ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 10, 2009 | ມີ 22 ຄຳເຫັນ ແລະ 0 trackback(s)

ລຳດັບທີ 10 : Lone Cypress

ຕົ້ນ Lone Cypress ໄດ້ຕ້ານກັບສະພາບ ກະແສລົມຫນາວທີ່ແຮງ ຈາກມະຫາສະຫມຸດ ປາຊີຟີກ ຢູ່ທີ່ຫາດຊາຍ Pebble

ໃນ ມອນເທນ້າ  ລັດ ແຄຣິຟໍເນຍ  ປະເທດ ສະຫະລັດ ອາເມຣິກາ

ເຖີງຈະມີຂະຫນາດທີ່ບໍ່ໃຫຍ່ ແຕ່ມັນກໍ່ຕັ້ງເດັ່ນເປັນສະງ່າ ( ແບບໂດດດ່ຽວ ) ຢູ່ໃນ ທັດສະນີຍະພາບ ທີ່ງົດງາມ ຂອງ ມະຫາສະຫມຸດ ປາຊີຟີກ

alt

ລຳດັບທີ 9 : Circus

Axel Erlandson ເປັນຊື່ຂອງ ຊາວ ກະເສດ ປູກ ຖົ່ວ ຄົນ ຫນື່ງ ທີ່ໄດ້ດັດແປງ ແລະ ແກະສະຫລັກ ຕົ້ນໄມ້ໃຫ້ເປັນຮູບຮ່າງ ລວດລາຍ

ທີ່ມະຫັດສະຈັນ ເຂົາໄດ້ຕັ້ງຊື່ຕົ້ນໄມ້ນີ້ວ່າ Circus ເປັນຕົ້ນໄມ້ທີ່ ແກະສະຫລັກ ລຳບາກພໍສົມຄວນ ( ຫມູ່ເພື່ອນກໍ່ຄຶດແບບນີ້ຢູ່ບໍ )

alt

alt

ລຳດັບທີ 8 : Giant Sequoias

ຕົ້ນ Giant Sequoias ຖືໄດ້ວ່າເປັນຫນື່ງໃນຕົ້ນໄມ້ທີ່ໃຫຍ່ທີ່ສຸດໃນໂລກ, ປູກໃນ ເຊຍຣ່າ ເນວາດາ, ລັດ ແຄຣຶຟໍເນຍ

ເຊີ່ງຕົ້ນ Giant Sequoias ທີ່ໃຫຍ່ທີ່ສຸດຄືພັນ Genaeral Sherman , ຕັ້ງຢູ່ທີ່ Sequoia National Park

 ມີລຳຕົ້ນຍາວປະມານ 83,8 m  ແລະ ຫນັກປະມານ 6000 ໂຕນ

alt

ລຳດັບທີ 7 : Coast Redwood

ຕົ້ນ Coast Redwood ຖືວ່າເປັນຕົ້ນໄມ້ທີ່ສຸງທີ່ສຸດໃນໂລກ, ໂດຍໃສ່ຊື່ວ່າ Hyperion ໃນ Redwood National Park

 ມີຄວາມສູງປະມານ 115 m  ຈຸດເດັ່ນຂອງມັນກໍ່ຄືຕົ້ນ Coast Redwood ຈະປະກອບໄປດ້ວຍຕົ້ນ ແຄຣິຟໍເນຍເຣດວູດ ຍັກ ເຖີງ 4 ຕົ້ນ

  ເຊີ່ງມັນໃຫຍ່ເຖີງຂະຫນາດທີ່ວ່າ ເຮົາສາມາດຂັບລົດ ຜ່ານໄປໄດ້

alt

ລຳດັບທີ 6 : Chapel - Oak of Allouville - Bellefosse

ຕົ້ນ Chapel - Oak of Allouville - Bellefosse ເປັນຕົ້ນໄມ້ທີ່ມີຊື່ສຽງທີ່ສຸດໃນ ປະເທດ ຝຣັ່ງ, ມັນບໍ່ແມ່ນຕົ້ນໄມ້ທຳມະດາ

ເພາະມັນເປັນ ສະຖານທີ່ສຳຄັນທາງ ສາສະຫນາ, ປັດຈຸບັນ ບາງສ່ວນຂອງຕົ້ນໄມ້ນີ້ໄດ້ແຕກຫັກອອກໄປແນ່ແລ້ວ ( ຕາມການເວລາ )

ແຕ່ຜູ້ຄົນທີ່ຢູ່ແຖວນັ້ນໄດ້ໃຊ້ສາຍ ເຄເບີ້ນ ແລະ ເສົາ ໃນການຮອງຮັບຕົ້ນໄມ້ເກົ່າແກ່ຕົ້ນນີ້

alt

ລຳດັບທີ 5 : Pando ຫລື Trembling Giant

ຕົ້ນ Pando ຫລື Trembling Giant  ໃນລັດ ຢູທ່າ ປະກອບໄປດ້ວຍ 47 000  ກີ່ງກ້ານທີ່ແຜ່ຂະຫຍາຍອອກໄປທົ່ວພື້ນທີ່ບໍລຶເວນນັ້ນ

ແລະ ມີຮາກແກ້ວຢູ້ລຸ່ມດິນທີ່ໃຫຍ່ຫລາຍ , ສະເລ່ຍແລ້ວ ແຕ່ລະກ້ານກີ່ງມີອາຍຸປະມານ 130 ປີ, ລວມທັງຫມົດລະບົບຂອງຕົ້ນ Pando

ເຫລົ່ານີ້ມີອາຍຸປະມານ 80,000 ປີແລ້ວ

alt

ລຳດັບທີ 4 : Tule

ຕົ້ນ Tule ເປັນຕົ້ນໄມ້ທີ່ໃຫຍ່ທີ່ສຸດໃນຕະກູນ Montezuma Cypress ຕັ້ງຢູ່ໃກ້ກັບເມືອງ Oaxaca ປະເທດ ແມັກຊິກໂກ

ມີຂະຫນາດລຳຕົ້ນໂດຍຮອບ 58 ແມັດ ເຊີ່ງມີຄວາມຫນາຈົນຜູ້ຄົນເວົ້າວ່າ ແທນທີ່ທ່ານຈະກອດມັນ  ມັນກັບໂອບກອດທ່ານແທນ

alt

alt

ລຳດັບທີ 3 : Banyan

 ຕົ້ນ Banyan ຕັ້ງຊື່ຕາມ “banians” ຫລື ຜູ້ບຸກລຸກ ຊາວ ຮີນດູ ທີ່ເຮັດກິດຈະກຳຕ່າງໆພາຍໃຕ້ຕົ້ນໄມ້ນີ້

 ແລະ ຕົ້ນ Banyan ນີ້ ເຄີຍເປັນເຮືອນຕົ້ນໄມ້ຂອງ ໂຣບິນສັນ ຄຣູໂຊ ມາແລ້ວ

alt

ລຳດັບທີ 2 : Bristlecone Pine

ຕົ້ນສົນ Bristlecone Pine ຖືໄດ້ວ່າເປັນຕົ້ນໄມ້ທີ່ເກົ່າແກ່ຫລາຍ ເຊີ່ງງພັນ Methuselah  ນັ້ນ ຈັດເປັນຕົ້ນໄມ້ທີ່ເກົ່າແກ່ທີ່ສຸດໃນໂລກ

 ມີອາຍຸ 4,838 ປີ, ຢູ່ສູງກວ່າລະດັບນ້ຳ ທະເລ 11,000 ຟຸດ ( 3352,8 m )

alt

alt

ລຳດັບທີ 1 : Baobab

ຕົ້ນໄມ້ທີ່ມະຫັດສະຈັນທີ່ສຸດກໍ່ຄືຕົ້ນ Baobab ຫລື ຕົ້ນເຂົ້າຫນົມລີງ monkey bread tree ( ຊື່ແປກດີ )

ສາມາດເຕີບໂຕໄດ້ເຖີງ 100 ຟຸດ ຫລື 30,48 ແມັດ, ກວ້າງ 35 ຟຸດ ຫລື 10,668 ແມັດ, ສີ່ງທີ່ແປກປະຫລາດ

 ຂອງຕົ້ນໄມ້ນີ້ກໍ່ຄື ພາຍໃຕ້ລຳຕົ້ນທີ່ບວມນີ້ຄືທີ່ເກັບນ້ຳ ທີ່ບັນຈຸໄດ້ເຖີງ 120,000 ລິດ  ໄວ້ໃຊ້ໃນສະຖານະການ ສະພາບອາກາດແຫ້ງແລ້ງ

alt

Delicious Digg Fark Twitter