ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 19, 2013 | ມີ 7 ຄຳເຫັນ ແລະ 0 trackback(s)
  •    ຢາດີປີ່ນປົວລິດສິດວງທະວານໜັກ
  •    ຊື່ແລະບ່ອນຢູ່ຂອງຢາ ໝູ່ໆຄົງຈະຢາກຮູ້ກັນແລ້ວວ່າຢາດີທີ່ຈະນໍາມາສະເໜີໃນມື້ນີ້ແມ່ນຫຍັງດັ່ງນັ້ນໄປຮູ້ກັນເລີຍກໍຄື: ຫຍ້າແຫ້ວໝູທີ່ມີຢູ່ຕາມເດີ່ນບ້ານຂອງພວກເຮົາຫຼືຢູ່ຕາມໄຮ່ສວນຫຼືບ່ອນຕ່າງໆທີ່ບໍ່ເປັນປ່າໄມ້ໃຫຍ່
  • ວິທີກະກຽມກ່ອນປຸງຢາ
  1. ຂຸດເອົາຫົວຫຍ້າແຫ້ວໝູມາປະມານຈັກ 20-25 ຫົວ ແລ້ວລ້າງນໍ້າໃຫ້ສະອາດ
  2. ເກືອ ໃສ່ພໍເໝາະສົມ
  3. ແປ້ງນົວ ໃສ່ພໍເໝາະສົມ
  4. ນໍາຕານ ໃສ່ພໍເໝາະສົມ
  5. ປາແດກ ໃສ່ພໍເໝາະສົມ
  6. ໝາກເຜັດດິບຫຼືແຫ້ງປະມານ 2-3 ໜ່ວຍ
  7. ໝາກນາວ 1 ໜ່ວຍ
  8. ຫົວຜັກທຽມ 2-3 ຫົວ
  9. ຄົກ ແລະ ສາກ
  • ວິທີປຸງ ນຳເອົາເກືອ,ແປ້ງນົວ,ນ້ຳຕານ,ໝາກເຜັດແລະຫົວຜັກທຽມໃສ່ຄົກແລ້ວຕຳໃຫ້ເຂົ້າກັນຈາກນັ້ນເອົາຫົວຫຍ້າແຫ້ວໝູທີ່ລ້າງນ້ຳສະອາດລົງໃສ່ແລ້ວຕຳ ໃຫ້ມຸ່ນແລະນໍາເອົາປາແດກໃສ່ໃຫ້ເໝະສົມຕາມດ້ວຍປາດໝາກນາວເປັນກີບແລ້ວບີບນ້ຳໃສ່ຫຼັງຈາກນັ້ນກໍຕຳອີກຈັກໜ້ອຍແລ້ວກໍຕັກໃສ່ຈານແລະກິນໄດ້ເລີຍ
  • ໝາຍເຫດ ຄືກັບຕຳສົ້ມທົ່ວໄປ ຫຼື ກິນເລີຍກໍໄດ້ແຕ່ອາດຂ້ອນຂ້າງກິນຍາກໜ້ອຍໜຶ່ງ