ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 21, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

  ຜູ້­ທີ່ເປັນ­ບັນ­ດິດ ສາມາດເຕືອນ­ທ່ານ­ໄດ້­ທັງ­ສິ່ງ­ດີ ­ແລະ­ສິ່ງ­ຊົ່ວ ທ່ານ­ຈົງ­ຄົບ­ຄົນ­ນັ້ນ­ໃນ­ຖານະ­ບັນ­ດິດ­ຄວານເຂົ້າ­ໃກ້, ພຣະ­ພຸດ­ທະ­ຖືວ່າເປັນ­ກັນ­ລະ­ຍານະ­ມິດ­ຂອງມະ­ນຸດ ­ແລະ­ເຫຼົາເທວະ­ດາ ເພາະ­ພຣະ­ພຸດ­ທະ­ເຈົ້າ­ນັ້ນ ຊີ້­ທັງ­ດີ ­ແລະ­ຊົ່ວ­ໃຫ້ເຫັນ ທ່ານ­ທັງ­ຫຼາຍ­ຄວນ­ແກ່ການ­ສຶກ­ສາ ດີ­ແລະ­ຊົ່ວ­ທີ່­ຊົ່ງ­ຊີ້ນີ້ ດັ່ງ­ນີ້­:

ຫຼີກເວັ້ນ­ກັມມະ­ບົດ ໑໐ (ທາງ­ໄປສະ­ຫວັນ) 
1. ເຮົາ­ຕ້ອງ­ບໍ່­ຂ້າ­ສັດ 
2. ເຮົາ­ຕ້ອງ­ບໍ່­ລັກ­ຊັບ 
3. ເຮົາ­ບໍ່­ປະ­ພຶດ­ຜິດ­ໃນກາມ 
4. ບໍ່ເວົ້າ­ລ່າຍ ຕົວະ­ ­ແລະ­ ຫຼອກ­ລວງ. 
5. ບໍ່ເວົ້າ­ສໍ່­ສຽດ ຍຸຍົງ ສົ່ງເສີມ­ໃຫ້­ຣ້າວ­ຣານ. 
6. ບໍ່ເວົ້າ­ຄໍາຫຍາບ 
7. ບໍ່ເວົ້າເພີ້ ­ໂລເລ ຫາປະ­­ໂຫຍດ­ບໍ່­ໄດ້. 
8. ບໍ່ເພັ່ງເລັງ­ຢາກ­ຈະ­ລັກ­ຊັບ ຂະ­­ໂມຍ ປຸ້ນ ຍາດ­ແຍ່ງ ຄົດໂກງ­ຊັບ­ບຸກ­ຄົນ­ອື່ນ. 
9. ບໍ່­ຈ່ອງ­ລ້າງ­ຈ່ອງ­ຜານ ອາຄາດ­ພະ­ຍາບາດ. 
10. ບໍ່ມີ­ຄວາມເຫັນ­ບໍ່ກົງ­ກັບ­ພຣະ­ພຸດ­ທະ­ເຈົ້າ (ສ່ວນ­ທີ່­ຖືກ­ກັບ­ວ່າ­ຜິດ ສ່ວນ­ທີ­ຜິດ­ກັບ­ວ່າ­ຖືກ ຄົນ­ອື່ນ­ຕັກເຕືອນ­ແລ້ວ­ບໍ່ເລີກ) 

ທໍາອະ­ກຸສົນ­ກັມມະ­ບົດ ໑໐(ທາງ­ໄປນະ­ຣົກ) 
1. ຂ້າ­ສັດເປັນ­ອາ­ຈີນ . 
2. ລັກ­ຊັບເປັນ­ອາ­ຈີນ. 
3. ປະ­ພຶດ­ຜິດ­ໃນກາມ 
4. ເວົ້າ­ລ່າຍ ຕົວະ­ ­ແລະ­ຫຼອກ­ລວງ. 
5. ເວົ້າ­ສໍ່­ສຽດ ຍຸຍົງ ສົ່ງເສີມ­ໃຫ້­ຣ້າວ­ຣານ. 
6. ເວົ້າ­ຄໍາຫຽາບ 
7. ເວົ້າເພີ້­ ­ໂລເລ ຫາປະ­­ໂຫຍດ­ບໍ່­ໄດ້. 
8. ເພັ່ງເລັງ­ຢາກ­ຈະ­ລັກ­ຊັບ ຂະ­­ໂມຍ ປຸ້ນ ຍາດ­ແຍ້ງ ຄົດ ­ໂກງ­ຊັບ­ບຸກ­ຄົນ­ອື່ນ. 
9. ຈ່ອງ­ລ້າງ­ຈ່ອງ­ຜານ ອາຄາດ­ພະ­ຍາບາດ. 
10. ມີ­ຄວາມເຫັນ­ຜິດ­ຈາກ­ພຣະ­ພຸດ­ທະ­ເຈົ້າ (ສ່ວນ­ທີ່­ຖືກ­ກັບ­ວ່າ­ຜິດ ສ່ວນ­ທີ­ຜິດ­ກັບ­ວ່າ­ຖືກ ຄົນ­ອື່ນ­ຕັກເຕືອນ­ແລ້ວ­ບໍ່ເລີກ)

 

ຂອບໃຈສີ່ງດີໆໆຈາກ : http://bailane.com/

ຂຽນເມື່ອ ຂຽນເມື່ອ: ພ.ພ.. 17, 2012 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

  - ມີ­ຜູ້­ສົນ­ໃຈ­ທັມມາຖາມ­ບັນ­ຫາ ເລື່ອງ­ໄຫວ້­ພຣະ­ ເຂົາເປັນ­ຄົນ­ສ­ງົບ­ສງຽມ­ດີ ­ແລະ­ເວົ້າຈາ­ດ້ວຍ­ຄວາມ­ຕັ້ງ­ໃຈ ເຂົາ­ແຕ່ງ­ຂັນ 5 ມາ­ແຕ່ບ້ານ­ຄັກ­ແນ່­ໃຕ້­ໄຟ­ແລ້ວ­ຍົກ­ຂັນ­ນັ້ນ ຂຶນ­ໃສ່­ຫົວ­ແລ້ວ­ຖາມ ດ້ວຍ­ຄວາມນອບ­ນ້ອມ­ວ່າ. 
- ­ແມ່ອອກ: ພຣະ­ອາຈານ ຂ້າ­ນ້ອຍ­ມັກ­ໄຫວ້່­ພຣະ­ ­ແຕ່­ຂ້າ­ນ້ອຍ­ໄຫວ້ມາ­ນີ້­ຖືກ­ບໍ ? 
- ພຣະ­ອາຈານ: ­ແມ່ອອກ­ໄຫວ້­ຈັງ­ໃດ ? 
- ­ແມ່ອອກ: ຂ້າ­ນ້ອຍ­ໃຕ້­ທູບ ­ໃຕ້­ທຽນ­ຂຶ້ນ­ແລ້ວ­ກ່າວ­ຄໍາ­ບູຊາດອກ­ໄມ້ ­ແລະ­ກໍກ່າວ­ອິມິນາ­ໄປເລື້ອຍໆ­ ­ໄຫວ້ບົດ­ພຸດ­ທະ­ຄຸນ ທັມມະ­ຄຸນ ສັງ­ຄະ­ຄຸນ ­ແລ້ວ­ກໍສູດ­ມົນ­ບົດ­ອື່ນໆ­ ທັງຍອດ­ພຣະ­ກັນ­ໄຕ­ປິດົກ ພາ­ຫຸງ ມະ­ຫາກາ ­ແລ້ວ­ກໍຄາຣະ­ວະ­ ຢາດ­ນໍ້າ ­ແລະ­ວັນ­ທາ­ນ້ອຍ ວັນ­ທາ­ໃຫຍ່­ແລ້ວ­ກໍຂາບ 3 ຫົນ­ແລ້ວ­ກໍຈົບ. 
- ພຣະ­ອາຈານ: ­ແມ່ອອກ ­ໄຫວ້­ຖືກ­ແລ້ວເດ. 
- ­ແມ່ອອກ: ເຂົາ­ວ່າ­ໄຫວ້ບໍ່­ຖືກ. 
- ພຣະ­ອາຈານ: ­ໃຜ­ວ່າ. 
- ­ແມ່ອອກ: ມີອາຈານ­ອີກ­ຄົນ­ໜຶ່ງ ເປັນ­ແມ່ອອກ. 
- ພຣະ­ອາຈານ: ເຂົາ­ວ່າ­ຈັ່ງ­ໃດ ? 
- ­ແມ່ອອກ: ເຂົາ­ວ່າ­ໃຫ້­ຂ້າ­ນ້ອຍ­ຫາພຣະ­ວັນເກີດມາ. 
- ພຣະ­ອາຈານ: ພຣະ­ວັນເກີດ ເປັນ­ຈັ່ງ­ໃດ ? 
- ­ແມ່ອອກ: ຈັກ­ແລ້ວ ຂ້າ­ນ້ອຍ, ຂ້າ­ນ້ອຍກະ­ບໍ່­ຮູ້ ຈຶ່ງມາຖາມ­ພຣະ­ອາຈານ­ນີ້­ແລ້ວ. 
- ພຣະ­ອາຈານ: ບໍ່­ຮູ້­ຈັກດອກ­ພຣະ­ວັນເກີດ ຮູ້­ແຕ່­ພຣະ­ປາງ­ຕ່າງໆ­ ເຊັ່ນ ພຣະ­ປາຊະ­ນະ­ມານ ພຣະ­ນັ່ງ­ສະ­ມາ­ທິ ປາງ­ລີ­ລາ­ຈັ່ງ­ຊີ້ ເປັນ­ຕົ້ນ, ­ໄຫວ້­ພຣະ­ຈັ່ງ­ຊີ້ ບໍ່­ໄດ້ບໍ່ ? 
- ­ແມ່ອອກ: ເຂົາ­ວ່າ­ບໍ່­ຖືກ ເຂົາ­ໃຫ້­ຂ້າ­ນ້ອຍ­ໄປຊອກ­ພຣະ­ວັນເກີດມາ­ຈຶ່ງ­ຊິ­ຖືກ. 
- ພຣະ­ອາຈານ: ພຣະ­ອົງ­ອື່ນໆ­ ມີ­ແລ້ວ­ບໍ ? 
- ­ແມ່ອອກ: ມີ­ແລ້ວ­ຂ້າ­ນ້ອຍ. 
- ພຣະ­ອາຈານ: ພຣະ­ອົງ­ອື່ນໆ­ ບໍ່­ໄດ້­ໄຫວ້ບໍ ? 
- ­ແມ່ອອກ: ­ໄຫວ້ ຂ້າ­ນ້ອຍ. 
- ພຣະ­ອາຈານ: ເອົາ­ຈັ່ງ­ຊີ້ ຊິບອກ­ແມ່ອອກເດີ, ພຣະ­ວັນເກີດ­ນັ້ນ ­ແມ່ນ­ພໍ່­ແມ່ນ­ແມ່­ຂອງ­ແມ່ອອກ­ຫັ້ນ­ແລ້ວ ຄັນເຮົາ­ໄຫວ້­ພຣະ­ບໍ່ເປັນ ເຮົາ­ກໍ­ໄຫວ້ເຫຼັກ­ໄຫວ້­ທອງ ­ໄຫວ້ດິ­ຮ­ຈີ່­ສີເມັນ, ຄັນເຮົາ­ຮູ້ວ່າພຣະ­ຢູ່­ທີ່­ໃດ ­ແມ່ນ­ບໍ່ມີ­ຮູບ­ພຣະ­ເຮົາ­ກໍ­ໄຫວ້­ຖືກເດີ­ແມ່ອອກ, ອີກ­ອັນ­ໜຶ່ງ ມີ­ພຣະ­ວັນເກີດ ­ແຕ່­ໄຫວ້­ພຣະ­ບໍ່ເປັນ­ກໍບໍ່­ໄດ້ ຕ້ອງ­ໄຫວ້­ໃຫ້­ຖືກ­ພາສາ ປາ­ລີ ການ­ໄຫວ້­ພຣະ­ຕ້ອງ­ໄຫວ້­ທີ່­ໃຈ ­ໄຫວ້­ໄດ້­ທຸກໆ­ ທີ່ ປະ­ຕິບັດກາຍ ວາຈາ ­ໃຈ ­ໃຫ້ບໍຣິ­ສຸດ ກໍຊື່ວ່າ­ໄດ້­ໄຫວ້­ພຣະ­ພຸດ­ທະ­ເຈົ້າ­ແລ້ວ ຄືເຄົາ­ຣົບເພິ່ນ­ນັ້ນເອງ ເພາະ­ການ­ໄຫວ້ ເປັນການ­ສະ­­ແດງ­ຄວາມເຄົາ­ຣົບ ຫາກເຮົາ­ບໍ່­ທໍາຄວາມ­ດີ ­ແສນ­ຊິ­ໄຫວ້­ພຣະ­ 1000 ຄັ້ງ­ກໍບໍ່­ໄດ້­ຜົນເດີ ເພາະ­ຍັງ­ມີ­ຄວາມ­ໂລບ ­ໂກດ ­ແລະ­ຫຼົງ­ຢູ່ນັ້ນເອງ.

 

ທີ່ມາ: http://bailane.com/Blog/ViewBlog.aspx?sid=114&hid=31651

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 20, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 ຄຳສັ່ງຂອງຄົນຕາຍ

 

 

 

- ວານີ້ ໄດ້ມີຍິງຄົນໜຶ່ງມາຫາ ບອກວ່າຈະເຮັດບຸນ ເພາະແມ່ເຂົາຜູ້ຕາຍໄປແລ້ວສັ່ງໄວ້.
- ສືບຖາມຄັກແລ້ວ ມີເລື່ອງຢູ່ວ່າ.

- ແມ່ນເຂົາ ມີອາຍຸ ໔໙ ປີ ຕາຍໄປແລ້ວປີກາຍ, ຕອນຍັງມີຊີວິດຢູ່ແມ່ເຂົາ ມັກຈະບໍ່ຄ່ອນເຮັດບຸນ ບໍ່ວ່າບຸນທີ່ວັດ ຫຼືບຸນເຮືອນ ເພາະແມ່ເຂົາເຊື່ອວ່າ "ອາຍຸຍັງບໍ່ທັນເຖິງ ເຮັດບຸນແລ້ວກໍຈັກຕາຍໄປຮັບກອງບຸນ" ເຊິ່ງອັນນີ້ ແມ່ຂອງເຂົາກໍບອກເຂົາ ແລະເຄີຍຫ້າມເຂົາ ຕອນເຂົາເອງຂຶ້ນເຮືອນໃໝ່ ເມື່ອປີ ໒໐໐໗ ເຂົາຈະເຮັດບຸນນິມົນພຣະມາຕັ້ງກອງອັດຖະໃນວັນຂຶ້ນເຮືອນໃໝ່ນັ້ນເລີຍ ແຕ່ແມ່ຂອງເຂົາຫ້າມໄວ້ ເພາະເຂົາເອງອາຍຸຈັ່ງຫາໄດ້ ໒໕-໒໖ ປີ, ຫຼັງຈາກນັ້ນເຂົາກໍຊື້ລົດໃຫຍ່ ເງິນກໍໝົດໄປແນ່ແລ້ວ ແຕ່ຈິດໃຈຄິດຢາກເຮັດບຸນ ແມ່ເຂົາກໍໄດ້ແຕ່ບອກວ່າອາຍຸບໍ່ທັນເຖິງ.

- ຢູ່ຕໍ່ມາເມື່ອປີກາຍນີ້ ຄືທ້າຍປີ ໒໐໑໐ ແມ່ຂອງເຂົາເລີ່ມປ່ວຍຕອນອາຍຸ ໔໙ ປີປາຍ, ໄປນອນໂຮງມໍ່ພຽງ ໑ ເດືອນ ວັນນັ້ນແມ່ນເຂົາກໍຕາຍໄປໃນໂຮງໝໍ ເມື່ອຕາຍແລ້ວ ແພດກໍລົງມະຕິວ່າຕາຍແລ້ວ ເຂົາກໍເອົາສົບມາຍັງເຮືອນ ເມື່ອເອົາມາເຮືອນແລ້ວ ກໍາລັງຈະເອົາຟອກໂມນໃສ່ ແມ່ເຂົາກັບຟື້ນຄືນມາ, ໄດ້ເລົ່າເລື່ອງຕ່າງໆ ທີ່ເຂົາພົບໃຫ້ລູກ ແລະຄົນທັງຫຼາຍຟັງ ກໍາລັງເລົ່າເລື່ອງນັ້ນ "ແມ່ເຂົາວ່າ ຍົມພິບານບອກວ່າ ເຂົາບໍ່ໄດ້ເຮັດບຸນຫັຍງ ແຖມຍັງຊັກຊວນຄົນໃຫ້ຫຼົງຜິດອີກ ແມ່ເຂົາຈະຕ້ອງໄດ້ໄປຮັບກັມ" ແມ່ຂອງເຂົາ ກໍາລັງເລົ່າຢູ່ນັ້ນ ເໝືອນກັບເລື່ອງລາວທີ່ເລົ່າຍັງບໍ່ທັນຈົບ ແມ່ຂອງເຂົາກໍສລົບໄປອີກ ຄືກໍາມະຈອນກໍບໍ່ເຕັ້ນ ພີ້ນ້ອງທັງຫຼາຍກໍລົງມະຕິວ່າຕາຍອີຫຼີແລ້ວ ເພາະປະໄຫວ້ຫຼາຍຊົ່ວໂມງ ໃນທີ່ສຸດລູກຫຼານຍາດພີ່ນ້ອງ ກໍສັ່ງໃຫ້ຄົນເອົາຟອກໂມນມາໃສ່ ກໍາລັງຈະໃສ່ຟອກໂມນຢູ່ນັ້ນ ແມ່ເຂົາກໍຟື້ນຄືນມາອີກ ແຕ່ເວົ້າໄດ້ແຕ່ພຽງວ໋າ "ໃຫ້ພວກລູກໆເຮັດບຸນໃຫ້ແມ່ແນ່ເດີ....ແມ່ໄປແລ້ວ" ເທົ່ານັ້ນແມ່ເຂົາກໍສິ້ນລົມຫາຍໃຈໄປຄັ້ງສຸດທ້າຍ ປະໄວ້ຫຼາຍຊົ່ວໂມງ.
- ຜ່ານໄລຍະປີ ໑ ແລ້ວ ລູກຂອງເຂົາ ກໍເຮັດບຸນໃຫ້ແມ່ຂອງເຂົາ ຈຶ່ງມາເວົ້າເລື່ອງນີ້ໃຫ້ຟັງ, ເມື່ອຟັງແລ້ວບໍ່ເປັນຕ່າເຊື່ອ ແຕ່ກໍຕ້ອງເຊື່ອ ເພາະລູກຂອງເຂົາເວົ້າເອງ.

- ແຕ່ສິ່ງ ທີ່ໜ້າຄິດນັ້ນ ຄື ຍິງຄົນນີ້ ເປັນຄົນມີມິດສາທິດຖີ ເພາະເກີດໃນຖ່າມກາງສັງຄົມມີມິດສາທິດຖີ ເສັຍເວລາເກີດ ຈົນຮອດວັນຕາຍ ຈຶ່ງຮູ້ເມື່ອຄິງວ່າ ຕົນຄິດຜິດ ແລະເຂົ້າໃຈຜິດ ໃນທີ່ສຸດກໍບໍ່ມີເວລາທໍາບຸນ ແຖມຍັງຜູກມັດລູກຕົນເອງອີກ.

- ທ່ານທັງຫຼາຍເກີດຂຶ້ນມາເປັນຄົນແລ້ວ ຢ່າຄິດຜິດ ຈົ່ງເຂົ້າເຖິງບັນດິດ ອາຈານ ນັກປາດ ເພິ່ນຈະແນະນໍາສິ່ງດີໆ ຖືກຕ້ອງໃຫ້ເຮົາ ເພື່ອປະຕິບັດຕົນຖືກຕ້ອງ.