ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 1, 2011 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເມື່ອກ່ອນ   ຊາດລາວເຄີຍເດືອດຮ້ອນ     ຫລາຍຫລາກປີມາ

              ຍ້ອນອາດຍາກິນເມືອງ          ບໍ່ດູແລຊາວເຊື້ອ

              ທັງຂົນເອົາເສືອຊ້າງ             ຫລາຍພັນເຂົ້າມາຢູ່

             ແບ່ງປັນດິນແຕ່ປຸແຕ່ປູ້           ເປັນຫລາຍແຄວ້ນເຂດເມືອງ

 

            ເມື່ອລາວເປັນດັ່ງນັ້ນ             ສັດຕູຢຶດດິນແດນ

            ຈູດເຜົາເພພັງເມືອງ               ບ່ອນເຮົາເຄີຍຢັ້ງ

            ຍັງແຕ່ກົກເສົາຊີ້                   ດຳລາຍກາຍເປັນຖ່ານ

            ລູກຫລານລາວຖືກກວດຕ້ອນ   ເປັນຂີ້ຂ້າຕ່າງເມືອງ

 

            ບັດນີ້ ຊາດລາວເຊົາເດືອດຮ້ອນ  ກ້ຳເກິ່ງສີວິໄລ

           ຈົ່ງຊ່ວຍກັນໂຮມຮັກ              ສ້າງແປງເມືອງບ້ານ

           ຄ່ອຍໆສາມັກຄີສ້າງ              ຕາມກຳລັງຊ້ອນຢູ່

           ຢ່າເພິ່ງຫລາຍຕ່າງເຊື້ອ            ຢ້ານເຂົາຊ້ຳບ່ອນເດີມ  ແທ້ດາຍ.

ຜິດພາດຂໍອະໄພ ບໍ່ຖືກໃຈຂໍໂທດ ຊ່ວຍຕຳນິໃຫ້ແນ່ເດດີ້ ຈະເປັນກຽດຢ່າງສູງ ແລ.

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 30, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເມື່ອມອງນາງ     ຢູ່ອ່າວໄກ             ໃນຄວາມຝັນ

ຄວາມງົດງາມ     ຂອງນາງນັ້ນ        ເຫນືອບັນຍາຍ

ປຽບດັ່ງເດືອນ     ເຫມືອນດັ່ງດາວ   ສ່ອງປະກາຍ

ໃຈສະຫລາຍ        ຫາກຫ່າງຕາ       ພຽງນາທີ

 

ເມື່ອສົມຫວັງ       ໄດ້ນ້ອງນາງ         ມາຮຽງຂ້າງ

ໂອ້ ຟ້າຊ່າງ           ສ້າງໃຫ້ເຮົາ         ມາຄູ່ກັນ

ກາຍເປັນເພື່ອນ     ເລື່ອນເປັນຮັກ      ຊົ່ວນິລັນ

ຄວາມຫອມຫວານ ຂອງຮັກນັ້ນ        ເຫນືອບັນຍາຍ

 

ເມື່ອມອງນາງ        ຢູ່ອ່າວໄກ້             ພາຍໃນເຮືອນ

ເຖິງບໍ່ເຫມືອນ       ທີ່ຄາດໄວ້              ໃນຄວາມຝັນ

ແຕ່ກໍຮັກ              ແລະຈະຮັກ            ຊົ່ວນິລັນ

ເພາະນາງນັ້ນ         ຟ້າປະທານ           ມາໃຫ້ເຮົາ.

(ຂໍເຊີນໃຫ້ຄຳແນະນຳມືໃຫມ່ແນ່ເນີ ຈະເປັນກຽດຢ່າງສູງ ແລ.)