ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 13, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

1 ຢ່າເຮັດກັບຄົນອື່ນໃນສິງທີ່ຕົນເອງບໍ່ຕອ້ງການ

2 ຊື້ກີນບໍ່ໝົດ ຄົດກີນບໍ່ນານ,ກຽດຕິຍົດຍອ່ມເກີດຈາກການກະທຳທີ່ຊື່ສັດສຸດຈະລິດ.

3 ຮຽນຈາກມື້ວານ ຢູ່ເພື່ອມື້ນີ້ ຫວັງສຳລັບມື້ອື່ນ

4 ຈະກ່າວໄປຂ້າງໜ້າ ໃຫ້ຫຼຽວຫຼັງຄືນ

5 ປື້ມພັນຫົວ ບໍ່ເທົ່າຄູພຽງຄົນດຽວ

6 ເຮັດທຸກສິງທຸກຢ່າງໃນມື້ນີ້ໃຫ້ດີທີ່ສຸດ

7 ຄວາມຂະຫຍັນເປັນຮາກເຫງົ້າ ຂອງຄວາມສຸກສະບາຍ

8 ຄ່າຂອງຄົນຢູ່ທີ່ຜົນຂອງງານ ຄ່າຂອງງານຢູ່ທີ່ການກະທຳ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 13, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ຕື່ນເຊົ້າຂອງມື້ໃໝ່ ຜູ້ເປັນລູກສາວອາຍຸໄດ້ 2 ປີ ເປັນເດັກນອ້ຍທີ່ເວົ້າເກັ່ງແລະຖາມເກັ່ງ

ຜູ້ເປັນລູກສາວໄດ້ມາຫຼີ້ນຫາ ແມ່ເຖົ້າລະບອກແມ່ເຖົ້າ ວ່າ ແມ່ເຖົ້າຫຼານມີເລື່ອງຊິມາບອກ ?

ແມ່ເຖົ້າ ແມ່ນອີ່ຫຍັງລະຫຼານເອີຍ ມີເລື່ອງຫຍັງຊິມາບອກ ແມ່ເຖົ້າລະ!

ຜູ້ເປັນຫຼານ ມື້ຄືນນີ້ ຫຼານວ່າຊິເປີດກີນນົມ ອີ່ແມ່ລະເຫັນມືອີ່ພໍ່ຢູ່ ນົມອີ່ແມ່.

ຂຽນເມື່ອ ຂຽນເມື່ອ: ມ.ກ.. 13, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ມີເດັກນອ້ຍ3ຄົນມາສະລະພາບບາບນຳຄູບາ.

ຄຸນພໍ່ ລູກໄປເຮັດຫຍັງມາ?

ເດັກນອ້ຍຄົນທີ່ 1 ລູກເວົ້າຈາຫຍາບຄາຍກັບ ພໍ່-ແມ່!

ຄຸນພໍ່ ໄປດື່ມນ້ຳສັກສິດເດີ້!

ຄຸນພໍ່ ແລ້ວລູກເດ ເຮັດບາບຫຍັງມາ?

ເດັກນອ້ຍຄົນທີ່ 2 ລູກໄປລັກເຂົ້າໜົມມາຍູ່ຮ້ານເຂົາເຈົ້າ!

ຄຸນພໍ່ ໄປໆ ຮີບໄປດື່ມນ້ຳສັກສິດເດີ້!

ຄຸນພໍ່ ແລ້ວລູກເດ ເຮັດບາບຫຍັງມາ?

ເດັກນອ້ຍຄົນທີ່ 3 ລູກໄປຮາກໃສ່ນ້ຳສັກສິດຂອງຄູບາມາ.

ຂຽນເມື່ອ ຂຽນເມື່ອ: ມ.ກ.. 13, 2012 | ມີ 12 ຄຳເຫັນ ແລະ 0 trackback(s)

ຜູ້ເປັນແມ່ລົມກັບລູກຊາຍໄວ 6 ປີ ກ່ຽວກັບການແຍກຫອ້ງນອນໂດຍໃຫ້ສາເຫດວ່າ

ເຂົາເປັນຜູ້ໃຫ່ນແລ້ວ ຄວນຈະນອນອີກຫອ້ງໜຶ່ງອີກຕ່າງຫາກ.

ແຕ່ລູກຊາຍຜູ້ຊ່າງຖາມ ຊຳ້ພັດຖາມແມ່ຄືນວ່າ :

ຄັນຊັ້ງອີ່ພໍ່ກາໃຫ່ຍແລ້ວ ເປັນຫຍັງຄື ຍັງນອນນຳອີ່ແມ່ຊັ້ນນ່າ?

ຂຽນເມື່ອ ຂຽນເມື່ອ: ມ.ກ.. 13, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ພໍ່: ມື້ນີ້ການຮຽນຂອງລູກເປັນແນວໃດ?

ລູກ: ມື້ນີ້ລູກສາມາດຕອບຄຳຖາມສາວຄູໄດ້ຄົນດຽວ!

ພໍ່:ເກັ່ງຫຼາຍ! ແລ້ວສາວຄູຖາມຫຍັງລູກລະ?

ລູກ: ສາວຄູຖາມວ່າ ແມ່ນໄຜລັກເອົາໝອນລືບກະດານ?