ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ກຳລັງເບິ່ງຮູບທີ່ #1 ຈາກທັງໝົດ 6 ຮູບ ໃນອັລບັ້ມຮູບ ດອກໄມ້ຫນ້າບ້ານ ກ່ອນໜ້ານີ້     ໜ້າຕໍ່ໄປ
ມົດສົ້ມ ແລະ ດອກໄມ້
ຂ້ອຍແມ່ນມົດສົ້ມນ້ອຍ ດ້ອຍຄ່າລາຄາເບົາ
ຄິດຢາກເອົາຂອງແພງ ດັ່ງທຸກຄົນຫມາຍຈ້ອງ
ເບິ່ງແມະ ອ້າຍຜູ່ ມີປີກກວ້າງ ສະນຸກບິນຕອມດອກ
ເກສອນຫວານສີສັນແຍ້ມ ຕ້ອງຖືກອ້າຍຍ່ຳຍີ
ສ່ວນຂ້ອຍ ຄອຍປີນປ້າຍ ດອກຢູ່ຕ່ຳຈຳດິນ
ບໍ່ອາດກີນເກສອນຫວານ ດອກບານເທິງປາຍໄມ້
ໄດ້ແຕ່ແລມອງເຈົ້າ ເສຍນ້ຳຕາຍາມຜູ່ຈາກ
ຢາກປອບໂຍນກ່ຽວກ້ອຍ ແຕ່ບຸນນ້ອຍໄຕ່ບໍ່ເຖິງ ເຈົ້າແລ້ວ