ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 15, 2009 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເລື່ອງນີ້ມີອາຈານຫຼາຍທ່ານເຄີຍຍົກເປັນຕົວຢ່າງໃຫ້ນັກຮຽນທີ່ຮຽນການຕະຫຼາດ ພວກເພິ່ນບອກວ່ານີ້ແມ່ນນິທານ ການຕະຫຼາດ ວ່າຊັ້ນ ກະເລີຍເອົາມາລົງໃຫ້ໄດ້ອ່ານກັນທຸກຖ້ວນໜ້າ

ເບິ່ງໂລກໃນແງ່ຮ້າຍແລະເບິ່ງໂລກໃນແງ່ດີ

ມີໂຮງງານຜະລິດເກີບແຫ່ງໜຶ່ງຢູ່ປະເທດເມກາ.ເພື່ອແຜ່ຂະຫຍາຍຕະຫຼາດໃຫ້ໃຫຍ່ຂຶ້ນຕື່ມອີກ,

ເຈົ້າຂອງໂຮງງານໄດ້ຈັດໃຫ້ຜູ້ຈັດການຝ່າຍການຕະຫຼາດຄົນໜຶ່ງໄປສຳຫຼວດຕະຫຼາດຢູ່ເກາະດ່ຽວແຫ່ງໜື່ງໃນທະວີບອາຟຣິກາ.

ທັນທີທີ່ຜູ້ຈັດການຝ່າຍການຕະຫຼາດຄົນນັ້ນຮອດ,ລາວພົບວ່າ ຄົນຢູ່ທີ່ນັ້ນບໍ່ມີໃຜລຶ້ງໃສ່ເກີບ,ພໍຮອດໂຮງແຮມ

ລາວກໍ່ຮີບສົ່ງໂທລະເລກໄປບອກເຈົ້ານາຍວ່າ: "ຢູ່ນີ້ບໍ່ມີຕະຫຼາດ ,ປະຊາຊົນຢູ່ນີ້ບໍ່ມີໃຜໃສ່ເກີບ".

ຫຼັງຈາກທີ່ເຈົ້ານາຍໄດ້ຮັບໂທລະເລກແລ້ວ,ກໍ່ຄ່ຳຄິດພິຈາລະນາຕັ້ງດົນ

ແລ້ວຈິ່ງສັ່ງໃຫ້ຜູ້ຈັດການຝ່າຍການຕະຫຼາດອີກຄົນໜຶ່ງລົງໄປສຳຫຼວດທີ່ນັ້ນອີກຄັ້ງ,

ທັນໃດທີ່ລາວເຫັນປະຊາຊົນທ້ອງຖິ່ນນັ້ນຕີນເປົ່າບໍ່ໃສ່ເກີບ,ກໍ່ຕື່ນເຕັ້ນດີໃຈ, ພໍຮອດໂຮງແຮມ,

ກໍ່ຮີບໂທລະເລກບອກເຈົ້ານາຍ

"ຢູ່ເກາະແຫ່ງນີ້ປະຊາຊົນບໍ່ໃສ່ເກີບ,ມີກຳລັງຕະຫຼາດທີ່ແອບແຝງຢ່າງຫຼວງຫຼາຍ,ຮີບສົ່ງເກີບ1ລ້ານຄູ່ມາໄວໆ".

ເລື່ອງນີ້ສອນໃຫ້ຮູ້ວ່າ:ສະຖານະການຄືກັນ ແຕ່ທັດສະນະແນວຄິດແລະການສະຫຼຸບແມ່ນບໍ່ຄືກັນ.ຄວາມຈິງແລ້ວ,

ເວລາທີ່ພວກເຮົາຄິດໄປທາງທີ່ບໍ່ດີ ມັກຈະເຮັດໃຫ້ເຮົາພາດໂອກາດທີິ່ຈະປະສົບຜົນສຳເລັດດີໆໄປ. ໃນທາງກົງກັນຂ້າມ

ຖ້າພວກເຮົາຄິດໄປໃນດ້ານບວກ,ທາງທີ່ດີໆແລະກະຕືລືລົ້ນນັ້ນ

ພວກເຮົາກໍ່ຈະພົບວ່າມີຫຼາຍໂອກາດທີ່ເຮັດໃຫ້ເຮົາຄາດບໍ່ເຖິງ,

ເຖິງແມ້ນ ຈະແມ່ນ ວິກິດການບໍ່ດີແຕ່ໂອກາດດີໆມັນກໍ່ຕ້ອງແຝງມານຳ.

ນີ້ແມ່ນຮູບປື້ມ:

 alt    alt

 

ຂໍຂອບໃຈນຳປື້ມ 享用一生的智慧书:启迪人生的故事 ( ເພີດເພີນຕະຫຼອດຊີວິດກັບໜັງສືພູມປັນຍາ:ເລື່ອງຊີ້ຄວາມສະຫວ່າງທາງປັນຍາໃຫ້ແກ່ຊີວິດ)
 

Delicious Digg Fark Twitter