ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 18, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

ຫຍ້ຳຊີງອົ້ມ ລະວັງເກີດຮອຍແຫ່ວຍານເທິງໃບຫນ້າ 


 

 

ໃຜທີ່ມັກຫຍ້ຳຊີງອົ້ມເມື່ອຫຍ້ຳໄປແລ້ວກໍ່ມັກເປົ່າເປັນປຸມເປົ້າໂຊໃຫ້ຄົນອື່ນເຫັນວ່າຕົນເອງມີຄວາມສາມາດ, ແຕ່ຖ້າຖາມຜູ້ເຖົ້າ ຫລື ພໍ່ແມ່ແລ້ວ ວ່າການເຮັດພຶດຕິກຳແບບນີ້ເພິ່ນຈະມັກບໍ່ເພາະຖືວ່າເປັນພຶດຕິກຳທີ່ບໍ່ເຫມາະສົມປານໃດ, ແຕ່ສຳລັບເຍົາວະຊົນຫລືໄວຫນຸ່ມແລ້ວພວກເຂົາຈະຄິດ ທັນທີວ່າໃຜທີ່ມັກເວົ້າແລະມັກຫ້າມການຫຍ້ຳຊີງອົ້ມໃນທີ່ສາທາລະນະຫລືສະຖານທີ່ຕ່າງໆກໍ່ຕາມນັ້ນຖືວ່າເປັນເລື່ອງຫນ້າເບື່ອຫນ່າຍຫລາຍສ ຳລັບພວກເຂົາ.

   ມື້ນີ້ຜູ້ປົກຄອງອາດຈະມີເຫດຜົນໃຫມ່ນຳໄປອະທິບາຍຫລືສອນໃຫ້ເດັກເຖິງຂໍ້ເສຍໃນການຫຍ້ຳຊີງອົ້ມໂດຍສະເພາະສາວໆບອກພວກເຂົາໃຫ້ ເຊົາຫ ຍ້ຳໄດ້ແລ້ວເພາະມີຂ່າວຈາກອາເມລິກາກ່າວວ່າ: ການຫຍ້ຳຊີງອົ້ມເປັນປະຈຳນັ້ນສົ່ງຜົນເຮັດໃຫ້ເກີດຮອຍແຫ່ວຍານເທິງໃບຫນ້າ ແລະ ຮອຍ ແຫ່ວຍານບໍລິເວນອ້ອມປາກເຊິ່ງເປັນຮອຍທີ່ບໍ່ເປັນຕາເບິ່ງແລະທຸກຄົນບໍ່ປາຖະຫນາຈະຢາກມີເລີຍ.

   ດຣ. ໂຈເອລຊະເກລຊິງເກີ  ແພດດ້ານສັນຍະກຳໃນໂອມາຮາເປີດເຜີຍວ່າ: ສັງເກດເຫັນລູກຄ້າຫລືຄົນປ່ວຍທີ່ມາຍົກຫນັງຫນ້າໃຫ້ເຄັ່ງຕຶງນັ້ນ ສ່ວນຫລາຍແລ້ວມີນິດໄສມັກຫຍ້ຳຊີງອົ້ມເປັນຊິວິດຈິດໃຈແລະສາວໆເຫລົ່ານີ້ກໍ່ຈະມີຮອຍແຫ່ວຍານໃຫ້ເຫັນຢ່າງຊັດເຈນເທິງໃບຫນ້າບໍລິເວນປາກ ດັ່ງນັ້ນຂໍແນະນຳວ່າການຫຍ້ຳຊີງອົ້ມຕິດຕໍ່ກັນຕັ້ງແຕ່ 5-20 ນາທີເປັນປະຈຳທຸກມື້ຈະເປັນອັນຕະລາຍຕໍ່ຄວາມງາມແລະຄວາມເຄັ່ງຕຶງເທິງໃບຫນ້າ ຫລາຍ. ຢ່າງໃດກໍ່ຕາມຂໍ້ມູນບໍ່ໄດ້ໃຫ້ຮູ້ເຖິງຄົນທີ່ຢ້ຳຊີງອົ້ມໃນບາງໂອກາດຫລືຄົນທີ່ຫຍ້ຳຊີງອົ້ມເພື່ອດັບກິ່ນປາກໃນບາງເວລາ, ແຕ່ກ່າວເຖິງກຸ່ມ ຄົນທີ່ຕື່ນນອນມາກໍ່ຕ້ອງຫຍ້ຳໃນປາກແລະຕະຫລອດເວລາບໍ່ວ່າຈະຢູ່ໃນສະຖານທີ່ໃດກໍ່ຕາມລະວັງທ່ານຈະໄດ້ເສຍເງິນເພື່ອປິ່ນປົວຄວາມແຫ່ວຍານເ ທິງໃບຫນ້າຫລາຍກວ່າຄົນປົກກະຕິທົ່ວໄປ.

   ຜູ້ຊ່ຽວຊານດ້ານສຸຂະພາບສ່ວນຫນຶ່ງອອກມາຄັດຄ້ານແນວຄິດກ່ຽວກັບໂທດຂອງການຫຍ້ຳຊີງອົ້ມຕໍ່ຄວາມງາມວ່າ: ຖ້າປຽບທຽບແລ້ວຈະມີ ປະໂຫຍດສຳລັບຫລາຍຄົນເຊັ່ນເຮັດໃຫ້ລົມຫາຍໃຈສະອາດ, ເຮັດໃຫ້ສຸຂະພາບປາກດີ, ຊ່ວຍກຳຈັດເສດອາຫານທີ່ຕິດ ຕາມຫວ່າງແຂ້ວ, ຊ່ວຍຄົນ ທີ່ກຳລັງຢາກຫລຸດຄວາມຕຸ້ຍໃຫ້ຮັບປະທານອາຫານຫນ້ອຍລົງ, ຊ່ວຍຫລຸດຄວາມຕື່ນເຕັ້ນແລະຊ່ວຍເຮັດໃຫ້ເກີດສະມາທິສຳລັບນັກກີລາເປັນຕົ້ນ.

   ສະຫລຸບວ່າອັນໃດທີ່ຫລາຍເກີນໄປມັນກໍ່ອາດສົ່ງຜົນເສຍຕາມມາເຊັ່ນດຽວກັບການຫຍ້ຳຊີງອົ້ມຄວນຈະມີໃນບາງເວລາເພື່ອໃຫ້ເກີດປະໂຫຍດຕໍ່ ຮ່າງກາຍກໍ່ພຽງພໍແລ້ວ, ແຕ່ຢ່າຫຍ້ຳຕະຫລອດເວລາຫລືຢ້ຳດົນໆອາດຈະໄດ້ຮອຍແຫ່ວຍານຕາມມາກໍ່ເປັນໄດ້.