ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 21, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ມີການປະພຶດຢ່າງໜຶ່ງທີ່ຄົນຄົນບາງຄົນມັກເຮັດຄືການປັ້ນນ້ຳເປັນໂຕ ໄດ້ແກ່ປັ້ນເລື່ອງຂຶ້ນມາເພື່ອປະໂຫຍດບາງຢ່າງ ເຊັ່ນເພື່ອຍົກຕົວເອງ ເພື່ອທຳລາຍຄົນອື່ນ ຫລື ເພື່ອໃຫ້ຄົນອື່ນແຕກແຍກກັນ ເຊິ່ງເລື່ອງເຫລົ່ານີ້ເປັນເລື່ອງທີ່ບໍ່ຈິງ ບໍ່ເປັນໄປຕາມຄວາມຈິງ ແຕ່ຜູ້ເວົ້ານັ້ນມີວິທີການເວົ້າຊັກຈູງໃຫ້ຄົນອື່ນເຊື່ອຖືດີ ຫລື ບາງຄັ້ງຜູ້ປັ້ນເລື່ອງນັ້ນເປັນຄົນມີຖານະ(ຍົດ) ຈິ່ງເຮັດໃຫ້ຄຳເວົ້ານັ້ນມີນ້ຳໜັກໜ້າເຊື່ອຖືໄດ້ ທັ້ງໆທີ່ເລື່ອງນັ້ນບໍ່ອາດພິສູດ ຫລື ໜ້າເຊື່ອຖືໄດ້ວ່າເປັນເລື່ອງຈິງ ກາຍເປັນວ່າຜູ້ຮັບຟັງເຊື່ອຄົນເວົ້າເປັນສຳຄັນ ເມື່ອເຊື່ອຄົນເວົ້າແລ້ວ ເລື່ອງທີ່ເຂົາເວົ້າອອກມາກໍ່ພອຍເປັນໜ້າເຊື່ອຖືໄປນຳ(ຜູ້ໃຫຍ່ເວົ້າຫຍັງກໍ່ຄື) ການປັ້ນນ້ຳໃຫ້ເປັນໂຕນີ້ໄດ້ທຳລາຍຄົນມາຫລາຍຕໍ່ຫລາຍແລ້ວ ໝູ່ສະໜິດຕ້ອງແຕກກັນ ສາມີພັນລະຍາຕ້ອງມາຜິດຖຽງກັນ ຫລື ແຍກທາງກັນໄປ ເຈົ້ານາຍກັບລູກນ້ອງຕ້ອງບດໝາງກິນໃຈກັນ ຄົນຢູ່ນຳກັນເບິ່ງໜ້າກັນບໍ່ໄດ້ ເຫລົ່ານີ້ສ່ວນໜຶ່ງກໍ່ມາຈາກການປັ້ນນຳ້ໃຫ້ເປັນໂຕນີ້ເອງ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 12, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

ທຸກຄົນຍ່ອມເຄີຍໃຝ່ຝັນກັນມາ ໂດຍສະເພາະສະໄໝເປັນເດັກນ້ອຍມັກຈະໃຝ່ຝັນຢາກເປັນນັ້ນເປັນນີ້ ຄວາມໃຝ່ຝັນເປັນເລື່ອງດີ ຄົນທີ່ບໍ່ໃຝ່ຝັນຫຍັງເລີຍຈະບໍ່ຄ່ອຍດີ ຄວາມໃຝ່ຝັນເປັນການຈຸດປະກາຍ ແລະ ແຮງບັນດານໃຫ້ຄົນເຮົາມີຄວາມບຸກບືນບາກບັ່ນ ມີຄວາມມຸ່ງໝັ້ນພະຍາຍາມເພື່ອໃຫ້ຄວາມໃຝ່ຝັນປະກົດຜົນເປັນຈິງ ຄົນທີ່ໃຝ່ຝັນຢ່າງແຮງກ້າມັກຈະເຂັ້ມແຂງແລະເປັນນັກສູ້ຊີວິດທີ່ບໍ່ຍອມທໍ້ຖອຍງ່າຍໆ ຄົນທີ່ໄດ້ຮັບຄວາມສຳເລັດໃນຊີວິດນັ້ນສ່ວນໃຫຍ່ເລີ່ມຕົ້ນມາຈາກຄວາມໃຝ່ຝັນທັງສິ້ນ ກົງກັນຂ້າມ ຄົນທີ່ບໍ່ຄິດບໍ່ໃຝ່ຝັນຫຍັງເລີຍມັກຈະເປັນຄົນເຊື່ອຍຊ້າ ຂາດຊີວິດຊີວາເພາະຂາດແຮງບັນດານໃຈ ເຮັດຫຍັງກໍ່ເຮັດແບບໄຮ້ຈຸດໝາຍປາຍທາງ ໂອກາດທີ່ຈະໄດ້ຮັບຜົນສຳເລັດນັ້ນມີໜ້ອຍກລືອາດບໍ່ມີເລີຍ(ຫລົ້ມເຫລວ) ແຕ່ຄວາມໃຝ່ຝັນຂອງຄົນເຮົານັ້ນກໍ່ມີຂໍ້ຄວນລະວັງຢູ່ ຄືຫາກຄວາມໃຝ່ຝັນນັ້ນເປັນພຽງຄວາມເພີ້ຝັນຫລືທະເຍີທະຍານ ກໍ່ອາດເຮັດໃຫ້ຜິດຫວັງເສຍກຳລັງໃຈເສຍແຮງໄປລ້າໆໄດ້ ຫລືອາດເປັນແຮງກະຕຸ້ນໃຫ້ເຮັດໃນສິ່ງທີ່ຜິດເພື່ອໃຫ້ສຳເລັດໃນສິ່ງທີ່ຕ້ອງການກໍ່ໄດ້

  ດັ່ງນັ້ນ ເມື່ອເຮົາຈະໃຝ່ຝັນຫຍັງກໍ່ຄວນມີຂອບເຂດ ເບິ່ງຄວາມເັນໄປໄດ້ ແລະ ເບິ່ງສະຖານະພາບຂອງຕົວເອງຄວບຄູ່ໄປນຳ ຫາກໃຝ່ຝັນຈົນເກີນວິໄສຫລືເກີນພາວະຂອງຕົວເອງກໍ່ອາດຈະກາຍເປັນເລື່ອງເພີ້

ຝັນຫລືຄວາມທະເຍີທະຍານໄປໄດ້ ເມື່ອເປັນເລື່ອງເພີ້ຝັນໂອກາດຈະສົມຫວັງກໍ່ມີໜ້ອຍ ເມື່ອບໍ່ສົມຫວັງກໍ່ອາດເຮັດໃຫ້ເກີດຄວາມທໍ້ແທ້ໃນຊີວິດໄດ້ ເຖິງຢ່າງໃດກໍ່ຕາມເຮົາກໍ່ຄວນສ້າງຄວາມໃຝ່ຝັນໄວ້ ເພາະສິ່ງທີ່ໃຝ່ຝັນໄວ້ນັ້ນຈະປຽບເໝືອນຈຸດໝາຍປາຍທາງໃນການດຳເນີນຊີວິດໃຫ້ເຮົາເປນັເປົ້າໝາຍໃຫ້ເຮົາມຸ່ງໄປຫາ ດີກວ່າເດີນໄປຢ່າງໄຮ້ຈຸດໄຮ້ທິດທາງ ສຳຄັນຢ່າໃຫ້ຄວາມໃຝ່ຝັນກາຍເປັນການເພີ້ຝັນໄປກະແລ້ວກັນ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 10, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ສິ່ງທີ່ມີຄ່າທີ່ສຸດຄືຊີວິດ ບໍ່ວ່າຊີວິດຂອງເຮົາຫລືຂອງໃຜກໍ່ມີຄ່າທັງນັ້ນ ມີຄ່າທັງປກ່ຕົວເອງແລະແກ່ຄົນອື່ນນຳ  ສະນັ້ນບໍ່ຄວນບຽດບຽນຊີວິດຂອງກັນແລະກັນ ຄວນຮັກສາແລະທະນຸຖະໝອມຊີວິດໃຫ້ດີ ກະຕັນຍູຕໍ່ຕົວເອງ ພະຍາຍາມໃຊ້ຊີວິດໃຫ້ມີຄ່າດ້ວຍການເຮັດສິ່ງທີ່ເປັນປະໂຫຍດທັງແກ່ຕົນເອງແລະຄົນອື່ນໃຫ້ຫລາຍທີ່ສຸດ ແບບນີ້ຈິ່ງຈະເອີ້ນວ່າໃຊ້ຊີວິດຢ່າງກຸ້ມຄ່າ ບໍ່ແມ່ນໃຊ້ຊີວິດແບບຟຸມເຟືອຍ ທ່ຽບເລາະຫາຄວາມສຳລານ ຫາແກ່ນສານຫາສາລະແຫ່ງຊີວິດບໍ່ໄດ້ ແລ້ວບອກວ່າໃຊ້ວຊີວິດກຸ້ມຄ່າ ບໍ່ແມ່ນຢ່າງນັ້ນເລີຍ ການໃຊ້ຊີວິດກຸ້ມຄ່າທີ່ຖືກຕ້ອງຄືການໃຊ້ຊີວິດໄປເພື່ອສ້າງໂຫຍດທາງບວກແກ່ຕົນແລະສັງຄົມຕ່າງຫາກ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 8, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

ຄົນເຮົານອກຈາກຄວນດູແລສຸຂະພາບກາຍແລະຈິດໃຫ້ດີແລ້ວ ສິ່ງແວດລ້ອມກໍ່ສຳຄັນທີ່ເຮົາຕ້ອງດູແລແລະໃຫ້ຄວາມສົນໃຈ ເພາະສິ່ງແວດລ້ອມຈະເຮັດໃຫ້ສຸຂະພາບກາຍແລະຈິດຂອງເຮົາດີໄປດ້ວຍ ສິ່ງແວດລ້ອມມີທັງທີ່ມີຢູ່ແລ້ວຕາມທຳມະຊາດເຊັ່ນ: ຕົ້ນໄມ້ ພູຜາ ແມ່ນຳ້ລຳທານ ອາກາດ ແລະ ສິ່ງທີ່ສ້າງຂຶ້ນມາເອງເຊັ່ນ: ທີ່ຢູ່່ອາໄສ ບໍລິເວນເຮືອນ ອາຄານ ສິ່ງປຸກສ້າງ ຖະໜົນຫົນທາງ ສິ່ງແວດລ້ອມເຫລົ່ານີ້ລ້ວນໃຫ້ຄຸນໃຫ້ໂທດແກ່ຄົນເຮົາໄດ້ທັງສອງທາງ ຖ່າເຮົາດູແລຈັດການດີກໍ່ໃຫ້ຄຸນ ຖ້າເຮົາດູແລຈັດການບໍ່ດີກໍ່ໃຫ້ໂທດ

 ດ່ັງໄທເຮົາເຈົ້າຂ້ອຍຄວນດູແລຈັດການສິ່ງແວດລ້ອມໃຫ້ດີເພື່ອປະໂຫຍດແກ່ເຮົາເອງແລະຄົນອ້ອມຂ້າງ ໂດຍເລີ່ມຕັ້ງແຕ່ທີ່ຢູ່ອາໄສ ຫ້ອງນອນ ເຮືອນຄົວ ຫ້ອງນ້ຳ ຈັດການດູແລໃຫ້ສະອາດປາສະຈາກກິ່ນອັບ ຢ່າໃຫ້ຮົກລຸງລັງເປັນແຫລ່ງແຜ່ເຊື້ອໂລກ ບໍລິເວນເຮືອນກໍ່ດູແລໃຫ້ສະອາດ ປູກຕົ້ນໄມ້ ດອກໄມ້ ໄວ້ໃຫ້ຮົ່ມຊຸ່ມຊື່ນ ກຳຈັດແຫລ່ງທີ່ເປັນທີ່ອາໄສຂອງຍຸງ ຖິ້ມຂີ້ເຫຍື້ອໃຫ້ເປັນທີ່ເປັນທາງ ບໍ່ຖິ້ມຂີ້ເຫຍື້ອ ເສດອາຫານ ແລະ ສິ່ງສົກກະປົກລົງໃນແມ່ນຳ້ລຳຄອງ ບໍ່ຕັດຕົ້ນໄມ້ທຳລາຍປ່າ ຮວມໄປເຖິງການບໍ່ເຮັດສິ່ງທີ່ເຮັດໃຫ້ເກີດມົນລະພິດຄືເກີດຝຸ່ນເກີດຄວັນ ເກີດສຽງດັງ ຫລືເກີດກິ່ນເໝັນໃຫ້ເປັນທີ່ເດືອດຮ້ອນຂອງຄົນອື່ນ ການດູແລຮັກສາ ການປັບປຸງສິ່ງແວດລ້ອມໃຫ້ດີ ແລະ ບໍ່ທຳລາຍສິ່ງແວດລ້ອມໃຫ້ເສຍຫາຍລ້ວນແຕ່ເປັນປະໂຫຍດໃຫ້ແກ່ຕົວເຮົາເອງທັງນັ້ນ ເມື່ອຈັດການສິ່ງແວດລ້ອມດີ ເຮືອນຊານບ້ານຊ່ອງກໍ່ໜ້າຢູ່ ບໍ່ລິເວນເຮືອນກໍ່ຈະສວຍງາມ ຖະໜົນຫົນທາງກໍ່ຮົ່ມເຢັນຊຸ່ມຊື່ນ ແມ່ນຳ້ລຳຄອງກໍ່ສະອາດ ບ້ານເມືອງກ່ຈະປອດມົນລະພິດທັງປວງເປັນເລື່ອງດີທັງນັ້ນ ກົງກັນຂ້າມຖ້າເຮົາບໍ່ດູແລຈັດການສິ່ງແວດລ້ອມໃຫ້ດີ ມີແຕ່ທຳລາຍສິ່ງແວດລ້ອມທີ່ດີລົງທຸກມື້ມຸກວັນ ຄົນທີ່ເດືອດຮ້ອນກໍ່ຄືເຮົາ ເພາະຖືກສິ່ງແວດລ້ອມລົງໂທດ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 7, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

  ເມື່ອເວົ້າເຖິງສຸຂະພາບ ເຮົາມັກນຶກເຖິງແຕ່ສຸຂະພາບກາຍ ນຶກເຖິງແຕ່ຄວາມແຂງແຮງ ຄວາມບໍ່ມີໂລຄາພະຍາດບຽດບຽນທາງຮ່າງກາຍ ຄວາມຈິງສຸຂະພາບຈິດກໍ່ເປັນເລື່ອງສຳຄັນຄືກັນກັບສຸຂະພາບ

ຮ່າງກາຍ ຈິດໃຈທີ່ມີສຸຂະພາບດີກໍ່ຈະປອດໂປ່ງ ແຈ່ມໃສ ບໍ່ຂຸ່ນມົວ ບໍ່ຫງຸດຫງິດແລະຟຸ້ງຊ່ານ ເຊິ່ງສະໄໝນີ້ເຂົາເອີ້ນວ່າບໍ່ຄຽດ ການຮັກສາສຸຂະພາບຈິດໃຫ້ດີຈິ່ງຈຳເປັນຫລາຍ

      ສຸຂະພາບຈິດຈະດີໄດ້ກໍ້ດ້ວຍການຮັກສາອາລົມໃຫ້ດີ ຢ່າງໃຫ້ອາລົມເສຍ ສິ່ງທີ່ຈະເຮັດໃຫ້ອາລົມເສຍນັ້ນມີຫລາຍ ຜ່ານທາງຕາແດ່ ທາງຫູແດ່ ທາງຄວາມຄິດແດ່ ວັນໜຶ່ງໆຄົນເຮົາມັກຈະຮັບອາລົມ

ຮ້າຍໆ ຮ້ອນໆ ເຂົ້າໄປໄວ້ໃນຈິດໃຈຢ່າງຫລວງຫລາຍ ແລ້ວກໍ່ເກັບສະສົມໄວ້ເລື່ອຍໆ ຈົນກາຍເປັນກອງຂີ້ເຫຍື້ອອາລົມຢູ່ໃນຈິດໃຈ ຄົນທີ່ມີກອງຂີ້ເຫຍື້ອອາລົມຢູ່ໃນຈິດໃຈຫລາຍສຸຂະພາບຈິດກໍ່ຈະເສຍ

ໄປຫລາຍ ຄົນທີ່ມີສຸຂະພາບຈິດເສຍຫລາຍກໍ່ມັກຈະອາລົມເສຍເລື້ອຍໆ ຫງຸດຫງິດງ່າຍ ກາຍເປັນຄົນເຈົ້າອາລົມໄປໂດຍບໍ່ຮູ້ຕົວ

      ວິທີປ້ອງກັນບໍ່ໃຫ້ສຸຂະພາບຈິດເສຍກໍ່ຄືຢ່າໄປຮັບຮູ້ເລື່ອງພາຍນອກໃຫ້ຫລາຍເກີນໄປ ຫາກຈຳເປັນຕ້ອງຮູ້ກໍ່ຢ່າໄປຮັບມາເກັບເປັນອາລົມທັງໝົດ ຮູ້ກໍ່ເຮັດເປັນບໍ່ຮູ້ ເຫັນກໍ່ເຮັດເປັນບໍ່ເຫັນສາແດ່ ເອົາຫູໄປນາເອົາຕາໄປໄຮ່ ເຮັດແບບຄຳເພິ່ນສອນໄວ້”ປິດຕາທັງຄູ່ ປິດຫູສອງເບື້ອງ ປິດປາກໄວ້ແດ່ ຈະນອນຫລັບສະບາຍ” ເຮັດໄດ້ດັ່ງນີ້ຈິດໃຈກໍ່ຈະປອດໂປ່ງເພາະປອດມົນລະພິດ ອາລົມພາຍນອກໍ່ເຮັດຫຍັງບໍ່ໄດ້ເພາະເຮົາບໍ່ໃສ່ໃຈເກັບເອົາມາເປັນອາລົມ ສຸຂະພາບຈິດກໍ່ຈະດີເພາະບໍ່ຄຽດ ບໍ່ວິຕົກກັງວົນຫຍັງ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 6, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ຄົນເຮົາເຖິງຮູບຈະບໍ່ງາມກໍ່ຢ່າເສຍໃຈ ເພາະຮູບຮ່າງເປັນເລື່ອງເໜືອອຳນາດຂອງເຮົາ ເກີດມາເປັນຢ່າງໃດກໍ່ເປັນຢ່າງນັ້ນປ່ຽນແປງໄດ້ຍາກ ເຖິງຈະຕົບແຕ່ງເພີ່ມເຕີມຢ່າງໃດກໍ່ເອົາດີຕາມຕ້ອງການບໍ່ໄດ້ ເມື່ອຮູບບໍ່ງາມເຮົາກໍ່ສາມາດສ້າງງາມອີກຢ່າງໜຶ່ງຂຶ້ນມາທົດແທນໄດ້ ຄືການສ້າງໃຈໃຫ້ງາມເພາະງາມມີ 2 ຢ່າງຄື: ງາມນອກກັບງາມໃນ ງາມນອກຄືຮູບງາມ ງາມໃນຄືໃຈງາມ ຮູບງາມເປັນເລື່ອງຂອງບຸນເກົ່າ ສວ່ນໃຈງາມເປັນເລື່ອງຂອງບຸນໃໝ່ເຮົາສາມາດເຮັດໃຫ້ເກີດຂຶ້ນໄດ້ເອງ

      ເກີດເປັນຄົນເຖິງແມ່ນວ່າຮູບຈະບໍ່ງາມກໍ່ຢ່າເປັນຄົນໃຈບໍ່ງາມຕາມໄປດ້ວຍ ຈະບໍ່ມີຫຍັງດີເລີຍ ເຮັດຕົວໃຫ້ເປັນຄົນໃຈງາມເຂົ້າໄວ້ນັ້ນແຫລະດີ ຄົນໃຈງາມກໍ່ຄືຄົນມີນ້ຳໃຈ ມີຈິດໃຈອ່ອນໂຍນ ເປັນອົກເຫັນໃຈຄົນອື່ນ ບໍ່ຖືຊາເມື່ອຜູ້ອື່ນຜິດພາດ ບໍ່ໂກດເຄືອງເມື່ອຜູ້ອື່ນລ່ວງເກີນ ບໍ່ເກຫບເລື່ອງໄຮ້ສາລະມາເປັນອາລົມ ປ່ອຍວາງໄດ້ ບໍ່ຄິດອາຄາດມາດຮ້າຍ ແລະ ບໍ່ນຳເລື່ອງບໍ່ດີຂອງຄົນອື່ນມານິນທາວ່າຮ້າຍໃຫ້ເຂົາເສຍຫາຍ ເວົ້າລວມກໍ່ຄືເປັນຄົນມີຄວາມລະອາຍໃຈ ຢ້ານກົວຕໍ່ບາບ(ຄວາມຊົ່ວ) ມີຄວາມອົດທົນ ສະຫງົບສະຫງຽ່ມຈຽມຕົວ ຈຽມໃຈ ຄົນໃຈງາມແບບນີ້ເຖິງແມ່ນຮູບຮ່າງຈະບໍ່ງາມ ເຖິງແມ່ນຈະມີຍົດນ້ອຍດ້ອຍສັກ ກໍ່ເປັນຄົນງາມຄົນເດັ່ນພໍທີ່ຈະຄົບຫາສະມາຄົມ ແລະ ເຄົາລົບນັບຖືໄດ້ສະໜິດໃຈ ຂໍໃຫ້ຮູ້ໄວ້ວ່າ ຮູບຮ່າງດຶງດູດຕາ ໃຈງາມດຶງດູດຈິດ ຮູບງາມຢູ່ໄດ້ຊົ່ວຄາວ ໃຈງາມຢູ່ໄດ້ຕະຫລອດການ ທັງນີ້ເື່ອຈະໄດ້ປັບແຕ່ງຕົວເອງໃຫ້ເປັນຄົນໃຈງາມຄວບຄູ່ກັນໄປກັບການແຕ່ງໃຫ້ຮູບງາມ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 5, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

”ຍາມຢູ່ໃຫ້ເຂົາຮັກ.....................ຍາມຈາກໃຫ້ເຂົາອາໄລ

ຍາມຢູ່ໃຫ້ເຂົາໄວ້ໃຈ...................ຍາມໄປໃຫ້ເຂົາຄິດຮອດ”

ຄຳເວົ້າເລີ່ມຕົ້ນນີ້ເປັນຄາຖາມະຫາສະເໜ່ ສຳລັບສ້າງຄວາມປະທັບໃຈໃຫ້ແກ່ຄົນທົ່ວໄປ

 ເຮົາຈະຢູ່ນະທີ່ແຫ່ງໃດ ຢູ່ກັບໃຜ ເຮັດວຽກທີ່ໃດ ເຮັດວຽກກັບໃຜ ຈະດົນ ຫລື ບໍ່ດົນກໍ່ຕາມ ສິ່ງທຳອິດທີ່ເຮົາຄວນເຮັດຄືສ້າງຄວາມປະທັບໃຈໄວ້ ຢ່າສ້າງຄວາມບາດໝາງ ຢ່າສ້າງຄວາມໜັກໃຈໄວ້ໃຫ້ຄົນທີ່ເຮົາໄປພັກ ຫລື ໄປເຮັດວຽກນຳ ຖ້າເຮົາສ້າງຄວາມປະທັບໃຈໄວ້ໃຫ້ເຂົາໄດ້ ເຮົາຈະຢູ່ຢ່າງສະບາຍ ຈະມີແຕ່ຄົນຮັກ ມີແຕ່ມິດ ບໍ່ມີສັດຕູ ກົງກັນຂ້າມຖ້າເຮົາສ້າງຄວາມໜັກໃຈໄວ້ໃຫ້ເຂົາ ກໍ່ຈະມີແຕ່ຄົນລັງກຽດ ຢູ່ບໍ່ເປັນສຸຂ.

   ວິທີສ້າງຄວາມປະທັບໃຈກໍ່ຄືຄວາມເສຍສະລະບໍ່ເຫັນແກ່ໄດ້ ເວົ້າຈາໃຫ້ດີເອົາໄວ້ ຊ່ວຍເຫລືອເຂົາ ເປັນກັນເອງກັບທຸກຄົນ ບໍ່ຖືເນື້ອຖືຕົວ ສະຫງຽມຈຽມຕົວ ມີກິຣິຍາມາລະຍາດຮຽບຮ້ອຍ ຮັກສາສົມບັດຜູ້ດີ ເຮັດໄດ້ຢ່າງນີ້ຢູ່ແມ່ນຈະຢູ່່ບ່ອນໃດກໍ່ສະບາຍ ເຮັດວຽກຢູ່ໃສກໍ່ເຮັດວຽກໄດ້ສະບາຍ ເຖິງຄາວຕ້ອງຈາກກັນ ເຂົາກໍ່ຈະອາໄລແລະຄິດເຖິງ ເຂົ້າກັບຄຳເວົ້າທີ່ວ່າ”ຢູ່ໃຫ້ສ້າງຄວາມດີ ໜີໃຫ້ເພິ່ນຄິດຮອດ” ສຳຄັນກໍ່ຄືເຮົາຈະໄດ້ພັກພວກໄດ້ໝູ່ເພື່ອນທີ່ມີຄວາມຈິງໃຈຫລາຍຂຶ້ນ ຫາກເຮົາເປັນຄົນໃຈແຄບ ບໍ່ເສຍສະລະ ເຮົາກໍ່ຈະຢູ່ລຳບາກ ຂາດພັກພວກຂາດໝູ່ເພື່ອນທີ່ຮັກທີ່ໄວ້ໃຈ ຈຳຄາຖາມະຫາສະເໜ່ຂ້າງຕົ້ນໄວ້ແລ້ວເຮັດໃຫ້ໄດ້ ເຮົາກໍ່ຈະກາຍເປັນຄົນມີສະເໜ່ໄປໂດຍປະລິຍາຍ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 4, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

ຄົນທີ່ຈະຮັກເຮົາຈິງຫລືບໍ່ນັ້ນ ຢ່າເບິ່ງພຽງແຕ່ຄຳເວົ້າຂອງເຂົາເທົ່ານັ້ນ ຄຳເວົ້າເປັນພຽງລົມປາກເຊິ່ງອາດຜັນຜວນປ່ຽນແປງໄດ້ ຄົນທີ່ລຳພັນວ່າຮັກເຮົາເຫັນອົກເຫັນໃຈເຮົາ ຫລືເຄົາລົບນັບຖືເຮົານັ້ນ ອາດເປັນພຽງລົມປາກຫລືຢາຫອມທີ່ໂຊຍພັດມາໃຫ້ເຮົາຊື່ນໃຈເທົ່ານັ້ນ ໃຈຈິງເຂົາອາດຊັງເຮົາອິດສາເຮົາກໍ່ໄດ້ ແຕ່ເພື່ອປະໂຫຍດບາງທີ່ເຂົາຢາກໄດ້ນຳເຮົາຈິ່ງເຮັດໃຫ້ເຂົາເວົ້າ ຫລື ສະແດງຢ່າງນັ້ນ ຄົນທີ່ບໍ່ເຄີຍເວົ້າວ່າຮັກເຮົາເລີຍຈັກຄັ້ງບໍ່ເຄີຍຊົມເຮົາເລີຍຈັກຫົນ ເຂົາອາດເປັນຄົນທີ່ຮັກເຮົາຈິງ ຊື່ສັດຕໍ່ເຮົາແທ້ກໍ່ໄດ້ເຊັ່ນກັນ ແຕ່ກໍ່ບໍ່ໄດ້ແປວ່າຄົນທີ່ບອກວ່າຮັກເຮົາຈະບໍ່ໄດ້ຮັກເຮົາຈິງ ຫລື ຄົນທີ່ບໍ່ເຄີຍບອກວ່າຮັກເຮົາຈະຮັກເຮົາຈິງ ພຽງແຕ່ຕ້ອງການບອກໃຫ້ຮູ້ວ່າໃຜຈະຮັກເຮົາ ຫລື ບໍ່ຮັກເຮົາບໍ່ແມ່ນຢູ່ທີ່ຄຳເວົ້າ ບໍ່ແມ່ນເບິ່ງກັນພຽງແຕ່ລົມປາກ ແຕ່ຢູ່ທີ່ການກະທຳຢູ່ທີ່ການະສແດງອອກຂອງເຂົານຳ ຕ້ອງເບິ່ງຄວບຄູ່ກັນໄປທັງຄຳເວົ້າແລະການກະທຳ

    ຄົນທີ່ດີຕໍ່ເຮົາທັງຕໍ່ໜ້າແລະລັບຫລັງ ຄອຍຊ່ວຍເຫລືອເຮົາ ສະໜັບສະໜູນເຮົາ ປົກປ້ອງເຮົາ ແລະ ຍົກຍ້ອງເຮົາທັງຕໍ່ໜ້າແລະລັບຫລັງ ບໍ່ວ່າຈະເປັນຢ່າງໃດເຂົາກໍ່ສະເໝີຕົ້ນສະເໝີປາຍ ນັ້ນແຫລະເອີ້ນວ່າຮັກເຮົາຈິງ ເຂົາຈະເວົ້າວ່າຮັກເຮົາຫລືບໍ່ເວົ້ານັ້ນບໍ່ສຳຄັນ ສ່ວນຄົນທີ່ດີແຕ່ຕໍ່ໜ້າລັບຫລັງນິນທາເຮົາບໍ່ສະໜັບສະໜູນຍົກຍ້ອງເຮົາຈິງ ເວົ້າຈາດີຕໍ່ເຮົາພຽງເພື່ອຈະໃຊ້ເຮົາ ພຽງເພື່ອຫວັງປະໂຫຍດຈາກເຮົາເທົ່ານັ້ນ ປະເພດປາກຢ່າງໃຈຢ່າງ ປາກກັບໃຈບໍ່ກົງກັນ ນັ້ນແຫລະຄືຜູ້ທີ່ບໍ່ຮັກເຮົາຈິງ ເຖິງປາກຈະບອກວ່າຮັກເຮົາຈິງຢ່າງນັ້ນຢ່າງນີ້ກໍ່ເຊື່ອບໍ່ໄດ້ ໃນເລື່ອງນີ້ເຮົາຕ້ອງລະວັງໃຈຂອງເຮົາເອງ ຢ່າຫລົງໄຫລໄປປື້ມໃຈກັບຄາລົມຂອງໃຜງ່າຍໆ ດຽວຈະເສຍແຮງ ເສຍໃຈໄປລ້າໆໆໆໆໆໆ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 2, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ຜູ້ຊາຍຈີນຄົນໜຶ່ງ ໄດ້ໄປໃຊ້ຊີວິດທີ່ອາເມລິກາ ແລະ ກໍ່ໄດ້ຄົບກັບສາວອາເມລິກາຄົນໜຶ່ງເປັນແຟນ ມື້ໜຶ່ງລາວກັບແຟນສາວ ພວມຍ່າງເພື່ອຈະຂ້າມທາງແຕ່ພໍຈະຂ້າມກໍ່ພໍດີໄຟຂຽວຂຶ້ນ ແຕ່ບັນດາລົດຍັງບໍ່ທັນ

ອອກໂຕເທື່ອ ຊາຍຄົນນີ້ຈິ່ງຮີບຟ້າວຈັບແຂນແຟນຕົນແລ່ນຂ້າມທາງມ້າລາຍໄປ ຕໍ່ມາພາຍຫລັງດ້ວຍຜົນຂອງການຂ້າມທາງໃນຄັ້ງນັ້ນ ເປັນເຫດໃຫ້ແຟນສາວຂອງລາວຕ້ອງເລີກຄົບກັບລາວ ຍ້ອນແຟນສາວ

ຜູ້ນີ້ເັຫນວ່າລາວບໍ່ເຄົາລົບຕໍ່ກົດລະບຽບບ້ານເມືອງ(ບໍ່ຊື່ສັດ)ຖ້າຄົບກໍ່ເປັນທີ່ໄວ້ໃຈບໍ່ໄດ້

    ຫລັງຈາກນັ້ນ   ຊາຍຄົນນີ້ກໍ່ໄດ້ກັບຄືນສູ່ປະເທດຂອງຕົນແລ້ວກໍ່ຄົບກັບແຟນຄົນໃໝ່ຊຶ່ງເປັນຄົນຈີນຄືກັນ     ແລະແລ້ວລາວກໍ່ໄດ້ພົບກັບເຫດການແບບເກົ່ານັ້ນອີກ ແຕ່ຄັ້ງນີ້ລາວບໍ່ໄດ້ເຮັດຄືກັບເຫດການໃນ

ອະດີດນັ້ນອີກແລ້ວ ລາວພາແຟນສາວຄົນໃໝ່ຢູ່ລໍຖ້າຈົນກວ່າໄຟຈາລະຈອນອະນຸຍາດແລ້ວຈິ່ງພາແຟນສາວຂ້າມ ເພາະລາວຖືເອົາເຫດການໃນຄັ້ງກ່ອນເປັນບົດຮຽນ ແຕ່ແລ້ວ ແຟນຄົນໃໝ່ນີ້ກໍ່ມາເລີກຄົບກັບ

ລາວອີກ ຍ້ອນເຫັນວ່າລາວບໍ່ມີຄວາມມຸ່ງໝັ້ນ ບໍ່ກ້າສ່ຽງໄພ ຄົບໄປກໍ່ຍາກທີ່ຈະປະສົບຜົນສຳເລັດໄດ້

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 27, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ສິ່ງທີ່ຈະເຮັດໃຫ້ພໍ່ແມ່ສະບາຍໃຈທີ່ສຸດ ກໍ່ຄືການທີ່ເຫັນລູກໆ ມາພ້ອມໜ້າພ້ອມຕາກັນ ມານັ່ງລົມກັນ ມາກິນເຂົ້ານຳກັນ ມີຫຍັງກໍ່ປຶກສາຫາລືກັນ ແຕ່ເລື່ອງທີ່ເຮດໃຫ້ພໍ່ແມ່ສະເທືອນໃຈ ແລະ ບໍ່ສະບາຍໃຈທີ່ສຸດກໍ່ຄືການທີ່ລູກໆ ບໍ່ຖືກກັນ ບໍ່ເວົ້າຈານຳກັນ ຫ່າງເຫີນເມີນໝາງຕໍ່ກັນ ຍິ່ງໄປກວ່ານັ້ນ ຖ້າລູກໆອິດສາລິດສະຫຍາກັນ ທະເລາະກັນ ຫລື ເຖິງຂັ້ນຟ້ອງຮ້ອງກັນຂຶ້ນໂຮງຂຶ້ນສານເພື່ອເອົາຊະນະກັນ ກໍ່ຍິ່ງເຮັດໃຫ້ພໍ່ແມ່ນອນສະອື້ນໃຈທຸກຄືນ ເມື່ອລູກໆຍັງນ້ອຍກັນຢູ່ ລູກອາດເຄີຍຜິດຖຽງກັນ ຕົບຕີກັນ ເມື່ອພໍ່ແມ່ເຫັນເຖິງວ່າຈະບໍ່ສະບາຍໃຈແຕ່ກໍ່ພໍທົນໄດ້ ເພາະບຶດດຽວກໍ່ຄືນດີກັນແລ້ວ ລືມເລື່ອງທີ່ຜິດກັນແລ້ວກໍ່ຫລິ້ນນຳກັນອີກ ເລື່ອງຂອງໄວເດັກມັນກໍ່ເປັນແບບນີ້ແຫລະ ບໍ່ເກັບເອົາມາຄິດເປັນອາລົມດົນແຕ່ ເມື່ອເຮົາໃຫຍ່ແລ້ວມາຜິດກັນ ມັນດີກັນຄືນບໍ່ໄດ້ໄວຄືກັບຕອນຍັງນ້ອຍ ພໍ່ແມ່ຈະເສຍໃຈຫລາຍຫາກລູກໆເປັນຢ່າງນັ້ນ

 ພໍ່ກັບແມ່ຫວັງວ່າລູກຄົງຈະເຂົ້າໃຈຫົວອົກຂອງພໍ່ແມ່ໃນຂໍ້ນີ້ດີ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 26, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ລູກຮັກ..........

ຄຳວ່າ ”ຄອບຄົວ” ເປັນຄຳທີ່ມີຄວາມໝາຍສຳຄັນຫລາຍ(ເປັນສະຖາບັນພື້ນຖານຂອງການພັດທະນາສັງຄົມ) ຄືໝາຍເຖິງຄວາມຮັກ ຄວາມອົບອຸ່ນ ຄວາມເປັນອັນດຽວກັນ ຕອນເຮົາຍັງເປັນເດັກ ເຮົາຢູ່ຮ່ວມກັນເປັນຄອບຄົວ ມີສຽງຫົວຢອກໄຍກັນຢ່າງສະໜຸກສະໜານ ມີການແລ່ນຫລິ້ນໄລ່ກັນກັນ ໄດ້ກິນເຂົ້າຮ່ວມກັນ ໄດ້ເຮັດກິດຈະກຳຕ່າງໆຮ່ວມກັນ ນຶກພາບຂຶ້ນມາແລ້ວມັນຄືວ່າມີຊີວິດຊີວາ ເຖິງວ່າພໍ່ກັບແມ່ຈະເຮັດວຽກມາເມື່ອຍ ພໍເຫັນໜ້າລູກໆ ມາຄອຍຕ້ອນຮັບຢູ່ທີ່ໜ້າປະຕູ ຖາມວ່າເມື່ອຍບໍ່???ແລ້ວຊ່ວຍຫີ້ວກະເປົາຖືເຄື່ອງຂອງໃຫ້ ເທົ່ານີ້ກໍ່ຫາຍເມື່ອຍແລ້ວ ເຫັນລູກກິນໄດ້ນອນຫລັບມີອາລົມມວ່ນຊື່ນ ພໍ່ແມ່ກໍ່ສະບາຍໃຈ ນີ້ແຫລະຄຳວ່າຄອບຄົວອົບອຸ່ນ ຕອນນີ້ບັນດາລູກໆກໍ່ໃຫຍ່ກັນແລ້ວ ຫາກສາມາດເສກເປົ່າໄດ້ ພໍ່ກັບແມ່ກໍ່ຢາກເສກເປົ່າໃຫ້ຄອບຄົວຂອງເປັນຄອບຄົວທີ່ອົບອຸ່ນ ພ້ອມໜ້າພ້ອມຕາກັນຄືຕອນຍັງນ້ອຍ ເຖິງແມ່ນວ່າຈະດົນໆມີຄັ້ງໜຶ່ງກໍ່ຍັງດີ ເຫັນໜ້າເຫັນຕາກັນ ເຫັນໜ້າເຫັນຕາກັນກິນເຂົ້ານຳກັນ ຖາມໄຖ່ສຸກທຸກຂອງກັນແລະກັນ ເທົ່ານີ້ກໍ່ຊ່ວຍຢືດອາຍຸໃຫ້ພໍ່ແມ່ໄດ້ອີກຫລາຍປີແລ້ວລູກເອີຍ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 25, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
  1. ລ້ຽງດູພໍ່ແມ່
  2. ອ່ອນນ້ອມຕໍ່ຜູ້ໃຫຍ່ໃນຕະກຸນ
  3. ເວົ້າຈາອ່ອນຫວານ
  4. ເວັ້ນຈາກການເວົ້າຍຸຍົງ ຫລື ສໍ້ສຽດໃຫ້ແຕກລ້າວ
  5. ກຳຈັດຄວາມຖະນີ່(ຂີ້ຖີ່)
  6. ມີສັຈຈະ
  7. ລະງັບ ຫລືຄວບຄຸມຄວາມໂກດ(ໂມໂຫໃຈຮ້ອນ)