
ຂຽນເມື່ອ: Nov. 19, 2008
| ມີ
14 ຄຳເຫັນ
ແລະ
0 trackback(s)
ບໍ່ຮູ້ວ່າເກີດແມ່ນຫຍັງດົນບັນດານໃຈໃຫ້ຂຽນເລື່ອງພວກນີ້ຂື້ນມາອາດຈະເມົາອາກາດໝາວໆ ກໍ່ເປັນໄດ້
ມີຫລາຍຄົນເຂົ້າໃຈວ່າຄວາມຮັກແມ່ນເກີດມາຈາກພົມລິຄິດ ເທວະດານາງຟ້າ ໂຊກຊະຕາຕ່າງໆ ກຳນົດໃຫ້ຄົນສອງຄົນຮັກກັນ
ບາງຄົນກໍ່ວ່າຄວາມຮັກມັນມາຈາກຫລາຍໆປັດໃຈລວມເຂົ້າກັນ
ຫລາຍຄົນຂອບໃຈໂຊກສະຕາ ບາງຄົນຂອບໃຈຄວາມຮັກ ບາງຄົນຂອບໃຈພົມລິຄິດ(ຕ່າງກັບໂຊກຊະຕາບ່ອນໃດ໋ວະ)
ຫລືໝ້ອຍຄົນຂອບໃຈບຸນກຸສົນຊາດແລ້ວທີ່ເຮັດໃຫ້ໄດ້ພົບກັບຄົນຮັກ
ແຕ່ບໍ່ວ່າໃຜຊິວ່າແນວໃດ໋ ຄວາມຮັກກໍ່ເລີ່ມຕົ້ນມາຈາກສອງຄົນ
ແຕ່ກ່ອນຈະມາເປັນສອງຄົນໄດ້ນັ້ນ ໃນອະດີດຜ່ານມາມີຫຍັງເກີດຂື້ນແນ່.......
ສຳຫລັບເຮົາ ເຮົາຂອບໃຈ ແສງແດດ ທີ່ເຮັດໃຫ້ເຮົາເບີ່ງເຫັນຄວາມຮັກ ແສງແດດທີ່ເຮັດໃຫ້ເຮົາອົບອຸ່ນ
ແສງແດດທີ່ສ່ອງນຳທາງຮັກຂອງຄົນສອງຄົນ
ຂອບໃຈ ຕົ້ນໄມ້ ທີ່ເຮັດໃຫ້ເຮົາມີອາກາດຫາຍໃຈ
ຕົ້ນໄມ້ທີ່ເຮັດໃຫ້ເຮົາໄດ້ເປັນບ່ອນພັກ ເວລາທໍ້ແທ້ ຕົ້ນໄມ້ທີ່ເຮັດໃຫ້ເຮົາມີຊີວິດເພື່ອພົບກັບຄວາມຮັກ
ຂອບໃຈ ໂລກ ນີ້ທີ່ເຮັດໃຫ້ເຮົາຮູ້ສຶກວ່າມີໂຕຕົນ ໂລກທີ່ໃຫ້ເຮົາມີບ່ອນຢູ່ເພື່ອຖ້າຄົນຮັກ
ຂອບໃຈ ແຮງດຶງດູດ ທີ່ເຮັດໃຫ້ຄົນສອງຄົນໄດ້ພົບກັນ
ຂອບໃຈການລະເບີດຂອງ ບິກແບ໊ງ ເມື່ອຫລາຍລ້າປີກ່ອນທີ່ເຮັດໃຫ້ມີສັບພະສິ່ງໃນຈັກກະວານນີ້
ແລະເຮັດໃຫ້ມີຄວາມຮັກ
ຂອບໃຈທຸກໆຢ່າງ ທີ່ເຮັດໃຫ້ເຮົາໄດ້ຮັກກັນ
ເຫັນບໍ່ວ່າກ່ອນຄົນສອງຄົນຈະມາພົບກັນ ກ່ອນຄວາມຮັກຈະເກີດຂື້ນມັນມີຫລາຍໆຢ່າງມາກໍ່ເກີດກ່ອນຈະເປັນ
ມັນມີເຫດມາຈາກອະດີດລວມໆ ກັນມາຈົນກາຍມາເປັນເຈົ້າ ແລະເປັນ ຂ້ອຍ ຈົນມາເປັນເຮົາ
ເມື່ອຄິດເບີ່ງແລ້ວ ຄວາມຮັກຂອງເຮົານັ້ນມີຄ່າຫລາຍ ຫລາຍເກີນກ່ວາຈະຖີ້ມມັນໄປແບບບໍ່ໃຍດີ
ດັ່ງນັ້ນຄວາມຮັກທັງຫລາຍເມື່ອເວລາພົບກັນແລ້ວກໍ່ຈົ່ງຮັກສາມັນໄວ້ໃຫ້ດີເພາະມັນມີຄ່າຫລາຍ
ຈົ່ງເບີ່ງແຍງແລະຮັກສາໃຫ້ເທົ່າກັບໂຕເຮົາເອງ ຫາກວ່າເຮົາບໍ່ຮັກສາຄວາມຮັກແລ້ວ ກໍ່ຄືກັບການທີ່ໂຕທ່ານບໍ່ຣັກໂຕເອງ