ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 1, 2008 | ມີ 2 ຄຳເຫັນ ແລະ 0 trackback(s)
alt
ກາບສົດ 5 ຕອນ ຕ້ອຍຂີ້ກ່າຍ
12:52 AM on Oct. 30, 2008
Filed under: ກາບກອນ
ເອົາອີກແລ້ວ  ບໍ່ຍອມນອນງ່າຍ
ຄັນບໍ່ວາຍ     ໄດ້ແຕ່ງກາບກອນ
ບໍ່ສະອອນ   ໃຜນອນກະຢ່າ
ຂໍແຕ່ວ່າ       ໄດ້ແຕ່ງເປັນພໍ

ມື້ນີ້ຂໍ              ເລົ່າເລື່ອງທ້າວຕ້ອຍ
ຄົນນ້ອຍໆ     ຮຽນຢູ່ມະຫາ
ຮຽນຮຽນມາ   ຈົນຊິຈົບແລ້ວ
ສຽງແວ້ວໆ     ສາຍາຂີ້ກ່າຍ
ເອີ້ນຈົນອາຍ    ເອີ້ນຫຼາຍຈົນລື້ງ
ເອີ້ນຈົນຊື້ງ       ທ້າວຕ້ອຍບໍ່ອາຍ
ລູກຜູ້ຊາຍ        ອາຍເຮັດຫຍັງຕ້ອຍ

ສູ້ກັບຖອຍ      ຊ່ອຍຕ່ອຍກ່າຍແນ່
ບໍ່ທໍ້ແທ້            ເສັງກ່າຍສຸດໃຈ
ບໍ່ສົນໃຜ          ກ່າຍເອົາໂຕລອດ
ພໍໃຫ້ຮອດ       ຄາດໝາຍນຳເພິ່ນ
ພໍກະເທີນ      ພໍຖູພໍໄຖ
ພໍໄດ້ໄປ         ເຂົ້າວັດເຂົ້າວາ
ພໍເອົາໜ້າ       ອີ່ພໍ່ອີ່ແມ່
ຍອມແທ້ໆ      ຕ້ອຍກ່າຍເກັ່ງຫຼາຍ
ເສັງຍາມໃດ     ບໍ່ຫຼຸດ ເກຼດ C
ເປັນແບບນິ້ີ້     ຂ້ອຍເລີຍສະອອນ
ຂໍຖອດຖອນ    ບົດຮຽນນຳລາວ
ທ້າວເອີຍທ້າວ     ເຈົ້າຮຽນແບບໃດ
ຕອບຢ່າງໄວ       ຕ້ອຍຮຽນແບບກ່າຍ
ບໍ່ມີອາຍ            ໝັ້ນໃຈຕ້ອຍຕອບ
ກ່າຍຕອນສອບ     ບໍ່ຍາກປານໃດ
ຖ້າສົນໃຈ           ສອນໃຫ້ບໍ່ຍາກ

ຕອນເສັງພາກ     ຂ້ອຍກ່າຍເລີຍສະ
ໃຊ້ວິຊາ              ຂອງຕ້ອຍຂີ້ກ່າຍ
ເລີຍໝັ້ນໃຈ            ບັກຕ້ອຍນຳໜ້າ
ຜົນອອກມາ         ພັດວ່າໄດ້F

ຈຸກຈົນເຈັບ           Fໜ່ວຍບັກໃຫຍ່
Fຂອງໃຜ             ຄັນບໍ່ຂອງຂ້ອຍ
ມຶງບັກຕ້ອຍ         ມາຊ່ອຍກູແນ່
ບອກກູແດ່          ມືງຄືໄດ້A
ຕ້ອຍໜ້າເທ້        ຍິ້ມແບບສະໃຈ
ມັນເອົາໃຫ້           ອາຈານສາມລັງ
ຂ້ອຍລະຊັງ         ມັນຈ້າງອາຈານ
ທໍລະມານ            Fການຕະຫຼາດ
ເຊັງຂະໜາດ        ຕະຫຼາດໄດ້F

ຂ້ອຍຊິເກັບ        ຈື່ໄວ້ແລ້ວວ່າ
ກ່າຍເທື່ອໜ້າ      ຕ້ອງກ່າຍດ້ວຍເງິນ
ບໍ່ຈະເລີນ           ເອົາເງິນຟາດຫົວ
ບໍ່ແມ່ນຊົ່ວ         ແຕ່ຂ້ອຍບໍ່ມັກ
ໃຜວ່າຄັກ           ກະຟາດກັນໄປ
ເປັນນິໄສ           ຟາດງ່າຍເລີຍລຶ້ງ
ເຫັນແລ້ວອື້ງ      ພາກັນມັກງ່າຍ
ເຫັນເງິນຫຼາຍ     ຕາລາຍຂີ້ຫຼັກ

ເອົາຄັກໆ       
ຂ້ອຍຈຶ່ງAnti
ຄົນແບບນີ້       ໃຫ້ເງິນຟາດຫົວ
ເຮັດໄປທົ່ວ       ບໍ່ອາຍຈັກດີ້

ມາປີນີ້            ຂ້ອຍຕັ້ງໃຈຮຽນ
ເຖິງຊິຫ້ຽນ     ແຕ່ຂ້ອຍບໍ່ຈ້າງ
ອ່ອນກະຊ່າງ       ຄະແນນພູມໃຈ
ບອກອອກໄປ
      F
is no more
like before       No more got F

ເລື່ອງທີ່ແຕ່ງມາແມ່ນສົມມຸດຂຶ້ນ ບົນພື້ນຖານຂອງຄວາມຈິງ
ບໍ່ມີທ້າວຕ້ອຍຂີ້ກ່າຍໃນໂລກຄວາມຈິງດ໋ອກ

ພົບກັນໃໝ່  ກາບສົດ 5




Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່