- ປັນຫາທີ່ວ່າ..ທຸກຄົນເກີດມາເຮັດຫຍັງເຮົາຄວນເອົາໃຈໃສ່
- ບໍ່ແມ່ນເກີດມາເພື່ອກິນ, ກາມ, ຊັງ ຫລືວ່າສະສົມຊັບສົມບັດຜູ້ທີ່ສະສົມຊັບບໍ່ມີທີ່ສິ້ນສຸດຄືຜູ້ທີ່ໂງ່ຫລົງຄວາມຫລົງເປັນບາບ
- ເກີດມາເພື່ອເດີນທາງ (ທາງຈິດໃຈ) ຈາກຄວາມທຸກໄປສູ່ຄວາມບໍ່ມີທຸກ ອັນເປັນສີ່ງປະເສີດສູງສຸດຂອງມະນຸດພຽງສີ່ງດຽວທໍ່ນັ້ນ
- ກ່ວາຊິຮອດຕອນທີ່ບໍ່ມີທຸກຕ້ອງຮູ້ຈັກວ່າທຸກນີ້ເກີດຂື້ນມາເພາະໄປຍຶດຫມັ້ນໃນສັງຂານ ຄື ສີ່ງທີ່ບົ່ງບອກວ່າຄືຕົວຕົນຂອງຕົນ
- ຄວາມຈິງ.... ບໍ່ມີໃຜເກີດມາ ຫລືໃຜເປັນຢູ່ ຫລືໃຜຕາຍໄປ ມີແຕ່ທຳມະຊາດລ້ວນໆ ໄຫລໄປເລື້ອຍໆປ່ຽນແປງໄປຕະຫລອດ
- ຜູ້ເດີນທາງຮອດຈຸດຫມາຍ ຄື ຜູ້ມີປັນຍາຮູ້ວ່າສັງຂານນັ້ນຄວາມຈິງຄືສິ່ງທີ່ບໍ່ທ່ຽງ ເປັນທຸກ ແລະທັມທັງປວງລ້ວນແຕ່ເປັນອະນັຕາ(ຄືວ່າງຈາກສາຣະແຫ່ງຄວາມເປັນຕົວຕົນຂອງຕົນ)
ມາຈາກ: http://thaidev.com/agaligo/