ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 7, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

 

 

ການຮຽນຮູ້ທີ່ໄວທີ່ສຸດຄືການ ""ຖາມ""

ການຮຽນຮູ້ທີ່ງ່າຍທີ່ສຸດຄືການ ""ຮຽນຮູ້ຈາກປະສົບການຂອງຄົນອື່ນ""

ການຮຽນຮູ້ທີ່ເຂົ້າໃຈທີ່ສຸດຄືການ ""ຕ້ອງພົບກັບບັນຫາ ແລະ ແກ້ໄຂດ້ວຍຕົນເອງ""

ຈຸດສີ້ນສຸດຂອງການຮຽນຮູ້ມັນບໍ່ມີ ............ ເພາະຊີວິດຄືການຮຽນຮູ້ ................ ແລະຍອມຮັບມັນ !!

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 1, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2011 | ມີ 21 ຄຳເຫັນ ແລະ 0 trackback(s)

 ມາ​ຮູ້ຈັກ​ກັບ​ຄົນ​ຫມວດ​ເລືອດ O 

 

  1. ຄວາມ​ຮັກ: ຮັກ​ໃຜ​ຮັກ​ຈິງ, ທຸ້ມ​ເທ​ເຕັມ​ຮ້ອຍ ​ແຕ່​ມັກ​ມີ​ຟອມ(ຄື​ຄົນ​ປຽບ​ໃຫຍ່)

- ຕອນ​ມີ​ຄວາມ​ຮັກ ກໍ່​ຈະ ຮ້ອນ​ແຮງ​ສຸດໆ ຈົນ​ລະ​ເບີດ​ໄດ້ 
- ຫາ​ກໄດ້​ຮັກ​ໃຜ​ແລ້ວ​ຈະ​ທຸ້ມ​ເທ​ໃຫ້​ຫມົດ​ທັ້ງຕົວ​ແລະ​ຫົວ​ໃຈ 
- ​ເວລາ​ຫລົງ​ຮັກ​ໃຜ​ຂ້າງ​ດຽວ ຈະ​ມັກ​ໄປ​ຢູ່​ບ່ອນທີ່​ຄິດ​ວ່າ​ຈະ​ພົບ​ເຂົາ​ແລ້ວ​ກໍ່​ເລິ່ມມອງ​ຫາ ມອງ ມອງ ມອງ​ຫາ​ເຂົາ​ແຕ່​ເຂົາ​ບໍ່​ມາ​ກະ​ຄອຍ​ເກີ້​ຢູ່​ຫັ້ນແຫລະ 
- ຫາກ​ກຳລັງ​ເບິ່ງໆ​ກັນ​ໄປ​ກັບ​ໃຜ​ຜູ້​ຫນຶ່ງ ​ເວລາ​ຍ່າງ​ສວານ​ທາງ​ກັນ ຄົນ​ຫມວດ​ເລືອກ O ຈະ​ທຳທ່າ​ເຮັດ​ຄື​ບໍ​ເຫັນ ​ເພື່ອ​ໃຫ້​ຝ່າຍ​ນັ້ນ​ທັກ​ທາຍ​ກ່ອນ( ​ແບບ​ວ່າ​ບໍ່​ຍອມ​ເສຍປຽບ) 
- ​ເວລາ​ພົບ​ຫນ້າ​ຄົນ​ທີ່​ໂຕ​ເອງ​ລັກ​ມັກ ຈະ​ທຳທ່າ​ເສີຍໆ​ຫລຽວ​ໄປ​ທາງ​ອື່ນ ທັ້ງໆ​ທີ່​ໃຈ​ລອຍ​ໄປ​ຢູ່​ກັບ​ເຂົາ​ຕັ້ງ​ແຕ່​ເຫັນ​ກັນ​ທຳ​ອິດ​ພຸ້ນ 
- ຈົດ​ຈຳ​ລາຍ​ລະອຽດຂອງ​ເຂົາ​ຄົນ​ນັນ​ໄດ້​ຢ່າງ​ຊັດ​ເຈນ​ວ່າ ​ເຫັນເຂົາຢູ່​ໃສ ຕອນ​ໃດ ຕອນ​ນີ້​ເຂົາ​ກຳລັງ​ເຮັດ​ຫຍັງ ຄົນ​ຫມວດ​ເລືອດ​ນີ້ ຈະ​ຈື່​ໄດ້​ຫມົດ 
- ເມື່ອ​ຕົກ​ຫລຸມ​ຮັກ​ໃຜ​ຜູ້​ຫນຶ່ງ ​ເພງ​ຫວານໆ ບໍ່​ວ່າ​ຈະ​ເກົ່າ​ຫລື​ໃຫມ່​ຈະ​ຖືກ​ຂັບ​ຮ້ອງ​ອອກ​ມາ​ຈາກ​ປາກ​ຂອງ​ຄົນໆ​ນີ້ ຕະຫລອດ​ເວລາ (​ແບບ​ວ່າ Inlove) 
- ແຕ່​ໃນ​ເວລາ​ດຽວ​ກັນ ຄົນ​ຫມວດ​ເລືອດ​ນີ້​ອາດ​ມັກ​ໄດ້​ຫລາຍໆ ​ແຕ່ ຮັກ​ຄົນ​ດຽວ 
- ເປັນ​ຄົນFriendly ​ແລະ ປະຕິ​ເສດ​ຄົນ​ບໍ່​ເປັນ ​ເຮັດ​ໃຫ້​ຄົນ​ທີ່​ມາ​ຈີບ ຄິດ​​ເຂົ້າ​ຂ້າງ​ໂຕ​ເອງ​ສະ​ເຫມີ 
- ການ​ໃຫ້​ຂອງ​ຂັວນກັບ​ໃຜ​ຜູ້​ຫນຶ່ງ ຫາກ​ມີ​ເວລາ​ພໍ​ເຂົາ​ຈະ​ເຮັດ​ດ້ວຍ​ມື​ເຂົາ​ເອງ​ເພາະ​ເຂົາ​ຄິດ​ວ່າ​ມັນ​ເປັນ​ຂອງ​ຂວັນ​ທີ່​ຈິງ​ໃຈ​ທີ່​ສຸດ 
- ​ເວລາ​ອົກຫັກຈະ​ມັກ​ໄປ​ນັ່ງ​ມອງ​ຂອງ​ເກົ່າໆ ສະຖານ​ທີ່​ເກົ່າໆ ຄິດ​ເຖິງ​ເຫດການ​ເກົ່າໆ ​ແລ້ວ​ກໍ່​ມາ​ນັ່ງ​ເສົ້າ​ຢູ່​ງຽບໆ ຄົນ​ດຽວ ​ແຕ່​ເວລາ​ທີ່​ເຂົາ​ອອກ​ໄປ​ສັງ​ສັນ​ກັບ​ຫມູ່ ​ເຂົາ​ຈະ​ລືມ​ຄວາມ​ເຈັບ​ປວດ​ຈົນ​ສະຫນິດ ​ແຕ່​ພໍ​ກັບ​ມາ​ຢູ່ ຄົນ​ດຽວ ຄວາມ​ເຫງົາ​ມັນ​ກໍ່​ກັບ​ມາ​ເປັນ​ເພື່ອນ​ເຂົາ​ອີກ​ເຊັ່ນ​ເຄີຍ 
- ​ຄົນ​ຫມວດ​ເລືອດ o ​ເປັນ​ທີ່​ປຶກສາ​ໄດ້​ດີ​ທີ່​ສຸດ ດັ່ງ​ນັ້ນ,ຍ້ອນ​ເຫດຜົນ​ນີ້​ຈຶ່ງ​ເຮັດ​ໃຫ້​ຄົນ​ຫມວດ​ເລືອດ​ນີ້​ເປັນ​ຄົນ​ທີ່ “ຢູ່​ນຳ​ຫລື ​ໃກ້​ສິດ​ແລ້​ວສະບາຍ​ໃຈ” ດ້ວຍ​ເຫດ​ນີ້ ​ເມື່ອ​ມີ​ໂອກາດ ​ໃກ້​ສິດ​ກັບ​ຄົນ​ແບບ​ນີ້​ເຂົາ​ຈຶ່ງ​ຖືກ​ວາງ​ຕຳ​ແຫນ່​ງ​ໃຫ້​ເປັນ​ພຽງ “ທີ່​ປຶກສາ” 
- ທັ້ງຫມົດ​ຂອງ​ເວລາ​ແຫ່ງ​ຄວາມ​ຮັກ​ຂອງ​ເຂົາ ການ​ໄດ້ “ລັກ​ມັກ” ນັ້ນ​ແຫລະ ​ເປັນ​ຊ່ວງ​ທີ່​ສະຫນຸກ ​ແລະ ທ້າ​ທາຍ​ທີ່​ສຸດ ສຳ​ຫລັບ​ຄົນ​ຫມວດ​ເລືອດ​ນີ້ 
- ​ເວລາ​ບໍ່​ສະບາຍ ຫາກ​ແຟນບອກ​ວ່າ “ກິນ​ຢາ​ແດ່​ເດີ້” ຄົນ​ເລືອດ O ຈະ​ທຳທ່າ​ຫົວ​ດື້​ບໍ່​ຍອມ​ກິນ​ຢາ ​ແຕ່​ທີ່​ຈິງ​ເຂົາ​ທຳທ່າ​​ເຮັດ​ໃຫ້​ແຟນ​ເປັນ​ຫ່ວງ​ຊື່ໆ 
- ຫາກ​ເຈິະຄົນ​ທີ່​ລົມ​ກັນ​ຖືກ​ຄໍ ຈະ​ເດິກ​ປານ​ໃດ​ກໍ່ຕາມ ຫາ​ຄູ່​ຂາ​ບໍ່​ຍອມ​ໄປ​ນອນ ຢ່າ​ຫວັງ​ວ່າ​ຄົນ​ເລືອດ O ຈະ​ຍອມ​ໄປ​ນອນ​ກ່ອນ 
- ​ແຕ່​ຄົນ​ແບບ​ນີ້ຂີ້​ຫວງ​ບໍ່​ທຳ​ມະ​ດາ​ເດີ ພຽງ​ແຕ່​ວ່າ​ເຂົາ​ບໍ່​ຄ່ອຍ​ສະ​ແດງ​ອາການ “ຫວງ”ອອກ​ມາ​ຊື່ໆ 
- ມັກ​ໃຫ້​ຄົນ​ອື່ນ​ມາ​ຫຶງ​ມາ​ຫວງ​ໂຕ​ເອງ ​ເພາະ​ນັ້ນ​ນສະ​ແດງ​ໃຫ້​ເຫັນ​ວ່າ ​ເຂົາ​ມີຄ່າ​ສຳ​ຫລັບ​ໃຜ​ຜູ້​ຫນຶ່ງ ​ແຕ່​ຖ້າ​ຫວງ​ຫລາຍ​ເກີນ​ໄປ ​ເຂົາ​ຈະລຳ​ຄານ 
- ຄົນ​ທີ່​ສາມາດ​ລັກ​ຫົວ​ໃຈ​ຂອງ​ຄົນ​ເລືອດO ​ໄດ້​ຢ່າງ​ງ່າຍດາຍ​ທີ່​ສຸດ​ຄື​ຄົນ​ຫມວດ​​ເລືອດ B 
- ເປັນ​ຄົນ​ປາກ​ແຂງ ​ແຕ່​ຫົວ​ໃຈ​ບໍ່​ແຂງ​ຄື​ປາກ……​ເປັນ​ຄົນ​ໃຈ​ບໍ່​ກ້າ​ພໍ 
- ຊັງ​ຄົນ​ນອກ​ໃຈ ​ແຕ່​ບາງທີ ​ໂຕ​ເຂົາ​ເອງ​ຊ້ຳພັດ​ດມັກ​ເຊື່ອງ​ໃຜ​ຜູ້​ຫນຶ່ງ​ໄວ້້​ໃນ​ໃຈ 
- ຖ້າ​ເລີ່​ມສົນ​ໃຈ​ໃຜ​ຜູ້​ຫນຶ່ງ ​ເຂົາ​ຄົນ​ນັ້ນ​ຈະ​ເລີ່​ມ​ເຂົ້າ​ມາ​ຢູ່​ໃນ​ຄວາມ​ຄິດ​ຂອງ​ຄົນ​ຫມວດ​ເລືອກ O ​ແລະ​ຄວາມ​ຖີ່​ໃນ​ການ​ຄິດ​ເຖິງ​ຈະ​ເພິ່ມຂຶ້ນ​ເລື້ອຍໆ​ຕາມ​ລະຍະ​ເວລາ 

2. ເພື່ອນ: Friendly ສຸດໆ ​ແຕ່​ຂີ້​ເຫງົາ, ຈິງ​ໃຈ ​ເຖິງ​ໃສ​ເຖິງກັນ 
- ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ເຂົາ​ຄື​ຫມູ່​ເພື່ອນ ອັນ​ດັບ​ຮອງ​ລົງ​ມາ​ແມ່ນ​ຄວາມ​ຮັກ (​ເອົາ​ເພື່ອນ​ເປັນ​ໃຫຍ່) 
- ມັກ​ເຂົ້າ​ສັງຄົມ ​ເຮັດ​ໃຫ້​ລາວ​ມີ​ເພື່ອນ​ຫລາຍໆ ມີ​ຄວາມສຸກ​ກັບ​ການ​ພົບ​ປະ​ກັບ​ຜູ້​ຄົນ​ຫນ້າ​ໃຫມ່ໆ ​ແລະ ຄົນ​ຫມວດ​ເລືອດ​ນີ້​ເປັນ​ຄົນ​ທີ່ ກັນ​ເອງ​ສຸດໆ 
- ນິ​ໃສ​ບໍ່​ດີ ຂອງ​ຄົນ ປະ​ເພດ​ນີ້​ຄື​ເປັນ​ຄົນ​ຫົວ​ດື້ ​ແລະ​ມັກ​ປົກ​ປ້ອງ​ເອົາ​ພັກ​ພວກ​ຂອງ​ຕົນ 
- ມັກ​ລັກ​ນ້ອຍ​ໃຈ​ຕໍ່​ຫມູ່​ຢູ່​ເລິກໆ ຈົນ​ດົນໆໆ ຈຶ່ງ​ມາ​ເວົ້າ​ໃຫ້​ຫມູ່​ຟັງ 
-ເວລາ​ຢູ່​ກັບ​ຫມູ່​ຈະ​ເປັນ​ຄົນ​ຂີ້ຝອຍ ​ແຕ່​ທັງ​ຫມົດ​ທີ່​ເວົ້າ​ມານັ້ນ​ເນື້ອຫາ​ສາລະ​ເກືອບ​ບໍ່​ມີ ຮາຮາຮາຮາ
-ເຖິງ​ເຂົາ​ຈະ​ເປັນ​ຄົນ​ສະບາຍ​ ໆ ​ກັບ​ຊີວິດ ​ແຕ່​ເລິກໆ ​ເຂົາ​ລັກ​ສັງ​ເກດ​ແລະ ​ເກັບ​ລາຍ​ລະອຽດ​ຂອງ​ຄົນ​ຮອບ​ຂ້າງ​ໄວ້​ສະ​ເຫມີ 
-ຊັງ​ການ​ທີ່​ຄົນ​ອື່ນ​ເອີ່ຍ​ເຖິງ​ປົມ​ດ້ອຍ​ຂອງ​ຕົວ​ເອງ ​ເຖິງ​ຈະ​ເປັນ​ການ​ເວົ້າ​ຢອກ​ແຕ່​ເຂົາ​ກະ​ຄຽດ​ອີ່ຫລີ 
-ບໍ່​ມັກ​ໃຫ້​ໃຜ​ມາ​ຂັດ​ແຍ້​ງຄວາມ​ຄິດຂອງ​ຕົນ ແຕ່​ເຂົາ​ກໍ່ເປັນ​ຜູ້ຟັງ​ທີ່​ດີ​ເພື່ອ​ຮັບ​ຟັງ​ຄວາມ​ຄິດ​ເຫັນ​ຂອງ​ຄົນ​ອື່ນ 
-ບໍ່ມັກ​ຄົນ​ມາ​ເອາະ​ເຊາະ ອໍ້​ແອ້ ​ແຕ່​ເວລາ​ເຂົ້າຜັບ ​​ເຂົາ​ພັດ​ໄປ​ນົວ​ເນຍ​ບໍ່​ນ້ອຍ​ຫນ້າ​ໃຜ ​ຮາ​ຮາ​ຮາ 
-ເວລາ​ຄຽດ​ຫລື​ງອນ​ໃຫ້​ຄົນ​ອື່ນ ​ແລ້ວ​ເຂົາ​ບໍ່​ມາ​ງໍ້ ​ໂຕ​ເອງ​ກໍ່​ຄ່ອຍໆ​ເຊົາ​ໄປ​ເອງ​ແບ​ງຽບໆ 
- ການ​ເຂົ້າ​ຫາ​ຄົນ​ຫມວດ​ເລືອດ O ບໍ່​ແມ່ນ​ເລື່ອງ​ຍາກ ​ແຕ່​ການ​ເຮັດ​ໃຫ້​ເຂົາ​ສະຫນິດ​​ແລະ​ເຊື່ອ​ໃຈ​ນັ້ນ​ແຫລະ​ຄື​ສິ່ງ​ທີ່​ຍາກ​ທີ່​ສຸດ 
- ບໍ່​ຄ່ອຍ​ມອງ​ໃຜ​ໃນ​ແງ່​ຮ້າຍ ​ແຕ່​ຖ້າ​ໄດ້​ອະຄະຕິ​ກັບ​ໃຜ​ແລ້ວ​ຍາກ​ທີ່​ຈະ​ເຊົາ 
- ບາງທີ ຄົນ​ເລືອດ o ກໍ່​ບໍ່​ຮູ້​ຈະ​ສັນ​ຫາ​ຄຳ​ເວົ້າ​ແບບ​ໃດ​ມາ​ປອບ​ໃຈ​ຫມູ່ ​ເຂົາ​ພຽງ​ແຕ່​ນັ່ງ​ຢູ່​ຂ້າງໆ​ເປັນ​ຜູ້​ຟັງ​ທີ່​ດີ ​ແລະ ພາວະນາ​ໃຫ້​ຫມູ່ຫາຍເສົ້າ​ໄວໆ 
- ບໍ່​ຄ່ອຍ​ໃສ່​ໃຈ​ກັບ​ສັນຍາ​ທີ່​ໃຫ້​ໄວ້​ກັບ​ຄົນ​ອື່ນ ​ຍົກ​ເວັ້ນ​ແຕ່​ວ່າ ຄົນໆ​ນັ້ນ​ຈະ​ເປັນ​ຄົນ​ສຳຄັນ​ທີ່​ສຸດ​ສຳ​ຫລັບ​ເຂົາ ( ຄ້າຍຄືຄົນບໍ່ຈິງໃຈ ເນາະ) 
- ຫາກ​ຄົນ​ເລືອດO ຜິດ​ຖຽງ​ກັນ​ເອງ ​ແປັບ​ດຽວ​ກະ​ເຊົາ 
- ມີ​ຄວາມສຸກ​ກັບ​ການ​ທີ່​ໄດ້​ເຮັດ​ໃຫ້​ຄົນ​ຮອບ​ຂ້າງ​ຍິ້ມ​ແລະ​ຫົວ​ໄດ້ 
-ຫາກ​ບໍ​ໄດ້​ຢູ່​ກັບ​ຫມູ່​ເພື່ອນ ຈະ​ຖືກ​ຄວາມ​ງຽບ​ເຫງົາ​ເຂົາ​ມາ​ຄອບ​ງວຳ​ທັນທີ 
-​ເຖິງ​ວ່າ​ຈະ​ລົມ​ກັບ​ໃຜ​ຜູ້​ຫນຶ່ງ​ຈົນ​ຫມັ້ນ​ໃຈ​ວ່າ​ຄົນໆ​ນັ້ນ​ກໍ່​ຄິດ​ຄື​ກັນ​ກັບ​ເຂົາ ​ແຕ່​ກໍ່​ຍັງ​ບໍ່​ກ້າ​ທີ່​ຈະ​ບອກ​ຄວາມ​ຮູ້ສຶກ​ທີ່​ແທ້​ຈິງ​ຂອງ​ຕົນ​ເອງ (ບອກ​ຮັກ​ຍາກ​ກກກ) 
-ມັກ​ຕັດສິນ​ໃຈ​ ຄົນ​ອື່ນ​ຈາກຕວາ​ມປະ​ທັບ​ໃຈ​ແລກ​ພົບ First Impression 
- ມັກ​ມອງ​ຄົນ​ທີ່​ຫນ້າ​ຕາ​ແລະ ບຸກຄະ​ລິກພາຍ​ນອກ 
- ​ໃສ່​ໃຈຄວາມ​ຮູ້​ສື​ກຂອງ​ເພື່ອນ​ສະ​ເຫມີ 
3. ນິ​ໃສ, ທັດສະນະ​ຄະຕິ : ອາລົມ​ດີ ລ່າ​ເລິງ ​ແຈ່ມ​ໃສ ​ແຕ່​ມີ​ໂລກ​ສ່ວນ​ຕົວ​ສູງ 
ມັກ​ເວົ້າ​ຫລາຍ….​ເວົ້າ​ຫລາຍ​ຈົນ​ກາຍ​ເປັນ​ຝອຍ ​ແລະ​ມັກ ​ເປີດ​ປະ​ເດັນ​ການ​ນິນທາ ອີກ​ດ້ວຍ 
ອາ​ທະຍາ​ໃສ​ດີ ສະຫນຸກ​ສະຫນາ​ນ ຫນ້າ​ຮັກ ​ແລະ​ເປັນ​ຄົນ ມີສະ​ເຫ​ນ່ 
- ເປັນ​ຄົນ​ເບື່ອ​ງ່າຍ ​ແລະ ຄວາມ​ອົດທົນ ບໍ່​ສູງ ​ແຕ່​ມີ​ຄວາມ​ສາມາດ​ໃນ​ການສະ​ແດງ​ອອກ 
- ເປັນ​ບ້າ​ມັກ​ຍ້ອງ ມັກ​ໃຫ້​ຄົນ​ອື່ນ​ຍ້ອງ​ໂຕ​ເອງ ຮາ​ຮາ​ຮາ​ຮາ 
- ​ເປັນ​ຄົນ​ໃຈດີ ​ແຕ່​ເວລາ​ໄດ້​​ເຢັນ​ຊາ​ກໍ່​ເຢືອກ​ເຢັນ​ຈົນ​ເປັນຕາ​ຢ້ານ 
- ​ເຫັນ​ວ່າ​ເປັນ​ຄົນ​ໃຈດີ ​ແຕ່​ມີ​ໂລກສ່ວນ​ຕົວ​ສູງ​ເດີ ​ແຖມ​ຍັງ​ເປັນ​ຄົນ ຢາກ​ຮູ້ຢາກ​ເຫັນ​ຫລາຍ​ອັນ 
- ​ເວລາ​ສົນ​ໃຈ​ສິ່ງ​ໃດ​ກໍ່​ຈະ​ບ້າ​ ​ແລະ ຈົດ​ຈໍ່​ຢູ່​ກັບສິ່ງ​ນັ້ນທີ່​ສຸດ 
- ​ເປັນ​ຄົນ​ຫົວ​ດື້ ຖ້າ​ບໍ່​ໄດ້​ກໍ່​ຈະ​ເອົາ​ໃຫ້​ໄດ້ ນິ​ໃສ​ປານ​ເດັກນ້ອຍ​ເອົາ​ແຕ່​ໃຈຕົນ​ເອງ 
- ບໍ່​ມັກ​ການ​ທີ່​ຖືກ​ຄັດຄ້ານ ຫາກ​ເຂົາ​ຄິດ​ວ່າ​ສິ່ງ​ທີ່​ເຂົາ​ຄິດ​ເປັນ​ການ​ຖືກຕ້ອງ​ແລ້ວ 
- ​ເປັນ​ພວກ​ດື້​ງຽບໆ …​ແບບ ບໍ່​ຖຽງ​ແຕ່​ກະ​ບໍ່​ເຮັດ​ຕາມ 
- ​ເວລາ​ໃຈ​ຮ້າຍ ​ໃຫ້​ອະທິບາຍ​ດ້ວຍ​ເຫດຜົນ ​ເວລາ​ຮ້າຍ​ເປັນຕາ​ຢ້ານ ​ແຕ່​ຖ້າ​ຮູ້​ເຫດຜົນ​ແລ້ວ​ກໍ່​ຈະ​​ເຊົາ 
- ມັກ​ເກັບ​ຄວາມ​ຮູ້​ສື​ກ​ເວລາ​ໃຈ​ຮ້າຍ ​ແຕ່​ກະ​ບໍ່​ຄ່ອຍ​ປົກ​ປິດ​ໄດ້ 
- ​ເວລາ​ໃຈ​ຮ້າຍ ມັກ​ທຳລາຍ​ເຄື່ອງ​ຂອງ​ແບບ​ພັງ​ຈົນ​ບໍ່​ເຫລືອ​ຊາກ 
- ບໍ່​ມັກ​ຈະ​​ໃຫ້​ໃຜ​ເຫັນ​ນ້ຳຕາາ​ເວັ້ນ​ນແຕ່​ວ່າຄົນ​ນນັ້ນ​ນຄືຄົນ​ນທີ່​ເຂົາ​ວາງ​ໃຈ 
- ຖ້າ​ມື້​ໃດ​ມີ​ເລື່ອງ​ສັບສົນ​ຫລາຍ ​ໃນ​ຄືນ​ນັ້ນ​ນເຂົາ​ຈະ​ນອນ​ຄິດ​ໄປ​ໂລໆ​ເລໆ ຈົນ​ລືມ​ເລື່ອງ​ບໍ່​ດີ​ຕ່າງໆ​ນາໆ ກ່ອນຈະ​ຫລັບ​ໄປ​ຢ່າງ​ມີ​ຄວາມສຸກ 
- ​ເວລາ​ເສັຍ​ໃຈ​ຈະ​ພະຍາຍາມ​ຄວບ​ຄຸມ​ອາລົມ ​ແລະ​ຢູ່​ກັບ​ຕົວ​ເອງ​ແບບ​ງຽບໆ ​ເພື່ອ​ເປີດ​ໂອກາດ​ໃຫ້​ຕົວ​ເອງ​ຈັດການ​ກັບ​ຄວາມ​ຄິດ​ຂອງ​ຕົວ​ເອງ 
- ມັກ​ຫົວ…..ຫົວຈົນ​ຄ້າງ…ຫົວ​ຈົນ​​ໃສ້​ຂົດ​ໃສ້​ໂຂ 
- ​ເວລາ​ພະຍາຍາມ​ທຳ​ຕົວ​ໃຫ້​ດູ​ດີ​ມີ​ສະ​ເຫ​ນ່ ຄົນ​ທີ່​ເຫັນ​ກັບ​ຮູ້​ສື​ກທຳ​ມະ​ດາ ​ແຕ່​ເວລາ​ທີ່​ເຂົາ​ຢູ່​ຊື່ໆ ບໍ່​ວ່າ​ຈະ​ໃນ​ອາ​ລິ​ຍະ​ບົດ​ໃດ​ກໍ່ຕາມ ຜູ້​ພົບ​ເຫັນ​ກັບ​ມອງ​ວ່າ​ເຂົາ​ມີ​ສະ​ເຫ​ນ່ສຸດໆ 
- ​ເປັນ​ຄົນ​ລະອຽດ​ທີ່​ສຸດ​ດດ ​ສົມມຸດ​ວ່າ​ໃຫ້​ຂຽນ​ບົດ​ເລື່ອງ​ຈັກ 1 ຫນ້າ ​ເຂົາ​ຕ້ອງ​ແທກ​ລະຍະ​ຫາງ​ຂອງ​ຫນ້າ​ເຈ້ຍ​ໃຫ້​ເທົ່າ​ກັນ​ທັງ 4 ດ້ານ ກ່ອນ​ລົງມື​ຂຽນ 
- ​ໃນ 4 ຫມວດ​ເລືອດ ຄົນ​ຫວມດ​ເລືອດ O ມັກ​ຄິດ​ເຂົ້າ​ຂ້າງ​ຕົວ​ເອງ​ທີ່​ສຸດ 
- ມັກ​ນ້ອຍ​ໃຈ ​ແຕ່​ບໍ່​ຄ່ອຍ​ສະ​ແດງ​ອອກ 
- ຫາກ​ຈະ​ຮ້ອງ​ໄຫ້ ມັກ​ຮ້ອງ​​ໄຫ້​ເວລາ​ຢູ່​ຄົນ​ດຽວ ​ແຕ່​ເວລາ​ຢູ່​ກັບ​ຄົນ​ອື່ນ ຈະ​ທຳ​ທ່າ​ເປັນ​ຄົນເຂັ້ມ​ແຂງ 
- ​ເປັນ​ຄົນ​ຮັກ ​ແລະ​ສົງສານ​ສັດ ຈະ​ຫນາດ​ມົດ​ໂຕ​ຫນຶ່ງ​ຊິ​ຈົມ​ນ້ຳ​ຕາຍ​ກະ​ຍັງ​ໄປ​ຊ່ວຍ​ມັນ​ຂຶ້ນ​ມາ 
- ​ເວລາ​ເສົ້າ​ພຍງ​ເຂົາ​ໄດ້​ລະບາຍ​ຄວາມ​ຮູ້​ສື​ກ ​ໃຫ້​ໃຜ​ຜູ້​ຫນຶ່ງ​ຟັງ​ກໍ່​ຄ່ອຍໆຮູ້​ສື​ກດີ​ຂື້ນ​ລະ 
- ບໍ່​ມີ​ທາງ​ທີ່​ຄົນ​ຫມວດ​ເລືອດ​ນີ້ຈະ​ຍອມຮັບຫລື​ທຳ​ຕົວ​ສຳນຶກ​ຜິດ​ໃຫ້​ກັບ​ຄວາມ​ຜິດ​ທີ່​ຕົວ​ເອງ​ບໍ​ໄດ້​ກໍ່​ເດັດຂາດ 
- ​ເປັນ​ພວກ ສະຫມອງ​ດີ ​ແຕ່​ຂີ້ຄ້ານ ​ເວລາ​ພັກ​ຮຽນ​ອາຈານ​ບອກ​ໃຫ້​ອ່ານຫນັງສື​ກະ​ບໍ່​ອ່ານ ​ແຕ່​ຈະ​ມາ​ອ່ານ​ແບບ​ເອົາ​ເປັນ​ເອົາ​ຕາຍ ຕອນ​ໂຄ້ງ​ສຸດ​ທ້າຍ​ກ່ອນ​ເສັງ 
- ​ເວລາ​ບໍ່​ສະບາຍ ​ຄົນ​ເລືອດ O ຈະ​ບໍ່​ຄ່ອຍ​ໃສ່​ໃຈ​ຕົວ​ເອງ 
- ​ເປັນ​ຄົນ​ບໍ່​ມັກ​ຄິດ​ກ່ອນ​ທຳ ​ແຕ່​ພໍ​ຄິດ​ໄດ້​ມັກ​ຈະ​ມາ​ນັ່ງ​ເສຍ​ໃຈ​ພາຍຫລັງ​ເປັນ​ປະຈຳ 
- ມີ​ຄວາມ​ຄິດ​ທີ່​ຈະ​ເຮັດສິ່ງ​ໃຫມ່ໆ ຢູ່​ໃນ​ຫົວ​ເຕັມ​ໄປ​ຫມົດ ​ແຕ່​ພໍ​ເລິ່ມລົງມື​ເຮັດ​ໄປ​ໄດ້​ຫນ້ອຍ​ຫນຶ່ງ​ກໍ່​ຈະ​ເບື່ອ ​ແລະ ລົ້ມ​ເລີກ​ໃນ​ທັນທີ( ຫົວຊ້າງຫາງ​ຫນູ) 
- ມັກ​ຫວ​ງ​ເຄື່ອງຂອງ​ໂຕ​ເອງ ບໍ່​ມັກ​ໃຫ້​ໃຜ​ມາ​ຫຍຸ້ງ​ກັບ​ເຄື່ອງ​ສ່ວນ​ຕົວ 

ເຫັນຢູ່ໃນເວັບ kapook ວ່າ ກຣຸບເລືອດສາມາດບອກນິໃສໄດ້ ກະເລີຍເອົາມາໃຫ້ອ່ານ
ອ່ານແລ້ວພິຈາລະນາໄປພ້ອມວ່າ ຖືກກັບຕົວທ່ານຫລືບໍ່

ທີ່ມາ: http://www.bailane.com/

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 23, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ລູກສອນ 3 ດອກ ສູ່ຄວາມສຳເລັດ

ສັດທາ ດຸໝັ່ນ ຢືດຢຸ່ນ ສາມຄໍານີ້ ແມ່ນລູກສອນ ຍິງສູ່ເປົ້າໝາຍຄວາມສໍາເລັດ (self esteem, diligent and flexible arearrows to success in life) 

ສັດທາ - ຄົນເຮົາຖ້າມີຄວາມຕັ້ງໃຈ ມຸ້ງໝັ້ນໃນເປົ້າໝາຍ ເປັນອັນດັບທໍາອິດເຮັດໃຫ້ເຮົາມີໄຊໄປເຄິ່ງໜຶ່ງ ເຖິງວ່າບາງຄົນຈະເວົ້າວ່າເຮົາເປັນຄົນບ້າ ແລະ ເຮັດໃນສິ່ງທີ່ເປັນໄປບໍ່ໄດ້ແລ້ວ 

ດຸໝັ່ນ: ຄົນເຮົາຈະມີຄວາມຝັນ ຄວາມຫວັງ ແລະ ຄວາມສັດທາຕໍ່ຕົນເອງ ຕໍ່ສິ່ງທີ່ເຮັດແຮງປານໃດກໍຕາມ ຖ້າບໍ່ລົງມືເຮັດ ແລະ ຖ້າບໍ່ພັດທະນາປັບປຸງໄປເລື້ອຍໆ ເປົ້າໝາຍທີ່ວາງໄວ້ກໍຍາກທີ່ຈະໄປເຖິງ. 

ຢືດຢຸ່ນ: ຄົນເຮົາເຖິງຈະມີຄວາມສັດທາ, ມີຄວາມດຸໝັ່ນ ແຕ່ຖ້າມື້ໃດລົ້ມລົງ ບໍ່ຈັກຈະລຸກຂຶ້ນ ບໍ່ຮູ້ຈັກຈະປັບໂຕແລ້ວ ຈະເປັນຄົນພ່າຍແພ້ໄປຕະຫຼອດການ 

ພະຍາຍາມໂປຣແກມ 3 ຄໍານີ້ ເຂົ້າໄປຍັງ ຈິດໃຕ້ສໍານຶກ ໃນທຸກໆມື້ ເພື່ອໃຫ້ມັນເຂົ້າໄປໃນສາຍເລືອດກາຍເປັນ 'ສິ່ງລໍ່ລ້ຽງຈິດວິນຍານ' 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 20, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 ຄຳສັ່ງຂອງຄົນຕາຍ

 

 

 

- ວານີ້ ໄດ້ມີຍິງຄົນໜຶ່ງມາຫາ ບອກວ່າຈະເຮັດບຸນ ເພາະແມ່ເຂົາຜູ້ຕາຍໄປແລ້ວສັ່ງໄວ້.
- ສືບຖາມຄັກແລ້ວ ມີເລື່ອງຢູ່ວ່າ.

- ແມ່ນເຂົາ ມີອາຍຸ ໔໙ ປີ ຕາຍໄປແລ້ວປີກາຍ, ຕອນຍັງມີຊີວິດຢູ່ແມ່ເຂົາ ມັກຈະບໍ່ຄ່ອນເຮັດບຸນ ບໍ່ວ່າບຸນທີ່ວັດ ຫຼືບຸນເຮືອນ ເພາະແມ່ເຂົາເຊື່ອວ່າ "ອາຍຸຍັງບໍ່ທັນເຖິງ ເຮັດບຸນແລ້ວກໍຈັກຕາຍໄປຮັບກອງບຸນ" ເຊິ່ງອັນນີ້ ແມ່ຂອງເຂົາກໍບອກເຂົາ ແລະເຄີຍຫ້າມເຂົາ ຕອນເຂົາເອງຂຶ້ນເຮືອນໃໝ່ ເມື່ອປີ ໒໐໐໗ ເຂົາຈະເຮັດບຸນນິມົນພຣະມາຕັ້ງກອງອັດຖະໃນວັນຂຶ້ນເຮືອນໃໝ່ນັ້ນເລີຍ ແຕ່ແມ່ຂອງເຂົາຫ້າມໄວ້ ເພາະເຂົາເອງອາຍຸຈັ່ງຫາໄດ້ ໒໕-໒໖ ປີ, ຫຼັງຈາກນັ້ນເຂົາກໍຊື້ລົດໃຫຍ່ ເງິນກໍໝົດໄປແນ່ແລ້ວ ແຕ່ຈິດໃຈຄິດຢາກເຮັດບຸນ ແມ່ເຂົາກໍໄດ້ແຕ່ບອກວ່າອາຍຸບໍ່ທັນເຖິງ.

- ຢູ່ຕໍ່ມາເມື່ອປີກາຍນີ້ ຄືທ້າຍປີ ໒໐໑໐ ແມ່ຂອງເຂົາເລີ່ມປ່ວຍຕອນອາຍຸ ໔໙ ປີປາຍ, ໄປນອນໂຮງມໍ່ພຽງ ໑ ເດືອນ ວັນນັ້ນແມ່ນເຂົາກໍຕາຍໄປໃນໂຮງໝໍ ເມື່ອຕາຍແລ້ວ ແພດກໍລົງມະຕິວ່າຕາຍແລ້ວ ເຂົາກໍເອົາສົບມາຍັງເຮືອນ ເມື່ອເອົາມາເຮືອນແລ້ວ ກໍາລັງຈະເອົາຟອກໂມນໃສ່ ແມ່ເຂົາກັບຟື້ນຄືນມາ, ໄດ້ເລົ່າເລື່ອງຕ່າງໆ ທີ່ເຂົາພົບໃຫ້ລູກ ແລະຄົນທັງຫຼາຍຟັງ ກໍາລັງເລົ່າເລື່ອງນັ້ນ "ແມ່ເຂົາວ່າ ຍົມພິບານບອກວ່າ ເຂົາບໍ່ໄດ້ເຮັດບຸນຫັຍງ ແຖມຍັງຊັກຊວນຄົນໃຫ້ຫຼົງຜິດອີກ ແມ່ເຂົາຈະຕ້ອງໄດ້ໄປຮັບກັມ" ແມ່ຂອງເຂົາ ກໍາລັງເລົ່າຢູ່ນັ້ນ ເໝືອນກັບເລື່ອງລາວທີ່ເລົ່າຍັງບໍ່ທັນຈົບ ແມ່ຂອງເຂົາກໍສລົບໄປອີກ ຄືກໍາມະຈອນກໍບໍ່ເຕັ້ນ ພີ້ນ້ອງທັງຫຼາຍກໍລົງມະຕິວ່າຕາຍອີຫຼີແລ້ວ ເພາະປະໄຫວ້ຫຼາຍຊົ່ວໂມງ ໃນທີ່ສຸດລູກຫຼານຍາດພີ່ນ້ອງ ກໍສັ່ງໃຫ້ຄົນເອົາຟອກໂມນມາໃສ່ ກໍາລັງຈະໃສ່ຟອກໂມນຢູ່ນັ້ນ ແມ່ເຂົາກໍຟື້ນຄືນມາອີກ ແຕ່ເວົ້າໄດ້ແຕ່ພຽງວ໋າ "ໃຫ້ພວກລູກໆເຮັດບຸນໃຫ້ແມ່ແນ່ເດີ....ແມ່ໄປແລ້ວ" ເທົ່ານັ້ນແມ່ເຂົາກໍສິ້ນລົມຫາຍໃຈໄປຄັ້ງສຸດທ້າຍ ປະໄວ້ຫຼາຍຊົ່ວໂມງ.
- ຜ່ານໄລຍະປີ ໑ ແລ້ວ ລູກຂອງເຂົາ ກໍເຮັດບຸນໃຫ້ແມ່ຂອງເຂົາ ຈຶ່ງມາເວົ້າເລື່ອງນີ້ໃຫ້ຟັງ, ເມື່ອຟັງແລ້ວບໍ່ເປັນຕ່າເຊື່ອ ແຕ່ກໍຕ້ອງເຊື່ອ ເພາະລູກຂອງເຂົາເວົ້າເອງ.

- ແຕ່ສິ່ງ ທີ່ໜ້າຄິດນັ້ນ ຄື ຍິງຄົນນີ້ ເປັນຄົນມີມິດສາທິດຖີ ເພາະເກີດໃນຖ່າມກາງສັງຄົມມີມິດສາທິດຖີ ເສັຍເວລາເກີດ ຈົນຮອດວັນຕາຍ ຈຶ່ງຮູ້ເມື່ອຄິງວ່າ ຕົນຄິດຜິດ ແລະເຂົ້າໃຈຜິດ ໃນທີ່ສຸດກໍບໍ່ມີເວລາທໍາບຸນ ແຖມຍັງຜູກມັດລູກຕົນເອງອີກ.

- ທ່ານທັງຫຼາຍເກີດຂຶ້ນມາເປັນຄົນແລ້ວ ຢ່າຄິດຜິດ ຈົ່ງເຂົ້າເຖິງບັນດິດ ອາຈານ ນັກປາດ ເພິ່ນຈະແນະນໍາສິ່ງດີໆ ຖືກຕ້ອງໃຫ້ເຮົາ ເພື່ອປະຕິບັດຕົນຖືກຕ້ອງ.
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 19, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ຄາດອັດຕາເງິນເຟີ້ຂອງລາວ ອາດເພີ່ມຂຶ້ນ

ຂ່າວນີ້ອັບເດັດ ເດືອນຕຸລາ 2011

 

 

ເມື່ອ​ບໍ່​ດົນ​ມາ​ນີ້​ໄດ້​ມີ​ ການຄາດ​ຄະ­ເນ​ເຖິງ​ອັດ­ຕາ​ເງິນ​ເຟີ້ ຂອງ​ລາວ​ປີ​ນີ້​ອາດ​ແລ່ນ​ຂຶ້ນ​ຕາມ​ຕົວ​ເລກ​ຂະ­ຫຍາຍ­ຕົວ​ຂອງ​ເສດ­ຖະ­ກິດ ແລະ ຄວາມ​ຕ້ອງ­ການພາຍ​ໃນ​ເພີ່ມ​ຂຶ້ນ.

 

   ເຖິງ​ແມ່ນ​ວ່າ​ປະ­ຈຸ​ບັນ​ອັດ­ຕາເງິນ​ເຟີ້​ຂອງ​ລາວ​ໄດ້​ມີ​ຕົວ​ເລກຖອຍ​ລົງ​ ແລ້ວ​ກໍ່​ຕາມ ແຕ່​ກໍ່​ມີ​ການຄາດ​ຄະ­ເນ​ອອກ​ມາ​ວ່າ​ອາດ​ຍັງມີ​ຄວາມ​ສ່ຽງ​ຕໍ່​ການ​ເພີ່ມ​ ຂຶ້ນ​ອີກຂອງ​ອັດ­ຕາ​ເງິນ​ເຟີ້​ປະ­ຈຳ​ປີ​ນີ້​ມາຢູ່​ທີ່​ລະ­ດັບ 8,3% ຈາກ​ຕົວ​ເລກຄາດ​ການ​ໄວ້​ກ່ອນ​ຫນ້າ​ນັ້ນ 6,5%.

   ການ​ຄາດ​ຄະ­ເນ​ດັ່ງ­ກ່າວ​ທະນາ​ຄານ​ພັດ­ທະ­ນາ​ອາ­ຊີ ຫລື ເອດີ​ບີ ລະ­ບຸ​ວ່າ: ເກີດ​ຈາກ​ອັດ­ຕາ​ການ​ຂະ­ຫຍາຍ­ຕົວ​ຂອງ​ເສດ­ຖະ­ກິດ ໂດຍເອ​ດີ​ບີໄດ້​ປັບ​ເພີ່ມ​ການຂະ­ຫຍາຍ­ຕົວ​ຂອງ​ເສດ­ ຖະ­ກິດລາວ​ໃນ​ປີ​ນີ້​ເປັນ 8,1% ເພີ່ມ​ຂຶ້ນ 0,4% ຈາກ​ອັດ­ຕາ​ທີ່​ຄາດ​ຄະເນ​ໄວ້​ໃນ​ເດືອນ​ເມ­ສາ​ຜ່ານ​ມາ ໂດຍ​ໄດ້​ແຮງ​ຍູ້​ຈາກ​ມູນ​ຄ່າ​ການຂາຍ​ກະ­ແສ​ໄຟ­ຟ້າ ແລະ ແຮ່​ທາດທີ່​ເພີ່ມ​ຂຶ້ນ ເນື່ອງ​ຈາກ​ລາ­ຄາ​ແຮ່ທາດ​ໃນ​ຕະ­ຫລາດ​ໂລກ​ປັບ​ຂຶ້ນຢ່າງ​ຕໍ່​ເນື່ອງ.

   ນອກ­ຈາກ​ນັ້ນ ຄວາມ​ຕ້ອງການ​ສິນ­ຄ້າ​ອຸ­ປະ­ໂພກ ແລະ ບໍ­ລິ­ໂພກ​ຢູ່​ພາຍ​ໃນ​ຂອງ​ປະ­ຊາ­ຊົນ​ທີ່​ນັບ​ມື້​ເພີ່ມ​ຂຶ້ນ​ກໍ່​ເປັນ​ສ່ວນ​ ໃຫຍ່ຫນຶ່ງ​ທີ່​ສຳ­ຄັນ​ໃນ​ການ​ນຳ​ເອົາອັດ­ຕາ​ເງິນ​ເຟີ້​ຈາກ​ຕ່າງ­ປະ­ເທດ ນຳ​ເຂົ້າໆ​ສູ່​ລາວ ເນື່ອງ​ຈາກ ສປປ ລາວ​ເປັນ​ປະ­ເທດ​ທີ່​ນຳ​ເຂົ້າຫລາຍ.

   ສຳ­ລັບ​ອັດ­ຕາ​ເງິນ​ເຟີ້​ໃນ​ລາວ ປີ​ນີ້​ເລີ່ມ​ແຕ່​ຕົ້ນ​ເດືອນ​ມັງ­ກອນໄດ້​ກະ­ໂດດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ ເຖິງລະ­ດັບ 9,24% ໃນ​ເດືອນ​ເມ­ສາ​ເຮັດ​ໃຫ້​ອັດ­ຕາ​ເງິນ​ຟີ້​ສະ­ເລ່ຍ​ໃນ 6 ເດືອນ​ຕົ້ນ​ປີ​ຢູ່​ທີ່ 6,80% ແຕ່​ຫລັງ​ຈາກ​ນັ້ນ​ລັດ­ຖະ­ບານ​ກໍ່​ໄດ້​ອອກ​ມາດ​ຕະ­ການ​ໂດຍ​ສັ່ງ​ໃຫ້​ ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ຂອງ​ບັນ­ດາ​ກະ­ຊວງ, ອົງ­ການລວມ​ທັງ ປະ­ຊາ­ຊົນ​ໃນ​ການ​ແກ້​ໄຂ​ໂດຍຮຽກ­ຮ້ອງ​ໃຫ້​ປະ­ຊາ­ ຊົນ​ປະ­ຢັດມັດ­ທະ­ຍັດ​ໃນ​ການ​ໃຊ້​ຈັບ​ຈ່າຍ ຊື້Œຂາຍ​ສິນ­ຄ້າ​ໃນ​ແຕ່​ລະ​ວັນ​ເປັນຜົນ​ໃຫ້​ອັດ­ຕາ​ເງິນ​ເຟີ້​ໃນ​ ເດືອນກໍ­ລະ­ກົດ​ລົງ​ມາ​ຢູ່​ທີ່ 7,13%.

   ແນວ­ໃດ​ກໍ່​ດີ ທ່ານ ບາ​ເຣນ ຟຣິ​ລິງຄ໌ ຮອງ​ຜູ້­ຕາງ­ຫນ້າ ເອ​ດີ​ບີ ປະ­ຈຳ​ລາວ​ກ່າວ​ວ່າ: ລັດ­ຖະ­ບານລາວ​ຕ້ອງ​ມີ​ການ​ວາງ​ນະ​ໂຍບາຍ​ກະ­ກຽມ​ຕໍ່​ການ​ຜັນ​ແປ​ທີ່ຂ້ອນ​ ຂ້າງ​ໄວ­ວາ ໂດຍ​ຕ້ອງ​ມີ​ນະໂຍ​ບາຍ​ທີ່​ດີ ເພື່ອ​ປັບ­ປຸງ​ກ່ຽວ​ກັບ ການ​ຄຸ້ມ​ຄອງ​ສະ​ຖາ​ບັນ​ການເງິນ​ລວມ​ທັງ​ລະ­ບຽບ​ການຕ່າງໆ.

   ລັດ­ຖະ­ບານ​ລາວ​ຜູ້​ອອກ​ນະໂຍ​ບາຍ​ຕ້ອງ​ໄດ້​ມີ​ການ​ປັບ­ປຸງໂຄງ​ສ້າງ​ທາງ​ດ້ານ ​ເສດ­ຖະ­ກິດໃຫ້​ມີ​ຄວາມ​ສົມ​ດຸນ​ກັນ​ບໍ່​ພຽງ ແຕ່​ອາ­ໄສ​ແຕ່​ພາກ​ສົ່ງ​ອອກ​ແຕ່ ເຮັດ​ໃຫ້​ທຸກ​ຂະ­ແຫນງ​ມີ​ສ່ວນ​ປະ ກອບ​ໃນ​ການ​ຂະ­ຫຍາຍ­ຕົວ​ຂອງເສດ­ຖະ­ກິດ. ປະ­ຈຸ​ບັນ​ ບັນ­ດາ​ປະເທດ​ອຸດ​ສະ­ຫະ​ກຳ ຫລື ບັນ­ດາປະ­ເທດ​ເສດ­ຖະ­ກິດ​ຕົ້ນ­ຕໍ​ການຂະ­ຫຍາຍ­ຕົວ​ທາງ​ດ້ານ​ເສດ​ຖະກິດ​ອາດ​ຈະ ​ຕ່ຳ​ເຖິງ​ວ່າ­ຄວາມ ຕ້ອງ­ການ​ພາຍ​ໃນ​ປະ­ເທດ​ອາ­ຊີຈະ​ເພີ່ມ​ຂຶ້ນ ແຕ່​ສິນ­ຄ້າ​ສົ່ງ​ອອກໄປ​ເອີ​ຣົບ ແລະ ອາເມ​ລິ​ກາ​ເລີ່ມຫລຸດ​ລົງ.

   ຢ່າງ­ໃດ​ກໍ່​ຕາມ ເຖິງ​ແມ່ນ​ວ່າ ເອ​ດີ​ບີ ຈະ​ມີ​ການ​ຄາດ​ການ​ວ່າ ເສດ­ຖະ­ກິດ​ຂອງ​ລາວ​ຈະ​ເພີ່ມ​ຂຶ້ນ ແຕ່​ໃນ​ທາງ​ກົງ­ກັນ­ຂ້າມ​ພັດ​ເຫັນ ວ່າ​ເສດ­ຖະ­ກິດ​ອາ­ຊີ​ປີ​ນີ້​ຈະ​ຂະຫຍາຍ​ຕົວ​ຫລຸດ​ລົງ​ຈາກ​ທີ່​ໄດ້ຄາດ​ຄະ­ເນ​ ໄວ້​ໃນ​ເດືອນ​ເມ­ສາ ເຖິງ 0,3% ແລະ ປີ 2012 ກໍ່ເຊັ່ນ​ກັນ​ຫລຸດ​ລົງ 0,2% ຂອງການ​ຄາດ​ຄະ­ເນ​ກ່ອນ​ຫນ້າ​ນັ້ນ.

   ສະ­ເພາະ​ອາ­ຊີ​ຕາ­ເວັນ​ອອກ­ສຽງ​ໃຕ້​ເສດ­ຖະ­ກິດ​ກໍ່​ອາດ​ຫລຸດ​ລົງ ຫລື ຂະ­ຫຍາຍ​ໄດ້​ພຽງ 5,4% ຈາກ​ທີ່​ໄດ້​ຄາດ​ການ​ໄວ້​ໃນ​ປີ 2010 ທີ່ 7,9%.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 19, 2011 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ລະຄອນຮັກອະມະຕະ
“ຂຸນລູ ນາງອົ້ວ”



ສາກທີ 1
(ຍິງສາວສອງຄົນທີ່ເປັນເພື່ອນກັນອາບນໍ້າຢູ່ແຄມທ່າ)

ຜູ້ເລົ່າເລື່ອງ: ແຕ່ກີ້ແຕ່ກ່ອນຍັງມີແມ່ຍິງສອງຄົນທີ່ເປັນສ່ຽວຮັກເພື່ອນແພງກັນ ໄດ້ພາກັນໄປອາບນໍ້າຢູ່ແຄມທ່າ.

ດວງຈັນ: ມື້ນີ້ ນໍ້າເຢັນແທ້ໆນໍ!

ຈໍາປີ: ແມ່ນແລ້ວ. ໂອ້! ໝາກສ້ານໄຫຼນໍ້າມາ.
(ຈຳປີຈັບໝາກໄມ້ແລ້ວຍົກໃຫ້ດວງຈັນເບິ່ງ)

ດວງຈັນ: ເປັນຕາກິນນໍ້, ຊິມີໂຊກຫຍັງເດ?

ຈໍາປີ: ເອົາ! ແບ່ງກັນກິນຄົນລະເຄິ່ງ.

ດວງຈັນ: ອື! ແຊບແທ້ໆນໍ!


ສາກທີ 2
(ຂຸນລູແລະນາງອົ້ວຕອນຍັງນ້ອຍຫຼິ້ນນຳກັນຢູ່ກ້ອງຕົ້ນງິ້ວ)

ຜູ້ເລົ່າເລື່ອງ: ເວລາຜ່ານໄປ 6 ປີ, ຢູ່ເມືອງກາຍ ມີເດັກນ້ອຍສອງຄົນຫຼິ້ນນຳກັນດ້ວຍຄວາມຮັກແພງເກືອບຕະຫຼອດເວລາ. ຜູ້ຊາຍຊື່ “ຂຸນລູ” ແລະ ແມ່ຍິງຊື່ “ນາງອົ້ວ”. ຂຸນລູເປັນລູກຂອງດວງຈັນ ແລະນາງອົ້ວເປັນລູກຂອງຈຳປີ. ຂຸນລູມີນ້ອງຊາຍຊື່ “ຂຸນຄວນ” ແລະນາງອົ້ວມີເອື້ອຍຊື່ “ເອິກແພນ”.

ຂຸນລູ: ອົ້ວ, ມາເກັບດອກງິ້ວກັບຂ້ອຍແມະ!

ນາງອົ້ວ: ໂອ້! ມີແຕ່ດອກງາມໆນໍ!

ຂຸນລູ: ແມ່ນແລ້ວ. ເອົ໊າ! ດອກນີ້ສຳລັບເຈົ້າ.

ນາງອົ້ວ: ຂອບໃຈເດີ.

ສາກທີ 3
(ຂຸນລູແລະນາງອົ້ວຕອນໃຫຍ່ແລ້ວໄປເກັບເຫັດຢູ່ປ່າ)

ຜູ້ເລົ່າເລື່ອງ: ຂຸນລູກັບນາງອົ້ວຫຼິ້ນນຳກັນຕະຫຼອດມາ, ເມື່ອເຫັນຂຸນລູຢູ່ບ່ອນໃດ ກໍເຫັນນາງອົ້ວຢູ່ບ່ອນນັ້ນ. ວັນເວລາຜ່ານໄປເຫິງນານ ລະດູຝົນກໍຜ່ານໄປຫຼາຍຮອບ… ຈົນທັງສອງໃຫຍ່ເປັນໜຸ່ມເປັນສາວ…

ຂຸນລູ: ຢູ່ແຖວນີ້ ມີແຕ່ເຫັດດອກໃຫຍ່ໆ.

ນາງອົ້ວ: ຂ້ຽວເກັບໄວໆ ຝົນຊິຕົກແລ້ວ! (ນາງອົ້ວທັງເກັບທັງຫຼຽວເບິ່ງຟ້າ)

ຂຸນລູ: ໄວໆ! ຝົນຕົກແລ້ວ! (ຂຸນລູເອົາໃບຕອງກ້ວຍກ້ານໜຶ່ງມາປົກຫົວ). ເມືອກັນເທາະ!

ນາງອົ້ວ: ໃຫ້ຂ້ອຍປົກນໍາແດ່!

ຜູ້ເລົ່າເລື່ອງ: ແລ້ວທັງສອງກໍຍ່າງຮຽງກັນເມືອ.

ສາກທີ 4
(ຈຳປີ ແມ່ຂອງນາງອົ້ວເຫັນຂຸນລູແລະນາງອົ້ວເອົາໃບຕອງກ້ານດຽວກັນປົກຫົວ)

ຜູ້ເລົ່າເລື່ອງ: ເມື່ອຂຸນລູແລະນາງອົ້ວຍ່າງມາຮອດເຮືອນ ກໍພໍດີແມ່ຂອງນາງອົ້ວຢືນຢູ່ຕໍ່ໜ້າປະຕູເຮືອນ.

ແມ່ຈໍາປີ: ເປັນຫຍັງບໍ່ເອົາໃບຕອງຄົນລະກ້ານລະລູກ?

ນາງອົ້ວ: ລູກບໍ່ມີມືຈັບເດ ເພາະຕ້ອງຫິ້ວກະຕ່າ.

ຂຸນລູ: ລູກເປັນຜູ້ຈັບໃບຕອງກັ້ງໃຫ້ອົ້ວ.

ແມ່ຈໍາປີ: ເບິ່ງຜູ້ໃດກໍໃຫຍ່ສູງແລ້ວເດີ ເຮັດຄືເປັນເດັກນ້ອຍແບບເກົ່າບໍ່ໄດ້ໄດ໋!

ຜູ້ເລົ່າເລື່ອງ: ຂຸນລູແນມເບິ່ງໜ້ານາງອົ້ວ, ຕາຕໍ່ຕາເຈິກັນ. ຈາກຄຳເຕືອນຂອງແມ່ ເຮັດໃຫ້ຫົວໃຈຂອງຄົນທັງສອງຮູ້ສຶກເຕັ້ນແຮງຜິດປົກກະຕິ ແລະແສງຕາທີ່ເຈິກັນເທື່ອນີ້ ມີຄວາມໝາຍພິເສດ ຕ່າງກັບເທື່ອທີ່ຜ່ານໆມາ.

ສາກທີ 5
(ຂຸນເທືອງ ພະຍາເມືອງຊຽງຂອນ ມີຄວາມປະສົງຢາກໄດ້ນາງອົ້ວເປັນມະເຫສີ)

ຜູ້ເລົ່າເລື່ອງ: ເມື່ອອາຍຸຍ່າງເຂົ້າສິບສີ່ ນາງອົ້ວເປັນສາວນ້ອຍທີ່ງາມຢາດຍ້ອຍ ບໍ່ມີໃຜທຽບໄດ້, ຄວາມງາມຂອງນາງຊ່າລືໄປຮອດເມືອງຊຽງຂອນ ອັນມີຂຸນເທືອງປົກຄອງຢູ່.

ຂຸນເທືອງ: ໄດ້ຍິນວ່າ ນາງອົ້ວແຫ່ງເມືອງກາຍເປັນຍິງສາວທີ່ງາມທີ່ສຸດ, ງາມກວ່າແມ່ຍິງທຸກຄົນຢູ່ໃນເມືອງຂອງເຮົາ. ດັ່ງນັ້ນ ຂ້ອຍຈຶ່ງຢາກໄດ້ນາງອົ້ວມາເປັນມະເຫສີ. ເຈົ້າຄິດແນວໃດ, ຂຸນຊື່ນ?

ຂຸນຊື່ນ: ແລ້ວແຕ່ພະຍາ.

ຂຸນເທືອງ: ຄັນຊັ້ນ, ໃຫ້ເຈົ້າໄປສູ່ຂໍນາງອົ້ວໃຫ້ຂ້ອຍມື້ອື່ນນີ້ເລີຍ!

ຂຸນຊື່ນ: ໂດຍຂ້ານ້ອຍ.

ສາກທີ 6
(ຂຸນຊື່ນໄປສູ່ຂໍນາງອົ້ວໃຫ້ພະຍາຂຸນເທືອງ)

ຜູ້ເລົ່າເລື່ອງ: ຂຸນຊື່ນໄດ້ເປັນຕົວແທນຂຸນເທືອງມາສູ່ຂໍນາງອົ້ວນໍາແມ່ຂອງນາງ ໂດຍຖືກຕ້ອງຕາມປະເພນີ.

ຂຸນຊື່ນ: ນີ້ແມ່ນເຄື່ອງໝັ້ນໝາຍທີ່ຂຸນເທືອງຝາກມາໃຫ້.

ແມ່ຈໍາປີ: ຂອບໃຈ. ແຕ່ການແຕ່ງດອງຕ້ອງເລື່ອນໄປປີໜ້າ ເພາະດຽວນີ້ນາງອົ້ວຍັງນ້ອຍຢູ່.

ຂຸນຊື່ນ: ບໍ່ເປັນຫຍັງດອກ, ຍາແມ່.

ແມ່ຈໍາປີ: ອີກຢ່າງໜຶ່ງ ນາງອົ້ວກໍບໍ່ທັນມີຄວາມຮູ້ເລື່ອງຮີດຄອງປະເພນີຢ່າງພຽງພໍເທື່ອ.

ຂຸນຊື່ນ: ຖ້າຮອດປີໜ້າຂຸນເທືອງກໍຄົງບໍ່ມີບັນຫາຫຍັງດອກ. ຄັນຊັ້ນ ຂ້ານ້ອຍຂໍລາເມືອກ່ອນເດີ.

ແມ່ຈໍາປີ: ເຈົ້າ. ໂຊກດີເດີ.

ສາກທີ 7
(ນາງອົ້ວຍັງເປັນໝູ່ຮັກທີ່ສະໜິດແໜ້ນກັບຂຸນລູ)

ຜູ້ເລົ່າເລື່ອງ: ເຖິງແມ່ນຂຸນເທືອງສົ່ງຂອງຂວັນມາໃຫ້ນາງອົ້ວ ເພື່ອສະແດງຄວາມຮັກອັນຈິງໃຈ ແຕ່ນາງອົ້ວກໍບໍ່ສົນໃຈນຳເຄື່ອງຂອງດັ່ງກ່າວ. ນາງຍັງເປັນໝູ່ຮັກທີ່ສະໜິດແໜ້ນກັບຂຸນລູຄືເກົ່າ ຈິດໃຈຂອງຄົນທັງສອງຜູກພັນບໍ່ມີຫຍັງປ່ຽນແປງ.

ຂຸນລູ: ອ້າຍເວົ້າຫຍັງເກືອບບໍ່ອອກ ທີ່ນ້ອງຈະໄປເປັນຂອງຜູ້ອື່ນ ຍ້ອນເປັນຄວາມປະສົງຂອງແມ່.

ນາງອົ້ວ: ນ້ອງຈະຮັກອ້າຍແຕ່ຜູ້ດຽວ. ຄັນໃຫ້ນາງໄກຈາກອ້າຍ ນ້ອງຂໍຕາຍເສຍດີກວ່າ.

ຂຸນລູ: ອ້າຍກໍເຊັ່ນດຽວກັນ.

ນາງອົ້ວ: ນ້ອງຂໍມອບຜ້າສະໄບຜືນນີ້ໃຫ້ອ້າຍ.

ຂຸນລູ: ຂອບໃຈ. (ຮັບເອົາມາລອງບ່ຽງບ່າ)

ຜູ້້ເລົ່າເລື່ອງ: ການພົບກັນຂອງທັງສອງ ບໍ່ຫວິດສາຍຕາຂອງນາງເອິກແພນ ຜູ້ເປັນເອື້ອຍຂອງນາງອົ້ວ.

ສາກທີ 8
(ແມ່ເອີ້ນນາງອົ້ວມາດ່າ)

ເອິກແພນ: ແມ່, ລູກເຫັນອີ່ອົ້ວໄປຫຼິ້ນກັບຂຸນລູຢູ່ໃນປ່າ.

ແມ່ຈໍາປີ: ແມ່ນຫວາ? ມັນຄືມາຊົ່ວແທ້! ເອີ້ນມັນມາຫາແມ່ດຽວນີ້.

ເອິກແພນ: ໂດຍ, ລູກຊິໄປເອີ້ນດຽວນີ້ແຫຼະ!
(ເອິກແພນເຂົ້າໄປໃນສາກ ແລະອອກມາພ້ອມກັບນາງອົ້ວ)

ແມ່ຈໍາປີ: ຄົນບໍ່ດີ ຮູ້ຢູ່ວ່າເປັນຄູ່ໝັ້ນກັບຂຸນເທືອງຢູ່ ເປັນຫຍັງຈຶ່ງເຮັດແນວບໍ່ດີຈັ່ງຊີ້, ລູກຊົ່ວ!

ນາງອົ້ວ: ລູກບໍ່ໄດ້ເຮັດໂລເລດອກແມ່. ລູກກັບຂຸນລູເປັນສ່ຽວກັນມາແຕ່ນ້ອຍ, ຮັກແພງກັນ
ແບບໝູ່ເພື່ອນ. ລູກເວົ້າອີ່ຫຼີ, ແມ່ນໃຜມາຫາຄວາມໃສ່ລູກ?

ແມ່ຈໍາປີ: ແມ່ເຫັນກັບຕາຂອງແມ່ເອງ. ພວກສູໄປຫຼິ້ນຢູ່ປ່ານໍາກັນ. ເຫຼືອໃຈເດ! ລ້ຽງມາ
ໃຫຍ່ແລ້ວ ຊໍ້າມາທໍາລາຍຄວາມຫວັງຂອງແມ່.

ນາງອົ້ວ: ພວກລູກໄປທ່ຽວຫຼິ້ນທໍາມະດາ ບໍ່ໄດ້ເຮັດແນວບໍ່ດີເລີຍ.

ແມ່ຈໍາປີ: ບໍ່ຕ້ອງມາເວົ້າ ອົມພະມາເວົ້າກໍບໍ່ເຊື່ອດອກ. ຖ້າຂຸນລູມັກແທ້ ເປັນຫຍັງບໍ່ມາເວົ້າ
ກັບແມ່.

(ຂະນະທີ່ແມ່ຈຳປີດ່ານາງອົ້ວຢູ່ນັ້ນ, ດວງຈັນແມ່ຂອງຂຸນລູກໍໄດ້ຍ່າງເຂົ້າມາ)

ແມ່ດວງຈັນ: ມີເລື່ອງຫຍັງກັນນໍ?

ແມ່ຈໍາປີ: ເປັນຫຍັງເຈົ້າປ່ອຍໃຫ້ລູກຊາຍລັກລອບນອນນໍານາງອົ້ວ. ເຈົ້າກໍຮູ້ຢູ່ແລ້ວວ່າ ຂຸນເທືອງຈະມາແຕ່ງເອົາ. ເປັນຫຍັງຈຶ່ງເຮັດແນວນີ້?

ແມ່ດວງຈັນ: ຂ້ອຍບໍ່ຮູ້ເລື່ອງເດີ. ຖ້າລູກຂ້ອຍຜິດແທ້ ເປັນຫຍັງບໍ່ມາເວົ້າກັນດີໆ. ຈະໃຫ້ເສຍເງິນເສຍຄໍາເທົ່າໃດ ຂ້ອຍກໍຊິແຕ່ງແປງຕາມປະເພນີ, ເຈົ້າບໍ່ຕ້ອງມາດ່າ!

ແມ່ຈໍາປີ: ຂ້ອຍບໍ່ຕ້ອງການສິ່ງໃດໆຂອງເຈົ້າ. ນັບແຕ່ນີ້ໄປ ຕັດຂາດກັນທຸກຢ່າງ.

ຜູ້ເລົ່າເລື່ອງ: ແລ້ວສາຍສຳພັນຂອງສອງຄອບຄົວນີ້ ກໍຂາດສະບັ້ນລົງ. ແມ່ຂຸນລູຕັດສິນໃຈພາລູກແລະຄອບຄົວໜີໄປຢູ່ເມືອງຊອງ.

ສາກທີ 9
(ຂຸນລູໄປສັ່ງນາງອົ້ວ)

ຂຸນລູ: ອ້າຍໄປແລ້ວ ໃຫ້ນ້ອງເບິ່ງເດືອນດາວ ແສງຕາເຮົາຊິຈວບກັນຢູ່ເທິງຟ້າ.

ນາງອົ້ວ: ເບິ່ງເດືອນດາວແລ້ວ ນ້ອງແຮ່ງຮູ້ສຶກເຫງົາ ເພາະບໍ່ມີອ້າຍຢູ່ໃກ້.

ຂຸນລູ: ຍັງດີກວ່າບໍ່ຄິດຮອດກັນ. ຢ່າລືມອ້າຍເດີ.

ນາງອົ້ວ: ນ້ອງລືມອ້າຍບໍ່ໄດ້ຕະຫຼອດຊາດນີ້.

ຂຸນລູ: ລາກ່ອນ, ທີ່ຮັກ.

ນາງອົ້ວ: ໂຊກດີເດີ, ອ້າຍຂຸນລູ.

ຜູ້ເລົ່າເລື່ອງ: ແລ້ວຂຸນລູກໍລາຈາກໄປ, ຕໍ່ແຕ່ນີ້ ທັງສອງຈະບໍ່ໄດ້ເຫັນໜ້າກັນອີກ…

ສາກທີ 10
(ນາງອົ້ວແລະຂຸນລູຂຽນຈົດໝາຍຫາກັນ)

ຜູ້ເລົ່າເລື່ອງ: ເຖິງວ່າຂຸນເທືອງຈະສົ່ງຂອງຂວັນມາໃຫ້ ນາງອົ້ວກໍບໍ່ໄດ້ສົນໃຈ. ນາງມອບຫົວໃຈໃຫ້ແຕ່ຂຸນລູຜູ້ດຽວ. ນາງຄິດຮອດຂຸນລູ ແລະຮູ້ສຶກທຸກໃຈຄືນົກນ້ອຍທ່າມກາງສາຍຝົນ. ດັ່ງນັ້ນ ເພື່ອຫຼຸດຜ່ອນຄວາມໂສກເສົ້າ ນາງຈຶ່ງຂຽນຈົດໝາຍຫາຂຸນລູ.

ນາງອົ້ວ: ສີເອີຍ! ເອົາຈົດໝາຍນີ້ໄປສົ່ງໃຫ້ອ້າຍຂຸນລູໃຫ້ຂ້ອຍແດ່! ຢ່າໃຫ້ແມ່ເຫັນເດີ!

ສີ: ເຈົ້າ. ຂ້ອຍຈະບໍ່ໃຫ້ເພິ່ນເຫັນດອກ.

ນາງອົ້ວ: ຢ່າລືມບອກໃຫ້ຂຸນລູຂຽນຕອບແດ່ເດີ!

ສີ: ເຈົ້າ.

ຜູ້ເລົ່າເລື່ອງ: ຈາກນັ້ນນາງສີ ຄົນໃຊ້ຂອງນາງອົ້ວກໍໄດ້ເດີນທາງໄປສົ່ງຈົດໝາຍໃຫ້ຂຸນລູທີ່ເມືອງຊອງ.

ສີ: ສະບາຍດີ, ອ້າຍຂຸນລູ.

ຂຸນລູ: ສະບາຍດີ, ສີ. ເຈົ້າມາເຮັດຫຍັງ?

ສີ: ຂ້ອຍມີຈົດໝາຍຂອງນາງອົ້ວມາໃຫ້ເຈົ້າ.

ຂຸນລູ: ຈົດໝາຍນາງອົ້ວຫວາ? (ຂຸນລູສະແດງຄວາມດີໃຈ ແລະເປີດຈົດໝາຍອ່ານ ໂດຍມີສຽງຂອງນາງອົ້ວດັງອອກມາ)
“ ອ້າຍຂຸນລູທີ່ຮັກແລະຄິດເຖິງ!
ໃນຊາດນີ້ ນ້ອງຂໍຮັກອ້າຍແຕ່ຜູ້ດຽວ. ສຳລັບຂຸນເທືອງນັ້ນ ນ້ອງໄດ້ຕັດຂາດໄປແລ້ວ. ຂໍໃຫ້ອ້າຍຢ່າໄດ້ລືມນ້ອງເດີ.
ຮັກແລະຄິດເຖິງສະເໝີ. ຈາກອົ້ວ. ”

ຜູ້ເລົ່າເລື່ອງ: ເມື່ອອ່ານຈົດໝາຍຈົບແລ້ວ, ຂຸນລູກໍຟ້າວຟັ່ງຂຽນຕອບທັນທີ.

ຂຸນລູ: ສີ! ເອົາຈົດໝາຍນີ້ໄປໃຫ້ນາງອົ້ວ ແລະບອກລາວວ່າ ອ້າຍຄິດເຖິງອົ້ວຢູ່ສະເໝີ ແລະຈະໄປຫາອົ້ວໄວໆນີ້ລະ.

ສີ: ເຈົ້າ. ຂໍລາໄປກ່ອນເດີ.

ຂຸນລູ: ໂຊກດີ.

ຜູ້ເລົ່າເລື່ອງ: ເມື່ອໄດ້ຮັບຈົດໝາຍຈາກຂຸນລູແລ້ວ ສາວໃຊ້ຂອງນາງອົ້ວກໍຟ້າວເດີນທາງກັບຄືນເມືອງກາຍທັນທີ ແລະກໍໄດ້ເອົາຈົດໝາຍໃຫ້ນາງອົ້ວ.

ສີ: ນີ້ແມ່ນຈົດໝາຍຂອງອ້າຍຂຸນລູ.

ນາງອົ້ວ: ຂອບໃຈເດີ, ສີ. (ນາງອົ້ວຈັບເອົາຈົດໝາຍ ແລະຈີກອອກມາອ່ານ)
“ ອົ້ວທີ່ຮັກແລະຄິດເຖິງ!
ອ້າຍດີໃຈຫລາຍທີ່ໄດ້ຮັບຈົດໝາຍນ້ອງ. ອ້າຍຍັງຮັກນ້ອງຄືເກົ່າ ແລະຫວັງຈະເປັນຄູ່ຊີວິດກັບນ້ອງພຽງຜູ້ດຽວ. ວັນເສົາຊິມານີ້ ອ້າຍຈະເດີນທາງມາຫານ້ອງ. ຂໍໃຫ້ນ້ອງຈົ່ງລໍຖ້າອ້າຍເດີ. ຮັກສະເໝີ. ຂຸນລູ ”

ສາກທີ 11
(ຂຸນລູປອມຕົວມາພົບນາງອົ້ວ)

ຜູ້ເລົ່າເລື່ອງ: ເມື່ອຮອດວັນນັດ ຂຸນລູກໍເດີນທາງເຂົ້າເມືອງກາຍ ເພື່ອພົບກັບນາງອົ້ວ ໂດຍປອມ
ຕົວເປັນຊາວພູດອຍທີ່ເອົາສັດປ່າມາຂາຍ.

ຂຸນລູ: ກະຮອກສອງໂຕແລກເກືອຫໍ່ໜຶ່ງ, ເອົາບໍ່?

ສີ: ຂຸນລູຫວາ?

ຂຸນລູ: ແມ່ນແລ້ວ.

ສີ: ມາກັບຂ້ອຍພີ້. ຂ້ອຍຊິພາໄປຫານາງອົ້ວ.

ຜູ້ເລົ່າເລື່ອງ: ແລ້ວສາວໃຊ້ກໍພາຂຸນລູໄປຫານາງອົ້ວໃນເຮືອນໂດຍບໍ່ມີໃຜເຫັນ. ທັງສອງຊົມກັນດ້ວຍຄວາມຄິດຮອດ.

ນາງອົ້ວ: ອ້າຍຂຸນລູ, ນ້ອງຢູ່ກັບນໍ້າຕາທຸກໆມື້. ຍາມໃດກໍຄິດເຫັນແຕ່ໜ້າອ້າຍ. ກິນເຂົ້າບໍ່ແຊບ ນອນກໍບໍ່ຫຼັບ.

ຂຸນລູ: ອ້າຍກໍຄືກັນ.

ຜູ້ເລົ່າເລື່ອງ: ທັງສອງຢູ່ນໍາກັນຕະຫຼອດຄືນ ແລະເຂົ້າໃຈໃນຄວາມຮັກຂອງກັນແລະກັນ ຈົນຮອດເຊົ້າມື້ໃໝ່…

ສາກທີ 12
(ແມ່ຈຳປີຮູ້ວ່າຂຸນລູຢູ່ໃນຫ້ອງຂອງລູກສາວ)

ຄົນຄົວກິນ: ຍາແມ່ເອີຍ! ຂຸນລູເຂົ້າມານອນຢູ່ຫ້ອງນາງອົ້ວ.

ແມ່ຈໍາປີ: ແມ່ນແທ້ຫວາ? (ຮ້ອງຂຶ້ນພ້ອມທັງແລ່ນໄປທີ່ຫ້ອງຂອງນາງອົ້ວ, ຕົບເອິກຕົນເອງ ແລ້ວເວົ້າກັບນາງອົ້ວ)
ໂອ້ຍ! ລູກນີ້ຕັ້ງເຮັດແນວບໍ່ດີນໍ! ແມ່ບອກແລ້ວກໍບໍ່ຟັງ.
(ແລ້ວອວ່າຍໄປໃສ່ຂຸນລູ)
ໄປ! ຮີບໜີໄປ ຢ່າມາຢູ່ໜີ້! ຄົນຊົ່ວ!

ຂຸນລູ: ລູກນີ້ ຮັກນາງອົ້ວແທ້ໆ. ຂໍໃຫ້ແມ່ເຫັນໃຈ. ລູກຍອມເຮັດທຸກຢ່າງຕາມທີ່ແມ່ຕ້ອງການ.

ແມ່ຈໍາປີ: ບໍ່ຕ້ອງເວົ້າຫຼາຍຮີບໜີດຽວນີ້.

ສາກທີ 13
(ຂຸນເທືອງມາຂໍແຕ່ງດອງກັບນາງອົ້ວ)

ຜູ້ເລົ່າເລື່ອງ: ເມື່ອໄດ້ຍິນຂ່າວວ່າຂຸນລູກັບນາງອົ້ວຍັງລັກໄປພົບກັນຢູ່ ຂຸນເທືອງກໍຟ້າວຟັ່ງເອົາ
ເຄື່ອງບັນນາການຈໍານວນຫຼວງຫຼາຍເດີນທາງມາຂໍແຕ່ງດອງກັບນາງອົ້ວຢູ່ເມືອງກາຍທັນທີ.

ຂຸນເທືອງ: ນີ້ແມ່ນຄ່າດອງ, ຂໍໃຫ້ແມ່ຮັບເອົາທ້ອນ.

ແມ່ຈໍາປີ: ໂອ! ຫຼາຍແທ້ໆນໍ. ຂອບໃຈເດີ.

ຂຸນເທືອງ: ນາງອົ້ວເດ, ຢູ່ໃສ? ເອີ້ນອອກມາໃຫ້ລູກເຫັນແດ່ແມ້!

ແມ່ຈໍາປີ: ອົ້ວເອີຍ! ອົ້ວ! ອອກມາພີ້ແມ້! ອອກມາໃຫ້ຂຸນເທືອງເຫັນໜ້າແດ່!

ຜູ້ເລົ່າເລື່ອງ: ເມື່ອແມ່ເອີ້ນດັ່ງນັ້ນ ນາງອົ້ວກໍອອກມາພົບກັບຂຸນເທືອງດ້ວຍທ່າທີບໍ່ຄ່ອຍພໍໃຈ.

ຂຸນເທືອງ: ໂອ້! ຈັ່ງແມ່ນງາມແທ້ນໍ!

ແມ່ຈໍາປີ: ຂຸນເທືອງມາຂໍເປັນພີ່ເປັນນ້ອງ. ຖ້າລູກຕອບຮັບ ແມ່ກໍຈະຈັດພິທີແຕ່ງດອງໃນມື້ອື່ນນີ້ໂລດ. ລູກບໍ່ມີບັນຫາແມ່ນຕວ່າ?

ນາງອົ້ວ: ຖ້າເປັນຄວາມຕ້ອງການຂອງແມ່, ລູກກໍບໍ່ຂີນ.

ສາກທີ 14
(ນາງອົ້ວຂ້າຕົວຕາຍ)

ຜູ້ເລົ່າເລື່ອງ: ເຖິງນາງອົ້ວຈະຕອບຕົກລົງກັບແມ່ ແຕ່ຈິດໃຈຂອງນາງຍັງຮູ້ສຶກປ່ຽວພອຍ. ໃນຫົວໃຈຂອງນາງມີແຕ່ຂຸນລູເທົ່ານັ້ນ… ເພື່ອຈະບໍ່ໄດ້ແຕ່ງດອງກັບຂຸນເທືອງນາງຈຶ່ງຕັດສິນໃຈເຂົ້າໄປໃນປ່າ…

ນາງອົ້ວ: ຢູ່ດີເດີ ເຮືອນຊານທີ່ເຄີຍຢູ່ເອີຍ… ຂ້ອຍຕ້ອງຂໍລາໄປຈົນຕະຫຼອດຊີວິດ…

(ເມື່ອນາງອົ້ວໄປຮອດປ່າແລ້ວ ນາງກໍຂໍຮ້ອງຕົ້ນຈວງຈັນໃຫ້ກ່ອງງ່າລົງມາ ເພື່ອນາງຈະໄດ້ຜູກຄໍຕົນເອງ)

ນາງອົ້ວ: ຈວງຈັນເອີຍ… ກ່ອງງ່າເຈົ້າລົງມາເອົາຂ້ອຍແດ່ທ້ອນ.

ຜູ້ເລົ່າເລື່ອງ: ຕົ້ນຈວງຈັນກ່ອງງາລົງ ແລະນາງອົ້ວກໍຈັບງ່າໄວ້.

ນາງອົ້ວ: ອ້າຍຂຸນລູ ນ້ອງຂໍລາໄປກ່ອນ ຊາດໜ້າຈຶ່ງພົບກັນໃໝ່.

(ຮ່າງຂອງນາງອົ້ວກໍຫ້ອຍຕ້ອນແຕ້ນຢູ່ງ່າຈວງຈັນ)

ສາກທີ 15
(ຂຸນລູຂ້າຕົວຕາຍ)

ຜູ້ເລົ່າເລື່ອງ: ເມື່ອໄດ້ຍິນຂ່າວວ່ານາງອົ້ວຂ້າຕົວຕາຍ, ຂຸນລູກໍແລ່ນໄປຫານາງອົ້ວທີ່ຕົ້ນຈວງຈັນ.

ຂຸນລູ: ອົ້ວ! ເມື່ອບໍ່ມີນ້ອງແລ້ວ, ອ້າຍກໍບໍ່ຂໍມີຊີວິດຢູ່ອີກຕໍ່ໄປ. ອ້າຍຈະໄປພົບນ້ອງຢູ່ເທິງຟ້າພຸ້ນ.
(ເວົ້າແລ້ວກໍຊັກເອົາດາບຂຶ້ນມາປາດຄໍຕົນເອງ ແລະກໍລົ້ມຕາຍໄປນໍານາງອົ້ວ)

ຜູ້ເລົ່າເລື່ອງ: ຈາກນັ້ນວິນຍານຂອງຂຸນລູແລະນາງອົ້ວກໍລອຍຂຶ້ິນສະຫວັນ ເປັນວິນຍານຮັກອັນອະມະຕະ ເຊິ່ງກ່າວຂານກັນຈົນມາຮອດປັດຈຸບັນນີ້.

(ຈົບ)

 

ຂໍຂອບໃຈເວັບ ໃບລານ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 18, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

ຫຍ້ຳຊີງອົ້ມ ລະວັງເກີດຮອຍແຫ່ວຍານເທິງໃບຫນ້າ 


 

 

ໃຜທີ່ມັກຫຍ້ຳຊີງອົ້ມເມື່ອຫຍ້ຳໄປແລ້ວກໍ່ມັກເປົ່າເປັນປຸມເປົ້າໂຊໃຫ້ຄົນອື່ນເຫັນວ່າຕົນເອງມີຄວາມສາມາດ, ແຕ່ຖ້າຖາມຜູ້ເຖົ້າ ຫລື ພໍ່ແມ່ແລ້ວ ວ່າການເຮັດພຶດຕິກຳແບບນີ້ເພິ່ນຈະມັກບໍ່ເພາະຖືວ່າເປັນພຶດຕິກຳທີ່ບໍ່ເຫມາະສົມປານໃດ, ແຕ່ສຳລັບເຍົາວະຊົນຫລືໄວຫນຸ່ມແລ້ວພວກເຂົາຈະຄິດ ທັນທີວ່າໃຜທີ່ມັກເວົ້າແລະມັກຫ້າມການຫຍ້ຳຊີງອົ້ມໃນທີ່ສາທາລະນະຫລືສະຖານທີ່ຕ່າງໆກໍ່ຕາມນັ້ນຖືວ່າເປັນເລື່ອງຫນ້າເບື່ອຫນ່າຍຫລາຍສ ຳລັບພວກເຂົາ.

   ມື້ນີ້ຜູ້ປົກຄອງອາດຈະມີເຫດຜົນໃຫມ່ນຳໄປອະທິບາຍຫລືສອນໃຫ້ເດັກເຖິງຂໍ້ເສຍໃນການຫຍ້ຳຊີງອົ້ມໂດຍສະເພາະສາວໆບອກພວກເຂົາໃຫ້ ເຊົາຫ ຍ້ຳໄດ້ແລ້ວເພາະມີຂ່າວຈາກອາເມລິກາກ່າວວ່າ: ການຫຍ້ຳຊີງອົ້ມເປັນປະຈຳນັ້ນສົ່ງຜົນເຮັດໃຫ້ເກີດຮອຍແຫ່ວຍານເທິງໃບຫນ້າ ແລະ ຮອຍ ແຫ່ວຍານບໍລິເວນອ້ອມປາກເຊິ່ງເປັນຮອຍທີ່ບໍ່ເປັນຕາເບິ່ງແລະທຸກຄົນບໍ່ປາຖະຫນາຈະຢາກມີເລີຍ.

   ດຣ. ໂຈເອລຊະເກລຊິງເກີ  ແພດດ້ານສັນຍະກຳໃນໂອມາຮາເປີດເຜີຍວ່າ: ສັງເກດເຫັນລູກຄ້າຫລືຄົນປ່ວຍທີ່ມາຍົກຫນັງຫນ້າໃຫ້ເຄັ່ງຕຶງນັ້ນ ສ່ວນຫລາຍແລ້ວມີນິດໄສມັກຫຍ້ຳຊີງອົ້ມເປັນຊິວິດຈິດໃຈແລະສາວໆເຫລົ່ານີ້ກໍ່ຈະມີຮອຍແຫ່ວຍານໃຫ້ເຫັນຢ່າງຊັດເຈນເທິງໃບຫນ້າບໍລິເວນປາກ ດັ່ງນັ້ນຂໍແນະນຳວ່າການຫຍ້ຳຊີງອົ້ມຕິດຕໍ່ກັນຕັ້ງແຕ່ 5-20 ນາທີເປັນປະຈຳທຸກມື້ຈະເປັນອັນຕະລາຍຕໍ່ຄວາມງາມແລະຄວາມເຄັ່ງຕຶງເທິງໃບຫນ້າ ຫລາຍ. ຢ່າງໃດກໍ່ຕາມຂໍ້ມູນບໍ່ໄດ້ໃຫ້ຮູ້ເຖິງຄົນທີ່ຢ້ຳຊີງອົ້ມໃນບາງໂອກາດຫລືຄົນທີ່ຫຍ້ຳຊີງອົ້ມເພື່ອດັບກິ່ນປາກໃນບາງເວລາ, ແຕ່ກ່າວເຖິງກຸ່ມ ຄົນທີ່ຕື່ນນອນມາກໍ່ຕ້ອງຫຍ້ຳໃນປາກແລະຕະຫລອດເວລາບໍ່ວ່າຈະຢູ່ໃນສະຖານທີ່ໃດກໍ່ຕາມລະວັງທ່ານຈະໄດ້ເສຍເງິນເພື່ອປິ່ນປົວຄວາມແຫ່ວຍານເ ທິງໃບຫນ້າຫລາຍກວ່າຄົນປົກກະຕິທົ່ວໄປ.

   ຜູ້ຊ່ຽວຊານດ້ານສຸຂະພາບສ່ວນຫນຶ່ງອອກມາຄັດຄ້ານແນວຄິດກ່ຽວກັບໂທດຂອງການຫຍ້ຳຊີງອົ້ມຕໍ່ຄວາມງາມວ່າ: ຖ້າປຽບທຽບແລ້ວຈະມີ ປະໂຫຍດສຳລັບຫລາຍຄົນເຊັ່ນເຮັດໃຫ້ລົມຫາຍໃຈສະອາດ, ເຮັດໃຫ້ສຸຂະພາບປາກດີ, ຊ່ວຍກຳຈັດເສດອາຫານທີ່ຕິດ ຕາມຫວ່າງແຂ້ວ, ຊ່ວຍຄົນ ທີ່ກຳລັງຢາກຫລຸດຄວາມຕຸ້ຍໃຫ້ຮັບປະທານອາຫານຫນ້ອຍລົງ, ຊ່ວຍຫລຸດຄວາມຕື່ນເຕັ້ນແລະຊ່ວຍເຮັດໃຫ້ເກີດສະມາທິສຳລັບນັກກີລາເປັນຕົ້ນ.

   ສະຫລຸບວ່າອັນໃດທີ່ຫລາຍເກີນໄປມັນກໍ່ອາດສົ່ງຜົນເສຍຕາມມາເຊັ່ນດຽວກັບການຫຍ້ຳຊີງອົ້ມຄວນຈະມີໃນບາງເວລາເພື່ອໃຫ້ເກີດປະໂຫຍດຕໍ່ ຮ່າງກາຍກໍ່ພຽງພໍແລ້ວ, ແຕ່ຢ່າຫຍ້ຳຕະຫລອດເວລາຫລືຢ້ຳດົນໆອາດຈະໄດ້ຮອຍແຫ່ວຍານຕາມມາກໍ່ເປັນໄດ້.

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 17, 2011 | ມີ 15 ຄຳເຫັນ ແລະ 0 trackback(s)

ວິທີປະຢັດແບັດເຕີຣີໂທລະສັບມືຖື

 

ປະ­ຈຸ​ບັນ ​ໂທລະ­ສັບ​ມື​ຖື​ຈະມີ​ແອບ​ພຣິ​ເຄ​ເຊິນ​ຫລາຍ​ໃຫ້ຫລິ້ນ, ແຕ່​ການ​ຫລິ້ນ​ໂທລະ­ສັບນັ້ນ​ຈະ​ເຮັດ​ໃຫ້​ແບັດ​ເຕີ​ຣີ​ໃນ​ການໃຊ້​ງານ​ນັ້ນ​ ຫມົດ​ໄວ​ເຮັດ​ໃຫ້ຕ້ອງ​ຄອຍ​ສາກ​ແບັດ​ເຕີ​ຣີ​ເລື້ອຍໆ ເພື່ອ​ເປັນ​ການ​ປະ­ຢັດ​ອຸ­ປະ­ກອນການ​ສື່­ສານ​ໃຫ້​ໃຊ້​ໄດ້​ດົນ​ທາງເວັບ​ໄຊ it24hrs.com ຈິ່ງ​ມີ ວິ­ທີ​ງ່າຍໆ​ໃນ​ການ​ປະ­ຢັດ​ແບັດເຕີ​ຣີ​ມາ​ແນະ­ນຳ​ກັນ.

   1ຄວນ​ປິດ​ບູ​ທູດ (Bluetooth) ທັນ­ທີ​ເມື່ອ​ບໍ່​ໃຊ້​ງານ, ປິດ​ຫູ​ຟັງ​ຊະ­ນິດ​ບໍ່​ມີ​ສາຍ ຫລື ໂອນ​ເອກ​ກະ​ສານ​ແບບ​ບໍ່​ມີ​ສາຍ.

   2ເຊົາ​ໃຊ້ Wireless Network ລະ­ບຸ​ຕຳ­ແຫນ່ງ ຖ້າ​ທ່ານ​ບໍ່ໄດ້​ອອກ​ໄປ​ນອກ​ເຮືອນ ຖ້າ​ຈະອອກ​ໄປ​ທາງ​ນອກ​ຈິ່ງ​ເປີດ​ໃຊ້ງານ​ກໍ່​ໄດ້.

   3ປິດ GPS ໄວ້​ເລີຍ​ກໍ​ລະນີ​ບໍ່​ໃຊ້​ເພາະ​ຖ້າ​ເປີດ​ໄວ້ ຈະ​ເຮັດໃຫ້​ກິນ​ພະ­ລັງ­ງານ​ຫລາຍໆ ຈະ​ເປິດ​ໄວ້​ສະ­ເພາະ​ຍາມ​ຈຳ­ເປັນໃນ​ການ​ອອກ​ເດີນ­ທາງ​ເທົ່າ​ນັ້ນ, ຍົກ­ເລີກ AlwaysŒOn Mobile Data ສຳ­ລັບ Android ຖ້າ​ທ່ານ​ບໍ່​ຄ່ອຍ​ໃຊ້​ແບບ​ທີ່​ຕໍ່​ກັບ​ອິນເຕີ​ເນັດ​ຕະ­ຫລອດ​ເວ­ລາ.

   4ປິດ Wi-Fi ແລະ ການເຊື່ອມ​ຕໍ່​ອິນ​ເຕີ​ເນັດ​ຜ່ານ 3G ກໍລະ​ນີ​ທ່ານ​ບໍ່​ໄດ້​ໃຊ້​ອິນ​ເຕີ​ເນັດ ຖ້າທ່ານ​ຕ້ອງ­ການ​ໃຊ້​ອິນ​ເຕີ​ເນັດ ຖ້າ​ມີ​ສັນ­ຍານ Wi-Fi ທ່ານ​ບໍ່ ຕ້ອງ​ເປີດ 3G  ພ້ອມ​ກັນ ໂດຍການ​ເປີດ​ຮັບ​ສັນ­ຍານ Wi-Fi ນັ້ນ​ຈະ​ກິນ​ພະ­ລັງ­ງານ​ແບັດ​ເຕີ​ຣີຫນ້ອຍ​ກວ່າ​ແບບ 3G.

   5ຕັ້ງ​ຄ່າ​ເວ­ລາ​ດັບ​ໄຟ​ຫນ້າ​ຈໍ​ໂທລະ­ສັບ​ມື​ຖື​ໃຫ້​ໄວ​ຂຶ້ນ​ຈະ​ຊ່ວຍປະ­ຢັດ​ ແບດ​ເຕີ​ລີ​ໄດ້​ຫລາຍພໍ​ສົມ­ຄວນ, ຕັ້ງ​ຄ່າ​ຄວາມ​ສະຫວ່າງ​ໃນ​ໂທລະ­ສັບ​ມື​ຖື​ໃຫ້ຫນ້ອຍ​ລົງ ຖ້າ​ມີ​ແບບ​ການ​ຕັ້ງ​ອັດຕະ​ໂນ​ມັດ​ກໍ່​ຄວນ​ເລືອກ​ຕັ້ງ​ແບບ​ອັດ­ຕະ­ໂນ­ມັດ.  

   6ຖ້າ​ທ່ານ​ໃຊ້​ຫນ້າ​ຈໍ​ສະ­ແດງ ຜົນ​ແບບ Amoled ໃນ​ໂທລະ­ສັບ ມື​ຖື​ຄວນ​ຈະ​ເລືອກ​ໃຊ້​ພາບ​ເບື້ອງ​ຫລັງ​ຫນ້າ​ຈໍ​ໂທລະ­ສັບ​ເປັນ​ສີ­ດຳ ຈະ​ຊ່ວຍ​ປະ­ຢັດ​ແບັດ​ເຕີ​ຣີ.

   7ສຳ­ລັບ​ໃຜ​ທີ່​ໃຊ້​ໂທລະ­ສັບ Android, Nokia ທີ່​ມີ Widget ແລະ ລວມ​ເຖິງ​ພາບ​ຫນ້າຈໍ​ແບບ​ເຄື່ອນ​ໄຫວ​ຄວນ​ເລືອກ​ພາບ​ແບບ​ບໍ່​ເຄື່ອນ​ໄຫວ​ດີ​ ກວ່າ ແລະຫລຸດ​ການ​ໃຊ້ Widget ປະດັບ​ຫນ້າ​ຈໍ​ໂທລະ­ສັບ ເພາະ​ຈະເຮັດ​ໃຫ້​ໂທລະ­ສັບ​ຂອງ​ທ່ານຕ້ອງ​ດຶງ​ຂໍ້​ມູນ​ເຂົ້າ​ມາ​ສະ­ແດງຜົນ​ໃນ​ ສ່ວນ​ຂອງ​ການ​ເຮັດ​ດ້ານ ຫລັງ​ຕະ­ຫລອດ​ເວ­ລາ ຖ້າ​ມີຫລາຍ​ກໍ່​ຈະ​ເຮັດ​ໃຫ້​ກິນ​ພະ­ລັງງານ​ຫລາຍ.

 

from: www.ecom.org.la

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 16, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

6 ພຶດຕິກຳທີ່ເຮັດໃຫ້ຜິວເຖົ້າກ່ອນໄວ

ເມື່ອ​ເອີ່ຍ​ເຖິງ​ເລື່ອງ​ຮ່ອງ­ຮອຍ​ຕ່າງໆ​ຢູ່​ເທິງ​ໃບ​ໜ້າ ເຊື່ອ​ວ່າ​ຄົງ​ບໍ່​ມີ​ໃຜ​ຢາກ​ໃຫ້​ເກີດ​ແທ້ໆ ຖ້າ​ຫາກ​ເປັນ​ໄປ​ໄດ້​ໃຜໆ​ກໍ​ຢາກ​ມີ​ຜິວ​ພັນ​ທີ່​ສົດ­ໃສ ເຄັ່ງ​ຕຶງ​ຢູ່​ຕະ­ຫຼາດ​ເວ­ລາ ເຖິງ​ແມ່ນ​ວ່າ​ອາ­ຍຸ​ກະ­ສຽນ ຈະ​ໄປ​ຮອດ​ຫຼັກ​ໃດ​ແລ້ວ​ກໍ​ຕາມ ມີ​ຫຼາຍ​ຄົນ​ເຮັດ​ສາ­ລະ­ພັດ​ວິ­ທີ ແຕ່​ກໍ​ບໍ່​ສາ­ມາດ​ຄົງ​ຄວາມ​ສົດ­ໃສ​ຂອງ​ຜິວ​ໄວ້​ໄດ້​ນັ້ນ ອາດ​ຈະ​ເປັນ​ພຶດ­ຕິ​ກຳ​ທີ່​ຄົນ​ເຮົາ​ເຮັດ​ເປັນ​ປະ­ຈຳ ແລະ ກໍ​ຄິດ​ວ່າ​ມັນ​ເປັນ​ວິ­ທີ​ທີ່​ດີ​ທີ່​ສຸດ ແຕ່​ທັງ​ໝົດ​ນັ້ນ ອາດ​ເປັນ​ຕົວ​ທຳ­ລາຍ​ຜິວ​ໃຫ້​ເຖົ້າ​ກ່ອນ​ໄວ​ອັນ​ຄວນ​ຄື:

1. ບໍ່​ທາ​ຄີມ​ກັນ​ແດດ​ໃຫ້​ທົ່ວ​ເຮືອນ​ຮ່າງ ໂດຍ​ສະ­ເພາະ​ໃນ​ຈຸດ​ທີ່​ບໍ່​ສຳ­ຄັນ​ເຊັ່ນ: ບໍ­ລິ­ເວນ​ຄໍ ມື ບ່າ​ໄຫຼ່ ຖ້າ​ຫາ​ກວ່າ​ຖືກ​ແສງ​ແດດ​ຫຼາຍ ກໍ​ຈະ​ເຮັດ​ໃຫ້​ຜິວ​ຫ່ຽວ​ຍານ​ໄວ​ກ່ວ​າ​ໃບ​ໜ້າ.

2. ໃຊ້​ຜະ­ລິດ​ຕະ​ພັນ​ທີ່​ບໍ່​ເໝາະ​ສົມ​ກັບ​ຜິວ​ເຊັ່ນ: ຄົນ​ທີ່​ມີ​ຜິວ​ແຫ້ງ ພັດ​ໃຊ້​ຄີມ​ບຳ­ລຸງ​ຜິວ​ທຳ​ມະ​ດາ ມັນ​ຈຶ່ງ​ເປັນ​ການ​ສິ່ງ​ທີ່​ທຳ­ລາຍ​ຜິວ​ຫຼາຍ​ກ່ວ​າ​ການ​ບຳ­ລຸງ​ຜິວ.

3. ໃຊ້​ຜະ­ລິດ​ຕະ​ພັນ​ບຳ­ລຸງ​ຜິວ​ຜິດ​ເວ­ລາ ເຊັ່ນ: ຄີມ​ບຳ­ລຸງ​ຜິວ​ສຳ­ລັບ​ກາງ­ເວັນ ພັດ​ເອົາ​ມາ​ໃຊ້​ໃນ​ຍາມ​ກາງ­ຄືນ ຊຶ່ງ​ບໍ່​ເໝາະ​ສົມ ເພາະ​ມັນ​ຈະ​ເຮັດ​ໜ້າ­ທີ່​ໃນ​ການ​ບຳ­ລຸງ​ຜິວ​ບໍ່​ໄດ້​ດີ​ເທົ່າ​ທີ່​ຄວນ.

4. ລະ­ເລີຍ​ການ​ໃຊ້​ຜະ­ລິດ​ຕະ​ພັນ​ທີ່​ຊ່ວຍ​ຢັບ​ຢັ້ງ​ຮອຍ​ຫ່ຽວ​ຍານ​ຂອງ​ໄວ ເຊັ່ນ​ວ່າ: ຮອຍ​ຕີນ­ກາ​ທີ່​ເກີດ​ຂຶ້ນ​ຕາມ​ໃບ​ໜ້າ​ແລ້ວ ຈຶ່ງ​ຫາ​ຜະ­ລິດ​ຕະ​ພັນ​ບຳ­ລຸງ​ຜິວ​ມາ​ໃຊ້.

5. ແລ່ນ­ນຳ​ກະ­ແສ​ເຄື່ອງ​ສຳ­ອາງ​ທີ່​ບໍ່​ຕົກ​ຍຸກ ບໍ່​ວ່າ​ຍີ່­ຫໍ້​ໃດ​ອອກ​ມາ​ກໍ​ຊື້​ມາ​ໃຊ້​ຈົນ​ໝົດ ບາງ­ເທື່ອ​ຜະ­ລິດ​ຕະ​ພັນ​ເຫຼົ່າ­ນັ້ນ ອາດ​ບໍ່​ຖືກ​ກັບ​ຜິວ​ຂອງ​ເຮົາ​ກໍ​ເປັນ​ໄດ້ ດັ່ງ­ນັ້ນ ຖ້າ​ຫາ​ກວ່າ​ຜະ­ລິດ​ຕະ​ພັນ​ທີ່​ໃຊ້​ຢູ່​ດີ​ແລ້ວ ກໍ​ບໍ່​ຄວນ​ປ່ຽນ​ໃຈ​ໄປ​ໃຊ້​ຜະ­ລິດ​ຕະ​ພັນ​ຊະ­ນິດ​ໃໝ່ ເພາະ​ອາດ​ຈະ​ສ້າງ​ບັນ­ຫາ​ໃຫ້​ແກ່​ຜິວ​ຂອງ​ເຮົາ.

6. ດື່ມ​ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫຼົ້າ ແລະ ສູບ­ຢາ ເນື່ອງ​ຈາ​ກວ່າ​ເຫຼົ້າ ແລະ ຢາ­ສູບ ເປັນ​ຕົວ​ທຳ­ລາຍ​ສຸ­ຂະ­ພາບ​ຜິວ​ຊັ້ນ​ດີ ດັ່ງ­ນັ້ນ ຖ້າ​ສາວໆ​ຢາກ​ມີ​ຜິວ​ພັນ​ທີ່​ສົດ­ໃສ ກໍ​ເຊົາ​ດື່ມ​ເຫຼົ້າ ແລະ ສູບ­ຢາ ແລ້ວ​ມາ​ກິນ​ອາ­ຫານ​ທີ່​ມີ​ປະ­ໂຫຍດ​ຕໍ່​ສຸ­ຂະ­ພາບ​ຂອງ​ເຮົາ​ຈະ​ດີ​ກ່ວ​າ.

 

from : www.vientianemai.net

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 13, 2011 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ບໍ່ໄຫວຕ້ອງຂໍລາ

 

 

ໂດຍສ່ວນໂຕຜູ້ຂຽມມີຄວາມມັກຮັກໃນການຫລີ້ນພັນລາວ ທຳອິດຄິດວ່າຫລີ້ນໃຫ້ມ່ວນໃຫ້ເປັນປະໂຫວດ ແຕ່ແລ້ວເມື່ອຫລີ້ນຫລາຍໆແລ້ວກໍ່ເກີດອາກາດຢາກອອນຕະຫລອດເວລາບໍ່ຮູ້ວ່າມັນເປັນຫຍັງຈິດໃຈບໍ່ຢູ່ກັບເນື້ອກັບໂຕ ແທນທີ່ຈະອອນແລະຫລີ້ນໃນເວລາວ່າງແຕ່ ມັນບໍ່ເປັນຈັ່ງຊັ້ນ ເຈົ້າໂຕເອງແມ່ນຕິດເປັນນິໃສ, ເປັນກິດຈະວະປະຈຳວັນ ຮຽນກະບໍ່ເປັນອັນຮຽນ ພໍຮຽນໄດ້ແປບດຽວກໍ່ເຂົ້າມາຫລີ້ນ ພັນລາວອີກແລ້ວ ດັງນັ້ນຜູ້ກ່ຽວເຫັນວ່າຈະຂໍຫ່າງຈາກພັນລາວໄປຈັກໄລຍະ ໄປທຳໃຈກ່ອນແລ້ວຈື່ງຈາກັບມາ ຂໍຂອບໃຈຫມູ່ເພື່ອນທຸກຄົນທີ່ເຂົ້າມາໂອ້ລົມນຳກັນເດີ້ .

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 11, 2011 | ມີ 26 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

ຜົນດີຂອງຄວາມເມົາ ມີ5ຢ່າງ 

 

1.ຄວາມເມົາພາໃຫ້-ສະຫລາດ
ຜູ້ດື່ມຈະຮອບຮູ້ໄປຫມົດທຸກສິ່ງທຸກຢ່າງໃນຈັກກະວານ ແລະ ມັກເພື່ອແຜ່ຄວາມຮູ້ໃຫ້ຄົນຮອບຂ້າງ
ບໍ່ວ່າຈະມີການສົນທະນາກັນເລື້ອງໃດ ກໍ່ຮູ້ດີໄປຫມົດ ສ່ວນຜູ້ອື່ນເວົ້າ ແມ່ນບໍ່ຖືກ – ນຳໄປສູ່ການໂຕ້ວາທີໃນວົງເຫລົ້າ

2.ຄວາມເມົາພາໃຫ້-ຫນ້າຕາດີ
ເມື່ອດື່ມໄປຮອດລະດັບທີ2 ຈະຮູ້ສຶກໄດ້ວ່າ ຫນ້າຕາເຮົາດີຂຶ້ນ ເບິ່ງເຫັນວ່າຕົວຕົວເອງດີໄປຫົມດ ທຸກຄົນຈະຫັນມາສົນໃຈ, ຕອນນີ້ເຮົາສາມາດຍ່າງໄປລົມໃຜກໍ່ໄດ້ ດ້ວຍຄວາມຫມັ້ນໃຈ ເພາະວ່າ ເຮົາມີທັງຄວາມສະຫລາດ ແລະ ຫນ້າຕາດີ.

3.ຄວາມເມົາພາໃຫ້-ລວຍ
ເມື່ອດື່ມໄປຮອດລະດັບທີ3 ເຮົາຈະຮູ້ສຶກວ່າ ເຮົາມີເງິນຢ່າງມະຫາສານ ຈົນສາມາດລ້ຽງເຫລົ້າຫມົດທຸກຄົນໄດ້ ແຖມຍັງສາມາດໂທຫມູ່ເອີ້ນມາຊ່ວຍກັນດື່ມກິນອີກ
ຕອນນີ້ ເຮົາມີທັງຄວາມສະຫລາດ, ຫນ້າຕາດີ ແລະ ມີເງິນ ສາມາດພະນັນເງິນກັບໃຜກໍ່ໄດ້

4.ຄວາມເມົາພາໃຫ້-ຄົງກະພັນ ຍິງຟັນແທງບໍ່ເຂົ້າ
ເມື່ອດື່ມໄປຮອດລະດັບທີ4 ເຮົາຈະມີວິຊາອາຄົມ ພ້ອມທີ່ຈະຊົກຕ່ອຍກັບໃຜກໍ່ໄດ້ ບໍ່ມີໃຜເຮັດຫຍັງເຮົາໄດ້ເລີຍ
ສາມາດທ້າຕີກັບໃຜກໍ່ໄດ້ ບໍ່ມີຄວາມຢ້ານກົວຫຍັງ ເພາະເຮົາ ມີທັງຄວາມສະຫລາດ, ຫນ້າຕາດີ, ມີເງິນ ແລະ ມີຄວາມເກັ່ງປານນັກມວຍມືອາຊີບ

5.ຄວາມເມົາພາໃຫ້-ຫາຍຕົວໄດ້
ລະດັບນີ້ແມ່ນສຸດຍອດແລ້ວ ສາມາດຫາຍຕົວໄດ້ ເຮັດຫຍັງກໍ່ໄດ້ໂດຍບໍ່ມີໃຜເຫັນ
ຈະໄປເຕັ້ນເທິງໂຕະ ຫລື ແຫກປາກຮ້ອງເພງກາງທາງ ໄລ່ຕີຫົວຄົນອື່ນ ກໍ່ເຮັດໄດ້ ຍ້ອນວ່າບໍ່ມີໃຜເຫັນເຮົາ



__________
from http://www.pnomsin.com/

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 18, 2011 | ມີ 13 ຄຳເຫັນ ແລະ 0 trackback(s)

           ເຊື່ອວ່າຫຼາຍຄົນຕ່າງກະມີຄວາມຝັນແຕກຕ່າງກັນໄປຕາມແນວຄິດລະກະສັງຄົມນັ້ນແຕ່ໂຕຂ້ອຍ ຕາມຄວາມເປັນຈິງກໍ່ມີຄວາມຝັນບໍ່ຕ່າງຈາກຄົນທົ່ວໄປ ຄືຫວັງຢາກຮຽນສູງໆ ຈົບມາຈະໄດ້ເຮັດວຽກທີ່ດີ ຫາເງິນລ້ຽງພໍ່ແມ່ຕອບແທນບຸນຄຸນເພີ່ນ

           ແຕ່ກ່ອນທີ່ຄວາມຝັນເຫຼົ່ານັ້ນຈະການເປັນຈິງມັນບໍ່ງາຍເລີຍທີ່ເຮົາຈະກ້າທີ່ກ້າວຢ່າງອອກໄປສູ່ໂລກພາຍນອກດ້ວຍໂຕເອງ ໃນເວລາພຽງສັ້ນໆລະກະຍັງບໍໄດ້ກຽມໃຈຫຍັງ ເພາະແຕ່ນ້ອຍເທົ່າໃຫຍ່ກໍ່ແມ່ນບິດາ ແລະ ມານດາຜູ້ເປັນຄົນນຳພາ ເມື່ອເຮົາໄດ້ຕັດສິນໃຈແລ້ວກະຕ້ອງເຮັດໃຫ້ດີມີ່ສຸດ ແມ່ນບໍ່ ບາງເທື່ອອາດຈະທໍ້ ແຕ່ໃນໃຈແລ້ວຍັງບໍ່ຖອຍ ຢາກຈະສູ້ ອາດຈະເກີນຄວາມສາມາດເຮົາແຕ່ກະຈະເຮັດໃຫ້ດີທີ່ສຸດ ເວລາມັນຈະຊ່ວຍໃຫ້ເຮົາດີຂື້ນ 

 ຄິດຮອດພໍ່ແລະແມ່ ທິ້ສຸດ

  ດ້ວຍຄວາມຮັກແລະເຄົາລົບ