicious Digg Fark Twitter