ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 16, 2008 | ມີ 8 ຄຳເຫັນ ແລະ 0 trackback(s)

"ແຕກຕ່າງ...ແຕ່--..ເຕີມເຕັມ..."

ແປກບໍ່...ໃຜໆກໍ່ຄິດວ່າເວລາກັບໂມງເປັນສິ່ງທີ່ຄູ່ກັນສະເໝີ

ຄວາມຈິງແລ້ວ ມັນບໍ່ໄດ້ເປັນແບບນັ້ນເລີຍ

ເວລາ...ເດີນໄປຂ້າງໜ້າ

ໂມງ...ເດີນຢູ່ບ່ອນເກົ່າ

ເວລາ...ເຮົາບໍ່ອາດຍ້ອນກັບ

ໂມງ...ເຮົາໝຸນຍ້ອນມັນໄດ້

ເວລາ...ເມື່ອສູນເສຍໄປບໍ່ອາດຮຽກຮ້ອງຄືນ

ໂມງ...ເສຍກໍ່ສ້ອມແປງ ຫຼືຊື້ໃໝ່ໄປເລີຍ

ເວລາ...ໄດ້ມາຟຣີໆບໍ່ຕ້ອງແລກກັບຫຍັງ

ໂມງ...ຍິ່ງງາມຍິ່ງແພງ ໃຊ້ເງິນຊື້ມາທັງນັ້ນ

ແລ້ວແບບນີ້ມັນຈະຄູ່ກັນໄດ້ຢ່າງໃດ ໃນເມື່ອມັນແຕກຕ່າງກັນເຫຼືອເກີນ

ແຕ່ຖາມແດ່...ຖ້າບໍ່ມີໂມງ ຈະຮູ້ເວລາບໍ່

ຫຼືຖ້າມີແຕ່ໂມງ ແຕ່ບໍ່ຮູ້ຈັກເວລາ ຈະມີປະໂຫຍກຫຍັງ

ເຖີງ 2 ສິ່ງຈະແຕກຕ່າງກັນ ແຕ່ຖ້າມັນຈະຄູ່ກັນແລ້ວ

ຍ່ອມມີຈຸດຮ່ວມສະເໝີ ພຽງແຕ່ຈະເບິ່ງເຫັນມັນຫຼືບໍ່?

Delicious Digg Fark Twitter