ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 5, 2012 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

ບົດດເພັງນີ້ ຖ້າໃຜຮູ້ ຊ່ວຍຕື່ມໃຫ້ເຕັມເນີ້

ຊື່ເພັງ : ຮັກເອື້ອຍຄູ

* ແສງຈັນສ່ອງ                ນະພາສົດໃສ           

ດວງດາວນ້ອຍໃຫ່ຍ      ປະກາຍເປັ່ງສີໃສສ່ອງ

ປຽບດັ່ງແມ່ພິມ            ຂອງຊາດລາວເຮົາທັງຜອງ

ໃຊ້ຄວາມປອງດອງ      ສອງແສງສະຫວ່າງແກ່ສິດທົ່ວໄປ

 

** ຮັກເອື້ອຍຄູ               ຜູ້ໃຈແສນດີ

ເວົ້າຈາ      ທ່າທີ       ກິລິຍາຫນ້າຮັກອ່ອນຫວານ

ຄວາມຮູ້ວິຊາ         ສາມາດ    ນັນມີຮອບດ້ານ

...... (ຄິດອອກແລ້ວ ແຕ່ຈັກຊິຖືກແທ້ຫລືບໍ່ !)

ເອື້ອຍຄູໃຊ້ຄວາມບາກບັ່ນ      ສອນສິດນັ້ນດ້ວຍໃຈຮັກແພງ

 

*** ຢາມໃດ     ເລີກຈາກວຽກງານສິດສອນ

ກັບເມືອເຖິງບ້ານ        ການງານເອີ້ອຍຄູບໍ່ວ່າ

ໄດ້ເອົ່າໃຈໃສ່            ບໍ່ເຄີຍປ່ອຍປະລະວາງ

ວຽກງານລ້ຽງສັດປູກຝັງ         ເປັນແບບຢ່າງ ຄູລາວທົ່ວໄປ

 

**** ເອື້ອຍຄູແສນດີ          ມີໃຈກວ້າງຂວາງ

ເພື່ອນມິດທັງປວງ        ຍ້ອງຍໍ ຊົມເຊີຍວ່າເດັ່ນ

ໄດ້ຟັງພຽງຊື່      ໃຜໆ ກໍ່ຢາກພົບເຫັນ

ສົນໃຈເອື້ອຍຄູບໍ່ເວັ້ນ         ຢາກຂໍເປັນ ສິດ (ແຟນ) ຂອງເອື້ອຍຄູ.

ຄືຊິແມ່ນຈົບເທົ່ານີ້ !

 

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 1, 2012 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

ເຄີຍໄດ້ຍິນບົດເພັງ ສັນລະເສີນຄູເພັງຫນຶ່ງ ແຕ່ປະຈຸບັນ ຊອກຫາເນື້ອຮ້ອງບໍ່ເຫັນໃນປື້ມຕ່າງໆ ກະລີຍນຳມາຖາມນະທີ່ນີ້

ຖ້າໃຜຮູ້ ຂໍຄວາມກະລຸນາບອກໃຫ້ທ່ານແດ່ເດີ້ ! ວັກດຽວ ທຳອິດເລີຍ :

* ວາຈາຂອງຄູ             ກ້ອງສົ່ງມາເຫມືອນລະຄັງທອງ

?????????              ???????????????????

ຄູເຫມືອນຈິດຕະກອນ         ວາດແຕ້ມອາພອນແພຂາວ

???????????                   ຄູແຕ້ມແຕ່ງສວຍສົດງົດງາມ

* * ສັ່ງສອນ                         ໃຫ້ຮັກບ້ານເກີດເມືອງນອນ

ຮັກຄວາມກ້າວຫນ້າ             ຮັກປະຊາ .​.​.​.​ (ຄ່ານີ້ໄປ ໄດ້ຫມົດດດແລ້ວ )

ຂໍຂອບໃຈລ່ວງຫນ້າເດີ້ !

.