ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 3, 2013 | ມີ 2 ຄຳເຫັນ ແລະ 0 trackback(s)

 ສາຍເຫດການປົນເປື້ອນຂອງນ້ຳດື່ມ.

ກ. ຂາດ​ການ​ບຳລຸງ​ຮັກສາ ເຄື່ອງຕອງນ້ຳ ຕາມ​ຕາຕະລາງ​ດ້ານ​ເຕັກນິກ ເຊັ່ນ ບໍ່ອະນາໄມຕາມກຳນົດ, ບໍ່ປ່ຽນຖ່າຍສານຕອງນ້ຳຕາມກຳນົດ ເຮັດໃຫ້ເກີດການສະສົມຂອງເສດເຫລືອເກີນພິກັດ ແລະ ບໍ່ສາມາດຕອງຫຍັງໄດ້.

ຂ. ລະບົບຂ້າເຊື້ອ ຊຶ່ງເປັນໄມ້ຕາຍສຸດທ້າຍໃນລະບົບກັ່ນຕອງ ເຮັດວຽກບໍ່ໄດ້ດີ ອັນເນື່ອງມາຈາກ ຂາດການບຳລຸງຮັກສາ ແລະ ບໍ່ປ່ຽນຖ່າຍອະໄຫລ່ຕາມກຳນົດ. ຕົວຢ່າງ :​ ເຄື່ອງກຳເນີດ ໂອໂຊນ ບໍ່ໄດ້ປ່ຽນຫລອດກຳເນິດໂອໂຊນ ເມື່ອຫມົດອາຍຸ. ມັນຈະມີລົມອອກມາຕາມປົກກະຕິ ແຕ່ບໍ່ສາມາດຂ້າເຊື້ອໄດ້. ສ່ວນເຄື່ອງກຳເນິດແສງ UV ທີ່​ນີຍົມ​ໃຊ້​ຫລາຍ​ໃນ​ບ້ານ​ເຮົາ ມີ​ອາຍຸ​ໃຊ້​ງານ 10.000 ຊົ່ວ​ໂມງ ກາຍ​ນັ້ນມີ​ແສງຕາ​ມປົກກະຕິ ​ແຕ່​ຂ້າ​ເຊື່ອ​ບໍ່​ໄດ້ ອີດກບັນຫາຫນຶ່ງຜູ້​ສະຫນອງ ກະ​ມັກ​ເອົາ​ຫລອດ​ UV ທີ່​ມີ​ຄຸນ​ນະພາ​ບຕ່ຳ ລາຄາ​ຫລຸດກັນ​ຫລາຍ ​ແລະ ຄຸນ​ນະພາ​ບກະ​ຫລຸດ​ກັນ​ຫລາຍຢ່າງ​ຫລີກ​ບໍ່​ໄດ້.

 ຄ. ເຖິງວ່າເຄື່ອງກັ່ນຕອງນ້ຳສາມາດກັ່ນຕອງນ້ຳ​​ໃຫ້ສະອາດໄດ້ ​​ແຕ່​ຂອດ​ບັນຈຸ ຫຸ້ມ​ຫໍ່​​ບໍ່ຮັດກຸມເຊັ່ນ ພາຊະນະບັນຈຸ ບໍ່ສະອາດ, ພະນັກງານບັນຈຸບໍ່ສະອາດ, ນຸ່ງ​ຖື​ບໍ່​ຖືກ​ຫລັກການ​ການ​ປຸງ​ແຕ່ງ, ຫ້ອງບັນຈຸບໍ່ສະອາດນ້ຳອາດປົນເປື້ອນເຊື້ອພະຍາດໄດ້ໃຫມ່, ຍິ່ງເປັນນ້ຳມີແຮ່ທາດ ຍິ່ງເຮັດໃຫ້ເຊື່ອພະຍາດແພ່ໄວ.

ງ. ການບໍລິໂພແລະເກັບຮັກສາບໍ່ຖືກຕ້ອງເຊັ່ນໄຂຝາຕຸກປະໄວ້, ບໍ່ລ້າງມືໃຫ້ສະອາດ ກ່ອນເປີດຝາຕຸກນ້ຳ, ອົມປາກຕຸກນ້ຳຕອນດື່ມ, ປະຕຸກນ້ຳໄວ້ໃນລົດຫລືບ່ອນອາກາດຮ້ອນການກະທຳເລົ່ານນີ້ສາມາດ​​ເຮັດໃຫ້ນ້ຳຕິດເຊື້ອພະຍາດໄດ້. ​ເມື່ອດື່ມຄັ້ງຕໍ່ໄປ ອາດເຮັດໃຫ້ຕິດເຊື່ອໃນລະບົບລະລາຍແລະເຈັບປ່ວຍໄດ້.

Delicious Digg Fark Twitter