ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 3, 2013 | ມີ 4 ຄຳເຫັນ ແລະ 0 trackback(s)

 ນ້ຳດື່ມທີ່ດີຕໍ່ສຸຂະພາບຂອງຄົນສ່ວນຫລາຍ.

      ນ້ຳດື່ມທີ່ດີຕ້ອງມີຄຸນລັກຊະນະດັ່ງນີ້:

1. ປະສະຈາກຝຸ່ນລະອອງແລະ ສີສັນຕ່າງໆ ສັງເກດໄດ້ດ້ວຍຕາເປົ່າວ່າໄສດີ.

2. ຕ້ອງປະສະຈາກເຊື້ອພະຍາດເຊັ່ນ ອີໂກລາຍ, ​ແບັດເຕີເຣຍແລະ ຈຸລິນຊີບາງຊະນິດ.

3. ຕ້ອງມີແຮ່ທາດຈຳພວກແຄວຊຽມ Ca, ​ແມກນີຊຽມ Mg, ​ໂຊດດຽມ Na, ​ໂປຕາສຊຽມ K, ​ເປັນຕົນໃນປະລິມານສົມຄວນ ຄື ລວມແຮ່ທາດລະລາຍທັງຫມົດ TDS > 20ppm ຂື້ນໄປແລະ ລົດຊາດ ຕ້ອງຖືກປາກ ຂອງໃຜມັນ.

4. ຄວາມເປັນກົດແລະ ດ່າງ ຕ້ອງດູນດ່ຽງກັນ ຄື PH = 7. ຖ້ານ້ຳມີພາວະເປັນກົດ ຄື PH <7 ​ເຮົາຈະຮູ້ສຶກວ່າ ນ້ຳມີລົດສົ້ມແລະ ຍີ່ງຕໍ່າ ຍິ່ງສົ້ມຂື້ນແບບນີ້ ບໍ່ຄວນດື່ມເພາະຈະເຮັດໃຫ້ ສົບແຫ້ງແລະແຕກເຫີ, ​ແລະ ມັກມີອາການຮ້ອນໃນຕະຫລອດ. ຖ້າວ່ານ້ຳມີພາວະເປັນດ່າງສູງ ຄື PH > 7,5 ນ້ຳຈະມີລົດຝາດໆ  ບໍ່ແຊບ. ນ້ຳແຮ່ທາດເຂັ້ມຂູ້ນບາງຊະນິດ PH = 8 ກະມີ ຊຶ່ງຜູ້ດື່ມສ່ວນຫລາຍຢູ່​ປະ​ເທດ​ຈະ​ເລີ​ນແມ່ນຖືກສັ່ງໃຫ້ດື່ມໂດຍແພດປະຈຳຕົວໃນໄລຍະໄດຫນຶ່ງເທົ່ານັ້ນ.

5. ບັນຈຸໃນຂວດໄສ ຫນຽວນຸ້ມເວລາຈັບບາຍ (ຫມາຍເຖີງຂວດທີ່ໃຊ້ປະລາສຕິກເກດດີ)

6. ຄວນດື່ມພາຍໃນ 6 ​ເດືອນຈາກມື້ຜະລິດ ສຳລັບຊະນິດຂວດ. ສ່ວນເປັນຕຸກ 18 ຫລື 20 ລິດ ຄວນດື່ມພາຍໃນ 4 ອາທິດ ຫລັງການຜະລິດ.

7. ​ແລະ ສຳຄັນ​ທີ່​ສຸດ ນ້ຳ​ດຶ່ມຕ້ອງ​​ໄດ້​ຮັບ ອຢ ​​ໂດຍ​ພື້ນຖານ ແລະ ຖ້າ​ໃຫ້​ມີ​ຄວາມ​ປອດ​ໄພ​ສູງ ຕ້ອງ​ໄດ້​ຮັບ GMP ຕື່ມ. ປະຈຸ​ບັນ ​ໂຮງງານ​ນ້ຳ​ດື່ມ​ໃນ​ນະຄອນຫລວງ​ມີ ປະມານ 170 ​ແຫ່ງ ຕໍ່​ທະບຽນ​ ອຢ ​ໄດ້ພຽງ​ເຄີ່ງ​ດຽວ​ເທົ່າ​ນັ້ນ(ຈາກສະມາຄົມ​ນ້ຳ​ດື່ມ​ນະຄອນຫລວງ ສົກ 2012-2013).

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 3, 2013 | ມີ 2 ຄຳເຫັນ ແລະ 0 trackback(s)

 ບາງຜົນກະທົບຂອງນ້ຳດື່ມຊະນິດບໍ່ມີແຮ່ທາດຕໍ່ສຸຂະພາບຂອງຄົນໃນໄລຍະຍາວ.

ຮ່າງກາຍຂອງຄົນສ່ວນຫລາຍແມ່ນຕ້ອງການແຮ່ທາດໃນນ້ຳເພື່ອຊົດເຊີຍໃຫ້ການສູນເສຍ ຫລັງການອອກແຮງງານ ຫລື ຫລີ້ນກິລາ ຫລືແມ່ນແຕ່ການສູນເສຍນ້ຳຍ້ອນການເຈັບປ່ວຍ ຫລື ຢູ່ໃນຫ້ອງແອດົນ. ຖ້າດື່ມນ້ຳທີ່ບໍ່ມີແຮ່ທາດລົງໄປ ຮ່າງການຈະສັ່ງຈ່າຍແຮ່ທາດທີ່ສະສົມໄວ້ເພື່ອ​​ເປັນໂຕຊ່ວຍ​​ໃຫ້​​​ເຊວໃນຮ່າງກາຍໃຊ້ນ້ຳແລະ ວິຕາມີນຫລື ອາຫານໄດ້. ​ເມື່ອແຮ່ທາດ ຖືກສັ່ງຈ່າຍເລື້ອຍ ຈະເຮັດໃຫ້ປະລີມານສະສົມຊື່ງຄວນ ມີ 5ສ່ວນຮ້ອຍ ຂອງນ້ຳຫນັກຮ່າງກາຍລົດນ້ອຍລົງ. ຫນ້າທີ່​​ໃຫຍ່ອີກອັນຫນຶ່ງຂອງແຮ່ທາດແມ່ນ ປັບຄວາມເປັນກົດແລະ ດ່າງຂອງຮ່າງກາຍຄົນ ຊື່ງອາຫານສ່ວນໃຫຍ່ເຊັ່ນ ຊີ້ນສັດເຄື່ອງດື່ມອັດລົມ ລ້ວນແລ້ວແຕ່ສະຫນອງພາວະເປັດກົດໃຫ້ຮ່າງກາຍ. ​ເລືອດໃນຮ່າງກາຍຂອງເຮົາທີ່ປະກອບດ້ວຍນ້ຳ 90 ສ່ວນຮ້ອຍ ​​ເພື່ອນຳອາຫານແລະ ອົກຊີໄປໃຫ້ເຊໄດ້ເລືອດຕ້ອງມີພາວະເປັດດ່າງ ຄື PH =7,4 ​ເທົ່ານັ້ນ.(ຄ່າ PH>7​ເປັນດ່າງ ,ຄ່າ PH=7 ​ເປັນກາງ, ຄ່າ​ PH<7​ແມ່ນເປັນກົດ). ສະນັ້ນເພື່ອປັບສະພາບໃຫ້ເລືອດແລະຮ່າງກາຍໃຫ້ມີພາວະເປັນດ່າງຕະຫລອດ ຈຳຕ້ອງໃຊ້ແຮ່ທາດເປັນຕົ້ນແມ່ນແຄວຊຽມແລະແມັກນີຊຽມເປັນຈຳນວນຫລວງຫາຍແລະ ສິ່ງທີ່ເຈົ້າຂອງຮ່າງກາຍສາມາດເຮັດຊ່ວຍຮ່າງກາຍຂອງຕົນ​​ເອັງໄດ້ແມ່ນ ຕ້ອງກິນ​ ​ແລະ ດື່ມໃຫ້ເປັນເຊັ່ນ ກິນອາຫານທີ່ເປັນທາດດ່າງແລະ ດື່ມນ້ຳທີ່ມີແຮ່ທາດ. ນ້ຳດື່ມ ທີ່ມີແຮ່ທາດເຂັ້ມຂຸ້ນສູງນັ້ນຄ່າຂອງແຮ່ທາດລະລາຍ TDS>70 ppm ຂື້ນເມື່ອ ບາງຊະນິດ ມີເຖິງ 300 ppm. (Total Dissolved Solids) ຜູ້ດື່ມບາງຄົນ ອາດມີຮ່າງກາຍທີ່ຕໍ່ຕ້ານ ຫລືໄວຕໍ່ແຮ່ທາດໄດຫນຶ່ງໃນນ້ຳດື່ມ ຈຶ່ງເຮັດໃຫ້ຮູ້ສຶກມີກິ່ນຂິວແລະ ລົດຊາດຂອງນ້ຳບໍ່ແຊບ ຖ້າມີອາການດັ່ງກ່າວ ຄວນເລືອກນ້ຳດື່ມທີ່ມີແຮ່ທາດລະດັບກາງຫາຕ່ຳ ຄື TDS < 70ppm ລົງມາ

ບາງຂໍ້ມູນຂ້າງເທິງນີ້ ຄັດມາຈາກປື້ນ້ຳດື່ມໃນອຸດົມຄະຕິຂອງ Somsak Varakamin M.D.,Dr.PH (ມີປື້ ດັ່ງກ່າວ ທີ່ ຫໍສະຫມຸດແຫ່ງຊາດ.) ມັນເປັນພຽງຕົວຢ່າງນ້ອຍດຽວຊຶ່ງໄດ້ນຳມາສະເຫນິຈາກປື້ 327 ຫນ້າ ທີ່ຂຽນກ່ຽວກັບການດື່ມນ້ຳໂດຍສະເພະ ຊຶ່ງມີການອ້າງອີງເຖິງຜົນການທົດລອງຂອງບັນດານັກວິທະຍາສາດຈາກທົ່ວໂລກ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 3, 2013 | ມີ 2 ຄຳເຫັນ ແລະ 0 trackback(s)

 ສາຍເຫດການປົນເປື້ອນຂອງນ້ຳດື່ມ.

ກ. ຂາດ​ການ​ບຳລຸງ​ຮັກສາ ເຄື່ອງຕອງນ້ຳ ຕາມ​ຕາຕະລາງ​ດ້ານ​ເຕັກນິກ ເຊັ່ນ ບໍ່ອະນາໄມຕາມກຳນົດ, ບໍ່ປ່ຽນຖ່າຍສານຕອງນ້ຳຕາມກຳນົດ ເຮັດໃຫ້ເກີດການສະສົມຂອງເສດເຫລືອເກີນພິກັດ ແລະ ບໍ່ສາມາດຕອງຫຍັງໄດ້.

ຂ. ລະບົບຂ້າເຊື້ອ ຊຶ່ງເປັນໄມ້ຕາຍສຸດທ້າຍໃນລະບົບກັ່ນຕອງ ເຮັດວຽກບໍ່ໄດ້ດີ ອັນເນື່ອງມາຈາກ ຂາດການບຳລຸງຮັກສາ ແລະ ບໍ່ປ່ຽນຖ່າຍອະໄຫລ່ຕາມກຳນົດ. ຕົວຢ່າງ :​ ເຄື່ອງກຳເນີດ ໂອໂຊນ ບໍ່ໄດ້ປ່ຽນຫລອດກຳເນິດໂອໂຊນ ເມື່ອຫມົດອາຍຸ. ມັນຈະມີລົມອອກມາຕາມປົກກະຕິ ແຕ່ບໍ່ສາມາດຂ້າເຊື້ອໄດ້. ສ່ວນເຄື່ອງກຳເນິດແສງ UV ທີ່​ນີຍົມ​ໃຊ້​ຫລາຍ​ໃນ​ບ້ານ​ເຮົາ ມີ​ອາຍຸ​ໃຊ້​ງານ 10.000 ຊົ່ວ​ໂມງ ກາຍ​ນັ້ນມີ​ແສງຕາ​ມປົກກະຕິ ​ແຕ່​ຂ້າ​ເຊື່ອ​ບໍ່​ໄດ້ ອີດກບັນຫາຫນຶ່ງຜູ້​ສະຫນອງ ກະ​ມັກ​ເອົາ​ຫລອດ​ UV ທີ່​ມີ​ຄຸນ​ນະພາ​ບຕ່ຳ ລາຄາ​ຫລຸດກັນ​ຫລາຍ ​ແລະ ຄຸນ​ນະພາ​ບກະ​ຫລຸດ​ກັນ​ຫລາຍຢ່າງ​ຫລີກ​ບໍ່​ໄດ້.

 ຄ. ເຖິງວ່າເຄື່ອງກັ່ນຕອງນ້ຳສາມາດກັ່ນຕອງນ້ຳ​​ໃຫ້ສະອາດໄດ້ ​​ແຕ່​ຂອດ​ບັນຈຸ ຫຸ້ມ​ຫໍ່​​ບໍ່ຮັດກຸມເຊັ່ນ ພາຊະນະບັນຈຸ ບໍ່ສະອາດ, ພະນັກງານບັນຈຸບໍ່ສະອາດ, ນຸ່ງ​ຖື​ບໍ່​ຖືກ​ຫລັກການ​ການ​ປຸງ​ແຕ່ງ, ຫ້ອງບັນຈຸບໍ່ສະອາດນ້ຳອາດປົນເປື້ອນເຊື້ອພະຍາດໄດ້ໃຫມ່, ຍິ່ງເປັນນ້ຳມີແຮ່ທາດ ຍິ່ງເຮັດໃຫ້ເຊື່ອພະຍາດແພ່ໄວ.

ງ. ການບໍລິໂພແລະເກັບຮັກສາບໍ່ຖືກຕ້ອງເຊັ່ນໄຂຝາຕຸກປະໄວ້, ບໍ່ລ້າງມືໃຫ້ສະອາດ ກ່ອນເປີດຝາຕຸກນ້ຳ, ອົມປາກຕຸກນ້ຳຕອນດື່ມ, ປະຕຸກນ້ຳໄວ້ໃນລົດຫລືບ່ອນອາກາດຮ້ອນການກະທຳເລົ່ານນີ້ສາມາດ​​ເຮັດໃຫ້ນ້ຳຕິດເຊື້ອພະຍາດໄດ້. ​ເມື່ອດື່ມຄັ້ງຕໍ່ໄປ ອາດເຮັດໃຫ້ຕິດເຊື່ອໃນລະບົບລະລາຍແລະເຈັບປ່ວຍໄດ້.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 2, 2013 | ມີ 2 ຄຳເຫັນ ແລະ 0 trackback(s)

 ການດື່ມນ້ຳເບີ່ງຄືເປັນເລື່ອງງ່າຍດາຍແລະ ບໍ່ມີພິດໄພຫຍັງ. ​ແຕ່ໃນຕົວຈິງມັນມີຜົນກະທົບສູງຕໍ່ສຸຂະພາບຂອງຄົນເຮົາ ທັງ​​ໄລຍະສັ້ນແລະ ຍາວ. ຖ້າເຮົາບໍ່ຊອກຮູ້ຫຍັງກ່ຽວກັບນ້ຳເຮົາຈະບໍ່ຮູ້ ວ່າ ນ້ຳດື່ມແບບໃດເຫມາະສົມກັບຄວາມ ຕ້ອງການຂອງຮ່າງກາຍເຮົາ ຖ້າສືບຕໍ່ດື່ມຜິດໄປທຸກໆມື້ ມື້ລະຫລາຍເທື່ອ ແລະ ເປັນ ປີໆ ມັນອາດເປັນອັນຕະລາຍຕໍ່ສູຂະພາບຂອງເຮົາໄດ້.

ນ້ຳດື່ມທີ່​​ໃຊ້ບໍລິໂພໃນປະຈຸບັນມີດັ່ງນີ້

1. ນ້ຳບໍລິສຸດ ຫລື ນ້ຳກັ່ນ.ເປັນນ້ຳດື່ມທີ່ໃຊ້ແຫລ່ງນ້ຳດີບທົ່ວໄປ ຜ່ານການຜະລິດດ້ວຍລະບົບ RO(Reverse Osmosis) ຊຶ່ງກັນຕອງເອົາເຊື້ອພະຍາດ ແລະແຮ່ທາດ ທີ່ມີຢູ່ໃນນ້ຳອອກຫມົດ ຈົນຍັງເຫລືອແຕ່ໂມເລກູນຂອງນ້ຳເທົ່ານັ້ນ ຈາກນັ້ນຂ້າເຊື້ອແລ້ວບັນຈຸ​. ​ແບບນີ້ ມີຂາຍແພ່ຫລາຍໃນບ້ານເຮົາ.

2.ນ້ຳແຮ່ທາດ. ນ້ຳແຮ່ທາດກໍມີຫລາຍແບບໃຫ້ຊົມໃຊ້ຄື :

      .ນ້ຳແຮ່ທາດປຸງແຕ່ງ. ເປັນນ້ຳດື່ມທີ່ໃຊ້ແຫລ່ງນ້ຳດີບທົ່ວໄປ ຜ່ານການຜະລິດດ້ວຍລະບົບ RO ຫລື Soft (Softener) ​​ແລ້ວ ​ເອົາແຮ່ທາດ​​ຕ່າງໆເຂົ້າໃປຕື່ມໃຫ້ໄດ້ປະລິມານແລະ ຊັດສ່ວນ ຕາມ​ການອະນຸຍາດຂອງທາງການຊື່ງຕ້ອງຂຽນໄວ້ໃນສະຫລາກຂອງຜະລິດຕະພັນ ຈາກນັ້ນ ຂ້າເຊື້ອແລ້ວບັນຈຸ​. ​ແບບນີ້ກໍມີຂາຍທົ່ວໄປ. ລວມທັງນຳເຂົ້າມາຂາຍຈາກເພື່ອນບ້ານ.

      .ນ້ຳແຮ່ທຳມະຊາດເປັນນ້ຳດື່ມ ທີ່​​ໃຊ້ແຫລ່ງນ້ຳດີບຈາກນ້ຳບາດານ ຫລືແຫລ່ງນ້ຳທຳມະຊາດອື່ນໆ(ບໍ່ໃຊ້ນ້ຳປະປາ)ຜານການຜະລິດ ດ້ວຍລະບົບ Soft ຊຶ່ງກັ່ນຕອງ​ ​ແລະ ປັບປຸງໃຫ້ແຮ່ທາດຕ່າງໆທີ່ມີໃນນ້ຳເພີ້ ຫລືລົດລົງໃຫ້ຢູ່ໃນມາດຖານນ້ຳດື່ມຂອງສາກົນ ຫລື ພາກສ່ວນກ່ຽວຂ້ອງຂອງທ້ອງຖິ່ນ ຈາກນັ້ນ ຂ້າ​ເຊື້ອ ​​ແລ້ວ ບັນຈຸ. ​ນ້ຳຊະນີດນີ້ ຕ້ອງມີແຫລ່ງນ້ຳດີບທີ່ດີແລະຕ້ອງໄດ້ຮັບອະນຸຍາດສະເພາະແຫລ່ງນ້ຳດິບຕ່າງຫາກ ຈາກພາກສ່ວນກ່ຽວຂ້ອງ ຈຶ່ງສາມາດນຳມາຜະລິດໄດ້. ມີຂາຍໃນບ້ານເຮົາເຊັ່ນກັນແຕ່ບໍ່ແພ່ຫລາຍ.

(ຄອມມີບັນຫາລະ ຂໍຂຽນຕໍ່ໃນມື້ອື່ນເດີ້)

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 25, 2013 | ມີ 4 ຄຳເຫັນ ແລະ 0 trackback(s)

ພາສາ ຄາຣາໂອເກະ ມີຄວາມຈຳເປັນບໍ່ໃນຊີວິດປະຈຳວັນ ?

ເຊື່ອແນ່ວ່າ ບໍ່ໄດ້ມີຄວາມຈຳເປັນເລີຍ. ໃນເຄື່ອງມືສື່ສານ ບໍ່ລິສັດໃຫຍ່ ທີ່ແຄຄົນລາວ ພາສາລາວ ກໍໄດ້ພັດທະນາໃຫ້ໃຊ້ພາສາລາວໄດ້ແລ້ວ (ຂໍຂອບໃຈນຳພວກເພິ່ນທີ່ກະລຸນາ)

ແຕ່ປານນັ້ນ ກະຍັງມີການເຫີ່ນຳເຄື່ອງໃຊ້ລາຄາສູງ ທີ່ບໍ່ສົນໃຈພາສາລາວບໍ່ແຄຄົນລາວ ແລະ ພາກັນໃຊ້ພາສາຄາຣາໂອເກະແທນ ໂດຍບໍ່ໄດ້ຄຳນຶງວ່າ

ເມື່ອກ່ອນ ບັນພະບຸລຸດລາວເຄີຍຕໍ່ຕ້ານພວກຈັກກະພັດທີ່ພະຍາຍາມຫັນເອົາອັກສອນຕ່າງປະເທດ ມາໃຊ້ແທນອັກສອນລາວ ເຫມືອນເພື່ອນບ້ານ.

ມາເຖິງປະຈຸບັນ ບັນດາທ່ານເຫລົ່ານັ້ນກັບຖືກທໍລະຍົດ ໂດຍລູກຫລານຂອງຕົນເອັງ ທີ່ເກີດ ແລະ ເຕີບໃຫຍ່ໃນດີນແດນທີ່ຕົນເອັງລັ່ງເລືອດປົກປັກຮັກສາໄວ້ໃຫ້

ດ້ວຍການນິຍົມໃຊ້ອັກສອນຕ່າງຊາດຂຽນພາສາລາວ ຢ່າງອອກຫນ້າອອກຕາ ແລະ ຍັງຄົ້ນຄວ້າພັດທະນາຕື່ມອີກວ່າ ໂຕ ງໍ ຕອງຂຽນແນວໃດ ສະຫລະ ເອີ ຂຽນແບບໃດ , 

ຈັກນ່ອຍ ກະຊິຊອກຫາ ກຸບ ແລະ ໃມ້ເນັ້ນສຽງມາໃສ່ຕື່ມອີກ .....ຟ້າເອີຍ ! ບໍ່ຢາກວາດພາບເຫັນ.

ຈົ່ງຢຸດເຖິດ ພີ່ນ້ອງລາວ ແລະ ບອກລູກຫລານຂອງເຮົາ ຜູ້ທີ່ຍັງບໍ່ເຂົ້າໃຈ 'ໃຫ້ຮູ້ແຈ້ງເຫັນຈິງ' ດັ່ງຄຳສັ່ງສອນຂອງເຈົ້າຟ້າງຸ່ມນັ້ນແລ.

ຂຽນພາສາລາວ ຕ້ອງໃຊ້ອັກສອນລາວ 

ຂໍຝາກຝັງມາຍັງພີ່ນ້ອງພັນລາວທຸກທ່ານ .ດ້ວຍຄວາມຮັກແພງ

(ແລະ ຂອບໃຈເວັບພັນລາວ ທີ່ສະຫນັບສະຫນູນໃຫ້ໃຊ້ພາສາລາວ)

 

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 24, 2013 | ມີ 6 ຄຳເຫັນ ແລະ 0 trackback(s)

ຄຳຖາມ ຫລື ຂໍ້ມູນດັ່ງຕໍ່ໄປນີ້ ຖ້າໃຜຮູ້ ຂໍຄວາມກະລຸນາປະກອບສ່ວນຊ່ວຍກັນແດ່ເດີ້.

ເຖິງວ່າມັນໃດ້ຈາກຂໍ້ມູນທາງການ, ຈາກປະສົບການ ຫລືຈາກໃສກະແລ້ວແຕ່ເດີ້ ເອົາຫມົດ

1.ເຂົ້າຫນຽວທີ່ແຊບທີ່ສຸດຂອງລາວ ແມ່ນພັນໃດ ຢູ່ທ້ອງຖິ່ນໃດ  ມີຂາຍເປັນສິນຄ້າຢູ່ໃສບໍ່ ?

2.ປາແດກດັ່ງເດືມ(ຕ້ອງຢູ່ໃນໄຫ) ທີ່ມີຊື່ສຽງທີ່ສຸດ ມາຈາກທ້ອງຖິ່ນໃດ ມີຂາຍເປັນສິນຄ້າຢູ່ໃສບໍ່ ?

3.ຮ້າຍຂາຍລາບເສືອ(ລາບດິບ ຫລື ຊອຍຫ່າງໆ) ທີ່ດັງທີ່ສຸດ ຢູ່ທ້ອງຖິ່ນຂອງທ່ານ ແມ່ນຮ້ານໃດ?

4.ແດກຄູລາ ຄັບ (ຮ້ານເລືອດແປງ)  ທີ່ດັງທີ່ສຸດ ຢູ່ທ້ອງຖີ່ນຂອງທ່ານ ແມ່ນຮ້ານໃດ?

5.ບ່ອນຜະລິດ ຫລື ຊ່າງຜະລິດແຄນ ທີ່ເກັ່ງ ຢູ່ທ້ອງຖິ່ນຂອງທ່ານມີບໍ່ ?

6.ຫມໍແຄນທີ່ເກັ່ງທີ່ສຸດຢູ່ທ້ອງຖິ່ນຂອງທ່ານແມ່ນໃຜ ລາວເຄີຍຂື້ນແຂ່ງຂັນບໍ່ ຖ້າບໍ່ເຄີຍ ລາວຢາກແຂ່ງບໍ່ ?

7.ຫມໍລຳເດ ຖາມແບບດຽວກັບຫມໍແຄນເດີ້

8.ທ່ານວ່າການບັນທຶກສຽງບັນເລງເພັງຊາດທີ່ອອກອາກາດທຸກມື້ຕອນ 7 ໂມງຫັ້ນດີທີ່ສຸດແລ້ວບໍ່ ຫລື ຢາກໃຫ້ປັບປຸງຢູ່ຈຸດໃດ?

9.ທ່ານວ່າສິນລະປິນທ່ານໃດ ຮ້ອງເພງ ດວງຈຳປາ ໄດ້ດີທີ່ສຸດ(ຟັງແລ້ວຫລົງໄຫລ) ລວມທັງສິນລະປິນຕ່າງຊາດນຳ

10. ທ່ານຜູ້ນຳທ່ານໃດ ທີ່ນົບງາມ ແລະ ຟ້ອມລຳວົງ ສະຫງ່າງາມທີ່ສຸດ(ທັງທ້ອງຖີ່ນຂອງທ່ານ ແລະ ສູນກາງ)

11.ເພັງ ລຳວົງເພັງໃດ ເປັນທີ່ນິຍົມຢູ່ທ້ອງຖິ່ນຂອງທ່ານ

ດ້ວຍຄວາມຮັກແພງ ແລະ ລໍຖ້າສະເຫມີ.