ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 3, 2013 | ມີ 2 ຄຳເຫັນ ແລະ 0 trackback(s)

 ບາງຜົນກະທົບຂອງນ້ຳດື່ມຊະນິດບໍ່ມີແຮ່ທາດຕໍ່ສຸຂະພາບຂອງຄົນໃນໄລຍະຍາວ.

ຮ່າງກາຍຂອງຄົນສ່ວນຫລາຍແມ່ນຕ້ອງການແຮ່ທາດໃນນ້ຳເພື່ອຊົດເຊີຍໃຫ້ການສູນເສຍ ຫລັງການອອກແຮງງານ ຫລື ຫລີ້ນກິລາ ຫລືແມ່ນແຕ່ການສູນເສຍນ້ຳຍ້ອນການເຈັບປ່ວຍ ຫລື ຢູ່ໃນຫ້ອງແອດົນ. ຖ້າດື່ມນ້ຳທີ່ບໍ່ມີແຮ່ທາດລົງໄປ ຮ່າງການຈະສັ່ງຈ່າຍແຮ່ທາດທີ່ສະສົມໄວ້ເພື່ອ​​ເປັນໂຕຊ່ວຍ​​ໃຫ້​​​ເຊວໃນຮ່າງກາຍໃຊ້ນ້ຳແລະ ວິຕາມີນຫລື ອາຫານໄດ້. ​ເມື່ອແຮ່ທາດ ຖືກສັ່ງຈ່າຍເລື້ອຍ ຈະເຮັດໃຫ້ປະລີມານສະສົມຊື່ງຄວນ ມີ 5ສ່ວນຮ້ອຍ ຂອງນ້ຳຫນັກຮ່າງກາຍລົດນ້ອຍລົງ. ຫນ້າທີ່​​ໃຫຍ່ອີກອັນຫນຶ່ງຂອງແຮ່ທາດແມ່ນ ປັບຄວາມເປັນກົດແລະ ດ່າງຂອງຮ່າງກາຍຄົນ ຊື່ງອາຫານສ່ວນໃຫຍ່ເຊັ່ນ ຊີ້ນສັດເຄື່ອງດື່ມອັດລົມ ລ້ວນແລ້ວແຕ່ສະຫນອງພາວະເປັດກົດໃຫ້ຮ່າງກາຍ. ​ເລືອດໃນຮ່າງກາຍຂອງເຮົາທີ່ປະກອບດ້ວຍນ້ຳ 90 ສ່ວນຮ້ອຍ ​​ເພື່ອນຳອາຫານແລະ ອົກຊີໄປໃຫ້ເຊໄດ້ເລືອດຕ້ອງມີພາວະເປັດດ່າງ ຄື PH =7,4 ​ເທົ່ານັ້ນ.(ຄ່າ PH>7​ເປັນດ່າງ ,ຄ່າ PH=7 ​ເປັນກາງ, ຄ່າ​ PH<7​ແມ່ນເປັນກົດ). ສະນັ້ນເພື່ອປັບສະພາບໃຫ້ເລືອດແລະຮ່າງກາຍໃຫ້ມີພາວະເປັນດ່າງຕະຫລອດ ຈຳຕ້ອງໃຊ້ແຮ່ທາດເປັນຕົ້ນແມ່ນແຄວຊຽມແລະແມັກນີຊຽມເປັນຈຳນວນຫລວງຫາຍແລະ ສິ່ງທີ່ເຈົ້າຂອງຮ່າງກາຍສາມາດເຮັດຊ່ວຍຮ່າງກາຍຂອງຕົນ​​ເອັງໄດ້ແມ່ນ ຕ້ອງກິນ​ ​ແລະ ດື່ມໃຫ້ເປັນເຊັ່ນ ກິນອາຫານທີ່ເປັນທາດດ່າງແລະ ດື່ມນ້ຳທີ່ມີແຮ່ທາດ. ນ້ຳດື່ມ ທີ່ມີແຮ່ທາດເຂັ້ມຂຸ້ນສູງນັ້ນຄ່າຂອງແຮ່ທາດລະລາຍ TDS>70 ppm ຂື້ນເມື່ອ ບາງຊະນິດ ມີເຖິງ 300 ppm. (Total Dissolved Solids) ຜູ້ດື່ມບາງຄົນ ອາດມີຮ່າງກາຍທີ່ຕໍ່ຕ້ານ ຫລືໄວຕໍ່ແຮ່ທາດໄດຫນຶ່ງໃນນ້ຳດື່ມ ຈຶ່ງເຮັດໃຫ້ຮູ້ສຶກມີກິ່ນຂິວແລະ ລົດຊາດຂອງນ້ຳບໍ່ແຊບ ຖ້າມີອາການດັ່ງກ່າວ ຄວນເລືອກນ້ຳດື່ມທີ່ມີແຮ່ທາດລະດັບກາງຫາຕ່ຳ ຄື TDS < 70ppm ລົງມາ

ບາງຂໍ້ມູນຂ້າງເທິງນີ້ ຄັດມາຈາກປື້ນ້ຳດື່ມໃນອຸດົມຄະຕິຂອງ Somsak Varakamin M.D.,Dr.PH (ມີປື້ ດັ່ງກ່າວ ທີ່ ຫໍສະຫມຸດແຫ່ງຊາດ.) ມັນເປັນພຽງຕົວຢ່າງນ້ອຍດຽວຊຶ່ງໄດ້ນຳມາສະເຫນິຈາກປື້ 327 ຫນ້າ ທີ່ຂຽນກ່ຽວກັບການດື່ມນ້ຳໂດຍສະເພະ ຊຶ່ງມີການອ້າງອີງເຖິງຜົນການທົດລອງຂອງບັນດານັກວິທະຍາສາດຈາກທົ່ວໂລກ.

Delicious Digg Fark Twitter