
ຂຽນເມື່ອ: Nov. 22, 2008
| ມີ
14 ຄຳເຫັນ
ແລະ
0 trackback(s)
ມີທະນາຄານແຫ່ງຫນື່ງເຂົ້າບັນຊີໃຫ້ທ່ານທຸກໆເຊົ້າ 86,400 us ບໍ່ມີການຍົກຍອດອອກໄປຮອດມື້ອື່ນ ທຸກໆແລງເງີນຂອງເຮົາຊິຖືກໂລະຖີ້ມຈາກບັນຊີຂອງທ່ານທັງຫມົດທີ່ທ່ານໃຊ້ບໍ່ຫມົດທ່ານຈະເຮັດຈັ່ງໃດ?
------------------------------------------
ມື້ນີ້ຄືຂອງຂວັນ...
ຂອງຂວັນຈາກເວລາ ..
ລອງຈິນຕະນາການເບີ່ງວ່າມີທະນາຄານແຫ່ງຫນື່ງເຂົ້າບັນຊີໃຫ້ທ່ານທຸກເຊົ້າ
ເປັນເງິນ 86,400 us
ບໍ່ມີການຍົກຍອດເງິນທີ່ເຫລືອໄປມື້ອື່ນ
ທຸກໆຕອນແລງທະນາຄານຈະລຶບຍອດເງິນທັງຫມົດຂອງທ່ານ ທີ່ທ່ານໃຊ້ບໍ່ຫມົດຂອງມື້ນັ້ນ
ທ່ານຈະເຮັດແນວໃດ?
ແນ່ນອນທ່ານຕ້ອງຖອນມັນອອກມາຫມົດແມ່ນບໍ່!!!
ທຸກຄົນມີທະນາຄານແບບນັ້ນຄືກັນ ທະນາຄານນີ້ມີຊື່ວ່າ "ເວລາ"
ມັນເຂົ້າບັນຊີໃຫ້ທ່ານ 86,400 ວິນາທີ
ທຸກຄືນມັນຈະລົບລ້າງບັນຊີຂອງທ່ານ ຖືວ່າຂາດທຶນຕາມຈຳນວນທີ່ທ່ານພາດໂອກາດທີ່ຈະລົງທຶນເຮັດສີ່ງດີໆ
ມັນບໍ່ໃຫ້ສະສົມ ບໍ່ໃຫ້ເບີກກາຍບັນຊີ
ໃນແຕ່ລະມື້ທ່ານຈະມີບັນຊີໃຫມ່
ທຸກຄືນທ່ານຈະຖືກລົບລ້າງເງິນທີ່ເຫລືອນັ້ນຖີ້ມຫມົດ
ຖ້າຫາກວ່າທ່ານເສຍໂອກາດທີ່ຈະເຮັດປະໂຫຍດລະຫວ່າງມື້ຫນື່ງໆ ຜົນຂາດທຶນແນ່ນອນ ຕ້ອງເປັນຂອງທ່ານ
ບໍ່ສາມາດຖອຍຫລັງກັບໄປໄດ້ ບໍ່ມີການກູ້ຂອງ "ມື້ອື່ນ" ມາໃຊ້ໄດ້
........................
ທ່ານຕ້ອງມີຊີວິດກັບປັດຈຸບັນຂອງເງິນຝາກໃນມື້ນີ້
ໃຫ້ລົງທຶນຈາກເງິນຝາກເຫລົ່ານີ້ເພື່ອໃຫ້ໄດ້ຜົນຕອບແທນທີ່ຄຸ້ມຄ່າ ແລະ ສູງສຸດ
ບໍ່ວ່າຈະເປັນ
ເພື່ອສຸກຂະພາບ
ຄວາມສຸກ ແລະຄວາມສຳເລັດ!
ເວລາຜ່ານໄປທາງຫນ້າບໍ່ເຄີຍກັບຫລັງ ເຮັດມື້ນີ້ໃຫ້ດີທີ່ສຸດ
........................
ຢາກຮູ້ຖິງຄຸນຄ່າຂອງເວລາໃນຫນື່ປີ.....
ໃຫ້ໄປຖາມຄົນເສັງຕົກແລ້ວຕ້ອງຮຽນຫ້ອງເກົ່າ
ຢາກຮູ້ເຖິງຄຸນຄ່າຂອງເວລາຫນື່ງເດືອນ
ໃຫ້ໄປຖາມແມ່ ທີ່ຕ້ອງອອກລູກກ່ອນກຳນົດ
ຢາກຮູ້ເຖິງຄຸນຄ່າຂອງເວລາຫນື່ງອາທິດ
ໃຫ້ໄປຖາມຄົນຂຽນຫນັງສືພິມວັນອາທິດ
ຢາກຮູ້ເຖິງຄຸນຄ່າຂອງເວລາຫນື່ງຊົ່ວໂມງ
ໃຫ້ໄປຖາມຄົນຮັກທີ່ກຳລັງລໍຖ້າຕາມນັດຫມາຍ
ຢາກຮູ້ເຖິງຄຸນຄ່າຂອງເວລາ ຫນື່ງນາທີ
ໃຫ້ໄປຖາມຄົນທີ່ຂື້ນລົດເມກັບບ້ານບໍ່ທັນ
ຢາກຮູ້ຄຸນຄ່າຂອງເວລາຫນື່ງວິນາທີ
ໃຫ້ໄປຖາມຄົນທີ່ຫາກໍ່ລອດຕາຍຈາກອຸບັດຕິເຫດ
ຈະຮູ້ຄຸນຄ່າຂອງເວລາ ສ້ຽວວິນາທີ
ໃຫ້ໄປຖາມຄົນທີ່ໄດ້ຫລຽນທອງ ກິລາລອຍນ້ຳ
ເຮັດທຸກລົມຫາຍໃຈຂອງທ່ານໃຫ້ມີຄຸນຄ່າ!
ແລະເຮັດໃຫ້ມັນມີຄຸນຄ່າຫລາຍໆຂື້ນໄປ
ເພາະທ່ານໄດ້ໃຊ້ມັນໄປກັບຄົນພິເສດບາງຄົນ
ໃຫ້ພິເສດພຽງພໍທີ່ຈະໃຊ້ເວລາຂອງທ່ານ
ຈື່ໄວ້ວ່າ...........
ເວລາບໍ່ຖ້າໃຜ........
ມື້ວານເປັນອະດີດ ມື້ອື່ນກໍ່ບອກບໍ່ໄດ້
ມື້ນີ້ເປັນຂອງຂວັນ
ນັ້ນແຫລະເປັນຫຍັງມັນຈື່ງຖືກເອີ້ນວ່າ "Present"
(ໃຜຢັງງົງໆລອງໄປເປີດວັດຈະນານຸກົມແລ້ວຫາຄວາມຫມາຍຂອງຄຳວ່າ "present")
ແປແລະຮຽບຮຽງຈາກ carefor.org