ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 10, 2009 | ມີ 17 ຄຳເຫັນ ແລະ 0 trackback(s)

ເບິ່ງຊ່ວຍແດ່ເດີ ຂຽນຜິດຂຽນຖືກກະຊ່ວຍແນະນຳແດ່

ພໍດີໄປເຫັນບົດຄວາມດີໆກໍ່ເລີຍເອົາມາຝາກ

 

1. ຮູ້ຮອບຕົວຫຼາຍແຕ່ບໍ່ຮູ້ດີຮູ້ຊົ່ວ ກໍ່ເສື່ອມ


2. ຮູ້ເວັ້ນງູ ເວັ້ນເສືອ ເວັ້ນມີດປືນ ແຕ່ບໍ່ຮູ້ເວັ້ນອະບາຍຍະມຸກ ກໍ່ເສື່ອມ


3. ຮູ້ພາສາຕ່າງປະເທດ ແຕ່ບໍ່ຮູ້ຄຸນຄ່າພາສາລາວ ກໍ່ເສື່ອມ


4. ຮູ້ຕອບຄຳຖາມ ແຕ່ບໍ່ຮູ້ຕອບບຸນແທນຄຸນແຜ່ນດິນ ກໍ່ເສື່ອມ


5. ຮູ້ທີ່ກິນທີ່ທ່ຽວ ແຕ່ບໍ່ຮູ້ທີ່ຕ່ຳທີ່ສູງ ກໍ່ເສື່ອມ


6. ຮູ້ວັນເດືອນປີເກີດ ແຕ່ບໍ່ຮູ້ຈັກກາລະເທສະ ກໍ່ເສື່ອມ


7. ຮູ້ພະຍາກອນອາກາດ ແຕ່ບໍ່ຮູ້ວ່າຊີວິດມີຂຶ້ນມີລົງ ກໍ່ເສື່ອມ


8. ຮູ້ຈັກກະວານຍານອາກາດ ແຕ່ບໍ່ຮູ້ຈັກຟ້າສູງແຜ່ນດິນຕ່ຳ ກໍ່ເສື່ອມ


9. ຮູ້ຈັກຄົນຫຼາຍ ແຕ່ບໍ່ຮູ້ຈັກຕົນເອງ ກໍ່ເສື່ອມ


10.ຮູ້ຈັກວິທີຫາເງິນ ແຕ່ບໍ່ຮູ້ຈັກວິທີບໍລິຫານເງິນ ກໍ່ເສື່ອມ


11.ຮູ້ຈັກວິທີສ້າງຕຶກສູງຮ້ອຍຊັ້ນ ແຕ່ບໍ່ຮູ້ຝຶກໃຈໃຫ້ສູງ ກໍ່ເສື່ອມ


12.ຮູ້ຄຸນຂອງເງິນທອງ ແຕ່ບໍ່ຮູ້ຄຸນຂອງພໍ່ແມ່ ກໍ່ເສື່ອມ


13.ຮູ້ຈັກຄຽດ ແຕ່ບໍ່ຮູ້ຈັກໃຫ້ອະໄພ ກໍ່ເສື່ອມ


14.ຮູ້ກົດຕິກາມາລະຍາດ ແຕ່ບໍ່ຮູ້ກົດແຫ່ງກຳ ກໍ່ເສື່ອມ


15.ຮູ້ຈັກໃສ່ໂມງແພງໆ ແຕ່ບໍ່ຮູ້ຈັກຄຸນຄ່າຂອງເວລາ ກໍ່ເສື່ອມ


16.ຮູ້ຈັກເຂົ້າສັງຄົມ ແຕ່ບໍ່ຮູ້ຈັກເຂົ້າວັດ ກໍ່ເສື່ອມ


17.ຮູ້ຮຽນເອົາປະລິນຍາສູງໆ ແຕ່ບໍ່ຮູ້ຈັກເຮັດພຶດຕິກຳໃຫ້ສູງ ກໍ່ເສື່ອມ


18.ຮູ້ທີ່ຈະມີລູກ ແຕ່ບໍ່ຮູ້ລ້ຽງລູກ ກໍ່ເສື່ອມ


19.ຮູ້ຈັກທີ່ຈະຮັກ ແຕ່ບໍ່ຮູ້ຈັກທີ່ຈະຮັບຜິດຊອບ ກໍ່ເສື່ອມ


20.ຮູ້ທີ່ຈະເບິ່ງ ແຕ່ບໍ່ຮູ້ຈັກເຫັນ ກໍ່ເສື່ອມ


21.ຮູ້ທີ່ຈະນັບຖື ແຕ່ບໍ່ຮູ້ຈັກຈະນັບຖືແບບໃດ ກໍ່ເສື່ອມ


22.ຮູ້ທີ່ຈະເວົ້າ ແຕ່ບໍ່ຮູ້ຈັກສິນລະປະການເວົ້າ ກໍ່ເສື່ອມ


23.ຮູ້ຈັກທີ່ຈະໃສ່ໜ້າກາກ ແຕ່ບໍ່ຮູ້ທີ່ຈະປົດ ກໍ່ເສື່ອມ


24.ຮູ້ວ່າມີມື້ໜຶ່ງຈະຕ້ອງຕາຍ ແຕ່ບໍ່ຮູ້ວິທີຕຽມຕົວຕາຍ ກໍ່ເສື່ອມ

 

 

Delicious Digg Fark Twitter