ທຳອິດກະມີຫົວຂໍ້ນຳເຂົາຫັ້ນແຫລະ
ແຕ່ດຽວນິນມາເຫັນຊິວ່າແອະທິບມັນຈົ່ມຫຍັງຂອງມັນອີກ
ເອີ້ເຮົາກະຈົ່ມໄປຕາມພາສາຫ້ຽນນັ້ນແຫລະ
ຄວາມຈິງມັນກະບໍ່ຕ່າງຫຍັງກັນດອກມັນກະ copy&paste ມາອັນດຽວອ້ອຍຕ້ອຍ
ຈາກບລ໊ອກຂອງ ຫ້ຽນ (ນິນຢ່າລືມຄ່າໂຄສະນາ)
ຈາກການທີ່ຕົວເອງຮຽນຟິສິກມາກໍ ຫລາຍປີ
ມີທິດສະດີໜຶ່ງທີ່ເຊື່ອໝົດໃຈວ່າ ມັນແທ້ມີແທ້ ແລະແນ່ນອນທີ່ສຸດ!
ນັ້ນກໍຄື ທິດສະດີສຳພັດທະພາບ
ຊຶ່ງມີແນວຄິດປະມານວ່າ ປະລິມານທຸກຢ່າງຈະມີຄ່າຫລືບໍ່ມີຄ່າຂຶ້ນຢູ່ກັບກອບອ້າງອິງສຳ ພັດທີ່ໃຊ້ ຢູ່
ເຊັ່ນ
ຄົນນັ່ງເທິງລົດເມ ຖ້າທຽບກັບພື້ນລົດເມຄົນກໍມີຄວາມໄວເປັນ 0
ແຕ່ຖ້າທຽບກັບ ຫົນທາງ ຄົນຈະມີຄວາມໄວເທົ່າກັບຄວາມໄວທີ່ລົດເມກຳລັງ ເຄື່ອນທີ່
ອີ່ຫຍັງແບບນີ້ ແຫລະ
(ອະທິບາຍຖືກຢູ່ຫວາເອົາເປັນວ່າຕາມນັ້ນ ແຫລະ)
ຂຽນແບບນີ້ອາດຈະງົງ ໆ ກັນ
ແຕ່ມັນສາມາດນຳມາອ້າງອິງກັບຄວາມເປັນຈິງໃນ ທຸກສັບພະສິງ (ເຫັນ ບໍ່ ອ້າງອີກລະ) ໄດ້ ເລີຍແຫລະ
ຄົນທີ່ໄດ້ດີກີຄວາມງາມຈາກຫລາຍແຫ່ງ ເປັນນາງແບບ ດາລາ ນາງງາມຈັກກະວອກກະວານ
ລາວອາດຈະມີຄົນຫລາຍຄົນຫລົງ ໄຫລ
ແຕ່ຄົນ ໆ ນັ້ນ ອາດຈະບໍ່ງາມເລີຍສຳລັບໃນສາຍຕາຜູ້ຊາຍບາງ ຄົນ
ຜູ້ຊາຍບາງຄົນອາດຈະເຫັນຜູ້ຍິງ ຕຸ້ຍໆດຳໆ ງາມທີ່ສຸດໃນສາຍຕາ(ສຳລັບເຮົາ ຂາວນ້ອຍ ຫນ້າຮັກ ແບບ ສາຍປ່ານ)
ມັນຂຶ້ນຢູ່ກັບວ່າຈະໃຊ້ຫຍັງ ເບີ່ງ
ເຮົາຈະບໍ່ມີຄວາມສຸກ
ບໍ່ມີຄວາມພໍໃຈໃນຊີວິດ
ຖ້າເຮົາເອົາຊີວິດໄປທຽບກັບຄົນ ໂຄດລວຍ
ເຮົາຈະຄິດວ່າເຮົາ ທຸກ
ແຕ່ຖ້າເຮົາເອົາຊີວິດໄປທຽບກັບ ຄົນທຸກ
ເຮົາກໍຈະຄິດວ່າ ເຮົາກໍຍັງດີກວ່າ ເຂົາເຈົ້າ
ມັນໜ້າຈະກ່ຽວກັບທີ່ມາຂອງຄຳ ວ່າ Double Standard
ຊຶ່ງກໍບໍ່ຮູ້ຄືກັນວ່າມັນມາຈາກ ໃຜ ๕๕๕๕๕
ແຕ່ ເດົາວ່າເອົາເປັນ Multiple Standard ໄປເລີຍດີກວ່າ ສະໃຈດີ
ທີ່ເລີ່ມມາ ຄິດ ໆ ເຖິງເລື່ອງນີ້ (ແທ້ ໆ ກໍ ຄິດ ໄວ້ດົນລະ)
ຄືຄິດວ່າຄົນເຮົາທຸກຄົນມັນກໍຕ້ອງມີມາດຕະຖານ ທີ່ຕັດສິນສິ່ງດຽວກັນຄົນລະແບບ ກັນ
ເຮົາຍອມໃຫ້ ຫມູ່ເຮົາຍອກເຮົາຫລິ້ນແຮງ ໆ ເຖິງຂະໜາດດ່າ ແມ່ ເຮົາກະໄດ້
ແຕ່ຖ້າເປັນຄົນອື່ນ ເຮົາພ້ອມ ທີ່ຈະໂດດເຕະປາກ ມັນໄດ້ທຸກນາທີຖ້າມັນເຮັດແບບນີ້ ກັບເຮົາ
ເຫດຜົນຂອງເຮົາມັນອາດກາຍເປັນຂໍ້ອ້າງຂອງຄົນ ອື່ນໄດ້ ຖ້າມັນຟັງບໍ່ຂຶ້ນສຳລັບ ເຂົາ
ການກະທຳທີ່ເຂົາເຈົ້າເບີ່ງ ວ່າຂາດສາລະມັນອາດເປັນສິ່ງທີ່ຍິ່ງໃຫຍ່ສຳລັບ ເຮົາ
ແມ່ນກະທັ່ງຄວາມຮັກຂອງ ຄົນ ໆ ໜຶ່ງ ມັນຈະເຮັດໃຫ້ ຮູ້ສືກກໍຕໍ່ເມື່ອມັນສຳພັດກັບໃຈຂອງຄົນອີກ ຄົນຫນື່ງ
ຂຽນມາທັງໝົດນີ້ກໍເພື່ອຈະບອກວ່າ ໃຈຄົນເຮົາມັນຊັບຊ້ອນເກີນກວ່າທີ່ເຮົາຈະເອົາໃຈຂອງເຮົາໄປຕັດ ສິນ ໄດ້
ແລະເມື່ອມີຄວາມຈຳເປັນທີ່ເຮົາຈະຕ້ອງຕັດສິນ ຫຍັງ ເຮົາຄວນຈະໃຊ້ “ ໃຈ” ຕັດສິນ “ ໃຈ”
ເພື່ອໃຫ້ເກີດຜົນລັບທີ່ດີທີ່ສຸດ “ທີ່ອ້າງອິງກັບຕົວ ເຮົາ ”
ກໍ ທໍ່ນັ້ນເອງ
ເວົ້າງ່າຍ.. ແຕ່ເຮັດ ຍາກເນາະ
ປ. ລ. ຮ້ອນໆໆໆ ເບື່ອໆໆໆ ເຊັງໆໆໆ ໄດ້F
ຫລິ້ນຈົນໃກ້ ຊິຮຽນຈົບແລ້ວ….. ປັບໃຈບໍ່ໄດ້ເລີຍ