ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 1, 2008 | ມີ 10 ຄຳເຫັນ ແລະ 0 trackback(s)

ນີ້ເປັນເລື້ອງທີ່ໄດ້ມາຈາກເລື່ອງຈິງແມ່ນເລື່ອງກຳ ເລື້ອງນີ້ອ່ານມາຈາກນາລົກຄົນເປັນຂອງປະເທດເພື່ອນບ້ານຂອງເຮົານີ້ເອງ.................................................................
          ວິຖີແຫ່ງກຳນັ້ນສາມາດສະແດງໃຫ້ເຫັນໃນຮູບລັກສະນະ ມີທັງຫນັກແລະເບົາ;ແຕ່ສິ່ງສຳຄັນນັ້ນກໍ່ຄືຄົນທີ່ກຳລັງກະທຳກຳຍູ່ໂດຍທີ່ຮູ້ຕົວຫຼືບໍ່ຮູ້ໂຕຍູ່ກໍ່ຕາມ   ແຕ່ສ່ວນຫລາຍຄົນຄິດວ່າບາບນັ້ນເກີດຂື້ນກັບເຮົາກໍ່ຕໍ່ເມື່ອເຮົາໄປທຳຮ້າຍຫຼືທຳລາຍຮ່າງກາຍຄົນອື່ນໃຫ້ໄດ້ຮັບຄວາມເດືອດຮ້ອນເທົ່ານັ້ນ.
          ຄວາມຈິງແລ້ວບາບນັ້ນມັນໄດ້ກວມເອົາຫມົດທຸກເລື່ອງທີ່ເຮົາໄດ້ເຮັດລົງໄປ ບໍ່ວ່າຈະເປັນທາງກາຍ, ທາງວາຈາ,  ທາງຈິດໃຈ.
 ເລື່ອງນີ້ມັນອາດຈະມີຄົນເຊື່ອ ແລະບໍ່ເຊື່ອແດ່, ແຕ່ວ່າເຮົາມີເລື່ອງທີ່ເປັນສິ່ງເຕືອນໃຈມາເວົ້າຊູ່ຟັງເລື່ອງມັນມີຍູ່ວ່າ :
          ເມື່ອປີ ພສ 2528 ຫມູ່ສະຫນິດຂອງຄົນຂຽນຄົນຫນຶ່ງຊື່ "ຊາດ"ຕັດສິນໃຈແຕ່ງງານກັບ "ເພັນ" ຍິງສາວທີ່ເຂົາຫຼົງຮັກ ຫຼັງຈາກຄົບກັນມາເປັນໄລຍະເວລາດົນພໍສົມຄວນ. ຈະວ່າໄປແລ້ວການແຕ່ງງານໃນຄັ້ງນີ້ຄວາມຈິງເພັນກໍ່ຍັງບໍ່ທັນຮູ້ສຶກວ່າຈະຣັກຊາດເທື່ອ ແຕ່ທີ່ລາວໄດ້ແຕ່ງງານນັ້ນກໍ່ເນື່ອງມາຈາກລາວຫມັ້ນໃຈໃນຄວາມດີແລະຄວາມຫມັ້ນຄົງໃນຮັກຂອງຊາດທີ່ມີຕໍ່ລາວຫລາຍກ່ວາເຫດຜົນອື່ນໆ.
          ຊີວິດຄູ່ທັງສອງເບິ່ງຄືວ່າຈະໄປໄດ້ດີໃນຕອນທຳອິດເພາະຕ່າງຄົນກໍ່ຕ່າງທຳຫນ້າທີ່ຂອງຕົນເອງຢ່າງດີທີ່ສຸດ ຫນ້າທີ່ແມ່ບ້ານແມ່ເຮືອນຂອງເພັນກໍ່ບໍ່ເຄີຍຂາດຕົກບົກພ່ອງແຕ່ປະການໃດ ຂະນະທີ່ຊາດກໍ່ເປັນຜູ້ນຳຄອບຄົວໄດເປັນຢ່າງດີ
 ເຖິງງານຈະຫນັກ ຈະລຳບາກປານໃດຊາດກໍ່ບໍ່ເຄີຍຕິແລະປະຕິເສດເລີຍ.
          ຈົນຢູ່ມາມື້ຫນື່ງ ມີມໍລະສຸມພັດເຂົ້າມາໃນຊີວິດຄູ່ຂອງເຂົາຈົນໄດ້ ເມື່ອຫົວຫນ້າງານໃຫຍ່ຍ້າຍເຂົ້າມາປະຈຳຢູ່ສຳນັກງານສາຂາທີ່ເພັນປະຈຳຢູ່ແລະການເຂົ້າມາປະຕິບັດຫນ້າທີ່ປະຈຳຂອງ  ຫົວຫນ້າໃຫມ່ນັ້ນ ເພັນເປັນຍິງສາວຄົນດຽວທີ່ຫົວຫນ້າໃຫ້ຄວາມສົນໃຈເປັນພິເສດ.
          ທຳອິດຄວາມຮູ້ສຶກທີ່ຫົວຫນ້າທີ່ມີຕໍ່ເພັນ ລາວກໍ່ຍັງບໍ່ມີຄວາມຮູ້ສຶກຫຍັງກໍ່ຄືທຳມະດາລະວ່າງຫົວຫນ້າກັບລູກນ້ອງ ເພາະຕົນເອງກໍ່ຮູ້ຕົວດີວ່າມີສາມີແລ້ວແລະກໍ່ເປັນຄົນທີ່ຮັກແລະຊື່ສັດສະຫມີ ແລະການທີ່ຈະໄປຄິດປັນໃຈໃຫ້ກັບຊາຍອື່ນມັນກໍ່ເປັນການຜິດຮີດຄອງປະເພນີອັນນຳມາຊູ່ຄວາມ
            ແຕ່ບູຮານເພິ່ນຍັງກ່າວໄມ້ນ້ຳເສາະໃສ່ຫີນທຸກມື້ມັນກໍ່ຍັງໂກນ ແລ້ວຈະເວົ້າຫຍັງກັບຫັວໃຈອ່ອນໆຂອງເພັນ ພໍຫົວຫນ້າປ່ອຍຄຳຫວານໃນທຸກໆມື້ ມັນກໍ່ເຮັດໃຫຫົວໃຈທີ່ແຂງອ່ອນໄຫວຄືກັນ ເຖິງວ່າ ໃນໃຈຈະຄິດສະເຫມີວ່າມັນບໍ່ມີຄວາມຈິງໃຈ ແລະທຽບເທົ່າກັບຄຳເວົ້າຂອງສາມີຕົນເອງ
           ຈາກແຕ່ກ່ອນທີ່ເພັນບໍ່ຣູ້ສຶກກັບກັບຄຳເວົ້າຂອງຫົວຫນ້າຕໍ່ມາກໍ່ເລີ່ມມີການປຽບທຽບຂໍ້ດີຂໍ້ເສຍຂອງຜູ້ຊາຍທັງສອງຄົນ ເຊິ່ງແນ່ນອນວ່າຜູ້ເສຍປຽບຍ່ອມຈະບໍ່ແມ່ນໃຜ ຊາດນົ້ນເອງສາມີທີ່ເພັນບໍ່ເຄີຍຮູ້ສຶກຮັກມາແຕ່ຕົ້ນໃ ເມື່ອຄວາມຮູ້ສຶກດັ່ງກ່າວ   

Delicious Digg Fark Twitter