ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 18, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

 ໄດ້ເຈິພາບມາຈາກ facebook

https://www.facebook.com/pages/BCEL/209538689104472?fref=ts 

ແລະກະເຄີຍເຫັນການບໍລິການຂອງທະນາຄານການຄ້າລາວມາຫຼາຍແລ້ວຄິດວ່ານ່າຈະເປັນຈິງ

ການໂອນເງິນມາຈາກຕ່າງປະເທດເຂົ້າບັນຊີໃນທະນາຄານການຄ້າຕ່າງປະເທດລາວ ນັ້ນຊ້າທີ່ສຸດໃນໂລກ

ຕາມໂຄສະນາເພິ່ນວ່າ: ໂອນເງິນມາຈາກຕ່າງປະເທດ ນັ່ງລໍຖ້າເອົາໄດ້ພຽງແຕ່ 10 ນາທີ. ແຕ່ໃນຄວາມເປັນຈິງແລ້ວ ຄົງຈະເປັນ 10 ມື້ພຸ້ນລະ. ຄືດັ່ງບັນຊີນີ້ລະ

ໂອນແຕ່ວັນທີ່ 12/12/2012  ແຕ່ ຮອດວັນທີ່ 18/12/2012 ເງິນຍັງບໍ່ເຂົ້າບັນຊີວ່າຊັ້ນ. ແຕ່ທາງຜູ້ໂອນເພິ່ນພັດບອກວ່າ : ເງິນໃນບັນຊີໄດ້ຖືກ ທະນາຄານ

ການຄ້າຕ່າງປະເທດລາວໂອນເອົາໄປແລ້ວ. ສະນັ້ນເຂົາຊິເອົາໄປໝູນທາງໃດກໍ່ໄດ້ພາຍໃນ 1ອາທິດ ໃຫ້ຄົນນອກຢືມອາດໄດ້ດອກເບ້ຽ 

ເກືອບເທົ່າ 10ມື້

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 28, 2012 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເປີດເມລໄປພໍ້ ວ່າມີຄົນລາວກະມີຄົນລວຍຕິດອັນດັບໃນອາຊີຕະເວັນອອກສ່ຽງໃຕ້ ຕາມ link ເລີຍ. ຂໍຖາມແນ່ ແລ້ວທ່ານເຊື່ອບໍ?

http://www.miricommunity.net/viewtopic.php?f=40&t=34267

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 27, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

ຂ້ອຍໄປທ່ຽວຈຳປາສັກ ໃນເດືອນ 10 ປີ2012ນີ້ລະ

ແລ່ນຂ້າມຂົວນ້ຳຂອງໄປ ແລະແລ່ນຕາມເສັ້ນທາງ 14A ຄິດຊິໄປຢາມພີ່ນ້ອງແຖວນັ້ນລະ. ໄປຮອດ ເຂດຫ້ວຍເພັກ ເມືອງ ໂພນທອງ. ມີດ່ານເກັບເງິນຄ່າທາງ.

ຂ້ອຍກະເລີຍຖາມວ່າ: ກະດຽວວ່າເພິ່ນຍົກເລີກການເກັບຄ່າຂົວທາງແລ້ວ.

ເຈົ້າໜ້າທີ່ເກັບເງິນ:   ດ່ານນີ້ເພິ່ນບໍ່ໄດ້ຍົກເລີກ, ເປັນທາງເອກຊົນ.

ຂ້ອຍ:                          ທາງເອກະຊົນກະມີບໍດຽວນີ້?

ເຈົ້າໜ້າທີ່ເກັບເງິນ:   ເຮົາກະບໍ່ຮູ້ຄືກັນ, ເຮົາມີໜ້າທີ່ເກັບເງິນທໍ່ນັ້ນ!

ຂ້ອຍ:                          ຍື່ນເງິນໃຫ້ 5 000 ກີບ

ເຈົ້າໜ້າທີ່ເກັບເງິນ:   ບໍ່ໄດ້ໃດ! ຢູ່ນີ້ເພິ່ນໃຫ້ເກັບ 15 000 ກີບ, ເຈົ້າຊິໄປ 100 ແມັດກໍ່ຕາມ ແມ່ນເກັບຕາມປີ້ເລີຍ.

ຂ້ອຍ:                         ໂອ! ມາແພງແທ້ເນາະ. ຕັ້ງ15000 ກີບພຸ້ນນາ. ມື້ໜຶ່ງເກັບໄດ້ຫຼາຍບໍລຸງ?

ເຈົ້າໜ້າທີ່ເກັບເງິນ:   ໄດ້ປະມານມື້ລະ 50 ລ້ານ ຫາ 60 ລ້ານ ກີບພຸ້ນລະ!

ຂ້ອຍ:                         ໂອ້! ໄດ້ຫຼາຍເນາະ! ໄປກ່ອນເດີ ຂາກັບບໍ່ເກັບຕິ໋ລຸງ?

ເຈົ້າໜ້າທີ່ເກັບເງິນ:   ຖ້າເຈົ້າໄປຈົນກາຍດ່ານເບື້ອງໜ້ານັ້ນ ຂາກັບຕ້ອງໄດ້ຈ່າຍຢູ່ດ່ານເບື້ອງນັ້ນອີກ! ສ່ວນຂາອອກບໍ່ເສັຍ.

ຂ້ອຍ:                         ສະແດງວ່າຂ້ອຍຕ້ອງເສັຍ 30 ພັນກີບແມ່ນບໍ?

ເຈົ້າໜ້າທີ່ເກັບເງິນ:   ແມ່ນແລ້ວ! ໄປໄດ້.

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 23, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ເພິ່ນແປງທາງໃນນະຄອນຫຼວງຫຼາຍເສັັ້ນ, ມີການຈົກປະໄວ້ແຕ່ບໍ່ທັນຖົມ ກະເລີຍມີຄົນນຳໃຊ້ເປັນເດີ່ນຕີໝາກ ບູລ ກິນເບັຍ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 23, 2012 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

ມີພາບເກົ່າມາຝາກ, ແຕ່ຖາມແດ່ວ່າ ໃຜຮູ້ແດ່ວ່າ ບ່ອນນີ້ແມ່ນບ່ອນໃດ?

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 23, 2012 | ມີ 13 ຄຳເຫັນ ແລະ 0 trackback(s)

ໃນວັນທີ່ 20ເດືອນ10 ປີ 2012 ຊື້ປີ້ລົຖນອນພິເສດ ລາຄາ 170000 ກີບ ຈາກ ປາກເຊ ມາ ນະຄອນຫຼວງ.  ປາກົດວ່າ ກາຍທ່າແຂກມາ ລົດມີບັນຫາ ຈອດຕັ້ງແຕ່ 1ໂມງກາງຄືນ ຮອດ ຫ້າໂມງເຊົ້າ ຄົນໂດຍສານເລີ່ມໃຈບໍ່ດີກະເລີຍຈົ່ມ, ຜູ້ນີ້ຕໍ່ໃສ່ຜູ້ໜ້າພັດປ່ຽນກັນຈົມ, ໃນທີ່ສຸດເກືອບມີເວທີມວຍໃນລົຖເມນອນພິເສດ.  ເອົາລົຖໃໝ່ມາປ່ຽນ ພັດບໍ່ແມ່ນລົດນອນ ກາຍເປັນລົດທຳມະດາ, ແຕ່ທີ່ໂຊກຮ້າຍຄື ຄັນທີ່ສອງກະມາຕາຍອີກ, ປ່ຽນລົດຄັນທີ່ສາມກະເປັນມະລ່ອງຈ່ອງຈ່ອຍຄືກັນ. ໃນທີ່ສຸດບາງຄົນກໍ່ບອກພີ່ນ້ອງໄປຮັບເອົາ ຢູ່ປາກກະດິງພຸ້ນ. ສ່ວນທາງຝ່າຍເຈົ້າຂອງ ກະບໍ່ສົນໃຈ, ບໍ່ມີຄວາມຮັບຜິດຊອບໃດໆເລີຍ. ຊ້ຳບໍ່ໜຳຖ້າໃຜຢາກເມືອວຽງຕ້ອງຈ່າຍອີກ 60000ກີບເພື່ອຂຶ້ນລົດຄັນໃໝ່, ມັນບໍ່ເສັຍດາຍດອກເງິນຄັນຢາກໄປ ແຕ່ມັນເສັຍຄວາມຮູ້ສຶກ ໃນເວລາອ່ານປ້າຍທີ່ຂຽນວ່າ: ຈິດປະສົງ ຍອດນິຍົມ! ຫຼາຍຄົນກໍ່ຈົ່ມ, ດ່າ, ເວົ້າຕ່າງໆນາໆໄປ ໃນທີ່ສຸດກໍ່ມີຄົນວ່າ: ຈິດບໍ່ປະສົງ ເພາະຍອດມັນເໜົ່າ

ເສັຍເງິນໄປລ້າໆ ແຖມການບໍລິການຄືຫົວ.....ແກ້ງຂີ້ນີ້.

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 22, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 22, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 22, 2012 | ມີ 2 ຄຳເຫັນ ແລະ 0 trackback(s)

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 22, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

ເຫັັນເພິ່ນມອບທາງແລ່ນໄດ້ສອງລະດູ ກະດີໃຈທີ່ຈະໄປມາຄ່າຂາຍບໍ່ຍາກ. ແຕ່ພໍຝົນຕົກມາໄດ້ເດືອນດຽວກະເປັນແນວນີ້ລະ!

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 14, 2012 | ມີ 14 ຄຳເຫັນ ແລະ 0 trackback(s)

ມື້ນີ້ແມ່ນວັນເສົາ, ແຕ່ມີຄົນໄປການຂອງລັດ ທີ່ ໄອເຕັກ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 14, 2012 | ມີ 21 ຄຳເຫັນ ແລະ 0 trackback(s)

ບໍ່ຂໍບັລຍາຍໃຫ້ມັນຍາວດອກເນາະ! ເບິ່ງຕາມຮູບນັ້ນລະ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 9, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

<!--[if gte mso 9]>Normal0falsefalsefalseEN-USX-NONETHMicrosoftInternetExplorer4<![endif]-->

<!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0in 5.4pt 0in 5.4pt;mso-para-margin-top:0in;mso-para-margin-right:0in;mso-para-margin-bottom:10.0pt;mso-para-margin-left:0in;line-height:115%;mso-pagination:widow-orphan;font-size:11.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;mso-bidi-language:AR-SA;}<![endif]-->

ຄວາມແຕກຕ່າງ ລະຫວ່າງ

ຫົວໜ້າ                                                            ແລະ                 ຜູ້ນຳ               

-          -  ບັງຄັບຄົນໃຫ້ເຮັດວຽກຈົນສຳເລັຖ                                                         - ຝຶກຄົນໃຫ້ຮູ້ເຮັດວຽກຈົນຊຳນານ

-          -  ໃຊ້ອຳນາດ                                                                                               - ໃຊ້ໄມຕຣີຈິດ

-          -  ເຮັດໃຫ້ຄົນຢ້ານກົວ                                                                                 - ເຮັດໃຫ້ຄົນເກີດສັທາ

-          -  ມັກເອີ້ນຕົວເອງວ່າ: ຂ້ອຍ, ຂ້າພະເຈົ້າ                                                      - ມັກເອີ້ນຕົວເອງວ່າ: ພວກເຮົາ

-          -  ມັກຈົ່ມ ແລະມັກຕິວຽກງານຄົນອື່ນ                                                        - ຫາຊ່ອງທາງແກ້ບັນຫາວຽກງານ

-           -  ມັກບອກຄົນອື່ນວ່າ: ຂ້ອຍກະຮູ້!                                                               - ສະແດງວິທີການເຮັດໃຫ້ເຫັນ

-          -  ໃຊ້ຄົນເຮັດແຕ່ວຽກ                                                                                 - ສອນແລະພັທນາຄົນໃຫ້ຮູ້ເຮັດວຽກ

-          -  ບໍ່ມີຄວາມໄວ້ວາງໃຈ                                                                                  - ວາງໃຈໄວ້ກັບໝົດທຸກຄົນ

-           -  ມັກອອກຄຳສັ່ງ                                                                                         - ຕັ້ງຄຳຖາມ

-          -  ໄປເຮັດວຽກດຽວນີ້                                                                                    - ລົງມືປະຕິບັດວຽກໄດ້ແລ້ວ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 7, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ການປະກາດຜູ້ມີຜົນງານດີເດັ່ນ 15 ປີ ປາກົດວ່າ ຜູ້ທີ່ເຮັດວຽກດີແລະມີຜົນງານໃນການປະກອບສ່ວນໃນການສ້າງສາປະເທດຊາດ ພັດບໍ່ມີຊື່, ແຕ່ກົງກັນຂ້າມ ຜູ້ທີ່ເຮັດວຽກແບບແປະໆບາງໆເຊັ່ນ: ໄປຮຽນຕໍ່ກະບໍ່ຈົບ, ມອບໝາຍວຽກງານໃຫ້ເຮັດກະບໍ່ແລ້ວແລະບໍ່ສຳເລັດນັ້ນພັດມີຊື່ໄດ້ຮັບຮອດຫຼຽນໄຊ... ແນວນີ້ຂ້າພະເຈົ້າຄິດວ່າ ຂໍເຮັດແບບບໍ່ດີ ແລະເຮັດແບບແປະໆບາງໆຄົງຈະເປັນການດີ ແລະຄົງຈະໄດ້ເຊີດໜ້າຊູຕາວົງຕະກູນກວ່າທີ່ຈະເຮັດແບບຫ້າວຫັນຄືຜ່ານມາ. ຫ້າວຫັນໃນວຽກງານກະຫ້າວຫັນໄປຊື່ໆ ສຸດທ້າຍຜົນງານອອກມາ ພັກແລະລັດ ພັດບໍ່ໄດ້ມອງເຫັນຄຸນຄ່າແຕ່ຢ່າງໃດ ແຕ່ກັບມອງເຫັນແຕ່ຄົນທີ່ຮູ້ປະຈົບປະແຈງ, ມອບຜົນງານໃຫ້ກັບຜູ້ທີ່ບໍ່ມີຄວາມຫ້າວຫັນ ແລະ ຂີ້ຄ້ານມັກງ່າຍ. ເຮີໆໆໆໆໆໆໆໆໆໆໆໆໆໆ ຂໍເຊົສຫ້າວຫັນແລ້ວເດີພີ່ນ້ອງ, ແນວໃດກະໄດ້ເງິນເດືອນຢູ່ຄືເກົ່າຫັ້ນລະ!!!!!!!!! ໃຜຈະເຮັດດີກະເຮັດໄປເຖີດ, ຂ້ອຍນີ້ເຊົາແລ້ວແລະຈະປະຕິຍານຕົນເອງວ່າ : ຂໍເຮັດແບບແປະໆບາງໆດີກວ່າ. ວຽກໃດບໍ່ມີເງິນແມ່ນບໍ່ເຮັດ, ໄດ້ເງິນເດືອນທໍ່ເກົ່າຫັ້ນລະ!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 5, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ຄວາມຍຸຕິທຳ ສ່ວນຫຼາຍແມ່ນຈະມາຈາກຄຳຕັດສິນຂອງສານ, ໃນເມື່ອຫາກສານນັ້ນບໍ່ຍຸດຕິທຳແລ້ວ ຈະຫາຄວາມຍຸຕິທຳໄດ້ຢູ່ໃສ? ເພື່ອນໆໃນພັນລາວພໍຮູ້ບ່ອນຊອກຢູ່ບໍນໍ? ມັນຢູ່ນຳໃຜອັນຄວາມຍຸຕິທຳນີ້?

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 5, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ການເປັນສື່ຂອງທີ່ຂຶ້ນກັບອັນໃດອັນໜຶ່ງນີ້ມັນຍາກແທ້ໃດ! ຢາກບອກຄວາມຈິງພັດບອກບໍ່ໄດ້, ຄັນບໍ່ເວົ້າຄວາມຈິງ ທາດແທ້ຂອງໂຕເອງກະຖືກເປີດເຜີຍ, ຍົກໃຫ້ເຫັນດັ່ງພາບນີ້ລະ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 28, 2012 | ມີ 12 ຄຳເຫັນ ແລະ 0 trackback(s)

ສຽງຖຽງກັນໃນໂຕະກາເຟ

- ກ.  ກູຮັກຊາດເວີ້ຍ!

- ຂ.  ຄັນມຶງຮັກຊາດມຶງຄືບໍ່ເຮັດຫັຍງເພື່ອຊາດແນ່?

- ຄ.  ຊິໃຫ້ກູເຮັດຫັຍງ? ທຸກຢ່າງເພິ່ນບອກໄວ້ວ່າ ຕ້ອງພາຍໃຕ້ການນຳພາ! ແລ້ວບໍ່ເຫັນໃຜມານຳພາກູເຮັດ?

- ງ.  ມຶງເວົ້າຜິດການເມືອງແລ້ວໃດຫັ້ນ!

- ຈ.  ເອີ້ຜິດກະຢ່າມັນຢູ່ນີ້ບໍ່ມີໃຜເປັນຕຳຫຼວດຕິເບາະ!

- ສ.  ກູເປັນຕຳຫຼວດແຕ່ຫາກບໍ່ມີຄຳສັ່ງກູກະເຮັດຫັຍງບໍ່ໄດ້ຄືກັນ.

- ຊ.  ເຊົາໆ ຢ່າເວົ້າເລື່ອງການເມືອງ ກິນເຂົ້າບໍ່ແຊບ. ມີຜູ້ຄິດພໍແຮງແລ້ວ ສູຖຽງກັນໄປໄດ້ຫັຍງ? ເຈົ້ານາຍເພິ່ນບໍ່ໄດ້ຍິນນຳດອກ.

- ຍ.  ໄດ້ຍິນເພິ່ນກະບໍ່ເຮັດຕາມສູດອກ. ເຫັນບໍດຽວນີ້ເພິ່ນໄປຕີແຕ່ກອັຟ, ເພິ່ນຟັງຄວາມພວກນາຍທຶນພຸ້ນ, ພວກນາຍທຶນຢາກໄດ້ດິນບ່ອນໃດມັນກໍ່ຊີ້ເອົາໂລດ.

- ດ.   ມຶງເວົ້າຫັ້ນໝິ່ນປະມາດເພິ່ນໃດ, ຕ້ອງມີຫຼັກຖານອ້າງອີງແດ່ແມ໋!

- ຕ.  ກູວ່າບັກ ຍ ເວົ້າຖືກເວີ້ຍ. ຂະໜາດຫໍພິພິຕພັນແຫ່ງຊາດ ຂອງເກົ່າແກ່ເພິ່ນຍັງຍົກໃຫ້ນາຍທຶນໄປແລ້ວ, ນີ້ເດໜັງສືພິມລົງມື້ນີ້ເດ!

- ຖ.  ແນວນີ້ຈັກໜ່ອຍເພິ່ນຊິບໍ່ເອົາທາດຫຼວງໃຫ້ນາຍທຶນອີກບໍ? ຖ້ານາຍທຶນໃຫ້ຄົນລາວຜູ້ລະ ລ້ານໂດລາ,  ແລ້ວກໍ່ຍ້າຍໄປຕັ້ງທາດຫຼວງແປະກັບອານຸສາວະລີຫຼັກ 27 ພຸ້ນ!

- ທ.  ບັກ ຖ ມຶງຢາກຍ່າງກ່ອນເຊືອກລະໃດຫັ້ນ! ກູວ່າມຶງງຽບໄວ້ໂລດ ເພິ່ນຢາກເຮັດຫັຍງກະຕາມໃຈເພິ່ນລະແມ໋ ກະແນວເພິ່ນມີອຳນາດ.

- ນ.  ສູຊິມິດບໍຫຼືບໍ່ມິດເລື່ອງນີ້ກູກິນກາເຟບໍ່ແຊບໂວ້ຍ.

- ບ.  ເວົ້າເລື່ອງໃໝ່ເຖາະໂວ້ຍ! ເລື່ອງຜູ້ສາວບໍ່, ເລື່ອງໄປກິນເບຍບໍ່, ເລື່ອງສນຸກສນານເຮຮາ ເລື່ອງການເມືອງນີ້ມັນໄຮ້ສາຣະ ໂວ້ຍ.

- ປ.  ເອີ! ກູມີດິນຊິຂາຍສອງໄລ່, ສູໄດ້ຍິນໃຜຢາກໄດ້ບໍ? ຕິດຕໍ່ໃຫ້ແດ່ເດີ ຊິໃຫ້ກິນ້ຳກິນໃນດອກ!

- ຜ. ເອີກູໄດ້ຍິນຈີນຂ້າງເຮືອນຫັ້ນຊອກຫາຢູ່ໃດ! ແລ້ວກູຊິຖາມໃຫ້ເດີ. ກູໄດ້ສ່ວນແບ່ງທໍ່ໃດ?

- ຝ.  ຄັນມຶງຢາກໄດ້ເງິນຟຣີມຶງກະຊອກພີ່ນ້ອງມຶງໄປແຕ່ງງານກັບມັນ ແລ້ວດິນຫັ້ນກະເປັນຂອງພີ່ນ້ອງຄືເກົ່າ.

- ພ  ເວົ້າປານມັນຊິເອົາງ່າຍໆ,

- ຟ.  ມັນເອົາແນ່ນອນ, ຂ້າງເຮືອນກູຫັ້ນມັນມີເມຍລາວຮອດ 10ຄົນລະເດ! ແລະດຽວນີ້ມັນກຳລັງສ້າງລູກມັນເພື່ອມາສືບທອດມູນມໍຣະດົກ!

- ມ.  ໂອ້ມາເອົາຫຼາຍແທ້.

- ຢ.  ອ້າວມັນກະເອົາແບບບໍ່ໄດ້ແຕ່ງ ແຕ່ນອນນຳໂລດ, ດິນທີ່ມັນຊຶື້ມັນກະໃສ່ຊື່ໃຫ້ແລະຊື້ຣົຖໃຫ້ພ້ອມແຕ່ ຕ້ອງມີລູກໃຫ້ມັນ.;

- ຣ. ຜູ້ຍິງລາວກະເປັນປານນັ້ນພຸ້ນບໍ?

- ລ.  ບໍ່ເປັນແນວໃດ! ກູເຫັນຢູ່ໂຮງແຮມແຖວແຄມຂອງບ່ອນດຽວຫັ້ນເກືອບເປັນ1000 ຄົນພຸ້ນແຕ່ລະຄືນມາຂາຍບໍຣິການທາງເພດ.

- ວ.  ມຶງກະຊ່າງເວົ້າເນາະ! ກູຫາກະໄດ້ຍິນນີ້ລະ.

- ຫ. ມຶງນີ້ຄືຊິບໍ່ໄດ້ໄປທາງໃດເນາະ! ເຂົາຂາຍກັນນັບແຕ່ 1000ບາດຂຶ້ນໄປ, ຄ່າຫ້ອງນອນອີກ 40 ໂດລາ. ສຳເລັຖແລ້ວມຶງກະປັດກົ້ນໜີໂລດ

- ອ.  ເວົ້າເລື່ອງນີ້ມາມັນກະກ້ຽວໄປຮອດການເມືອງ-ການປົກຄອງຢູ່ຄືເກົ່າຫັ້ນລະ! ຈັກໜ່ອຍມັນກໍ່ກ້າວໄປຮອດຂອດນັ້ນຂອກນີ້ອີກແລ້ວທັງໝົດນີ້ໃຜຊິເປັນຄົນແກ້? ຍັງພວກບໍ່ມີວຽກເຮັດງານທຳອີກ, ພວກຮ່ຳຮຽນ ກໍ່ພາກັນໄປ ຮຽນຮ່ຳ. ເລື່ອງຢາເສພຕິດອີກ, ເລື່ອງ......................

- ຮ.  ມື້ນີ້ເລີກລາກັນໄປເຮັດວຽກງານໄດ້ແລ້ວ! ຝອຍກັນຍາວຈັກໜ່ອຍໄດ້ຕີກັນ ໄປໆໆໆໆ ຢ່າໄປສົນໃຈມັນ, ຮາໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 26, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ເຣດານີ້ໃຊ້ຟັງສຽງຂອງຍົນອາກາດ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 26, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 26, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 16, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

ອາເມຣິກາ ພາຍຫຼັງຈາກສິ້ນສຸດສົງຄາມໂລກຄັ້ງທີ່ສອງ ເປັນປະເທດທີ່ນຳໜ້າໃນການຖິ້ມລະເບີດໃສ່ປະເທດຕ່າງໆໃນໂລກ. ແລະໃນບໍ່ຊ້ານີ້ອາເມຣິກາ ໄດ້ຂຶ້ນແຜນໂຈມຕີທາງອາກາດ ອີກ 3 ປະເທດ ເຊັ່ນ: ເກົາຫຼີເໜືອ, ເວເນຊູເອລາ ແລະ ອີຣ່ານ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 13, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ທ່ານ ອານເບິກ ໄອສະຕາຍ ເວົ້າໄວ້ວ່າ: ຄວາມແຕກຕ່າງລະຫວ່າງຄວາມໂງ່ແລະຄວາມອັສຣິຍະຂອງຄົນມັນຢູ່ທີ່: ຄວາມໂງ່ ມັນ ບໍ່ມີຂອບເຂດ.

ແຕ່   ຄວາມອັສຣິຍະ ມັນມີຂອບເຂດຂອງມັນໃນດ້ານໃດໜຶ່ງເທົ່ານັ້ນ.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 20, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ນັກຮຽນມັດທະຍົມໃນນະຄອນ ມົສກູ ກຳລັງຮຽນວິຊາກ່ຽວກັບປະຫວັດສາຕແລະນາຍຄຣູກຳລັງອະທິບາຍ

ເລື່ອງຄວາມຫຼັງຂອງປະຫວັດສາຕວ່າ: ລະບອບເກົ່າແລະລະບອບໃໝ່ມັນປີ້ນກັນປານຟ້າກັບດິນ.

ນາຍຄຣູ:     ລະບອບເກົ່າ ເໜົ່າເໝັນ, ຊົ່ວຊ້າ, ປ່າເຖື່ອນ, ສໍ້ລາດບັງຫຼວງ , ແມ່ຈ້າງນາງເລງ...ນ້ອງໃດຮູ້ແດ່ວ່າລະບອບໃໝ່ເດເປັນແນວໃດ?

ນັກຮຽນໝົດຫ້ອງມິດງຽບຍັງມີແຕ່ທ້າວ A ນັກຮຽນສະຫຼອກກອກຊີ້ມືຂຶ້ນແລະລຸກຂຶ້ນຕອບວ່າ:

ທ້າວ A:   ຮຽນນາຍຄຣູນ້ອງຂໍຕອບ.

ນາຍຄຣູ: ເອົາເວົ້າມາ

ທ້າວ A:    ໃນເມື່ອລະບອບເກົ່າແລະລະບອບໃໝ່ມັນປີ້ນກັນປານຟ້າກັບດິນ ຫຼານກະຂໍຕອບວ່າ:

               -  ລະບອບເກົ່າ ເໜົ່າເໝັນ  ລະບອບໃໝ່ກະຕ້ອງ ເໜົ່າຫອມ,

               - ລະບອບເກົ່າ ຊົ່ວຊ້າ, ລະບອບໃໝ່ ກະຕ້ອງ ຊົ່ວໄວ

               - ລະບອບເກົ່າ ປ່າເຖື່ອນ, ລະບອບໃໝ່ ກະຕ້ອງ ເມືອງເຖື່ອນ

              -  ລະບອບເກົ່າ ສໍ້ລາດ ບັງຫຼວງ, ລະບອບໃໝ່ກະຕ້ອງ ກິນຂອງຫຼວງໃຫ້ປະຊາຊົນເຫັນ ບໍ່ຕ້ອງໄປບັງໃຫ້ມັນຍາກ.

              - ລະບອບເກົ່າແມ່ຈ້າງນາງເລງ, ລະບອບໃໝ່ກະຕ້ອງ ພໍ່ຈ້າງ ທ້າວເລງ.

ນາຍຄຣູ: ຮາໆໆໆໆໆໆໆ ນ້ອງຕອບແນວນີ້ກະຖືກແຕ່ໄດ້ ຄະແນນ ສູນ

ທ້າວ A:   ງົງໆໆໆ ເຮັດຫັຍງຕອບຖືກ ພັດໄດ້ ສູນ.....

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 20, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

<!--[if gte mso 9]><![endif]--><!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0in 5.4pt 0in 5.4pt;mso-para-margin-top:0in;mso-para-margin-right:0in;mso-para-margin-bottom:10.0pt;mso-para-margin-left:0in;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->

ປະຊາທິປະໄຕລວມສູນ : ແມ່ນຫຼັກການທີ່ສຳຄັນຂອງອົງປະກອບການຈັດຕັ້ງຂອງລະບອບສັງຄົມນິຍົມ, ການເຄື່ອນໄຫວ, ການນຳພາ ຂອງພັກຄອມມູນິດ ແບບ ມາຣກ-ເລນິນນ, ຂອງລັຖບາລສັງຄົມນິຍົມ, ຂອງການນຳພາເສຖກິດສັງຄົມນິຍົມ. ຄວາມໝາຽຂອງຄຳວ່າ: ປະຊາທິປະໄຕລວມສູນ ກໍ່ແມ່ນ ປະຊາທິປະໄຕ ທີ່ອຳນາດທັງໝົດເປັນຂອງຊາວຜູ້ອອກແຮງງານ, ລິເລີ່ມການເຄື່ອນໄຫວຕ່າງໆຂອງຕົນເອງດ້ວຽພວກເຂົາເອງ, ການເລືອກແລະປົດປ່ຽຜູ້ນຳຂອງຕົນເອງດ້ວຽພວກເຂົາເອງ ແລະ ສົ່ງຕົວແທນຂອງພວກເຂົາເຂົ້າສູ່ສູນກາງ (ຜູ້ທີ່ຖືກເລືອກຕ້ອງດຳລົງຊີວິດຮ່ວມກັບຜູ້ເລືອກ) ໝາຽວ່າ: ຜູ້ນຳທີ່ມາຈາກແຕ່ລະສູນນ້ຽມາຮວມຕົວກັນກາຽເປັນສູນກາງ ແລະ ທີ່ສູນກາງນີ້ຕາມຫຼັກການຕ້ອງປະຕິບັດຕາມສຽງສ່ວນຫຼາຽ, ທຸກໆຄຳເຫັນຂອງຕົວແທນຈະຖືກບັນທຶກແລະຖືກວິຈາຣກ່ອນຈະຖືກນຳມາຈັດລຽງລຳດັບຄວາມຕ້ອງການຂອງສັງຄົມ ແລ້ວສົ່ງກັບໃຫ້ທົ່ວສັງຄົມໄດ້ວິຈາຣອີກຄັ້ງ, ຈາກນັ້ນກໍ່ເອົາມາຈັດລຽງແລະລົງມະຕິ ເພື່ອເອົາມາສ້າງເປັນແຜນການສ້າງເສຖກິດເພື່ອເປົ້າໝາຽຢູ່ດີກິນດີຂອງປະຊາຊົນທົ່ວສັງຄົມ. ແຕ່ກົງກັນຂ້າມ ໃນສັງຄົມທີ່ສົ່ງຕົວແທນຂອງກຸ່ມຕົນເອງແຕ່ສູນກາງລົງໃຫ້ຊາວຜູ້ອອກແຮງງານເລືອກ ບໍ່ໄດ້ເອີ້ນວ່າ ປະຊາທິປະໄຕລວມສູນ ແຕ່ເອີ້ນວ່າ ຜະເດັດການລວມສູນ, ເພາະໃນທີ່ນີ້ຄຳວ່າ ປະຊາທິປະໄຕ ມັນໄດ້ຖືກປ່ຽນແທນດ້ວຍ ອຳນາດຈາກສູນກາງ ແລະມັນເໝືອນກັບບັງຄັບໃຫ້ປະຊາຊົນເລືອກຕົວແທນຂອງອຳນາດສູນກາງໂດຍທາງອອ້ມ.  Союза коммунистов (основан 1847) (см. Устав Союза коммунистов, в книге: Маркс К. и Энгельс Ф., Соч., 2 изд., т. 4, с. 524—29) (ສະຫະພາບຄອມມູນິດ ໄດ້ຖືກສ້າງຕັ້ງຂຶ້ນໃນປີ ໑໘໔໗ )( ໃຫ້ອ່ານທີ່ ໂຄງປະກອບຂອງສະຫະພາບຂອງຄອມມູນິດ ໃນປຶ້ມຂອງທ່ານ ມາຣກ-ແອງແກນ ນິພົລພິມຄັ້ງທີ່໒ ເຫຼັ້ມ ໔ ໜ້າທີ່ ໕໒໔-໒໙)

ຂຽນເມື່ອ ຂຽນເມື່ອ: ກ.ພ.. 15, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

 ມື້ເຊົ້ານີ້ທີ່ຣັສເຊັຽ ໄດ້ຄວບຄຸມຕົວ ນາຍົກລັຖມົນຕຣີ ວຼາດີເມັຽ ປູຕິນ ແລະໄດ້ົສົ່ງຂຶ້ນສານໃນ ຣັສເຊັຽ ໃນຫຼາຽຂໍ້ຫາ. ສາມາດຕິດຕາມໄດ້ທີ່

http://smotri.com/video/view/?id=v2008774be81

ຖ້າຢູ່ເມືອງລາວ ຢາກຫົວຊິເຮັດໄດ້ 5555555555555555555

ຂຽນເມື່ອ ຂຽນເມື່ອ: ມ.ກ.. 27, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

 ນັກການເມືອງລະດັບໂລກມັກມີເລື່ອງໃຫ້ຊວນຫົວຢູ່ສເມີ! ມັນແຕກຕ່າງກັບນັກການບ້ານລະດັບຊາຕທີ່ບໍ່ຢາກໃຫ້ໃຜໆເອົາເລື່ອງແບບຕຼົກໆມາລົງໃຫ້ເຫັນເພາະຢ້ານເສັຽຊື່ສຽງ.

ເຮັດຫັຽງຢູ່ຟ້າວແດ່ ຂ້ຽຊິຕາຽແລ້ວ.

 

ເຈົ້າຕ້ອງຟັງຄວາມຂ້ຽ

ອາໂຫຼ! .55555

 

 

ມີແຕ່ດາບ!!!

ຢາກຫອມແກ້ມຫຼາຽໆ!!!

ໃນເມື່ອບໍ່ມີມືໃຫ້ຈັບ! ກໍ່ນັ່ງເບິ່ງເປັນພະຍານ ອິອິ

ນີ້ແມ່ນຈອກ ປະທານາທິບໍດີ ແຫ່ງອາເມຣິກາ ເບິ່ງເອົາສາ!

ຂອງເຮົາໝາກໂມແດງແຫ່ງປະທານາທິບໍດີ ຣັສເຊັຽ! ຈັ່ງແມ່ນແຊບ

ເຮົາລະເຊັງ 2 ຄົນພວດເຈົ້້າຂະໜາດ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 25, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

 ຂໍຄຳເຫັນນຳທຸກທ່ານແດ່ເດີ!!!

ຂຽນເມື່ອ ຂຽນເມື່ອ: ມ.ກ.. 25, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

ໃນປະເທດອັງກິດ ໄດ້ຮືຮາລົດມິນິອີກຮອບໜຶ່ງ, ຖືໄດ້ວ່າເປັນລົຖທີ່ຕຼົກທີ່ສຸດໃນໂລກ. ລົຖດັ່ງກ່າວເຄີຽຜຼິດມາແລ້ວໃນຊຸມປີ 60. ໄດ້ກັບມາຜຼິດໃໝ່ໃນຊື່ PEEL, ແຕ່ດຽວນີ້ຈະຜຼິດບໍ່ແມ່ນຢູ່ອັງກິດແຕ່ຫາກຜຼິດທີ່ ເກາະ ແມນ ແລະຈະຜຼິດ 2 ແບບ ໃຫ້ເລືອກໃນການຜຼິດໃໝ່ P50  ມີຄວາມຍາວ 1041ມມ ແລະກວ້າງ 1370ມມ.ມີມວນສານທັງໝົດ 59 ກກ. ໃນຄຸນລັກສະນະແບບນີ້ ລົຖດັ່ງກ່າວເວລາໃຊ້ແລ້ວສາມາດຫິ້ວຂືຶ້ນໄວ້ເທິງເຮືອນໄດ້. ແຕ່ລົຖທີ່ມີສອງບ່ອນນັ່ງກໍ່ມີນ້ຳໜັກພຽງ 99ກກ.

ລົຖນີ້ແລ່ນດ້ວຽຄວາມໄວສູງສຸດ 80ກມ/ຊມ. ແຕ່ເຫດຜົລຂອງຄວາມປອດພັຍໃນທ້ອງຖນົນທາງໂຮງງານຈະຜຼິດອອກມາໃນຄວາມໄວສູງສຸດພຽງ 45ກມ/ຊມ. ລົຖຊະນິດນີ້ ຜຼິດອອກມາແບບໃຊ້ນ້ຳມັນແອັດຊັງແລະໝໍ້ໄຟ.

ແບບນ້ຳມັນແອັດຊັງຈະມີຄວາມແຮງ ທີ່ 3,3ແຮງມ້າ. ສ່ວນທີ່ໃຊ້ໝໍ້ໄຟຈະມີຄວາມແຮງທີ່ 4,5ແຮງມ້າ. ສ່ວນລາຄາຢູ່ທີ່ປະມານ 10800 ໂດລາສະຫະຣັຖ. 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 9, 2012 | ມີ 13 ຄຳເຫັນ ແລະ 0 trackback(s)

ບໍ່ຮູ້ວ່າດ້ວຽເຫດແຫ່ງສາຽສຳພັນແຕ່ຊາຕປາງກ່ອນ, ນົກແກ້ວແລະລີງນ້ຽຄູ່ນີ້ເກາະກັນແບບບໍ່ມີຍາມຫ່າງໄປໃສໄປດ້ວຽ!!!!