ເວັບໄຊພັນລາວ.ຄອມ ເປັນເວັບໄຊທີ່ມີຜູ່ເຂົ້າຊົມຈາກຫຼາກຫຼາຍອາຊີບ ແລະມີອາຍຸທີ່ແຕກຕ່າງກັນ ເຖິງສ່ວນໃຫຍ່ຈະເປັນໄວໜຸ່ມ ແລະໄວທີ່ເຮັດວຽກເຮັດການແລ້ວ ແຕ່ກໍມີບາງພາກສ່ວນທີ່ຍັງເປັນເຍົາວະຊົນຢູ່ ດັ່ງນັ້ນແລ້ວ ການຂີດຂຽນຂໍ້ຄວາມໃດກໍຕາມ ຂໍໃຫ້ຄຳນຶງເຖິງຜົນທີ່ຈະຕາມມາ ໂດຍສະເພາະແມ່ນຕໍ່ພາບຮວມຂອງປະເທດ ແລະວັດທະນະທຳອັນດີງາມຂອງຊາດລາວເຮົາ.
ການສະແດງທັດສະນະຄະຕິຂອງທ່ານ ສາມາດເຮັດໄດ້ເສລີ ແຕ່ຕ້ອງຢູ່ໃນຂອບເຂດອັນຄວນ ແລະມີສາມັນສຳນຶກທີ່ດີ; ການມີພຶດຕິກຳໃດໆ ກໍຕາມທີ່ຂັດຕໍ່ລະບຽບກົດໝາຍ ແລະລະບຽບພາຍໃນຂອງເວັບໄຊ ແມ່ນຖືເປັນຂໍ້ຫ້າມຢ່າງຍິ່ງ. ທາງທີມງານ ໄດ້ຕັ້ງກົດລະບຽບຂຶ້ນມາເທົ່າທີ່ຈຳເປັນດັ່ງລຸ່ມນີ້:
- ຫ້າມພະຍາຍາມສ້າງຄວາມເສຍຫາຍໃຫ້ລະບົບ.
- ຫ້າມໃຊ້ຄຳເວົ້າທີ່ຫຍາບຄາຍ.
- ຫ້າມໃຊ້ຄຳເວົ້າເພື່ອສຽດສີສະມາຊິກຄົນອື່ນ.
- ຫ້າມກ່າວໂຈມຕີສະມາຊິກຄົນອື່ນໂດຍທີ່ບໍ່ມີມູນຄວາມຈິງ.
- ຫ້າມກ່າວໂຈມຕີສະມາຊິກຄົນອື່ນຮຸນແຮງເກີນຂອບເຂດ
- ຫ້າມປະພຶດຕົນເປັນ “ຫ້ຽນ”.
- ຫ້າມສະແດງກິລິຍາ ຫຼືການປະພຶດທີ່ບໍ່ສົມຄວນໃນເວັບໄຊ.
- ຫ້າມຂຽນບົດຄວາມຫຼືເລື່ອງທີ່ເຮັດໃຫ້ເກີດຄວາມແຕກແຍກລະຫວ່າງຄົນໃນຊາດ ແລະລະຫວ່າງປະເທດ.
- ຫ້າມກະທຳການອັນເຂົ້າຂ່າຍ SPAM ຄື ການສົ່ງຂໍ້ຄວາມ ຫຼືພຶດຕິກຳຊ້ຳໆ ກັນເກີນຂອບເຂດອັນຄວນ ເຊັ່ນການສົ່ງຂໍ້ຄວາມຊ້ຳໆ ຫຼືຄ້າຍໆ ກັນ ຫຼືມີຄວາມໝາຍດຽວກັນຫລາຍໆຄັ້ງເຂົ້າມາໃນລະບົບ.
- ຫ້າມສົ່ງຮູບໂປ້ ຮູບເປືອຍ ຮູບຕັດຕໍ່ທີ່ມີເຈດຕະນາໃຫ້ມີຄວາມເສື່ອມເສຍ-ເຂົ້າໃຈຜິດໃນທາງບໍ່ດີ ຫຼືຮູບທີ່ມີເນື້ອຫາບໍ່ເຫມາະສົມ ຂັດຕໍ່ປະເພນີອັນດີງາມຂອງລາວເຮົາ.
- ການຂຽນບົດເລື່ອງ ຫຼືຂໍ້ຄວາມທີ່ສໍ່ໄປທາງເພດ ໂດຍບໍ່ໃຫ້ປະໂຫຍດຫຍັງແກ່ຜູ່ອ່ານ ແມ່ນບໍ່ອະນຸຍາດໃຫ້ຂຽນ.
- ການສະໝັກເປັນສະມາຊິກພັນລາວເພື່ອຂຽນຂໍ້ຄວາມເຊື້ອເຊີນ ໃຫ້ສະມາຊິກຄົນອື່ນໄປເຮັດທຸລະກິດຕ່າງໆ ໂດຍສະເພາະ MLM ນັ້ນ ຖືເປັນຂໍ້ຫ້າມ.
- ການໂຄສະນາບໍ່ວ່າຈະເປັນທາງກົງ ຫຼືທາງອ້ອມ. ຫາກຕ້ອງການລົງໂຄສະນາ ທາງເວັບໄຊກໍຈັດສັນພື້ນທີ່ໃຫ້ແລ້ວ ກະລຸນາໄປທີ່ໜ້າ ໂຄສະນາ.
- ສຳລັບການຂຽນເນື້ອຫາຕ່າງໆ ໃນໄດອາຣີ່, ແບບສຳຫຼວດ ແລະກະທູ້ໃນເວັບບອດ ເປັນຕົ້ນ ແຕ່ລະໝວດກໍມີກົດລະບຽບສະເພາະ ເຊິ່ງລະບຸໄວ້ໃນແຕ່ລະສ່ວນຢ່າງຈະແຈ້ງ ການລະເມີດກົດດັ່ງກ່າວຖືເປັນການລະເມີດເງື່ອນໄຂການໃຫ້ບໍລິການເຊັ່ນກັນ.
- ພາສາທີ່ອະນຸຍາດໃຫ້ໃຊ້ໃນເວັບໄຊພັນລາວແມ່ນພາສາລາວ ຫາກທ່ານໃຊ້ພາສາອັງກິດ ຈະຕ້ອງມີຄຳແປປະກອບເປັນພາສາລາວສະເໝີ. ຫາກຄອມພິວເຕີຂອງທ່ານພິມພາສາລາວບໍ່ໄດ້ ກະລຸນາອ່ານບ່ອນນີ້.
- ພາສາລາວ ເປັນພາສາຂອງຊາດ ເປັນພາສາຫຼັກທີ່ຄົນລາວເຮົາໃຊ້ ກະລຸນາໃຊ້ພາສາລາວໃຫ້ຖືກຕ້ອງຕາມຫຼັກພາສາ. ຫາກທີມງານເວັບໄຊພັນລາວພົບວ່າ ທ່ານໃຊ້ພາສາລາວຜິດໂດຍປະການຕ່າງໆ ເຊັ່ນ ສະກົດຄຳສັບຜິດ ທີມງານມີສິດແຈ້ງໃຫ້ທ່ານແກ້ໄຂ ແລະຫາກຍັງບໍ່ແກ້ໄຂ ທາງທີມງານຂໍສະຫງວນສິດໃນການລຶບ ຫຼືປິດບໍ່ໃຫ້ສະແດງເນື້ອຫາທີ່ທ່ານຂຽນຂຶ້ນໃຫ້ເຫັນເທິງໜ້າເວັບ.
- ຫ້າມບໍ່ໃຫ້ມີການແຈກຈ່າຍ Software ຫຼືໂປຣແກຣມ ທີ່ເປັນການລະເມີດລິຂະສິດ.
- ການຕັດສິນໃຈຂອງທີມງານ ຖືເປັນທີ່ສິ້ນສຸດຂອງຂໍ້ຂັດແຍ່ງໃດໆ ທີ່ເກີດຂຶ້ນໃນເວັບໄຊ
ເມື່ອທ່ານສະໝັກເປັນສະມາຊິກເວັບໄຊພັນລາວແລ້ວ ຖືວ່າທ່ານໄດ້ຍອມຮັບຕາມກົດກະຕິກາຂ້າງເທິງນີ້ຄົບຖ້ວນທຸກປະການ ແລະທີມງານພັນລາວຂໍສະຫງວນສິດໃນການລຶບ ແກ້ໄຂ ຫຼືຫ້າມບໍ່ໃຫ້ທ່ານສາມາດນຳໃຊ້ລະບົບໄດ້ຫາກວ່າມີການຝ່າຝືນເກີດຂຶ້ນ ໂດຍບໍ່ແຈ້ງໃຫ້ຮູ້ລ່ວງໜ້າ.